ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2013 | ມີ 12 ຄຳເຫັນ ແລະ 0 trackback(s)

 ທ່ານ ພູເພັດ ຄຳພູວົງ ລັດຖະມົນຕີວ່າການກະຊວງການເງິນ ໄດ້ເປີດເຜີຍວ່າ: ລາຍຮັບປີຜ່ານມາ ການຕົກເຮ່ຍ ຮົ່ວໄຫລ ສ່ວນໃຫຍ່ຢູ່ໃນຂອດຂອງການນຳເຂົ້າ-ສົ່ງອອກສິນຄ້າ.

ການນຳເຂົ້າສິນຄ້າ, ເຖິງວ່າສິນຄ້າເຫລົ່ານີ້ຈະຂາຍໃນສັງຄົມແລ້ວ ແຕ່ອັດຕາສ່ວນ ການເກັບລາຍຮັບຈາກພາສີນຳເຂົ້າຍັງໄດ້ໜ້ອຍ ເຊັ່ນ: ລົດ, ນ້ຳມັນເຊື້ອໄຟ...

ຍ້ອນມີນະໂຍບາຍຍົກເວັ້ນພາສີອາກອນຢ່າງຫລວງຫລາຍ, ຍົກເວັ້ນ ບັນ ດາໂຄງການລົງທຶນ ເພື່ອເຮັດໃຫ້ໂຄງການ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍລາຄາຖືກ ເປັນການສົ່ງເສີມເຮັດໃຫ້ມີການຫລຸດຜ່ອນລາຍຮັບ. ຕົວເລກ ໃນສົກປີ 2011-2012 ໄດ້ຍົກເວັ້ນພາສີມູນຄ່າ 1.200 ຕື້ກີບ ແຕ່ປີ 2012-2013 ເປັນ 1.300 ຕື້ກີບ ເປັນການສູນເສຍລາຍຮັບ.

ນອກນັ້ນ ເລື່ອງການນຳເຂົ້າ ທີ່ບໍ່ຖືກຕ້ອງກໍມີຫລາຍ ລວມທັງສິນຄ້ານ້ອຍ-ໃຫຍ່ ເຊັ່ນ: ພາຫະນະ... ຂອດການຄຸ້ມຄອງດ້ານນີ້ຍັງມີຊ່ອງຫວ່າງ. ຜູ້ປະກອບການ ກໍຊອກຊ່ອງທາງໃນການຫລົບຫລີກ ບໍ່ມີຄວາມຈິງໃຈ ໃນການປະກອບສ່ວນມອບພັນທະໃຫ້ລັດ ຫລື ປະເທດຊາດ.

 

ເບື້ອງສົ່ງອອກແມ່ນ ໄມ້ ກໍມີການ ລັກລອບໜີພາສີ. ເຊິ່ງແຫລ່ງ ລາຍຮັບຈາກໄມ້ ເປັນແຫລ່ງໃຫຍ່ ຖ້າຄຸ້ມຄອງເກັບໄດ້ໝົດ ແມ່ນຈະມີລາຍຮັບມະຫາສານ ແຕ່ປະຈຸບັນ ປີໜຶ່ງ ເກັບບໍ່ໄດ້ ຮອດ 20 ລ້ານໂດລາ ແຕ່ມູນຄ່າການສົ່ງອອກ ໂດຍໄດ້ຂໍ້ມູນຈາກປະເທດເພື່ອນບ້ານ ໄມ້ທີ່ນຳເຂົ້າຈາກ ສປປ ລາວ ມີຫລາຍຮ້ອຍລ້ານໂດລາ.

ນອກຈາກນີ້ ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທ່ານສະພາ ກໍ່ເຄີຍໃຫ້ສຳພາດແກ່ນັກຂ່າວວິທະຍຸແຫ່ງຊາດວ່າ: ໄດ້ພົບເຫັນການເກັບເງິນຂອງພະນັກງານລັດ ຈຳນວນຫຼາຍລາການທີ່ບໍ່ຖອກເຂົ້າງົບປະມານ,ໃນເຊີງກົດໝາຍແລ້ວເຫັນວ່າຜິດຕໍ່ກົດໝາຍ.

 

ແຕ່ປະຊາຊົນສັງເກດເຫັນວ່າ ຜ່ານມາກໍລະນີແບບນີ້ບໍ່ເຄີຍແກ້ໄຂໄປຕາມກົດໝ່າຍ ສະແດງວ່າກົດໝາຍໃນລາວກາຍເປັນກົດໝາຍບອດ

 

 

 

Delicious Digg Fark Twitter