ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 15, 2014 | ມີ 6 ຄຳເຫັນ ແລະ 0 trackback(s)

ວິທະຍຸກະຈາຍສຽງແຫ່ງຊາດເສີມຂະຫຍາຍບົດບາດເປັນເວທີ
ສະແດງຄວາມເຫັນຂອງປະຊາຊົນ

ຂປລ. ໃນວັນທີ 12 ເດືອນສິງຫາ ປີ 2014 ນີ້ ຄະນະພັກຮາກຖານ, ຄະນະອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ໄດ້ຈັດຕັ້ງ ການປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງວິທະຍຸກະຈາຍສຽງ ຄົບຮອບ 54 ປີ.

ໂອກາດດັ່ງກ່າວ ທ່ານ ທອງພິມ ດີມະນີວົງ, ຮອງອຳນວຍການວິທະຍຸກະຈາຍສຽງແຫ່ງຊາດ ໄດ້ຂຶ້ນເລົ່າຫວນຄືນມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນໄລຍະ 54 ປີ ຜ່ານມາ ໂດຍມີບາງຕອນ ໃຫ້ຮູ້ວ່າ : ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ໃນ​ວັນ​ທີ 13 ເດືອນສິງຫາ ປີ  1960 ທີ່​ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ, ຕະຫລອດ​ໄລຍະ 54 ປີ ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອອັນ​ດີງາມ​ຂອງ​ຕົນ​ ໃນ​ການ​ເປັນ​ກະບອກ​ ສຽງຂອງ​ ພັກ-ລັດ ​ແລະ ເປັນ​ເວທີ​ສະ​ແດງ​ຄຳ​ຄິດ​ເຫັນ​ອັນ​ກວ້າງຂວາງ​ຂອງ​ປະຊາຊົນ​ ຢ່າງ​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ລຳດັບ​ມາ. ຍ້ອນ​ເຫັນ​ໄດ້​ຄວາມ ​ໝາຍ​ສຳຄັນ​ຂອງ​ວຽກງານຂະແໜງນີ້ ພັກ-ລັດຖະບານ ຈຶ່ງ​ລົງທຶນ​ຈຳນວນ​ໜຶ່ງ ​ເພື່ອ​ສ້າງ​ ແລະ ຍົກລະດັບສະຖານີ​ເຄື່ອງ​ສົ່ງ​ສັນຍານ​ລະບົບ​ເອ​ເອັມ ຈາກ 150 ກິ​ໂລ​ວັດ ​ໃນ​ປີ 1985 ມາ​ເປັນ 200 ກິ​ໂລ​ວັດ ​ໃນ​ປີ 1998 ນອກ​ນີ້ ຍັງ​ມີ​ສະຖານີ​ເຄືອ​ຂ່າຍ​ສົ່ງ​ສັນຍານ​ຕໍ່ 4 ເຂດ, ສ້າງ​ສຳ​ເລັດ ​ແລະ ນຳ​ໃຊ້​ແລ້ວ 2 ເຂດ​ຄື: ​ແຂວງ​ຫລວງ​ພະ​ບາງ ​ແລະ ຈຳປາ​ສັກ ພ້ອມທັງ​​ພັດທະນາ​ລະບົບ​ເຕັກນິກ​ ​ແລະ ​ສົ່ງ​ກະ​ແສ​ຄື້ນຜ່ານ​ລະບົບ​ດາວ​ທຽມ​ຕື່ມ​ອີກ​ ອັນ​ໄດ້​ເພີ່ມ​ກຳລັງ​ແຮງ​ສົ່ງ​ໄປ​ໄກ​ກວ່າ​ເກົ່າ ​ແລະ ຄຸນ​ນະພາ​ບສຽງ​ກໍ​ດີຂຶ້ນກວ່າເກົ່າ.

ເຖິງ​ຢ່າງ​ໃດ​ກໍ​ຕາມ ຖ້າ​ທຽບ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໄລຍະ​ໃໝ່​ແລ້ວ​ເຫັນ​ວ່າ​: ການ​ພັດທະນາ​ຂອງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ລາວ ​ໃນ​ໄລຍະ 54 ປີຜ່ານມາ​ ຍັງ​ມີ​ຫລາຍ​ອັນ​ຕ້ອງ​ປັບປຸງ​ແກ້​ໄຂ​ ເປັນຕົ້ນ​ແມ່ນ ​ກຳລັງ​ແຮງ​ສົ່ງ​ບໍ່​ທັນ​ສາມາດ​ກວມ​ລວມ​ໄດ້​ເນື້ອທີ່ ​ແລະ ພົນລະ​ເມືອງ​ໃນ​ທົ່ວ​ປະ​ເທດ, ພື້ນ ຖານ​ເຕັກນິກ​​ບໍ່​ທັນ​ຄົບຊຸດ, ບໍ່ທັນມີລະບົບມາດຕະຖານເທົ່າທີ່ຄວນ, ​ເນື້ອ​ໃນກໍຍັງບໍ່ທັນດຶງດູດ ແລະ ​ຂໍ້​ມູນ​ຂ່າວສານ​ທີ່​ເປັນ​ປະ​ໂຫຍ​ດຍັງ​ບໍ່​ທັນ ​ມີ​ຫລາຍ​ຮູບ​ຫລາຍ​ສີ. ທັງ​ນີ້ ​ແມ່ນ​ຈຸດໝາຍ​ສູ້​ຊົນ​ທີ່​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ​ໃນ​ຂັ້ນຕໍ່​ໄປ ເພື່ອ​ແນ​ໃສ່​ເຮັດ​ໃຫ້​ວິທະຍຸ​ກະຈາຍສຽງ ​ກາຍ​ເປັນ​ ພາຫະນະ​ສື່​ມວນ​ຊົນ ທີ່​ມີ​ການ​ລົງທຶນ​ໜ້ອຍ​ແຕ່​ມີ​ປະສິດທິ​ຜົນ​ສູງ, ວ່ອງ​ໄວ​ທັນ​​ການ ​ໄປ​ເຖິງ​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ ​ເປັນ​ພາຫະນະ​ທີ່​ໃຫ້​ຄວາມ​ຮູ້ ​ແລະ ມີ​ປະ​ໂຫຍ​ດສູງ​ໃນ​ການ​ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນໃຫ້ດີຂຶ້ນ.

ມາ​ຮອດ​ປະຈຸ​ບັນ ​ໄດ້​ມີ​ການ​ກະຈາຍສຽງ​ທັງ 4 ສະຖານີເຄືອຂ່າຍ, ມີ​ເຖິງ 140 ກວ່າລາຍການ ​ແລະ ກະຈາຍສຽງ 75 ຊົ່ວ​ໂມງ 35 ນາທີ ຕໍ່ວັນ ກວມ​ເນື້ອທີ່ 80-90% ຂອງ​ປະ​ເທດ ​ແລະ ກວມ​ເອົາ 90% ຂອງ​ພົນລະ​ເມືອງ​ທັງ​ໝົດ. ບັນຫາ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ໄດ້​ປັບປຸງ​​ລາຍການອອກ​ອາ ກາດ​ຄືນ​ໃໝ່​, ປັບປຸງຮູບແບບ ແລະ ເນື້ອໃນຂອງລາຍງານວິທະຍຸໃຫ້ເຂົ້າສູ່ມາດຕະຖານ ແລະ ດຳ​ເນີນ​ລາຍການ​ອອກ​ອາກາດ​ສົດ​ໃນ​ຮູບ​ແບບ​ ພົບ​ປະ​ໂອ້​ລົມ​ກັບ​ຜູ້​ຟັງ​ຢ່າງ​ເປັນ​ກັນ​ເອງ ​ໄດ້​ເຖິງ 60-70% ຂອງ​ລາຍການ​ທັງ​ໝົດ, ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ທິດ​ທາງ​ໂຄສະນາ​ໃນ​ແຕ່ລະ​ໄລຍະ./

Delicious Digg Fark Twitter