ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ປອບກິນແມ່ລູກອ່ອນ
ສ້າງເມື່ອ ຕ.ລ.. 5, 2014 13 ຄົນໂຫວດ, 13 ຄຳເຫັນ, ອ່ານ 1392 ເທື່ອ
ເຫດເກີດຂຶ້ນໃນຕອນເດິກ 01 ໂມງຂອງວັນທີ່ 04 ຕຸລາ 2014 ຢູ່ທີ່ໂຮງໝໍເມືອງວຽງທອງ ແຂວງບໍລິຄຳໄຊ.



ນາງ ແອ ແກ້ວວົງວຽນ ເກີດເມື່ອວັນທີ່ 31,16,01,1983 ປີນີ້ມີອາຍຸ 31 ປີເປັນເມັຍຂອງທ່ານ ຄຳລົ້ນ,ໄດ້ລູກຮ່ວມກັນຜ່າມມາ 2 ຄົນ ໄດ້ລູກແຕ່ລະຄົນກໍ່ບໍ່ເຄີຍບາກ ສ່ວນຜູ້ທີ່ 3 ເປັນເຫດການທີ່ບໍ່ຄາດຄິດກໍ່ເກີດຂຶ້ນໄດ້ເພາະວັນເກີດຂອງລູກຜູ້ 3 ນັ້ນເັປັນວັນຈົບສິ້ນຊີວິດຂອງ ນາງແອ.



ນາງ ແອ ຖືພາ 9 ເດືອນເຕັມ ຜ່ານມາເຄີຍຝາກທ້ອງປົກະຕິ ແລະວັນທີ່ 4-5 ຕຸລາ 14 ເປັນວັນທີ່ໝໍນັດວ່າຈະໄດ້ແອນ້ອງ.



ພໍຮອດ 01 ໂມງຂອງວັນທີ່ 4 ນາງຮູ້ສຶກເຈັບທ້ອງ ຜົວຈິ່ງຟ້າວພາໄປໂຮງໝໍ, ຮອດ 02 ໂມງກໍ່ຖືວ່າໄດ້ແອນ້ອຍເປັນຜູ້ຊາຍ,ການເກີດກໍ່ບໍ່ຍາກປານໃດ ນາງຍັງປາກລົມທຳມະດາປົກກະຕິ ຕ່າງແຕ່ວ່າເດັກອອກມາບໍ່ຟື້ນ ໝໍຈິ່ງນຳໄປເຂົ້າຫ້ອງອົບ, ຢູ້ປະມານ 02 ໂມງ 30 ແຮ່ຈິ່ງອອກມາ ແລະກໍເລືອດຕົກໜັກ ຕໍ່ມາໜ້າຕາເລີ່ມຈືດມ້ານ,ຮ້າງກາຍອ່ອນເພຍກະທັນທັນ, ແພດກໍ່ໄດ້ສູມທຸວິທີເພື່ອຊ່ວຍຊີວດິນາງໄວ້,ນອກຈາກວິທະຍາສາດແລ້ວ ຍາດພິ່ນ້ອງຍັງນຳໃຊ້ໝໍໄສຍະສາດ(ໝໍປາບຜີປອບ) ເຂົ້າມາຊ່ວຍຕາມຄວາມເຊື່ອເພາະໝົດທາງອອກ ແຕ່ອາການຍິ່ງໜັກເຂົ້າຈົນບໍ່ສາມາດຮັກສາຊີວິດນາງໄວ້ໄດ້ ນາງໄດ້ສິນສິ້ນລົມຫາຍໃຈໃນເວລາ 07 ໂມງ 30 ນາທີຂອງວັນທີ່04,10,14.ທ່າມກາງຄວາມໂສກເສົ້າເສຍໃຈ,ອາໄລອາວອນຂອງບັນດາຄອບຄົວ,ຍາດພີ່ນ້ອງ ແລະເພື່ອນມິດ

ສ່ວນລູກຂອງນາງໄດ້ລອດຊີວິດ ຖືວ່າເປັນໂຊກດີທີ່ໄດ້ມຶນຕາເຫັນໂລກໃບນີ້ ໂຊກຮ້ອຍເພາະບໍ່ທັນເຫັນໜ້າແມ່.



ພາຍຫຼັງການເສຍຊີວິດຂອງນາງແອ ໄດ້ເກີດມີກະແສຄວາມຄິດເຫັນຂອງສັງຄົມ 3 ກະແສ

1,ຜູ້ເຊື່ອໄສຍະສາດຄິດວ່າ: ອາດແມ່ນພາຍເຂົ້າ(ຜີປອບກິນ),ເປັນປອບທີ່ແກ່ ແລະເຂົ້າເຖິງຂິດອັນຕະລາຍແລ້ວ ແກ້ໄຂຍາກທີ່ສຸດ.



2,ຜູ້ເຊື່ອວິທະຍາສາດ ແຕ່ບໍ່ບໍ່ໄດ້ຜ່ານວິຊາການແພດ ຄິດວ່າ: ອາດເປັນເພາະຄວາມປະມາດຂອງວິຊາການ,ຂາດຄວາມພ້ອມ,ຂາດການກະກຽມອຸປະກອນ,ບໍ່ປະຕິບັດຕາມຫຼັກການປິ່ນປົວ ຫຼື ໃຊ້ຢາບໍ່ເໝາະທຳນອງນັ້ນກໍ່ບໍ່ຮູ້ ເພາະຕອນນັ້ນຄົນຕັ້ງ 2-3 ມາລໍຖ້າເອົາເລືອດອອກເພື່ອຊ່ວຍຊີວິດນາງ ແຕ່ບໍ່ມີຖົງໃສ່ເລືອດ (ບໍ່ພຽງແຕ່ບໍ່ມີເລືອດເທົ່ານັ້ນ ແມ່ນແຕ່ຖົງຢາງບັນຈຸເລືອດຊື່ໆກໍ່ບໍມີ).

3,ເບື້ອງວິຊາການດ້ານການແພດເວົ້າວ່າ: ນາງ ຂາດເລືອຮຸງແຮງ ເພາະເລືອດຂອງນາງໄຫຼບໍ່ຢຸດ,(ເຫຼືອພຽງ 7% ຕ່ຳກວ່າ 15% ຕຳ່ກວ່າໂອກາດສ່ຽງສູງສູດ).



ທີ່ພົດລົງນີ້ກໍ່ເພາະຢາກສຳຫຼວດເບິ່່ງວ່າມາຮອດປະຈຸບັນນີ້ວົງການການແພດບ້ານເຮົາກ້າວໄກສ່ຳໃດແລ້ວ,ຍັງມີປະກົດການແມ່ຕາຍຍ້ອນເກີດລູກຍັງມີຫຼາຍຢູ່ບໍ່?