ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 20, 2012 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

             ຢືມແລ້ວຕ້ອງໄຊ້                             ຢືມແລ້ວກໍຕ້ອງສົ່ງ
ຄືຈຸດປະສົງ                                               ຂອງຄົນຢູ່ໃນສັງຄົມ

ຢືມເງິນຢືມເຈ້ຍ                                         ຄືນດອກເບ້ຍສິນເຊື່ອໃຫ້ສົມ

ຢືມເສື້ອຢືມຜ້າມາຫົ່ມ                               ໃຊ້ແລ້ວສົ່ງຄືນເຈົ້າຂອງ

          ເລື່ອງຂອງຫົວໃຈ                           ຢືມກັນບໍ່ໄດ້ດອກນາ

ເມື່ອເຈົ້າເອົາໃຈຂ້ອຍມາ                            ໃຫ້ສົມມຸດວ່າ ເປັນແຟນເປັນດອງ

ປະກາດໃຫ້ຮູ້                                           ໝູ່ຄູ່ເລື່ອງເຮົາທັງສອງ

ໄປໃສຄວງໄປທຸກໝ້ອງ                           ຜູ້ໃດກໍຍ້ອງວ່າໜ້າອິດສາ

          ຢືມ ຢືມໃຈ                                    ຢ່າໄດ້ສົ່ງຄືນ

ຖ້າຢືມວັດຖຸອື່ນ                                      ສົ່ງຄືນບໍ່ມີບັນຫາ

ຢືມເຄື່ອງຢືມຂອງ                                  ມັນກໍຕ້ອງສົ່ງກັບຄືນມາ

ຫົວໃຈເລື່ອງຮັກນີ້ນາ                              ເມິດພາລະຫາທາງສົ່ງຄືນ

        ເຈົ້າເຫັນຄົນອື່ນ                             ມາຫລັງໄດ້ດັ່ງໃຈເຈົ້າ

ເຈົ້າຄວງຂ້ອຍຕອນທີ່ຍັງເຫງົາ                ເວົ້າດີຕອນບໍ່ມີໃຜ

ຢືມໃຈໄປຫົ່ມ                                         ຕອນລົມເຫງົາເຂົ້າມາຂູ່ກາຍ

ຮັກຂ້ອຍມັນເຄືອງມັນຄາຍ                    ເຈົ້າພົບຄົນໃໝ່ ສົ່ງຮັກຂ້ອຍຄືນ    

Delicious Digg Fark Twitter