ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ການຍໍມືນົບເຄົາລົບກັນມັນແມ່ນໜ້າທີ່ໃຜ
ສ້າງເມື່ອ ກ.ພ.. 4, 2012 16 ຄົນໂຫວດ, 17 ຄຳເຫັນ, ອ່ານ 439 ເທື່ອ
ການຍໍມືໄຫວ້ ເຄົາລົບເຊິ່ງກັນແລະກັນ ແມ່ນທຸກຄົນກໍຢາກໃຫ້ລູກຫຼານຂອງຕົນເອງເຮັດໄດ້
ແຕ່ເປັນໜ້າທີ່ໃຜຈະສອນໃຫ້ເດັກເຫຼົ່ານັ້ນ ອາໄສຄູຢູ່ໂຮງຮຽນບໍ ຖ້າໃຫ້ແຕ່ຄູສອນນັກຮຽນກໍເຄົາແຕ່ຄູຍາມຈະຂໍເຂົ້າຫ້ອງເທົ່ານັ້ນ ແຕ່ຢູ່ເຮືອນເດ ຍາມພາໄປພົບຜູ້ໃຫຍ່ ຫຼືມີແຂກມາຢາມເຮືອນລູກຫຼານເຄີຍຍົກມີໄຫວ້ບໍ່ ຈັ່ງຊັ້ນຈິ່ງຮຽກຮ້ອງພໍ່ແມ່ ສັງຄົມຜູ້ໃຫຍ່ຄວນເຮັດເປັນແບບຢ່າງເພື່ອເດັກຈະໄດ້ຈື່ຈຳເອົາ ແລະຈະບໍ່ອາຍ ທັງບໍ່ເປັນເລື່ອງແປກເພາະມີຜູ້ໃຫຍ່ພາເຮັດແລ້ວ ອັນນີ້ອີ່ຫຍັງບັງຄັບແຕ່ເດັກນ້ອຍ ບາດໂຕເອງໂດດຈັບແຕ່ມື ອັນນີ້ເອີ້ນວ່າລັງແກເດັກ