ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2011 | ມີ 17 ຄຳເຫັນ ແລະ 0 trackback(s)

  ມື້ນີໄດ້ໂອກາດເຫມາະໆມາຂຽນບົດຄວາມເຊິງເປັນບົດຄວາມທຳອິດທີຂ້າພະເຈົ້າຕັ້ງໃຈ ແລະ ຫວັງວ່າຄືຈະມີປະໂຫຍດຕໍ່ບັນດາທ່ານທີ່ໄດ້ອ່ານບົດຄວາມນີ້

ອາວໆ ແນະນຳໂຕກັນໄປພໍຫອມປາກຫອມຄໍແລ້ວ ມາເຂົ້າເລື່ອງກັນເລີຍຊະ

  ໃຊ້ແກ້ໄວຣັສຊ້ອນ file ຫຼື folder ໄດ້ທຸກກໍລະນີ 100 % ໃຊ້ໄດ້ກັບທຸກ os ເລີຍ.

ເອົາມາປະຍຸກໃຊ້ກັບ Card Reader ຫຼື ໄດຣ ອື່ນໃນເຄື່ອງກໍ່ໄດ້ ແຕ່ຖ້າຖືກໄວຣັສ

ບອກ folder option ກໍ່ສາມາດແກ້ໄດ້ເຊັ່ນກັນ.

ຍົກຕົວຢ່າງ usb drive  ທີ່ຕິດໄວຣັສ ສັງເກດເຫັນວ່າ file ຕ່າງໆກາຍເປັນ shortcut

ສຽບ usb drive ເຂົ້າຄອມແລ້ວສັງເກດວ່າມັນຢູ່ drive ໃດ ? (ໃນນີ້ກຳນົດເອົາໄດຣ H)

- ຂັ້ນຕອນທີ່ 1:  ເຂົ້າ Start - All program - Acessories - Command Propmt

ຈະເຫັນຫນ້າຕ່າງດັ່ງລຸ່ມນີ,

- ຂັ້ນຕອນທີ 2: ໃຫ້ພິມຄຳສັ່ງ  H: (ໃນຕົວຢ່າງກຳນົດເອົາໄດຣ H ແລ້ວແຕ່ວ່າ usb ຢູ່ໄດຣ ໄດ ຖ້າຢູ່ໄດຣ G ກໍ່ພິມ G:)

ຢ່າລືມເຄື່ອງໝາຍຈ້ຳສອງເມັດເດີ ພຶມຕົວ H ແລະ : (ເຄີຍລືມເລີຍບອກໄວ້ ) 

 ລົງໃສ່ ແລ້ວກົດ enter ຈະສະແດງຂໍ້ຄວາມ H:\> 

ພິມຄຳສັ່ງ dir/ah ແລ້ວກົດ enter ຈະສັງເກດເຫັນຂໍ້ຄວາມສະແດງອອກມາ ນັ້ນແມ່ນ file ແລະ folder ທີ່ຖືກເຊື່ອງໄວ້ດັ່ງຮູບຂ້າງລຸ່ມ

ມາຮອດຂັ້ນຕອນນຳເອົາ file ແລະ folder ກັບຄືນມາ

ພິມຄຳສັ່ງ  attrib(ຍະຫວ່າງ)-s(ຍະຫວ່າງ)-h(ຍະຫວ່າງ)-r(ຍະຫວ່າງ)/s(ຍະຫວ່າງ)/d

ຈະໄດ້ attrib -s -h -r /s /d    ແລ້ວກົດ enter  ດັ່ງຮູບຂ້າງລຸ່ມ

ແລ້ວໄປເບິ່ງໃນ usb Flash drive ວ່າເປັນແນວໄດ  ຈະສັງເກດເຫັນ file ແລະ folder ທີ່ຖືກເຊື່ອງໄວ້ ພ້ອມທັງໄຟຣໄວຣັສ ດັ່ງຮູບ

ໃຫ້ລົບ shortcut ,ໄຟຣໄວຣັສ ແລະ autorun.inf ຖຶ້ມໃຫ້ຫມົດ

ເທົານີ້ usb Flash drive ຂອງເຮົາກໍ່ສາມາດໃຊ້ງານໄດ້ປົກກະຕິແລ້ວ

ມີປັນຫາເລື່ອງຄອມສາມາດປືກສາໄດ້ເດີ

ລາວຜະຫຼິດ ລາວໃຊ້ ລາວໄດ້ ລາວຈະເລີນ

Delicious Digg Fark Twitter