ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 29, 2021 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ສະບາຍດີ ເພື່ອນທາງ ພັນລາວທຸກຄົນ

ບໍ່ຮູ້ວ່າຍັງມີຄົນນຳໃຊ້ເວບນີ້ຢູ່ ຫຼື ບໍ່? ແຕ່ເຖີງຢ່າງໃດຂ້ອຍຍັງມີຄວາມຫວັງເລິກໆໃນຫົວໃຈວ່າ ຍັງມີຄົນຈຳນວນບໍ່ນ້ອຍທີ່ຍັງນຳໃຊ້ເວບນີ້ຢູ່ເລື່ອງທີ່ຂ້ອຍຢາກເວົ້າໃຫ້ຟັງໃນມື້ນີ້ ບໍ່ແມ່ນເລື່ອງຂອງຂ້ອຍເອງແຕ່ຢ່າງໃດ ແຕ່ ເປັນເລື່ອງທີ່ເກີດຂື້ນກັບຄົນໃກ້ໂຕ ແລະ ຮູ້ຈັກຮັກແພງກັນ ຂ້ອຍມີລຸ້ນນ້ອງ ແລະ ຄົນຮັກແພງຂ້ອນຂ້າງຫຼາຍພວກເຂົາເລົ່ານັ້ນມັກຈະໂທຫາ ສົ່ງຂໍຄວາມຫາ ຫຼື ມາຫາເພື່ອປຶກສານຳຂ້ອຍຢູ່ສະເໜີ
ໃນຫຼາຍເລື່ອງ ມີທັງເລື່ອງຄວາມຮັກ,ເລື່ອງການຮຽນ,ເລື່ອງສ່ວນໂຕ ເລັກໆນ້ອຍໆ ຈຳນວນຫຼາຍ ແຕ່ຂ້ອຍຈະຍົກຕົວຢ່າງມາໜື່ງເລື່ອງ ນັ້ນຄືເລື່ອງ
ການຮຽນ.
ຂ້ອຍຄິດສະເໝີວ່າທຸກຄົນຕ້ອງມີຄວາມຝັນ,ມີອຸດົມການທີ່ຢູ່ໃນຫົວຂອງຕົນເອງບໍ່ຫຼາຍກໍນ້ອຍ ແຕ່ຖາມວ່າຄວາມຝັນເລົ່ານັ້ນເຮົາມີສິດຕັດສິນໃຈເຮັດມັນດ້ວຍ
ຕົນເອງ ຫຼື ບໍ? ຫຼື ເຮັດບາງສີ່ງບາງຢ່າງທີ່ພໍ່ແມ່ເປັນຄົນຕັດສິນແລະເລືອກໃຫ້ເຮົາ ລຸ້ນນ້ອງຫຼາຍຄົນເວົ້າກັບຂ້ອຍວ່າ :ໃນການຮຽນ ແລະ ການເຮັດວຽກ ທຸກຢ່າງແມ່ນຄອບຄົວເປັນຄົນຕັດສິນໃຈໃຫ້.ນັບແຕ່ເລື່ອງການຮຽນ,ຊີວິດກການເປັນຢູ່ ອື່ນໆ ແມ່ນຄອບຄົວຕັດສິນໃຈໃຫ້ ແມ່ນແຕ່ເລື່ອງສ່ວນໂຕບາງທີພໍ່ແມ່ກໍຍັງມາມີສ່ວນຮ່ວມໃນການຕັດສິນໃຈ.

ມັນເຮັດໃຫ້ອົດຄິດບໍ່ໄດ້ວ່າ

1 ເປັນຫຍັງພໍ່ແມ່ຈີ່ງຕັດສິນໃຈແທນລູກທຸກຢ່າງ?

ຄຳຕອບທີ່ໄດ້ຄື:ຍ້ອນວ່າພໍ່ແມ່ຮັກລູກ,ຍ້ອນວ່າພໍ່ແມ່ເຄີຍລຳບາກມາກ່ອນໜ້ານີ້ແລ້ວ ເລີຍບໍ່ຢາກໃຫ້ລູກຕົນເອງລຳບາກ,ຍ້ອນພໍ່ແມ່ມີປະສົບການຜ່ານມາຫຼາຍແລ້ວ,ຍ້ອນລູກຍັງຢູ່ໃນການເບີ່ງແຍງ ແລະ ຍັງອາໃສໃຊ້ຈ່າຍເງິນຄຳນຳພໍ່ແມ່ຢູ່,ຍ້ອນຄິດວ່າລູກຍັງນ້ອຍຢູ່ສະເໜີ ແລະ ຍ້ອນເຫດຜົນອື່ນໆ

2,ເປັນຫຍັງລູກຈີ່ງບໍ່ກ້າຕັດສິນໃຈເຮັດຫຍັງດ້ວຍຕົນເອງ?

ຄຳຕອບທີ່ໄດ້ກໍຄື:ຕະຫຼອດຊີວິດທີ່ຜ່ານມາຕົນເອງບໍ່ເຄີຍໄດ້ຕັດສິນໃຈດ້ວຍຕົນເອງຈັກເທື່ອ,ຍ້ອນບໍ່ກ້າຕັດສິນໃຈເພາະຢ້ານພໍ່ແມ່ວ່າໃຫ້,ຕັດສິນໃຈບໍ່ໄດ້ເພາະຍັງບໍ່ທັນໄດ້ປຶກສາຄອບຄົວ,ຕັດສິນໃຈບໍ່ໄດ້ຍ້ອນພໍ່ແມ່ຈະບໍ່ສົງເສີມຖ້າຕັດສິນໃຈເລື່ອກໃນສີ່ງທີ່ພໍ່ແມ່ບໍ່ພ້ອມ ແລະ ຍ້ອນອື່ນໆ

3,ເປັນຫຍັງພໍ່ແມ່(ບາງຄົນ)ຈີ່ງມີຄວາມຄິດວ່າລູກຕົນເອງ ຕ້ອງເປັນ ແລະ ເຮັດຕາມຄວາມຄິດຂອງພໍ່ແມ່ຢາກໃຫ້ເປັນ?

ຄຳຕອບທີ່ໄດ້:ເພາະວ່າເຂົາເລົ່ານັ້ນເປັນລູກ,ເພາະຢາກໃຫ້ລູກໄດ້ດີ ແລະ ເປັນໃນສີ່ງທີ່ດີໆ ຕາມຄວາມຝັນຂອງພໍ່ແມ່

4,ລູກຮູ້ສຶກແນວໃດເມື່ອພໍ່ແມ່ຕັດສິນໃຈແທນທຸກເລື້ອງ?

ຄຳຕອບທີ່ໄດ້: ຄວາມຈີງບໍ່ໄດ້ຢາກເຮັດ ບໍ່ໄດ້ຢາກມາ ບໍ່ໄດ້ຢາກເປັນແບບນີ່ ແຕ່ເກງໃຈພໍ່ແມ່ ຢ້ານພໍ່ແມ່ຄຽດ.ຢ້ານພໍ່ແມ່ບໍ່ສົ່ງເສີມ.

ແຕ່ ບາງຄົນຕອບວ່າ ດີແລ້ວ ສະບາຍເຮົາຈີ່ງບໍ່ໄດ້ຄິດຫຍັງຫຼາຍ,ຖ້າເວົ້າເລື່ອງການຮຽນ ຈົບໄປພໍ່ແມ່ກໍຫາວຽກໄວ້ໃຫ້ແລ້ວ ແລະ ອື່ນໆ
 

ຈາກສີ່ງທີ່ເລົ່າມາຂ້າງເທີງຕາມແນວຄິດຂອງຂ້ອຍຄິດວ່າ ເວົ້າເລື່ອງການຕັດສິນໃຈເຮັດສີ່ງໃດສີ່ງໜື່ງຄວນຈະປ່ອຍໃຫ້ລູກໄດ້ມີທາງເລືອກ ໄດ້ຄິດດ້ວຍຕົນເອງແນ່ກໍເປັນການດີ.ໄດ້ຮຽນຮູ້ແລະຕັດສິນໃຈຫຍັງຈັກຢ່າງດ້ວຍໂຕເອງ ເວົ້າງ່າຍໆ ໃຫ້ໂອກາດເຂົາເຈົ້າໄດ້ຕັດສິນໃຈເລື່ອກເອງຕົວຢ່າງເລືອກສາຍຮຽນ,ເລືອກບ່ອນຮຽນ,ເລືອກອາຊີບ ດ້ວຍຕົນເອງ ເພາະຂ້ອຍເຊື່ອວ່າຖ້າຄົນເຮົາໄດ້ເຮັດຫຍັງທີ່ຕົນເອງມັກແລະຕົນເອງໄດ້ເລືອກ ເຂົາໜ້າຈະເຮັດໄດ້ດີ ແລະ ມີຄວາມສຸກກັບສີ່ງທີ່ເຂົາຕັດສິນໃຈແລະ ເລືອກເຮັດມັນ

ທີ່ເວົ້າມານີ້ບໍ່ໄດ້ໝາຍຄວາມວ່າ ຄອບຄົວພໍ່ແມ່ຈະປະລະ ປ່ອຍຈົນຕາມອຳເພີໃຈ ເຖີງແມ່ນເຮົາຈະໃຫ້ໂອກາດໃນການເລືອກເຮັດ ແລະ ຕັດສິນໃຈ ແຕ່ເຮົາກໍຍັງຄ່ອຍເບີ່ງພວກເຂົາແບບຫ່າງໆ ແລະ ຄອຍໃຫ້ກຳລັງໃຈ,ໃຫ້ຄໄປຶກສາໃນເມື່ອພວກເຂົາພົບບັນຫາ ບາງຄັ້ງຄາວ.

ຄຳຖາມສຸດທ້າຍ

ພວກທ່ານເດ ຄິດແນວໃດ ກັບການທີ່ພໍ່ແມ່(ບາງຄົນ)ຕັດສິນໃຈທຸກຢ່າງແທນລູກ? ແລະ ການທີ່ຍອມຮັບຟັງການອະທິບາຍຈາກລູກເດ ທ່ານໄດ້ໃຫ້ໂອກາດເຂົາຫຼາຍສຳໃດໃນການຮັບຟັງສີ່ງທີ່ເຂົາຢາກເວົ້າ?ຢາກອະທິບາຍ?ຢາກຕັດສິນໃຈ? ທ່ານ ໄດ້ໃຫ້ ທາງເລືອກ ແກ່ພວກເຂົາຫຼື້ບໍ?