ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2022 | ມີ 4 ຄຳເຫັນ ແລະ 0 trackback(s)

     ທຸກທ່ານອາດຈະເປັນຄືກັບຂ້າພະເຈົ້າໃນຕອນນີ້ ຫຼື ອາດເຄີຍເປັນ ຕາມຄວາມເປັນຈີງຂ້ອຍເອງກໍບໍ່ແມ່ນຄົນເຖົ້າດອກ ອາຍຸກໍຢູ່ໃນໄວ30-40ນີ້ເອງ ແຕ່ຂ້ອຍເລີ່ມມີຄວາມຄິດແປກໄປຫຼາຍຖ້າທຽບໃສ່ເມື່ອສາມປີກ່ອນ.

    ເມື່ອປີ2018 ຕອນນັ້ນຂ້ອຍເຮັດວຽກນຳບໍລິສັດເອກກະຊົນແຫ່ງໜື່ງ ເນື່ອງຈາກວ່າບໍລິສັດນັ້ນໃຫຍ່ສົມຄວນ ສະນັ້ນຈີ່ງມີພະນັກງານຫຼາຍ ທັງຍີງແລະຊາຍ ຍ້ອນສາເຫດນັ້ນຂ້າພະເຈົ້າແລະເພື່ອນຮ່ວມງານຂອງຂ້າພະເຈົ້າຈະມີງານສາງສັນເກືອບບໍ່ເວັ່ນວັນກໍວ່າໄດ້ ບໍ່ໄດ້ໝາຍຄວາມວ່າຈະໄປນຳກຸ່ມຄົນເກົ່າທັງໝົດ ຄືດັງທີ່ຂ້າພະເຈົ້າເວົ້າມາຂ້າງຕົ້ນວ່າ ເປັນບໍລິສັດໃຫຍ່ມີພະນັກງານຫຼາຍ ດັງນັ້ນທຸກມື້ ຄົນທີ່ຈະໄປທ່ຽວຫຼີ້ນນຳກັນນັ້ນຍ່ອມປ່ຽນໜ້າກັນທຸກມື້. 

   ແຕ່ຕອນນັ້ນຂ້ອຍຮູ້ສຶກວ່າຕົນເອງມີຄວາມສຸກຫຼາຍ ປ່ອຍຈິດປ່ອຍໃຈໄປນຳການມ່ວນຊື່ນ ໃນອາທິດໜື່ງຢ່າງນ້ອຍຂ້າພະເຈົ້າຈະເມົາແລ້ວສາມວັນ.ສາເຫດຕອນນັ້ນກໍເປັນນຳຕົນເອງມັກມ່ວນມັກເມົາ ແລະ ອີກປັດໃຈໜື່ງແມ່ນຍ້ອນບໍ່ສາມາດປະຕິເສດການຊັກຊວນຂອງເພື່ອນຮ່ວມງານໄດ້ ເພາະຕົນເອງກໍຊວນເຂົາເລື້ອຍ ເມື່ອຮອດເວລາທີ່ເຂົາຊວນຕົນເອງກໍບໍ່ສາມາດປະຕິເສດໄດ້ ຍ້ອນຄວາມເມົາແລະຄວາມມ່ວນ ຫຼາຍເທື່ອກໍເຮັດໃຫ້ເກີດອຸປະຕິເຫດ ລົດລົ້ມ,ລົດຕຳກັນ,ຫຼັບໃນ. ແຕ່ຕອນນັ້ນບໍ່ໄດ້ຄິດຫຍັງ ຖືເປັນເລື່ອງທຳມະດາ.

    ເມື່ອການເວລາຜ່ານໄປ ຫຼັງຈາກອອກວຽກຈາກບ່ອນນັ້ນມາ ແລະ ໄດ້ມາເລີ່ມຕົົ້ນໄໝ໋ນຳວຽກໂຄງການ ອາດຈະເປັນຍ້ອນພະນັກງານບໍ່ຫຼາຍ ຫຼື ເປັນນຳ ພະນັກງານຢູ່ທີ່ນີ້ບໍ່ມັກດື່ມ ບາງທີ່ເປັນນຳອາຍຸຂຶງຕົນເອງບໍ ເລີຍເຮັດໃຫ້ການກິນດື່ມລົດລົງຫຼາຍ ແລະ ເລີ່ມມີແນວຄວາມຄິດກັບກັນ ກັບຕອນທີ່ຍັງຢູ່ນຳບໍລິສັດ ຕອນນັ້ນການຈະມ່ວນໄດ້ ທຸກຄັ້ງນ້ອງມີ ສຸລາ ນາລີ ແຕ່ປະຈຸບັນ ຮ້ານເບຍກໍບໍ່ຢາກໄປໃກ້ ຖ້າບໍ່ຈຳເປັນແທ້ໆ ເຊັ່ນງານລ້ຽງສົ່ງ,ງານພົບປະເພື່ອນເກົ່າ,ງານສຳຄັນຂອງຄົນໃນຫ້ອງການ ຈີ່ງໄດ້ອອກໄປດື່ມໃນຮ້ານ. ຕອນນີ້ ການຈະມີຄວາມສຸກຂອວຂ້ອຍ ແມ່ນການໄດ້ອອກເດີນທາງໄປສະຖານທີ່ ທຳຊາດ ບ່ອນທີ່ມິດງຽບ ເປັນຄວາມສຸກທີ່ຫາໄດ້ຈາກການໄປແຄ້ມປີ້ງ ໄປຍ່າງປ່າ.

    ທຸກທ່ານເດ ໃຜກຳລັງເປັນດັ່ງທີ່ຂ້າພະເຈົ້າກຳລັງເປັນແນ່ ?ທ່ານຄິດວ່າເປັນນຳຫຍັງ? ຈີ່ງເຮັດໃຫ້ເຮົາມີຄວາມຄິດທີ່ປ່ຽນໄປ?