ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ເລື້ອງທີ່ຈະມາລົມສູ່ຟັງມື້ນີ້ ອາດຈະຊ່ວຍໃຫ້ທ່ານ ເຂົ້າໃຈຂຶ້ນຕື່ມ ຫລື ງົງກວ່າເກົ່າກໍ່ໄດ້ ກ່ຽວກັບບັນດາຜູ້ເຄື່ອນໄຫວດ້ານໄຟຟ້າຢູ່ປະເທດເຮົາ

ຫລາຍປະເທດມີລັດວິສາຫະກິດໄຟຟ້າ ຫລາຍກວ່າ1. ຕົວຢ່າງ ທີ່ເຫັນງ່າຍໆ ແມ່ນ ປະເທດໄທ ເພາະຫລາຍຄົນຈະເຫັນຈາກ TV ວ່າມີ ການໄຟຟ້າ ນະຄອນຫລວງ, ການໄຟຟ້າສ່ວນພູມິພາກ ແລະ ການໄຟຟ້າຝ່າຍຜະລິດ

ການແບ່ງງານແບບຫຍໍ້ໆ:

ການໄຟຟ້າຝ່າຍຜະລິດ Generation Authority of Thailand ຫລື EGAT www.egat.co.th/ ເພິ່ນຜະລິດໄຟຟ້າ ແລະ ນຳເຂົ້າໄຟຟ້າ ເພື່ອມາຈຳຫນ່າຍ ໃຫ້ກັບ ການໄຟຟ້ານະຄອນຫລວງ ແລະ ການໄຟຟ້າສ່ວນພູມິພາກ

ການໄຟຟ້ານະຄອນຫລວງ Metropolitan Electricity Authority ຫລື MEA http://www.mea.or.th/  ແມ່ນເພິ່ນຊື້ໄຟຟ້າມາຂາຍໃຫ້ລູກຄ້າ  ໃນເຂດນະຄອນຫລວງແລະອ້ອມແອ້ມ

ການໄຟຟ້າສ່ວນພູມິພາກ Provincial Electricity Authority ຫລື PEA www.pea.co.th/  ແມ່ນເພິ່ນຊື້ໄຟຟ້າມາຂາຍໃຫ້ລູກຄ້າ  ໃນເຂດອື່ນໆ ທົ່ວປະເທດ

------------

ໄຟຟ້າບ້ານເຮົາ:

ດົນນານມາແລ້ວ ນັບແຕ່ ປີ 1959 ປະເທດລາວມີບໍລິສັດໄຟຟ້າລາວ Electricite du Laos ຫລື EDL http://www.edl-laos.com ທີ່ເຮັດຫນ້າທີ່ ທັງຜະລິດ ແລະ ນຳເຂົ້າໄຟຟ້າ ລວມທັງ ຈຳຫນ່າຍໃຫ້ລູກຄ້າ ພຽງຜູ້ດຽວໃນເມືອງລາວ

ວິກິດການການເງີິນພາກພື້ນ ໄດ້ສົ່ງຜົນກະທົບຕໍ່ທຸກພາກສ່ວນ. ຟຟລ ປະສົບພາວະຫລຸບທຶນ ໃນ ປີ 1998.  ໄດ້ມີຄະນະກຳມະການ ເຂົ້າໄປກວດສອບ ແລະ ໄດ້ມີການສະເຫນີ ໃຫ້ແບ່ງເປັນຫລາຍບໍລິສັດ

-------------------------------------------

ລັດວິສາຫະກິດຖືຮຸ້ນລາວ (ລຮລ) Lao Holding State Enterprise (LHSE) http://www.laoholding.com/ ຖືກຳເນີດ ໃນວັນທີ 23 ກຸມພາ 2005

ນັ້ນ ເປັນລັດວິສາຫະກິດໄຟຟ້າ ທີ2 ຂອງລາວ

---------------------------------------------

ລັດວິສາຫະກິດກໍ່ສ້າງຕິດຕັ້ງໄຟຟ້າ (ກຕຟ) Electrical Construction and Installation (ECI) http://www.eci.com.la ໄດ້ແຍກຕົວອອກຈາກລັດວິສາຫະກິດໄຟຟ້າລາວ ຕາມແຈ້ງການເລກທີ 1165 / ຫສນຍ.ກລຂ ລົງວັນທີ 1/8/2005 ໄດ້ປະກາດໂຄງຮ່າງການຈັດຕັ້ງຂອງຕົນໃນຕອນບ່າຍຂອງວັນທີ 26/10/2006.

ນີ້ແມ່ນເປັນລັດວິສາຫະກິດໄຟຟ້າ ທີ3 ຂອງລາວ

------------------------------------

ການແບ່ງງານ :

1.   ຮລຮ ແມ່ນເຂົ້າໄປຮ່ວມໃນບັນດາໂຄງານການຜະລິດໄຟຟ້າໃຫຍ່ໆ ຂອງລັດຖະບານ ໃນນາມຜູ້ຕາງຫນ້າລັດຖະບານ ປະຈຸບັນ ໄດ້ຮັບມອບໝາຍຈາກລັດຖະບານ ໃຫ້ເຂົ້າຮ່ວມຖືຫຸ້ນ ແລະ ຄຸ້ມຄອງຫຸ້ນຂອງລັດຖະບານໃນ 5 ໂຄງການຮ່ວມລົງທຶນກັບຕ່າງປະເທດຄື:

ໂຄງການໄຟຟ້ານ້ຳຕົກ ນ້ຳເທີນ 2

ໂຄງການໄຟຟ້ານ້ຳຕົກ ນ້ຳເທີນ 1

ໂຄງການໄຟຟ້ານ້ຳຕົກ ນ້ຳງື່ມ 3

ໂຄງການໄຟຟ້ານ້ຳຕົກ ນ້ຳງຽບ 1

ແລະ ໂຄງການໄຟຟ້າຖ່ານຫີນຫົງສາ

ຖ້າລວມກຳລັງຕິດຕັ້ງທັງໝົດໃນ 5 ໂຄງການນີ້ ມີປະມານ 4,100 ເມກາວັດ (MW) ແລະ ມູນຄ່າການລົງທຶນປະມານ 8,000 ລ້ານໂດລາ
ສະຫະລັດ ໃນນີ້ມີທຶນຫຸ້ນຂອງລັດຖະບານປະມານ 420 ລ້ານໂດລາສະຫະລັດ.

2.  ຟຟລ ຫລັງຈາກທີ່ປັບປຸງການຈັດຕັ້ງໃຫມ່ ຍັງມີຫນ້າທີ່ ຜະລິດ ແລະ ນຳເຂົ້າພະລັງງານໄຟຟ້າ ສຳລັບ ຈຳຫນ່າຍ ໃນຂອບເຂດທົ່ວປະເທດ ປະຈຸບັນ ໄຟຟ້າລາວ ມີເຂື່ອນໄຟຟ້າ ຂະຫນາດກາງ ສຳລັບການຜະລິດເພື່ອຮັບໃຊ້ພາຍໃນ ແລະ ຈຳຫນ່າຍຕ່າງປະເທດຄື :

ເຂື່ອນນ້ຳງື່ມ1 ແຂວງວຽງຈັນ 155​ ເມກາວັດ
ເຂື່ອນໄຟຟ້ານ້ຳເລິກ ແຂວງວຽງຈັນ (ໄປທາງບໍລິຄຳໄຊ) 60 ເມກາວັດ
ເຂື່ອນນ້ຳມັງ3 ແຂວງວຽງຈັນ (ພູເຂົາຄວາຍ) 40 ເມກາວັດ
ເຂື່ອນເຊເສັດ1 ແຂວງສາລະວັນ (ແຖວຕາດເລາະ-ຕາດຟານ) 45 ເມກາວັດ
ເຂື່ອນໄຟຟ້າແຊລະບຳ ແຂວງຈຳປາສັກ 5 ເມກາວັດ
ເຂື່ອນນ້ຳດົງ ແຂວງຫລວງພະບາງ 2 ເມກາວັດ
ເຂື່ອນນ້ຳກໍ ແຂວງອຸດົມໄຊ 1.5 ເມກາວັດ
ເຂື່ອນນ້ຳງາຍ ແຂວງຜົ້ງສາລີ 1.2​ ເມກາວັດ

3. ກຕຟ ການຂະຫຍາຍຕາຂ່າຍໄຟຟ້າໃນຂອບເຂດທົ່ວປະເທດ ແມ່ນເປັນວຽກຕົ້ນຕໍ ເມື່ອການກໍ່ສ້າງສຳເລັດ ກໍ່ຈະຕ້ອງ ສົ່ງມອບໃຫ້ຟຟລ ເປັນຜູ້ຄຸ້ມຄອງ.

4. ກົມໄຟຟ້າ ແລະ ບັນດາພະແນກພະລັງງານແລະບໍ່ແຮ່ແຕ່ລະແຂວງ ມີຫນ້າທີ່ສຶກສາ ຄວາມຕ້ອງການພະລັງງານໄຟຟ້າ ແຫລ່ງພະລັງງານໄຟຟ້າຕ່າງໆ ຄຸ້ມຄອງໄຟຟ້ານອກລະບົບຂອງຟຟລ  ເຊັ່ນ ພະລັງງານແສງອາທິດ, ໄຟຟ້ານ້ຳຢອດ..(ໄຟຟ້າຊົນນະບົດ)

5. ໄຟທາງ ຫລື ໄຟຟ້າສຳລັບເຍືອງຖະຫນົນ ແມ່ນ ອພບ ເປັນຜູ້ ຮັບຜິດຊອບ ແລະ ເປັນຜູ້ຈ່າຍຄ່າໄຟ ໃຫ້ຟຟລ

6. ບໍລິສັດໄຟຟ້າເອກະຊົນອື່ນໆ ກໍ່ສາມາດເຄື່ອນໄຫວ ຜະລິດ ຈຳຫນ່າຍ ແລະ ກໍ່ສ້າງແລະຕິດຕັ້ງໄຟຟ້າ ພາຍໃຕ້ກົດຫມາຍໄຟຟ້າ ຂອງ ສປປລາວ ແລະ ພາຍໃຕ້ມາດຕະຖານເຕັກນິກໄຟຟ້າ ແຫ່ງ ສປປລາວ

ສ່ວນເຂື່ອນໄຟຟ້າ ທີ່ເປັນຂອງເອກະຊົນ (IPP) ມີ
1 ເຂື່ອນໄຟຟ້າຫ້ວຍເຫາະ ແຂວງອັດຕະປື ສ້າງໃສ່ຫ້ວຍຢູ່ເທິງພູພຽງບໍລະເວນ ກຳລັງຕິດຕັ້ງ 150​ ເມກາວັດ http://www.houayho.com/
2 ເຂື່ອນໄຟຟ້າ ເທີນ-ຫິນບູນ

ຈົບ ການບັນຍາຍ

ຕໍ່ໄປແມ່ນຄວາມຄິດເຫັນສ່ວນຕົວ:

ເຫີ່ ມັນຄົງເປັນບົດຄວາມ ທີ່ຫນ້າຢາກນອນ ທີ່ສຸດອີກບົດຫນຶ່ງ ອິອິ

ມີຫຍັງກໍ່ລົມກັນໄດ້ເດີ້ ຫລື ຢ້ຽມຊົມເວັບບອດ forum.pnomsin.com ເວັບບອດເລື້ອງໄຟຟ້າ ທີ່ເປີດເພື່ອຕອບບັນຫາໄຟຟ້າມາແລ້ວ ຫລາຍປີ 

ຂ້າພະເຈົ້າເອງ ທຳອິດກໍ່ເປັນຄົນ ຟຟລ, ເມື່ອບໍລິສັດເພິ່ນແຍກຕົວ ອອກຈາກກັນ ຂ້າພະເຈົ້າຖືກສັງກັດ ກຕຟ ເລີຍໄດ້ເຊົານຸ່ງຊຸດເຄື່ອງແບບໄຟຟ້າລາວ. ເສຍດາຍຢູ່ຄືກັນ ຢູ່ມາ 10 ປີ ໄດ້ປີລະ 2 ຊຸດ

ຕອນນີ້ ຫລັງຈາກມາຢູ່ບໍລິສັດໃຫມ່ ນັບແຕ່ປີ 2006 ຫມູ່ຄູ່ ກໍ່ຍັງຄິດວ່າເຮົາຢູ່ຟຟລຢູ່ ແມ່ນແຕ່ແມ່ ກໍ່ຄິດແບບນັ້ນ

ແລະ ທີ່ເລົ່າມາຍາວຢຽດຂ້າງເທິງນັ້ນ ກໍ່ເພື່ອເປັນການຕອບແບບສຳຫລວດຄວາມຄິດເຫັນ ກ່ຽວກັບບໍລິສັດໄຟຟ້າ ໃນເມືອງລາວ ມີຈັກບໍລິສັດ http://punlao.com/pnomsin/polls/7866/

 

 

Delicious Digg Fark Twitter