ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

ສະບາຍດີເພື່ອນໆ ພັນລາວ ອີກຄັ້ງຫນຶ່ງ ມື້ນີ້ຕັ້ງໃຈມາຂຽນໄດອາຣີ ເພື່ອຊາວພັນລາວອີກເທື່ອຫນຶ່ງ ຫວັງວ່າ ຈະໄດ້ຮັບການຕອບຮັບ ດ້ວຍການຄອມເມ້ນອີກເຊັ່ນເຄີຍ ດັ່ງທີ່ເຄີຍໄດ້ຕັ້ງແບບສອບຖາມໄປກ່ອນແລ້ວ ວ່າແມ່ນໃຜເປັນຄົນຮັບຜິດຊອບລາຄາໄຟຟ້າ ລັດຫລືບໍລິສັດໄຟຟ້າ

ມື້ນີ້ກໍ່ຕັ້ງໃຈມາສະເຫລີຍ ຫັ້ນລະ ເນື່ອງຈາກເລື້ອງນີ້ ອາດຈະ ເປັນເລື້ອງທີ່ ຫນັກ ແຕະຕ້ອງເຖິງຫລາຍຄົນ ເພາະທຸກຄົນຕ້ອງໃຊ້ໄຟຟ້າ ແລະ ເມື່ອລາຄາໄຟຟ້າເຫນັງຕີງ ກໍ່ຕ້ອງກະທົບທຸກຄົນ ຢາກໃຫ້ທຸກຄົນອ່ານດ້ວຍການວາງໃຈເປັນກາງໄວ້ກ່ອນ

ເວລາຂ້າພະເຈົ້າໄດ້ລົງພື້ນຖານຮ່ວມກັບພະນັກງານຈາກຟຟລ (ສ່ວນຂ້າພະເຈົ້າສັງກັດບໍລິສັດກຕຟ). ທ່ານແພງ ຮອງຫົວຫນ້າໂຄງການສາຍສົ່ງໂພນສະຫວັນ-ຊຳເຫນືອ ເພິ່ນໄດ້ເວົ້າກັບຂ້າພະເຈົ້າວ່າ ປະຊາຊົນລາວຍັງມີຄວາມຮັບບໍ່ສູງດ້ານເຕັກນິກ ດັ່ງນັ້ນ ເວລາອະທິບາຍກັບປະຊາຊົນ ຈຶ່ງໃຊ້ຄຳປຽບທຽບເອົາ ຕົວຢ່າງ ໄຟຟ້າແຮງສູງ ທີ່ເຮົາຂາຍອອກໃຫ້ຕ່າງປະເທດ ເພິ່ນປຽບວ່າ ເປັນເຂົ້າເປືອກ (ເຂົ້າເປືອກກິນບໍ່ໄດ້ ຖ້າບໍ່ນຳໄປສີຫລືຕຳເສຍກ່ອນ ລາຄາກໍ່ຕ່ຳກວ່າເຂົ້າແນວອື່ນ), ໄຟຟ້າແຮງກາງ ທີ່ເຮົາຊື້ຈາກປະເທດເພື່ອນບ້ານ ມາໃຫ້ປະຊາຊົນໃຊ້ຢູ່ຕາມແຂວງຊາຍແດນ ແມ່ນໄຟຟ້າທີ່ໄດ້ປຸງແຕ່ງແດ່ແລ້ວ ເພິ່ນປຽບວ່າແມ່ນເຂົ້າສານ (ເຖິງວ່າເຂົ້າເປືອກໄດ້ຜ່ານໂຮງສີ ຈົນກາຍມາເປັນເຂົ້າສານ ແຕ່ກໍ່ຍັງກິນບໍ່ທັນໄດ້ ຕາມທຳມະດາເຂົ້າສານຈະແພງກວ່າເຂົ້າເປືອກ), ສ່ວນໄຟຟ້າ ທີ່ທ່ານສຽບໄຟ ໃຊ້ຫລິ້ນອິນເຕີເນັດຢູ່ນີ້ ແມ່ນໄຟຟ້າແຮງດັນຕ່ຳ ເພິ່ນປຽບວ່າເປັນເຂົ້າສຸກ ເພາະສາມາດນຳໄປໃຊ້ໄດ້ແລ້ວ (ອັນນີ້ແມ່ນແພງທີ່ສຸດ ເມື່ອທຽບໃສ່ເຂົ້າທີ່ກ່າວຜ່ານມາ).

ຕາມຄວາມເຫັນຂອງຂ້າພະເຈົ້າ ເຫັນວ່າ ການປຽບທຽບຂອງເພິ່ນແມ່ນຖືກຕ້ອງ ແລະ ໃຜໆກໍ່ສາມາດເຂົ້າໃຈໄດ້ ນັບເປັນວິທີທີ່ແທດເຫມາະກັບສະພາບໂຕຈິງຂອງບ້ານເຮົາ. ຖ້າໃຫ້ຂ້າພະເຈົ້າໄປອະທິບາຍກັບປະຊາຊົນ ກໍ່ຄົງຫນີບໍ່ມົ້ມການໃຊ້ສັບວິຊາການ ຫລືພາສາຕ່າງປະເທດ  ເຊິ່ງປະຊາຊົນຄົງຈະຟັງຍາກ ແລະ ບໍ່ເຂົ້າໃຈແນ່ນອນ. ແຕ່ຖ້າຂ້າພະເຈົ້າຈະອະທິບາຍ ຂະຫຍາຍຄວາມ ຈະວ່າແນວນີ້: ເຂື່ອນໄຟຟ້ານ້ຳງື່ມ ຕັ້ງຢູ່ທ່າລາດ ຖ້າຈະສົ່ງໄຟຟ້າມາໃຫ້ວຽງຈັນ ຕ້ອງໃຊ້ສາຍໄຟພາດໃສ່ເສົາໄຟຟ້າເຫລັກສູງໆ ສົ່ງມາ. ພໍມາຮອດຄ້ອຍໂພນຕ້ອງ ຫລື ສະຖານີໄຟຟ້າໂພນຕ້ອງ ຈຶ່ງມາປັບແຮງດັນໄຟຟ້າ (ຈາກເຂົ້າເປືອກເປັນເຂົ້າສານ) ເພື່ອສາມາດສົ່ງໄປຕາມແຄມທາງ ໄປຫາເມືອງຕ່າງໆ ໃນນະຄອນຫລວງ ຜ່ານເສົາຊີມັງສູງ12ແມັດ ຫລື ສູງກວ່າ. ຖ້າບ້ານໃດບ້ານຫນຶ່ງ ຫລືສຳນັກງານໃດຫນຶ່ງ ຕ້ອງການໃຊ້ໄຟຟ້າ ຈຳເປັນຕ້ອງມີຫມໍ້ແປງ ເພື່ອປ່ຽນແຮງດັນລົງເປັນໄຟຟ້າແຮງດັນຕ່ຳ (ປ່ຽນຈາກເຂົ້າສານເປັນເຂົ້າສຸກ) ແລະ ເດີນສາຍໄຟຟ້າແຮງດັນຕ່ຳ4ສາຍ ຜ່ານເສົາຊີມັງ 8ແມັດໄປຕາມບ້ານ. ທ່ານໃດຢາກໄດ້ໄຟຟ້າເຂົ້າເຮືອນ ຕ້ອງຕິດຕັ້ງກົງເຕີກ່ອນ

  • ເປັນຫຍັງ ໃນການທີ່ລາວຂາຍໄຟຟ້າອອກພັດຂາຍຖືກ ແຕ່ຕອນຊື້ຈາກປະເທດອື່ນພັດແພງ ແມ່ນເວລາຂາຍອອກຂາຍເປັນໄຟຟ້າແຮງສູງ(ເຂົ້າເປືອກ) ເວລາຊື້ແພງ ຍ້ອນຊື້ໄຟຟ້າແຮງກາງ(ເຂົ້າສານ) ຖາມວ່າຖ້າຊື້ມາແພງແລ້ວ ຈະຄ່າໄຟຕ່າງກັນບໍ່ ລະຫວ່າງເຂດທີ່ໃຊ້ໄຟລາວ ແລະ ເຂດທີ່ໃຊ້ໄຟຕ່າງປະເທດ? ຄຳຕອບແມ່ນ ຖ້າເປັນລູກຄ້າຟຟລ ແມ່ນ ຈ່າຍດ້ວຍຫົວຫນ່ວຍລາຄາດຽວກັນ ທົ່ວປະເທດ ຟຟລ ຊື້ມາແພງ ແຕ່ຕ້ອງຂາຍຖືກ ຍ້ອນຟຟລ ບໍ່ມີສິດຕັ້ງລາຄາໄຟຟ້າ ຕ້ອງຂາຍໃນລາຄາທີ່ລັດຖະບານກຳນົດໃຫ້
  • ເປັນຫຍັງຈຶ່ງ ບໍ່ເອົາໄຟຟ້າໄປເອງ ໄປຊື້ເຂົາເຮັດຫຍັງ? ຍ້ອນວ່າ ໄຟຟ້ານີ້ ບໍ່ສາມາດສົ່ງໄປຈາກທ່າລາດ ໄປຫົວພັນໄດ້ ຖ້າບໍ່ມີສາຍສົ່ງ ເຮົາຕ້ອງມີເງິນຈຶ່ງສ້າງສາຍສົ່ງໄດ້. ຜ່ານມາ ແມ່ນທະນາຄານໂລກ ແລະ ທະນາຄານພັດທະນາອາຊີ ເປັນຜູ້ໃຫ້ເງິນລາຍໃຫຍ່. ທະນາຄານໂລກ ໃຫ້ກູ້ເງິນໄປສ້າງຢູ່ພາກໃຕ້ ສ່ວນພາກເຫນືອລາວ ແມ່ນທະນາຄານພັດທະນາອາຊີ. ໃນປະສົບການໂຕຈິງຂອງຂ້າພະເຈົ້າເອງ ແມ່ນ ເຂົ້າຮ່ວມການເອົາໄຟຟ້າໄປຫລວງພະບາງສຳເລັດໃນ 1994 ບໍລິສັດຈາກຝະລັ່ງເປັນຜູ້ສ້າງສາຍສົ່ງ. ເອົາໄຟຟ້າໄປຊຽງຂວາງ ແລະ ໄຊຍະບູລີ ສຳເລັດໃນປີ 2003 ໂດຍແມ່ນບໍລິສັດເຢຍລະມັນ ເປັນຜູ້ສ້າງ. ປະຈຸບັນ ກຳລັງມີການສ້າງສາຍສົ່ງໄປແຂວງຫົວພັນ ເພື່ອທົດແທນການນຳເຂົ້າໄຟຟ້າຈາກຫວຽດນາມ ສ້າງໂດຍບໍລິສັດເອກະຊົນຈາກປະເທດລາວ (ລາວເຮົາເກັ່ງຂຶ້ນ). ທັງຫມົດແມ່ນນອນໃນແຜນການລວມຂອງຊາດ ແລ້ວແບ່ງຍ່ອຍອອກມາເປັນແຕ່ລະໂຄງການຍ່ອຍ ແລະ ປະຕິບັດໄປເທື່ອລະໂຄງການ ຕາມຈຳນວນງົບທີ່ກູ້ຢືມໄດ້. ເປົ້າຫມາຍທີ່ໃຫຍ່ຫລວງ ແລະ ຍັງຕ້ອງການເງິນຫລາຍ ກວ່າຫມູ່ ແມ່ນໂຄງການສາຍສົ່ງແຫ່ງຊາດ ຖ້າເຮັດສຳເລັດ ສາຍສົ່ງໄຟຟ້າບ້ານເຮົາ ຈະສາມາດເຊື່ອມກັນໄດ້ທົ່ວທຸກພາກ. ປະຈຸບັນນີ້ ລະບົບໄຟຟ້າບ້ານເຮົາແມ່ນຕັດຂາດຈາກກັນ ລະຫວ່າງເຂດເຫນືອ ແລະ ເຂດໃຕ້
  • ເປັນຫຍັງຈຶ່ງຂຶ້ນຄ່າໄຟ ໃນຊ້ວງທີ່ປະເທດໃນຂົງເຂດ ປະສົບວິກິດການ ປີ 1997. ລາວເຂົາຜະລິດໄຟຟ້າພະລັງງານນ້ຳ ຄືໃຊ້ນ້ຳເປັນວັດຖຸດິບໃນການຜະລິດໄຟຟ້າ ບໍ່ໄດ້ຊື້ ດັ່ງນັ້ນ ການເຫນັງຕີງອັດຕາແລກປ່ຽນ ຈຶ່ງບໍ່ກະທົບຕໍ່ລາຄາວັດຖຸດິບ. ຈາກທີ່ເລົ່າມາຂ້າງເທິງ ເຫັນໄດ້ວ່າ ເຮົາຕ້ອງໄດ້ເພິ່ງເງິນລົງທຶນ ທີ່ກູ້ຢືມມາຈາກຕ່າງປະເທດ. ເມື່ອຢືມມາແລ້ວກໍ່ຕ້ອງສົ່ງເພິ່ນຄືນ ທັງຕົ້ນທຶນ ພ້ອມດ້ວຍດອກເບ້ຍ ຕາມໄລຍະເວລາທີ່ຕົກລົງກັນໄວ້. ເມື່ອມີວິກິດການໃນພາກພື້ນສົ່ງຜົນກະທົບຕໍ່ອັດຕາແລກປ່ຽນ ຄືຈາກ 1 ໂດລາ 700 ກີບ ມາເປັນ 10 ພັນກີບ (ເວົ້າເລກມົນເດີ້) ສົມມຸດຂ້າພະເຈົ້າເປັນຫນີ້ຄົນອື່ນຢູ່ 1000 ໂດລາ ຖ້າໄລ່ອັດຕາເກົ່າ ກໍ່ຄື 1000x700 ກໍ່ເປັນ 700 000 ກີບ ຖ້າໄລ່ຕາມອັດຕາໃຫມ່ 1000x10000=10 000 000 ກີບ. ເອົາມາລົບກັນ 10 ລ້ານ - 7 ແສນ = 9.3 ລ້ານ. ສະຫລຸບ ເປັນຫນີ້ເພິ່ນ 7ແສນ ກະວ່າຈະສາມາດໃຊ້ແທນໄດ້ ແຕ່ແລ້ວ ຢູ່ບໍ່ຢູ່ ພັດມີຫນີ້ຮອດ 10 ລ້ານ ທ່ານຈະຄິດແນວໃດລະ ຈະຫາໃສມາໃຊ້ຫນີ້ເພິ່ນ. ໃຄແນ່ແຕ່ ທາງບໍລິສັດເພິ່ນກໍ່ປັບເງິນເດືອນໃຫ້ຂ້າພະເຈົ້າ ເພື່ອຊົດເຊີຍ ກໍ່ພໍຢູ່ໄດ້. ຟຟລ ກໍ່ຄົງເປັນແບບດຽວກັນ ມີຫນີ້ທີ່ເພີ້ມຂຶ້ນມາ ທ່ານວ່າ ຟຟລ ຈະເອົາເງິນຈາກໃສໄປໃຊ້ຫນີ້ ກໍ່ເອົາຈາກການຂາຍໄຟຟ້ານັ້ນລະ ແລະ ມັນກໍ່ຫນີບໍ່ພົ້ນທີ່ຕ້ອງປັບລາຄາໄຟຟ້າ. ລັດຖະບານຕົກລົງໃຫ້ຟຟລ ຂຶ້ນຄ່າໄຟຟ້າໄດ້ ແຕ່ມີເງື່ອນໄຂ ຄື ບໍ່ໃຫ້ປັບບາດດຽວໂລດ ໃຫ້ປັບປີລະ1ເທື່ອ ເທື່ອລະຫນ້ອຍ ແລະ ພະຍາຍາມບໍ່ໃຫ້ກະທົບຜູ້ທຸກຍາກ. 
  • ຟຟລ ໄດ້ອອກຕາຕະລາງຄ່າໄຟອອກມາ ຂ້າພະເຈົ້າມີໃຫ້ທ່ານໄດ້ເບິ່ງ ຕາມລິ້ງນີ້ ລາຄາໄຟຟ້າທີ່ປັບປຸງໃຫມ່ ແຕ່ເດືອນ 4/2006 ຫາ 12/2011 ຈາກຕາຕະລາງ ທ່ານສາມາດເຫັນໄດ້ວ່າ ຄ່າໄຟຟ້າສຳລັບທີ່ຢູ່ອາໄສ ແມ່ນແບ່ງເປັນສາມລາຄາ: ແຕ່ 0 - 25 kwh ລາຄາສຳລັບຄົນທຸກຍາກ ໃຊ້ໄຟຟ້າເພື່ອແສງສະຫວ່າງ ຢ່າງດຽວ. 26 - 150 kwh ແມ່ນສຳລັບຄົນລະດັບປານກາງ ທີ່ໃຊ້ໄຟຟ້າເຮັດຫລາຍຢ່າງເພາະມີຄວາມສາມາດຊື້ເຄື່ອງໃຊ້ໄຟຟ້າບາງຢ່າງ ເຊັ່ນ ພັດລົມ ຕູ້ເຢັນ. ແລະ ສຸດທ້າຍ ສູງກວ່າ 150 kwh ແມ່ນລາຄາສຳລັບຄົນ ທີ່ບໍ່ທຸກແລ້ວ ສາມາດມີດອກໄຟຫລາຍສິບດອກ ມີໂທລະທັດ ມີແອເຢັນ... ການວາງລາຄາ ເພື່ອບໍ່ໃຫ້ກະທົບຄົນທຸກ ກໍ່ມີແຕ່ເອົາຈາກຄົນລວຍ ມາເກື້ອກູນຄົນທຸກ,​ ສະນັ້ນ ຖ້າເຮືອນທ່ານບໍ່ມີການໃຊ້ໄຟ ກໍ່ບໍ່ໄດ້ຈ່າຍ, ໃຊ້ຫນ້ອຍ ກໍ່ຈ່າຍຫນ້ອຍ, ແຕ່ຖ້າມັນຈຳເປັນ ຄື ກັບເມືອເຮືອນກໍ່ຮ້ອນ ຕ້ອງກິນນ້ຳເຢັນ ຈາກຕູ້ເຢັນ, ເປີດພັດລົມ ຫລື ເປີດແອ ເປີດເພງຟັງ ເປີດໂທລະພາບເບິ່ງ ຫິວກໍ່ຕົ້ມຫມີ່ກິນ ດ້ວຍເຕົາໄຟຟ້າ ຫລື ກະຕິກນ້ຳຮ້ອນໄຟຟ້າ, ກ່ອນອອກເຮືອນກໍ່ລີດເຄື່ອງນຸ່ງໃຫ້ງາມກ່ອນ... ແບບນີ້ ບໍ່ແມ່ນຮັ່ງ ແຕ່ກໍ່ບໍ່ທຸກແມ່ນບໍ່ເນາະ ຕ້ອງຈ່າຍຕາມລາຄາສູງສຸດ ເພາະໃຊ້ໄຟເກີນ 150 kwh ຕໍ່ເດືອນ. 
  • ຂ້າພະເຈົ້າຍັງໄດ້ຍິນມາອີກວ່າ ຄ່າໄຟຟ້າບ້ານເຮົາແພງລື່ນປະເທດອື່ນ ທັງໆທີ່ຜະລິດເອົາເອງ ວັດຖຸດິບກໍ່ບໍ່ໄດ້ຊື້. ອັນທີ່ຈິງ ກໍ່ແມ່ນວ່າບໍ່ໄດ້ຊື້ວັດຖຸດິບຄືປະເທດອື່່ນ ບາງປະເທດເພິ່ນຊື້ນ້ຳມັນມາຜະລິດໄຟຟ້າ ຕົວຢ່າງ ສິງກະໂປ, ກຳປູເຈຍ. ບາງປະເທດ ເພິ່ນຊື້ຖ່ານຫີນ ມາຜະລິດ ເຊັ່ນ ໄທ. ລາວເຮົາບໍ່ໄດ້ຊື້ຫຍັງ ຂໍພຽງແຕ່ມີນ້ຳໃນອ່າງເກັບນ້ຳ. ແຕ່ວ່າ ເຂື່ອນ ເຮົາເຮັດເອງບໍ່ເປັນ ຕ້ອງໄປຢືມເງິນມາເຮັດ ຈ້າງຄົນຕ່າງປະເທດມາສ້າງ, ເສົາໄຟ ສາຍໄຟ ເຮັດເອງບໍ່ເປັນ ນຳເຂົ້າຈາກຕ່າງປະເທດມາທັງຫມົດ ຈ້າງຕ່າງປະເທດມາເຮັດສາຍສົ່ງໃຫ້ອີກ  ເມື່ອທຽບໃສ່ປະເທດທີ່ເຂົາ ຜະລິດເອງ ກໍ່ສ້າງເອງແລ້ວ ຕົ້ນທຶນຂອງເຮົາສູງກວ່າ. ການລົງທຶນໃສ່ຂົງເຂດຊົນນະບົດ ມັນຕ້ອງເປັນເລື້ອງຫນຶ່ງຕ່າງຫາກ ເພາະລົງທຶນຫລາຍ ນອນທຶນ ເກັບຄືນບໍ່ໄດ້ງ່າຍ ປະຊາຊົນ ເສຍຄ່າໄຟ ມີແຕ່ເດືອນລະ 20 - 30 ພັນ. ເກັບຄ່າໄຟແນວໃດກໍ່ບໍ່ເຫັນວ່າຈະໄດ້ທຶນຄືນ ວຽກງານນີ້ ກໍ່ໃຊ້ຕົ້ນທຶນສູງ. ແຕ່ແນວໃດກໍ່ດີ ເມື່ອທຽບໃສ່ປະເທດເພື່ນບ້ານແລ້ວ ຄ່າໄຟບ້ານເຮົາກໍ່ ຖືກກວ່າບາງປະເທດອ້ອມຂ້າງເຮົາ (ອ່ານບົດວິເຄາະ)
  • ສຳລັບບັນດາທ່ານ ທີ່ມີແນວບໍ່ທັນເຂົ້າໃຈລະບົບການບໍລິການລູກຄ້າ ຂອງຟຟລ ແມ່ນຂ້າພະເຈົ້າຂໍບອກກ່ອນວ່າຂ້າພະເຈົ້າ ເຮັດວຽກໃຫ້ກັບ ກຕຟ ບໍ່ແມ່ນໄຟຟ້າລາວ ສະນັ້ນຈະບໍ່ຂໍໃຫ້ຄຳເຫັນໃນບົດນີ້ ອາດສາມາດຖາມມາໄດ້ຢູ່ແຕ່ອາດຈະຕອບໄດ້ບໍ່ລະອຽດ ທ່ານສາມາດໄປທີ່ເວັບໄຊຂອງໄຟຟ້າລາວເອງ www.edl-laos.com ທີ່ນັ້ນກໍ່ມີເວັບບອດສຳລັບການຕອບຄຳຖາມ ຂອງບັນດາທ່ານ ພ້ອມນີ້ເພິ່ນກໍ່ມີຫນ່ວຍງານປະຊາສຳພັນ ສຳລັບແກ້ໄຂບັນຫາຕ່າງໆຂອງລູກຄ້າ. ແຕ່ທີ່ຜ່ານມາກໍ່ຮັບຕອບຄຳຖາມຂອງໄຟຟ້າລາວຢູ່ຄືກັນ ແຕ່ຈະໃຫ້ຄົນໄຟຟ້າລາວເປັນຜູ້ຕອບ ໃນເວັບບອດ http://forum.pnomsin.com/index.php/board,13.0.html

ສະຫລຸບ ແລ້ວ: ວຽກໄຟຟ້າກໍ່ມີກົດຫມາຍໄຟຟ້າ ແລະ ຟຟລ ໃນຖານະລັດວິສາຫະກິດ ກໍ່ແມ່ນຢູ່ໃຕ້ກົດຫມາຍວິສາຫະກິດ (ຢາກອ່ານເລື້ອງກົດຫມາຍ ກໍ່ເຊີນເຂົ້າໄປອ່ານທີ່ເວັບໄຊຂອງສະພາແຫ່ງຊາດ ມີທຸກກົດຫມາຍ ລວມທັງລັດຖະທຳມະນູນ). ວຽກງານໄຟຟ້າ-ນ້ຳປະປາ ແມ່ນວຽກງານຄໍຫອຍ ແມ່ນລັດເປັນຜູ້ດຳເນີນການເອງ ບໍ່ສາມາດໂອນໃຫ້ເອກະຊົນ ໄປບໍລິການໄດ້, ລັດວິສາຫະກິດ ແມ່ນ ທຸລະກິດ ທີ່ລັດລົງທຶນ ແລະ ເຮັດ2ຫນ້າທີ່ ຄືເຮັດຫນ້າທີ່ການເມືອງ ແລະ ເຮັດທຸລະກິດ ໄປພ້ອມໆກັນ. ດັ່ງນັ້ນ, ປົກກະຕິກໍ່ຕ້ອງເຮັດທຸລະກິດ ໃຫ້ມີກຳໄລ ເພື່ອຖອກພັນທະເຂົ້າງົບປະມານຂອງລັດ ແລະ ຖ້າລັດຖະບານຕ້ອງການໃຫ້ເຮັດຫນ້າທີ່ການເມືອງ ເຖິງວ່າບໍມີກຳໄລ ລັດວິສາຫະກິດກໍ່ຕ້ອງໄດ້ເຮັດ. ໃນຂົງເຂດໄຟຟ້ານີ້ ກໍ່ເຫັນມີ ການຊື້ໄຟແພງມາຂາຍໃນລາຄາຫລຸບທຶນ ກໍ່ຕ້ອງໄດ້ເຮັດ, ການເອົາໄຟຟ້າໄປເຂດຊົນນະບົດຫ່າງໄກ ກັນດານ ບໍ່ສາມາດກຸ້ມຄ່າທາງເສດຖະກິດ ເມື່ອທຽບໃສ່ການລົງທຶນ ແຕ່ຖ້າສາມາດແກ້ໄຂບັນຫາ ປກຊ ປກສ ຫລືແກ້ໄຂບັນຫາຂອງລັດຖະບານ ລັດວິສາຫະກິດ ກໍ່ຕ້ອງປະຕິບັດ. ດັ່ງນັ້ນ ລັດຖະບານມີສິດ ໃນການປັບລາຄາຄ່າໄຟຟ້າ, ບໍ່ແມ່ນລັດວິສາຫະກິດ ຈະຂຶ້ນລາຄາໄດ້ຕາມອຳເພີໃຈ ຂໍຂອບໃຈນຳບັນດາທ່ານ ທີ່ເຂົ້າມາອ່ານ ຜິດພາດປະການໃດ ກໍ່ຂໍຈົ່ງບອກກ່າວ ຖືວ່າແລກປ່ຽນຄວາມຄິດເຫັນນຳກັນ ຂໍຈົບ

Delicious Digg Fark Twitter