ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2009 | ມີ 33 ຄຳເຫັນ ແລະ 0 trackback(s)

altາalt    ມີຄູ່ຮັກຄູ່ໜື່ງເຊີ່ງວ່າຝ່າຍຍິງເປັນແມ່ຮ້າງອາຍຸໄດ້70ປີແລ້ວ....

 

     ສ່ວນຝ່າຍຊາຍອາຍຸພຽງແຕ່20ປີເທົ່ານັ້ນ...

 

       ມື້ນິ້ເອງທັງ2ກໍ່ໄດ້ຖືເອົາເລີກງາມຍາມດີຈັດງານແຕ່ງຂື້ນ,

  

   ເຊີ່ງມີແຂກເຂົ້າຮ່ວມງານດອງນີ້ເປັນຈຳນວນຫລວງຫລາຍ...

 

         ສຸກສັນວັນວິວາ...

               ນາງຊະລາ ຫ່ຽວແຫ້ງ ກັບ ທ້າວ ສົມຫວັງ ຄິດລວຍ

 

          ແຂກທີ່ມາໃນງານຫລາຍຄົນຕ່າງກໍ່ນິນທາແລະເວົ້າກັນວ່າ:

 

       ທ້າວສົມຫວັງນີ້ແຕ່ງຍ້ອນຫວັງສົມບັດເພື່ອຈະລວຍທາງອ້ອມຄືຊື່ຂອງລາວແທ້ໆ

 

      ເພາະວ່ານາງຊະລານີ້ເປັນມະຫາເສດຖີທີ່ມີເງີນເປັນຈຳນວນຫລວງຫລາຍ...

 

          ນາງຊະລາ70ປີແລ້ວດ່ຽວກະຕາຍລະມໍລະດົກຕ້ອງເປັນຂອງທ້າວສົມຫວັງແນ່ນອນ.!

 

     ແຕ່ພໍແຕ່ງກັນໄປຢູ່ໄດ້ພຽງແຕ່3ມື້ເທົ່ານັ້ນກໍ່ມີການຕາຍເກິດຂື້ນຄືດັ່ງທີ່ຄິດໄວ້ແທ້ໆ...

 

 

 

    ໃຫ້ທຸກຄົນເດົາເບິ່ງວ່າຄົນທີ່ຕາຍນັ້ນແມ່ນໃຜ.....??????

 

 

 

 

 

 

 

                                           ຄົນທີ່ຕາຍນັ້ນແມ່ນທ້າວສົມຫວັງນັ້ນເອງ.....

 

    ທ້າວສົມຫວັງໄດ້ຕາຍໄປໂດຍບໍ່ຮູ້ສາເຫດວ່າເປັນຍ້ອນຫຍງັ...

 

     ນາງຊະລາຈິ່ງເອົາສົບຂອງລາວໄປໃຫ້ແພດກວດກາເບິ່ງເຖິ່ງສາເຫດການຕາຍ..

 

     ແລ້ວຜົນກະອອກມາວ່າ:

                                       ທ້າວສົມຫວັງຕາຍຍ້ອນການກິນນົມໝົດອາຍຸ

 

 

     ກະລອງພາກັນຄິດເບິ່ງວ່າ70ປີແລ້ວຈະບໍ່ໃຫ້ນົມໝົດອາຍຸໄດ້ຈັ່ງໃດ...

 

    ເພາະສະນັ້ນກ່ອນທີ່ທ່ານຈະເຮັດຫຍັງຫລືກິນຫຍັງລົງໄປຄວນອ່ານມື້ເບິດອາຍຸກ່ອນໃຫ້ດີ...

 

                             ດ່ຽວຈະເປັນຄືທ້າວສົມຫວັງນີ້...

 

 

 

 

 

 

 

                                                                                           ຖ້າຜິດຜາດປະການໃດກະຂໍໂທດຂໍອະໄພນຳຫລາຍໆ...

   

ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

       ຂ້ອຍມີໝູ່ຄົນໜື່ງຊື່ວ່າ: ນ້ອຍ ແຕ່ວ່າຊື່ລາວນີ້ກໍ່ບໍ່ໄດ້ມີປັນຫາຫລືແປກແຕ່ຢ່າງໃດເລີຍ....

      

      ກະເປັນຊື່ທີ່ຄົນມັກຕັ້ງໃຫ້ລູກຫລານຫລາຍ.! ອັນທີ່ແປກແມ່ນລາວມີຫລານຢູ່ 2 ຄົນທີ່ເປັນລູກຂອງນ້ອງພໍ່ລາວນັ້ນ...

 

      ຜູ້ເປັນອ້າຍອາຍຸ 10 ປີ ແລະຜູ້ເປັນນ້ອງອາຍຸ 8 ປີ.! ອັນທີ່ແປກກໍ່ແມ່ນຊື່ຂອງທັງ 2 ອ້າຍນ້ອງນີ້ແຫລ..!

    

                           ບໍ່ຮູ້ວ່າພໍ່ແມ່ຕັ້ງໃຈຫລືບັງເອີນຕັ້ງຊື່ໃຫ້ລູກທັງ 2 ຄົນນີ້ກະບໍ່ຮູ້ແຫລ.!

 

     ເຊີ່ງຜູ້ເປັນອ້າຍ ຈະຊື່ວ່າ: ທ້າວຫຳ....ແຕ່ຜູ້ເປັນນ້ອງນັ້ນຈະຊື່ວ່າ: ທ້າວຍານ....ຖ້າເອີ້ນເທື່ອລະຄົນນີ້ກໍ່ຄົງຈະບໍ່ມີປັນຫາດອກ....

 

                     ແຕ່ຖ້າເວລາເອີ້ນທັງ 2 ມາກິນເຂົ້າຫລືເອີ້ນພ້ອມກັນນີ້ມັນຈະເປັນປັນຫາແນ່ນອນ....

 

     ກະພາກັນລອງຄິດເບີ່ງວ່າຖ້າເອີ້ນທັງຊື່ອ້າຍແລະນ້ອງພ້ອມກັນນີ້ຈະເປັນແນວໃດ....( ໂອ້....ຊ່າງມາຕັ້ງຊື່ໃຫ້ຄັກແທ້ນໍ )

                               

                                 ເອີ້ນພ້ອມກັນມັນຊີບໍ່...ໂຕ່ງເລ່ງ..ໂຕ່ງເລ່ງ..ມາບໍ..?

 

          ແລະເວລາໄປລົມສາວຫລືໄປຫລີ້ນນຳກັນເດ້ຕອນຜູ້ສາວເອີ້ນ: ອ້າຍ.....ຍານ.! ມາແລ້ວ..

              ( ເນື່ອງຈາກຄຳນີ້ບໍ່ສາມາດຂຽນຕໍ່ກັນໄດ້..ຂໍໃຫ້ທ່ານຄິດໃນໃຈແລະຢ່າຄິດດັ່ງຫລືຢ່າໃຫ້ໃຜຮູ້...)

 

                ເຊື່ອໄດ້ເລີຍວ່າທັງ 2 ອ້າຍນ້ອງນີ້ຄົງຈະບໍ່ກ້າໄປຫລີ້ນສາວນຳກັນແນ່ນອນ....ຄົງຈະອາຍເມື່ອຖືກເອີ້ນຊື່ພ້ອມກັນ

 

 

                                                 " ອ້າຍຫຳ.....ຍານ"

 

 

 

 

                                                                                                               alt

 

 

 

                         

 

 

 

                                                                                           ສຸດທ້າຍກະຂໍຂອບໃຈທ່ານທີ່ມີກຽດແລະມີຢູ່..ແຕ່ບໍ່ຫລາຍ.! ທີ່ໄດ້ເຂົ້າມາອ່ານ

 

 

 

 

 

 

 

 

 

 

                                                   

ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

 ມາອີກແລ້ວ....ບໍ່ມີຫຍັງຂຽນກະມີແຕ່ຊວນຫົວຕາມເຄີຍຫັນແຫລ....

 ຄົງບໍວ່າກັນເນາະ...ເລື່ອງກະມີຢູ່ວ່າ:

    

   

         ມີ 2 ສ່ຽວຄື: ທ້າວຕີ່ງແລະທ້າວຕ່ອງກຳລັງຈະພາກັນລົງໄປເຮັດນາຢູ່ບື່ງທາດຫລວງ...

       ໃນຂະນະທີ່ກຳລັງຍ່າງລົງໄປນັ້ນເອງທ້າວຕີ່ງໄດ້ຢຽບເອົາເຫລັກຕະປູ.!

       ດ້ວຍຄວາມເຈັບລາວຈື່ງຮ້ອງຂື້ນວ່າ:

  ທ້າວຕີ່ງ: ໂອ້ຍ..! ຫ່າຢ້ຳມັນນິ...  

      ທ້າວຕ່ອງ: ອ້າວ.! ເປັນຫຍັງສ່ຽວ....

  ທ້າວຕີ່ງ: ກູຢຽບເຫລັກຕະປູນະ.!

  ທ້າວຕ່ອງ: ມື່ງໄປຢຽບໄດ້ຈັ່ງໃດ....ຄືບໍ່ເບີ່ງດີໆແນ່..!

  ທ້າວຕີ່ງ: ກູບໍ່ເຫັນເວີ້ຍ.! ຈັກແມ່ນໃຜມາຖີ້ມສະສາຍຢູ່ນີ້....

      ທ້າວຕ່ອງ: ເອົ້າ.! ຄັນມື່ງບໍ່ເຫັນລະເປັນຫຍັງມື່ງຄືຢຽບຖືກ...

  ທ້າວຕີ່ງ: ຫ້ວຍ...! ຄັນກູເຫັນລະກູຊີໂງ່ຢຽບມັນໃຫ້ເຈັບຫວະ...

  ທ້າວຕ່ອງ: ແມ່ນໄດເນາະ.! ອັນເຫລັກຕະປູຫ່ານິ....ໂງ່....ໂງ້..!   

                ຢູ່ດີໆກະຍັງມາສຽບເອົາຕີນຄົນ..

  ທ້າວຕີ່ງ: ສ່ຽວ..ສ່ຽວ.! ບໍ່ແມ່ນມື່ງດ່າກູທາງອ້ອມວ່າໂງ່ຫວາ...

             ຫລືມື່ງດ່າເຫລັກຕະປູນິ..!

  ທ້າວຕ່ອງ: ກູກະດ່າເຫລັກຕະປູພຸ້ນແຫລ...ເນາະ.! ໂງ່..ໂງ້....

                                                  

                                   ສຸດທ້າຍກະເຮັດໃຫ້ທັງ2ສ່ຽວໄປໂຮງໝໍແທນທີ່ຈະໄດ້ໄປເຮັດນາ...               

                                

 

 

 

                                ຂອບໃຈຫລາຍໆເນີ້...ທີ່ເຂົ້າມາອ່ານ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2008 | ມີ 16 ຄຳເຫັນ ແລະ 0 trackback(s)

  ຂຽນເລື່ອງຄວາມຮັກບໍ່ເປັນນະ...ຂຽນເປັນແຕ່ແນວຕະລົກຄົງບໍ່ວ່າກັນເນີ້...

 

          ເລື່ອງມີຢູ່ວ່າ :

       ມີຄອບຄົວໜື່ງທີ່ເປັນແຂວງຫົວພັນ(ຊຳເໜືອ)ທີ່ມາອາໃສຢູ່ທີ່ນະຄອນຫລວງ

   ແຕ່ວ່າພີ່ນ້ອງສ່ວນໃຫຍ່ອາໃສຢູ່ບ້ານເກິດພຸ້ນ...

   ມີມື້ໜື່ງພໍ່ຕູ້, ແມ່ຕູ້(ພາສາຊຳເໜືອຈະເອີ້ນວ່າ: ອໍ້ເຖົ້າ, ເອັມເຖົ້າ)

   ເພີ່ນໄດ້ມາຢາມລູກຫລານທີ່ນະຄອນຫລວງ,

   ແມ່ຕູ້ເພີ່ນກໍ່ໄດ້ໄປແຕ່ງກິນຊ່ວຍລູກຫລານແລະໄດ້ເອົາໜັງ(ໜັງຄວາຍທີ່ຈີ່ກິນ)

   ຈີ່ມ້ຽນເຕົາຖ່ານແລະໄດ້ໄປນັ່ງຫລີ້ນຢູ່ໜ້າບ້ານ.!

   ມີຫລານຊາຍຄົນໜື່ງລາວຊື້ແຜ່ນdvdມາໃໝ່2ເລື່ອງ

   ໃນຂະນະທີ່ລາວກຳລັງຈະສາຍເບີ່ງນັ້ນໄດ້ລ່ຽວເຫັນແມ່ຕູ້ນັ່ງຢູ່ໜ້າບ້ານເລີຍຮ້ອງໃສ່ແມ່ຕູ້ວ່າ:

  "ເອັມ....ເອັມ...ເອັມເຖົ້າເອີ້ຍ.!ມາແມ້....ມາເບີ່ງໜັ່ງນຳເຮົາຢູ່ໃນພີ່ນະ..."

 ແມ່ຕູ້ລາວໄດ້ງີນແນວນັ້ນແລ້ວຄິດວ່າຫລານຊວນໄປເບີ່ງໜັງທີ່ຕົນຈີ່ໄວ້ທີ່ເຕົາກໍ່ເລີຍຮ້ອງຕອບໄປວ່າ:

   "ເອີ.! ໄປເບີ່ງໃຫ້ເອັມແນ່ແມ້.! ເອັມຈີ່ໄວ້ຢູ່ເຕົາໄຟຫັນເນ້...."

                  "ບໍ່ແມ່ນໄຟໃໝ້ເໝັດລະບໍ...?"

 

 

 

 

 

 

 

 

 

                                                                                                                                                                   ຜິດຜາດປະການໃດກະຂໍອະໄພນຳຫລາຍໆເນີ້....

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2008 | ມີ 23 ຄຳເຫັນ ແລະ 0 trackback(s)

               ນັກຮຽນສອງຄົນຮຽນພາສາອັງກິດແລ້ວປ່ຽນກັນຖາມ....

                      ຫລັງຈາກເປັນທີ່ຂອງນັກຮຽນອີກຄົນຖາມ...

                  ເສື້ອຍືດພາສາອັງກິດເອີ້ນວ່າແນວໃດ...ແອໂຣ

                             ໝາກມ່ວງແມ່ນຫຍັງ ແມງໂກ້

                                 ຜ້າຮົ່ມວ່າແນວໃດ ໂຕໂຕ້

                             ໂສ້ງຊ້ອນວ່າແນວໃດ ແອບໂປ້

                               ຍົກຊົງວ່າແນວໃດ ຫວາໂກ້

                            ລົດກະບະລຸ້ນໃໝ່ວ່າແນວໃດ ວີ່ໂກ້

                 ສະຖານທີ່ບັນເທີງຂອງໄວລຸ້ນມັກໄປວ່າແນວໃດ ຄອດສະໂມ້

 

 

 

 

                                                     

ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2008 | ມີ 10 ຄຳເຫັນ ແລະ 0 trackback(s)

ເຫັນຫລາຍຄົນເຂົາເຈົ້າຂຽນແຕ່ງກອນຮັກເກ່ງໆໆໆ....

ແຕ່ຂ້ອຍລະແຕ່ງບໍ່ເປັນເລີຍຢາກຂຽນເລື່ອງຕະລົກຊວນຫົວແທນຊະ....ຄົງຈະບໍ່ວ່າຫຍັງກັນນໍ.....

   

ເລື່ອງມີຢູ່ວ່າ::

  ຕຳຫລວດໄລ່ຈັບໂຈນ......

 ໂຈນແລ່ນເຂົ້າໄປໃນສາງເກັບເຄື່ອງໃຫຍ່ແຫ່ງໜື່ງ...

ຕຳຫລວດຍົດຮ້ອຍໂທຄົນໜື່ງສັ່ງລູກນ້ອງວ່າ : "ປິດທາງອອກໃຫ້ໝົດ..ຕ້ອງຈັບໂຕໃຫ້ໄດ້.."

  ເມື່ອເຂົ້າໄປຄົ້ນເບີ່ງໝົດແລ້ວ....ຊ້ຳພັດບໍ່ເຫັນຫຍັງເລີຍ..! ຕຳຫລວດຄົນນັ້ນຈີ່ງຮ້າຍລູກນ້ອງ:

"ກູບອກສູໄປປິດທາງອອກໝົດແລ້ວ..ເປັນຫຍັງມັນຈື່ງໜີໄປໄດ້ອີກ.!"

   ລູກນ້ອງເລີຍຕອບວ່າ: ທາງອອກປິດໝົດແລ້ວ.! ແຕ່ລືມປິດທາງເຂົ້າ  ທ່ານ.!

 

 

 

 

                                 ຜິດຜາດປະການໃດກະຂໍໂທດລວງໜ້ານະ....

                   ອ່ານເຈີໃນປື້ມເລີຍເອົາມາຂຽນໃຫ້ອ່ານຫລີ້ນໆ

ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ມີຫລາຍຄົນອາດຈະພົບກັບຄວາມສົມຫວັງ,ຜິດຫວັງແລະການສູນເສຍມາແລ້ວບໍ່ຫລາຍກໍ່ໜ້ອຍ....ການສູນເສຍຄົນທີ່ຮັກແລະນັບຖືນີ້ຄົງບໍ່ມີໃຜຢາກເຈິຫລືຢາກໃຫ້ເກິດກັບໂຕເອງແນ່ນອນ..! ຂ້ອຍກໍ່ເປັນຄົນໜື່ງທີ່ໄດ້ສູນເສຍໝູ່ສະນີດທີ່ເປັນຄົນຮູ້ໃຈແລະຮຽນມານຳກັນມາແຕ່ນ້ອຍ....

ຂ້ອຍກັບລາວຮູ້ຈັກກັນມາເປັນເວລາ 7 ປີແລ້ວ.! ລາວເປັນໝູ່ຄົນໜື່ງທີ່ຮ່ວມທຸກແລະສຸກນຳກັນຕະຫລອດ.!

ບໍ່ວ່າຈະມີປັນຫາເລື່ອງໃດກໍ່ຕາມ...ລາວຈະຢູ່ຊ່ວຍໃຫ້ຄຳປືກສາໃຫ້ການຊ່ວຍເຫລືອຂ້ອຍມາຕະຫລອດ, ແຕ່ວ່າປັດຈຸບັນນີ້ຂ້ອຍໄດ້ສູນເສຍໝູ່ທີ່ແສນດີຄົນນີ້ໄປແລ້ວ.! ໝູ່ທີ່ເຫັນໜ້າກັນວານນີ້ຍັງໄປຮຽນນຳກັນ

ແຕ່ວ່າເຊົ້າມື້ຕໍ່ມາກັບໄດ້ຍີນຂ່າວຈາກຄົນທາງບ້ານລາວໄດ້ໂທມາຫາຂ້ອຍແລ້ວແຈ້ງຂ່າວທີ່ຂ້ອຍບໍ່ຢາກໄດ້ຍີນເລີຍ...

ນັ້ນກໍ່ຄື:::ໝູ່ຂອງຂ້ອຍຄົນນີ້ໄດ້ຈາກໂລກເຮົາໄປແລ້ວ::: ພຽງອາການທີ່ວ່ານອນຫລັບໄປຊື່ໆ(ນອນໄຫລ່ຕາຍ)ໂດຍບໍ່ມີອາການບາດເຈັບຫລືພະຍາດຫຍັງເລີຍ.! ໄປໂດຍທີ່ບໍ່ທັນໄດ້ບອກແລະຄອບລາກັນກ່ອນຊ້ຳ....ເປັນການສູນເສຍຄັ້ງຍີ່ງໃຫຍ່ຂອງຄອບຄົວລາວແລະຂອງຂ້ອຍເອງກໍ່ຮູ້ສືກເສຍໃຈຫລາຍ..

ຄົນດີໆເປັນຫຍັງຕ້ອງໄປງ່າຍ(ຕາຍ) ເຫລືອເກີນ...ການທີ່ຈະຫາໝູ່ຈັກຄົນນີ້..ມັນອາດຈະຫາໄດ້ງ່າຍ.....ແຕ່ວ່າການທີ່ຈະຫາໝູ່ທີ່ນິໃສດີຢູ່ຄ່ຽງຂ້າງໃຫ້ຄຳປືກສາເມື່ອເວລາເຮົາມີປັນຫານີ້ຫາຢາກເຫລືອເກີນ....

ຖ້າໃຜມີໝູ່ທີ່ສະນິດແບບນີ້ແລ້ວກໍ່ຂໍໃຫ້ຮັກສາມິດຕະພາບຂອງຄຳວ່າໝູ່ໃຫ້ຍາວນານ...

ລອງຄິດຄືນເບີ່ງວ່າທີ່ຜ່ານມາເຮົາເຮັດດີນຳໝູ່ຄົນນີ້ແລ້ວບໍ່..? ຖ້າຍັງກະຂໍໃຫ້ເຮັດຊະ...

ເພາະບາງຢ່າງທີ່ເຮົາສູນເສຍໄປແລ້ວມັນບໍ່ສາມາດເອົາຄືນມາໄດ້.! ເມື່ອຮູ້ໂຕກໍ່ສາຍເກີນໄປ....

 

 

 

                                                                                                                                    ຄິດຮອດໝູ່ເກົ່າເລີຍຢາກຂຽນມ້ຽນອ່ານຫລີ້ນໆ....

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2008 | ມີ 4 ຄຳເຫັນ ແລະ 0 trackback(s)

ປະເທດລາວມີປະຫວັດສາວຄວາມເປັນມາຫລາຍພັນປີ.....

ກ່ອນຈະໄດ້ເປັນເອກະລາດບັນພະບຸຫລຸດລາວ ຕ້ອງໄດ້ສູນເສຍຊີວິດເລືອດເນື້ອ..!

ປະເທດລາວຖືກໄຟສົງຄາມເຜົາຜານຍ້ອນການຮຸກຮານຂອງຕ່າງຊາດ...

ວັດທະນະທຳແລະສະຖານທີ່ສັກສິດ-ວັດວາ-ອາຣາມ ກໍ່ຖືກທຳລາຍເຜົາຜານຈົນວອດວ້າຍ......

ວັດພະແກ້ວແລະວັດສີສະເກດກໍ່ຖືກສະຍາມເຂົ້າມາທຳລາຍ..! ປັດຈຸບັນມັນເປັນພຽງອະນຸສອນໃຫ້ລູກ-ຫລານລາວໄດ້ເບີ່ງໄດ້ເຫັນ.....

ແຕ່ໃນຕອນເຊົ້າຂອງວັນທີ່ 2 ກໍລະກົດ ປີ 2006 ນັ້ນກໍ່ເປັນວັນທີ່ຄົນລຸ້ນລູກ-ລຸ້ນຫລານ

ໄດ້ສູນເສຍສີ່ງທີ່ຫວງແຫນແລະສູນເສຍສີ່ງມີຄ່າທີ່ສຸດໃນຊີວິດໄປ.......

ເພາະວ່າມັນເປັນວັນທີ່"ວັດຊະລາພອນ"ຖືກເຜົາຜານຈົນເຫລືອພຽງແຕ່ເຖົ່າຖ່ານ......

ເປັນທີ່ໜ້າເສຍດາຍ.! ວັດດັ່ງກ່າວເປັນສະຖານທີ່ອັນສັກສິດຊື່ງຄົນໜຸ່ມ-ສາວໃຫ້ການສັກກະລະ ບູຊາໃນຍາມຄ່ຳຄືນ....ປັດຈຸບັນເຫລືອພຽງຄວາມຊົງຈຳ.......

 

 

 

                                                                                                                  ວັດຊະລາພອນ(ເທັກ)

                                                                                                                            

 

 

                                                              ອ່ານເຈີໃນປື້ມນະເລີຍເອົາມາຂຽນໃຫ້ອ່ານຫລີ້ນໆ......