ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 18, 2008 | ມີ 16 ຄຳເຫັນ ແລະ 0 trackback(s)

  ຂຽນເລື່ອງຄວາມຮັກບໍ່ເປັນນະ...ຂຽນເປັນແຕ່ແນວຕະລົກຄົງບໍ່ວ່າກັນເນີ້...

 

          ເລື່ອງມີຢູ່ວ່າ :

       ມີຄອບຄົວໜື່ງທີ່ເປັນແຂວງຫົວພັນ(ຊຳເໜືອ)ທີ່ມາອາໃສຢູ່ທີ່ນະຄອນຫລວງ

   ແຕ່ວ່າພີ່ນ້ອງສ່ວນໃຫຍ່ອາໃສຢູ່ບ້ານເກິດພຸ້ນ...

   ມີມື້ໜື່ງພໍ່ຕູ້, ແມ່ຕູ້(ພາສາຊຳເໜືອຈະເອີ້ນວ່າ: ອໍ້ເຖົ້າ, ເອັມເຖົ້າ)

   ເພີ່ນໄດ້ມາຢາມລູກຫລານທີ່ນະຄອນຫລວງ,

   ແມ່ຕູ້ເພີ່ນກໍ່ໄດ້ໄປແຕ່ງກິນຊ່ວຍລູກຫລານແລະໄດ້ເອົາໜັງ(ໜັງຄວາຍທີ່ຈີ່ກິນ)

   ຈີ່ມ້ຽນເຕົາຖ່ານແລະໄດ້ໄປນັ່ງຫລີ້ນຢູ່ໜ້າບ້ານ.!

   ມີຫລານຊາຍຄົນໜື່ງລາວຊື້ແຜ່ນdvdມາໃໝ່2ເລື່ອງ

   ໃນຂະນະທີ່ລາວກຳລັງຈະສາຍເບີ່ງນັ້ນໄດ້ລ່ຽວເຫັນແມ່ຕູ້ນັ່ງຢູ່ໜ້າບ້ານເລີຍຮ້ອງໃສ່ແມ່ຕູ້ວ່າ:

  "ເອັມ....ເອັມ...ເອັມເຖົ້າເອີ້ຍ.!ມາແມ້....ມາເບີ່ງໜັ່ງນຳເຮົາຢູ່ໃນພີ່ນະ..."

 ແມ່ຕູ້ລາວໄດ້ງີນແນວນັ້ນແລ້ວຄິດວ່າຫລານຊວນໄປເບີ່ງໜັງທີ່ຕົນຈີ່ໄວ້ທີ່ເຕົາກໍ່ເລີຍຮ້ອງຕອບໄປວ່າ:

   "ເອີ.! ໄປເບີ່ງໃຫ້ເອັມແນ່ແມ້.! ເອັມຈີ່ໄວ້ຢູ່ເຕົາໄຟຫັນເນ້...."

                  "ບໍ່ແມ່ນໄຟໃໝ້ເໝັດລະບໍ...?"

 

 

 

 

 

 

 

 

 

                                                                                                                                                                   ຜິດຜາດປະການໃດກະຂໍອະໄພນຳຫລາຍໆເນີ້....

Delicious Digg Fark Twitter