ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 21, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

 ມາອີກແລ້ວ....ບໍ່ມີຫຍັງຂຽນກະມີແຕ່ຊວນຫົວຕາມເຄີຍຫັນແຫລ....

 ຄົງບໍວ່າກັນເນາະ...ເລື່ອງກະມີຢູ່ວ່າ:

    

   

         ມີ 2 ສ່ຽວຄື: ທ້າວຕີ່ງແລະທ້າວຕ່ອງກຳລັງຈະພາກັນລົງໄປເຮັດນາຢູ່ບື່ງທາດຫລວງ...

       ໃນຂະນະທີ່ກຳລັງຍ່າງລົງໄປນັ້ນເອງທ້າວຕີ່ງໄດ້ຢຽບເອົາເຫລັກຕະປູ.!

       ດ້ວຍຄວາມເຈັບລາວຈື່ງຮ້ອງຂື້ນວ່າ:

  ທ້າວຕີ່ງ: ໂອ້ຍ..! ຫ່າຢ້ຳມັນນິ...  

      ທ້າວຕ່ອງ: ອ້າວ.! ເປັນຫຍັງສ່ຽວ....

  ທ້າວຕີ່ງ: ກູຢຽບເຫລັກຕະປູນະ.!

  ທ້າວຕ່ອງ: ມື່ງໄປຢຽບໄດ້ຈັ່ງໃດ....ຄືບໍ່ເບີ່ງດີໆແນ່..!

  ທ້າວຕີ່ງ: ກູບໍ່ເຫັນເວີ້ຍ.! ຈັກແມ່ນໃຜມາຖີ້ມສະສາຍຢູ່ນີ້....

      ທ້າວຕ່ອງ: ເອົ້າ.! ຄັນມື່ງບໍ່ເຫັນລະເປັນຫຍັງມື່ງຄືຢຽບຖືກ...

  ທ້າວຕີ່ງ: ຫ້ວຍ...! ຄັນກູເຫັນລະກູຊີໂງ່ຢຽບມັນໃຫ້ເຈັບຫວະ...

  ທ້າວຕ່ອງ: ແມ່ນໄດເນາະ.! ອັນເຫລັກຕະປູຫ່ານິ....ໂງ່....ໂງ້..!   

                ຢູ່ດີໆກະຍັງມາສຽບເອົາຕີນຄົນ..

  ທ້າວຕີ່ງ: ສ່ຽວ..ສ່ຽວ.! ບໍ່ແມ່ນມື່ງດ່າກູທາງອ້ອມວ່າໂງ່ຫວາ...

             ຫລືມື່ງດ່າເຫລັກຕະປູນິ..!

  ທ້າວຕ່ອງ: ກູກະດ່າເຫລັກຕະປູພຸ້ນແຫລ...ເນາະ.! ໂງ່..ໂງ້....

                                                  

                                   ສຸດທ້າຍກະເຮັດໃຫ້ທັງ2ສ່ຽວໄປໂຮງໝໍແທນທີ່ຈະໄດ້ໄປເຮັດນາ...               

                                

 

 

 

                                ຂອບໃຈຫລາຍໆເນີ້...ທີ່ເຂົ້າມາອ່ານ

Delicious Digg Fark Twitter