ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 21-40 ຈາກທັງໝົດ 81  |  ໜ້າຕໍ່ໄປ »

ສ້າງເມື່ອ ມ.ກ.. 9, 2010 51 ຄົນໂຫວດ, 0 ຄຳເຫັນ, ອ່ານ 437 ເທື່ອ
ຖ້າເລືອກໄດ້ ຢາກມີອະໄວຍະວະຫຍັງຕື່ມ ລະຫວ່າງ

 
ສ້າງເມື່ອ ມ.ກ.. 7, 2010 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 384 ເທື່ອ
ສຳລັບໃຜທີ່ບໍ່ໄດ້ອ່ານແບບສຳຫຼວດໂຕກ່ອນຂອງຂ້າພະເຈົ້າ ກໍ່ອາດຈະງົງໆ, ແນະນຳໃຫ້ໄປອ່ານສະເຫຼີຍຕາມລີ້ງທີ່ຢູ່ຂ້່ງລຸ່ມນີ້ ແລ້ວຈຶ່ງກັບມາຕອບແບບສຳຫຼວດເດີ້ v v http://punlao.com/4ne/polls/6782/ ອ່ານແລ້ວຫຼືຍັງ ຖ້າອ່ານແລ້ວ ທ່ານຢາກເປັນໃຜໃນໂຕະອາຫານດັ່ງກ່າວ?

 
ສ້າງເມື່ອ ມ.ກ.. 6, 2010 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 353 ເທື່ອ
ສຳລັບໃຜທີ່ອ່ານກະຕູນເລື່ອງ "JoJo's Bizarre Adventure" ພາກ7 ຫຼື "Steel Ball Run" ຮອດແຖວກາງໆເລື່ອງ ກໍ່ຄົງຈະຕອບແບບສຳຫຼວດນີ້ໄດ້ຢ່າງງ່າຍດາຍ, ແຕ່ຖ້າບໍ່ໄດ້ອ່ານກະບໍ່ເປັນຫຍັງ ລອງຕອບເບິ່ງໄດ້ ເພາະ ຂພຈ ຈະມາສະເຫຼີຍຄຳຕອບໃຫ້ ຫຼັງຈາກທີ່ແບບສຳຫຼວດນີ້ຕົກຂອບໂລກໄປແລ້ວ. ເລື່ອງກໍ່ມີຢູ່ວ່າ: ສົມມຸດຢູ່ເທິງໂຕະກິນເຂົ້າໜຶ່ງທີ່ເປັນວົງມົນ ມີການຈັດວາງຈານບ່ວງສ້ອມ ແລະ ຜ້າເຊັດປາກໄວ້ຂ້າງຈານ ເປັນທີ່ຮຽບຮ້ອຍຈົນເຕັມໂຕະ, ແຕ່ບໍ່ວ່າຈະວາງຜ້າເຊັດປາກໄວ້ຂ້າງຊ້າຍ ຫຼື ຂ້າງຂວາຂອງຈານກໍ່ຕາມ ເມື່ອວາງຈົນວົນຮອບໂຕະ ກໍ່ຈະເຮັດໃຫ້ທຸກຈານມີຜ້າເຊັດປາກຢູ່ທັງຟາກຊ້າຍ ແລະ ຟາກຂວາເບື້ອງລະອັນ ຈົນຈຳແນກບໍ່ອອກວ່າອັນໃດຈັດຕຽມໄວ້ໃຫ້ໃຜ (ພໍຄິດພາບອອກຢູ່ບໍ່? ຖ້າຄິດອອກແລ້ວກໍ່ເຂົ້າສູ່ຄຳຖາມໄດ້ເລີຍ) ຄຳຖາມມີຢູ່ວ່າ: ເຈົ້າຄິດວ່າແຂກທີ່ຮ່ວມຮັບປະທານອາຫານທີ່ໂຕະດັ່ງກ່າວ ຄວນຈະຢິບຜ້າເຊັດປາກເບື້ອງໃດມາໃຊ້ດີ? ລະຫວ່າງ:

 
ສ້າງເມື່ອ ທ.ວ.. 27, 2009 41 ຄົນໂຫວດ, 0 ຄຳເຫັນ, ອ່ານ 411 ເທື່ອ
ທັນໝູ່ເພື່ອນກິນໝາກກະທັນ ກັດໄປໄດ້ຄຳໜຶ່ງລະເຫັນໜອນຢູ່ເຄິ່ງໂຕ ໝູ່ເພື່ອນສິເຮັດຈັ່ງໃດ

 
ສ້າງເມື່ອ ທ.ວ.. 24, 2009 47 ຄົນໂຫວດ, 0 ຄຳເຫັນ, ອ່ານ 431 ເທື່ອ
ການທີ່ເຮົາ ບໍ່ມັກ ຫຼື ຮູ້ສຶກຊັງໃຜຄົນໜຶ່ງ ໂດຍທີ່ເຂົາເຈົ້າບໍ່ໄດ້ເຮັດສິ່ງບໍ່ດີ ຫຼື ເຮັດຫຍັງໃຫ້ເຮົາເສຍຫາຍເລີຍ ພຽງແຕ່ຍ້ອນເຂົາເຈົ້າແຕກຕ່າງຈາກຕົນເອງ ກໍ່ຖືກຊັງແລ້ວ. ມັນບໍ່ແມ່ນຄວາມຜິດຂອງເຂົາເຈົ້າເລີຍ ແຕ່ຫາກແມ່ນຄວາມຜິດຂອງເຮົາເອງ ທີ່ໄປມີຄວາມຮູ້ສຶກບໍ່ມັກ ຫຼື ຊັງເຂົາເຈົ້າ. ຕ່າງຄົນກະແຕກຕ່າງກັນ ແລະ ມີເງື່ອນໄຂແຕກຕ່າງກັນໄປ ແຕ່ທຸກຄົນກະແມ່ນຄົນ(ມະນຸດ)ຄືກັນ ບໍ່ມີເທວະດາຟ້າແຖນມາແຕ່ທາງໃດຈັກຄົນ ດັ່ງນັ້ນເຮົາຄວນຮັກກັນໄວ້ຈະດີກວ່າ ຫຼື ຖ້າບໍ່ຮັກ ຢ່າງໜ້ອຍກະຢູ່ໃຜຢູ່ລາວ ບໍ່ບຽດບຽນເຊິ່ງກັນແລະກັນ ໜ້າຈະດີກວ່າ ເພາະວ່າໃນໂລກນີ້ ບໍ່ມີໃຜດອກທີ່ຈະ ''ສົມບູບແບບ'' (ຢູ່ດາວອື່ນກະບໍ່ແນ່) ຫຼືວ່າມີໝູ່ເພື່ອນຜູ້ໃດທີ່ຄິດວ່າ ຕົນເອງ ''ສົມບູບແບບ'' ? ກໍ່ຂໍເຊີນຮ່ວມໂຫວດກັນໄດ້ເລີຍ

 
ສ້າງເມື່ອ ທ.ວ.. 22, 2009 41 ຄົນໂຫວດ, 0 ຄຳເຫັນ, ອ່ານ 565 ເທື່ອ
ຕາມຫົວຂໍ້

 
ສ້າງເມື່ອ ທ.ວ.. 19, 2009 37 ຄົນໂຫວດ, 0 ຄຳເຫັນ, ອ່ານ 339 ເທື່ອ
ຫ່າງຫາຍໄປດົນ ບໍ່ຄ່ອຍໄດ້ເຂົ້າມາຫຼິ້ນພັນລາວປານໃດ ເພາະມົວແຕ່ເຊີຍກິລາຊີເກມຢ່າງເມົາມັນ. ສຸດທ້າຍງານລ້ຽງກໍ່ຍ່ອມມີວັນເລີກລາ ແຕ່ຜົນທີ່ໄດ້ອອກມາແມ່ນຈົບງາມດີທຸກປະການ ຂໍຊົມເຊີຍ. ສ່ວນຊີເກມຄັ້ງຕໍ່ໄປ ເຈົ້າພາບແມ່ນອິນໂດເນເຊີຍ ເລີຍຢາຮູ້ວ່າກອງເຊີຍລາວເຮົາແມ່ນໃຜສິໄປແນ່

 
ສ້າງເມື່ອ ທ.ວ.. 9, 2009 42 ຄົນໂຫວດ, 0 ຄຳເຫັນ, ອ່ານ 433 ເທື່ອ
ດັ່ງທີ່ປ່ວງຊົນລາວໄດ້ເຫັນງານເປີດກິລາຊີເກມຢ່າງເປັນທາງການທີ່ສະໜາມກິລາແຫ່ງຊາດຫຼັກສິຫົກ ທີ່ຫາກໍ່ຜ່ານມານີ້, ເຊິ່ງເຫັນວ່າເຮັດອອກມາໄດ້ດີຫຼາຍ ແລະ ສິ່ງໜຶ່ງທີ່ປະທັບໃຈຂ້າພະເຈົ້າເປັນຢ່າງຍິ່ງກໍ່ຄືພິທີການຈູດຄົບໄຟ ໂດຍການຍິງທະນູໄຟນັ້ນເອງ ແຕ່ກໍ່ອົດສົງໄສບໍ່ໄດ້ວ່າ ແມັ້ນແທ້ຫຼືບໍ່ ເພາະເບິ່ງບໍ່ອອກອີຫຼີ ຈຶ່ງຢາກຂໍຄວາມຄິດເຫັນຈາກໝູ່ເພື່ອນຕື່ມ

 
ສ້າງເມື່ອ ທ.ວ.. 6, 2009 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 816 ເທື່ອ
ໃນໄວເດັກ(ປະຖົມ) ທຸກຄັ້ງທີ່ສຽງກະດິ່ງເລີກຫຼີ້ນດັງ ເປັນຕ້ອງມີເຮ ເພາະເປັນຊ່ວງເວລາແຫ່ງຄວາມສຸກທີ່ທຸກຄົນຈະໄດ້ຫຼິ້ນນຳກັນ; ແລ້ວສິຫຼິ້ນຫຍັງດີລະ? ກະນັ້ນລະເປັນທີ່ມາຂອງແບບສຳຫຼວດນີ້ ໝູ່ເພື່ອນລອງມາໂຫວດກັນລອງເບິ່ງວ່າ ໝາກຫຼິ້ນໃດໃນໄວເດັກ ທີ່ຮິດກັນທີ່ສຸດ ລະຫວ່າງ

 
ສ້າງເມື່ອ ທ.ວ.. 2, 2009 57 ຄົນໂຫວດ, 0 ຄຳເຫັນ, ອ່ານ 603 ເທື່ອ
ງ່າຍໆຕາມຫົວຂໍ້ເລີຍ

 
ສ້າງເມື່ອ ພ.ຈ.. 26, 2009 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 336 ເທື່ອ
ລອງເລືອກເບິ່ງເດີ້ລະຫວ່າງ2ຕົວເລືອກຂ້າງລຸ່ມ ໃນຄວາມຄິດຂອງໝູ່ເພື່ອນເຫັນດີກັບອັນໃດຫຼາຍກ່ວ່າກັນ

 
ສ້າງເມື່ອ ພ.ຈ.. 24, 2009 59 ຄົນໂຫວດ, 0 ຄຳເຫັນ, ອ່ານ 1274 ເທື່ອ
ຄວາມຈິງທີ່ໜ້າເສົ້າຂອງເງິນເດືອນເລີ່ມຕົ້ນງານ ຫຼາຍຄົນໄດ້ທີ່ປະມານ3000฿ ລອງຄິດເບີ່ງວ່າ ຖ້າຕ້ອງໃຫ້ລ້ຽງໂຕເອງ(ຢູ່ຜູ້ດຽວ, ບ້ານເຊົ່າ, ເຂົ້າຊື້ ,ນ້ຳໄຟຈ່າຍ...) ດ້ວຍເງິນເດືອນພຽງເທົ່ານີ້ ໝູ່ເພື່ອຄິດວ່າສິກຸ້ມບໍ່? ປລ: ບໍ່ແມ່ນກຸ້ມໄທຍ(ອຸກ)ເດີ້

 
ສ້າງເມື່ອ ພ.ຈ.. 22, 2009 48 ຄົນໂຫວດ, 0 ຄຳເຫັນ, ອ່ານ 437 ເທື່ອ
ໝູ່ໆ ລອງສັງເກດເບິ່ງຮູບແບບພຶດຕິກຳການດຳລົງຊີວິດຂອງມະນຸດຕ່າງເພດ ລອງເບິ່ງ ທ່ານຈະເຫັນບາງຢ່າງທີ່ໜ້າສົນໃຈ ແລະ ເຮັດໃຫ້ເກີດຄຳຖາມໃນໃຈວ່າ:''ເຮັດໄປເພື່ອຫຍັງ?'' ແລ້ວທ່ານກໍ່ຄຶດຢາກຫົວຕໍ່ການກະທຳດັ່ງກ່າວ. ເອົາລະ ເຮົາມາລອງໂຫວດກັນເບິ່ງວ່າມະນຸດເພດໃດ ສິຕະຫຼົກກວ່າກັນ

 
ສ້າງເມື່ອ ພ.ຈ.. 20, 2009 39 ຄົນໂຫວດ, 0 ຄຳເຫັນ, ອ່ານ 530 ເທື່ອ
ເວັບພັນລາວເປີດມາໄດ້ຈັກປີລະ? 2? ດຽວນີ້ມີສະມາຊິກທັງໝົດ7000+ ຄາດວ່າຄົບຮອບ3? ໃນປີ2010 ປີອາດຈະເຖິງ 10.000. ລະຖ້າສົມມຸດວ່າພັນລາວຈັດ(ຟຮີ)ຄອນເສີດຄອບຮອບວັນສະຖາປະນາ(ວັນເກີດ)ຂອງເວັບ ເຊິ່ງໃນງານຈະມີຊາວພັນລາວເຂົ້າຮ່ວມຊົມ ການສະແດງ(ສິລະປະ-ດົນຕີ, ຮ້ອງເພງ, ສະແດງລະຄອນ, ຟ້ອນ-ເຕັ້ນ, ກາບກອນ, ໂຕ້ວາທີ...ທີ່ຄົນພາຍໃນເວບພາກັນເຮັດເອງ) ໝູ່ເພື່ອນຄິດວ່າເປັນຈັ່ງໃດ?

 
ສ້າງເມື່ອ ພ.ຈ.. 18, 2009 35 ຄົນໂຫວດ, 0 ຄຳເຫັນ, ອ່ານ 368 ເທື່ອ
ຊື່ຫົວຂໍ້ອອກຈະເວີ້ໄປໜ້ອນໜຶ່ງ ອັນທີ່ຈິງແລ້ວພຽງແຕ່ງຊື່ໆ. ແຕກໜໍ່ມາຈາກກະທູ້ຂອງທ່ານ routhot : ອື່ນ ໆ » ລົມໄປເລື້ອຍ ~ » ຮຽນເຊີນ ທຸກ ທ່ານ ມີເລື່ອງ ປືກສາ ໂດຍ ສະເພາະ ທ່ານ ThoaK Bell ແລະ ທ່ານ ຄົນໃຈດີ . ເນື້ອໃນລວມ ກະແມ່ນຫຍາກແຕ່ງບົດເລື່ອງໜຶ່ງຂຶ້ນມາ. ຂພຈ ຄິດວ່າມັນເປັນຄວາມຄິດທີ່ດີ ແລະ ຫຍັງສົ່ງເສີມເລົາ ເລີຍຢາກຖາມໝູ່ເພື່ອນວ່າມັນເປັນຕາໜ້າສົນໃຈບໍ່ ຫຼື ວ່າແນວໃດ

 
ສ້າງເມື່ອ ພ.ຈ.. 16, 2009 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 1324 ເທື່ອ
ຖ້າສັງເກດເບິ່ງທຸງຊາດລາວດີໆແລ້ວຈະເຫັນວ່າມີສີທີ່ແຕກຕ່າງກັນ ບາງເທື່ອສີຟ້າກັນສີແດງຈະເປັນສີແຈ້ງ(ສີສົດ)ຄືແບບສີທີ່ທຸງໄທ ແລະ ທຸງຝຮັ່ງໃຊ້ ແຕ່ບາງເທື່ອກະມີສີມືດ(ສີເຂັ້ມ)ຄືແບບສີທີ່ທຸງກຳປູເຈຍໃຊ້ ແລ້ວອັນໃດແມ່ນສີຂອງທຸງລາວຕາມແບບທີ່ແທ້ຈິງ?

 
ສ້າງເມື່ອ ພ.ຈ.. 14, 2009 36 ຄົນໂຫວດ, 0 ຄຳເຫັນ, ອ່ານ 408 ເທື່ອ
ທຸງຊາດລາວທີ່ຖືກຕ້ອງຕາມແບບ ປົກກະຕິແລ້ວຮູບວົງສີຂາວທີ່ຢູ່ໃຈກາງນັ້ນ ມີຂອບຕິດກັບສີແດງທີ່ຢູ່ທາງຂອກ(ເທິງ-ລຸ່ມ) ຫຼື ບໍ່?

 
ສ້າງເມື່ອ ພ.ຈ.. 12, 2009 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 310 ເທື່ອ
ໝູ່ໆ ຄິດວ່າໂຕເອງ ເປັນຄົນມັກຍ້ອງ ຫຼື ມັກ(ຖືກ)ດ່າ?

 
ສ້າງເມື່ອ ພ.ຈ.. 4, 2009 45 ຄົນໂຫວດ, 0 ຄຳເຫັນ, ອ່ານ 394 ເທື່ອ
ຕ້ອງຂໍຂອບໃຈ Au8st ແລະ ນິນ ຫຼາຍໆ ທີ່ຕອບຮັບຄຳຂໍຂອງ ຂພຈ ແລະ ເຮັດໃຫ້ມັນເປັນຈິງ ເຊິ່ງມັນເຮັດໃຫ້ການຫຼິ້ນພັນລາວງ່າຍຂຶ້ນກວ່າເກົ່າ. ເພາະດຽວນີ້ ທ່ານສາມາດທີ່ຈະໄປທີ່ໜ້າລວມກະທູ້, ແບບສຳຫຼວດ ຫຼື ໄດອະລີ້ ໄດ້ຢ່າງສະບາຍ ໂດຍການຄລິກທີ່ຫົວຂໍ້ດ້ານເທິງຂອງໝວດເລື່ອງມາໃໝ່ທີ່ໜ້າທຳອິດ ເຊິ່ງສະດວກໃນການທີ່ຈະຂຸດເບີ່ງເລື່ອງເກົ່າໆ ທີ່ຖືກກະທູ້ເລື່ອງ(ໄຮ້ສາລະ)ທັບຖົມໄປ. ໝູ່ເພື່ອນເດ ຄິດວ່າສະດວກດີບໍ່?

 
ສ້າງເມື່ອ ພ.ຈ.. 2, 2009 39 ຄົນໂຫວດ, 0 ຄຳເຫັນ, ອ່ານ 430 ເທື່ອ
ຄິດວ່າຄົນທີ່ມັກຕັ້ງກະທູ້, ແບບສຳຫຼວດ, ໄດອະລີ້ ລຽນຕິດກັນ ໂລກຈິດບໍ່? (ບໍ່ໄດ້ເຈາະຈົງໃຜເດີ້ ຖ້າໃຜຮູ້ສຶກວ່າແມ່ນໂຕເອງ ກະຂໍອະໄພລ່ວງໜ້າ)

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 21-40 ຈາກທັງໝົດ 81  |  ໜ້າຕໍ່ໄປ »