ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 21-40 ຈາກທັງໝົດ 46  |  ໜ້າຕໍ່ໄປ »

ສ້າງເມື່ອ ກ.ພ.. 12, 2011 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 449 ເທື່ອ
ບາງຄັ້ງເວລາພົບບັນຫາຄົນເຮົາສ່ວນໃຫຍ່ກະຄິດຫາທາງອອກບໍ່ໄດ້ ກິນເບຍເມົາ.... ແລ້ວເຈົ້າເດສົມມຸດວ່າມີການລອງຕາຍໄດ້ເຈົ້າຄິດຢາກຕາຍບໍ່?

 
ສ້າງເມື່ອ ກ.ພ.. 10, 2011 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 341 ເທື່ອ
ເປັນຫຍັງຜູ້ຊາຍຈຶ່ງກາຍເປັນຄົນຊົ່ວຍ້ອນເລື່ອງຜູ້ຍິງ? ຫລາຍຄົນເຂົາເຈົ້າເຊື່ອວ່າຜູ້ຊາຍສ່ວນໃຫຍ່ມັກຫລາຍໃຈຫລອກລວງວ່າຊັ້ນ100ຄົນໃດຊິມີປະມານ5ຄົນວ່າຊັ້ນ ອັນນີ້ຂ້ອຍຄິດວ່າຜູ້ຊາຍດີໆຫລາຍຄົນປ່ຽນໄປເປັນຄາດຕະກອນດີເດ່ນກະຍ້ອນຜູ້ຍິງຫັ້ນແຫລະເຮັດໃຫ້ເຂົາປ່ຽນໄປ ຜູ້ຊາຍດີໆມັນຫາຍາກມີແຕ່ສ່ວນໜ້ອຍພໍອົກຫັກເສຍໃຈກະເລີຍຄິດຢາກແກ້ແຄ້ນແລະປະພຶດໂຕໄປໃນທາງທີ່ບໍ່ດີຈື່ງກາຍເປັນຄົນບໍ່ດີເລີຍເຈົ້າວ່າແມ່ນບໍ່? ເຈົ້າວ່າຜູ້ຊາຍປ່ຽນໄປຍ້ອນຫຍັງ?

 
ສ້າງເມື່ອ ກ.ພ.. 9, 2011 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 275 ເທື່ອ
ໂບລານວ່າຂະເໝັ່ນຕາຂວາຊິໄດ້ໄຫ້ເພື່ອນພັນລາວເຊື່ອບໍ່ວ່າເປັນເລື່ອງຈິງ

 
ສ້າງເມື່ອ ກ.ພ.. 3, 2011 10 ຄົນໂຫວດ, 0 ຄຳເຫັນ, ອ່ານ 278 ເທື່ອ
ໃຜແດ່ຊິໄປງານບຸນຊ້າງປາກລາຍປີນີ້? ໄປງານບຸນຊ້າງກະມ່ວນດີແຕ່ລຳບາກໃນການໄປຫັ້ນລະເນາະເພາະວ່າໄຊຍະບູລີຢູ່ຟາກຂອງເບື້ອງນັ້ນການຂ້າມນ້ຳມັນກະລຳບາກ ຄືດັ່ງປີຜ່ານມາໄດ້ລໍຄິວການຂ້າມທ່າບັກຫລາຍຊົ່ວໂມງແລ້ວປີນີ້ທ່ານຄິດວ່າຄວນມີການເພີ່ມທ່າບັກອີກບໍ່ຈຶ່ງເໝາະສົມສຳລັບນັກທ່ອງທ່ຽວພາຍໃນແລະຊາວຕ່າງຊາດ...

 
ສ້າງເມື່ອ ມ.ກ.. 26, 2011 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 302 ເທື່ອ
ສົມມຸດວ່າແມ່ນເຈົ້າມີຄວາມຮັກກັບໃຜຄົນໜຶ່ງຮັກຈົນເຖິງຂັ້ນ ບໍ່ຮູ້ຊິກິນຊິນອນພຸ້ນແຫລະ ແລ້ວພໍ່ແມ່ຂອງເຈົ້າບໍ່ມັກນຳ ຖ້າຄົບກັນຕໍ່ກະໃຫ້ຕັດແມ່ຕັດລູກກັນສົມມຸດວ່າຫັ້ນນະ ແລ້ວເຈົ້າຊິເລືອກໃຜລະຫວ່າງຄົນທີ່ເຈົ້າຮັກກັບພໍ່ແມ່?

 
ສ້າງເມື່ອ ມ.ກ.. 15, 2011 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 379 ເທື່ອ
(ໂດຍສ່ວນໃຫຍ່) ລະຫວ່າງນັກຮ້ອງລາວກັບນັກຮ້ອງໄທ ໃຜສຽງດີກວ່າກັນຖ້າວັດກັນແບບຕົວຕໍ່ຕົວບົນເວທີ ໂດຍບໍ່ມີການວັດກັນທາງດ້ານແຜ່ນສຽງ

 
ສ້າງເມື່ອ ມ.ກ.. 15, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 278 ເທື່ອ
ຂ້ອຍເຄີຍຖືກຊັກຊວນໄປເຂົ້າຮ່ວມທຸລະກິດເຄືອຂ່າຍແບບຕ້ອງໂສ້ຈາກຫລາຍໆຄົນ ເຫັນເຂົາເຈົ້າໂຄສະນາກ່ຽວກັບການເງິນແມ່ນໄດ້ຮັບຢ່າງມະຫາສານ ບາງຄົນໂຄສະນາເຖິງລະດັບວ່າມີເງິນເດືອນເຖິງເດືອນ1ລ້ານບາດຕໍ່ເດືອນພຸ້ນໄດ໋ໂດຍການໃຊ້ເວລາພຽແຕ່5ປີ ແຕ່ຂ້າພະເຈົ້າບໍ່ເຄີຍຕັດສິນໃຈເຂົ້າຮ່ວມນຳເຂົາເຈົ້າຈັກເທື່ອຍ້ອນຫລາຍເຫດຜົນແຕ່ກໍ່ບໍ່ໄດ້ໝາຍຄວາມວ່າບໍ່ເຊື່ອເຂົາເຈົ້າດອກ... ແລ້ວທ່ານເດລະເຄີຍຖືກຊັກຊວນແບບນີ້ບໍ່? ທ່ານເຊື່ອການໂຄສະນາເຂົາເຈົ້າບໍ່?

 
ສ້າງເມື່ອ ມ.ກ.. 13, 2011 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 348 ເທື່ອ
ຢູ່ຕາມນະຄອນຫລວງຫລືຕ່າງແຂວງກໍ່ຕາທ່ານຄິດວ່າໃຜມັກຂັບຂີ່ລົດເສຍນິດໃສກວ່າກັນ ໂຊ້ເຟີ້ລົດທຸກຄົນລ້ວນແລ້ວແຕ່ແຕກຕ່າງກັນໄປ ແລ້ວໂຊເຟີ້ລົດປະເພດໃດເສຍນິດໃສກວ່າ?

 
ສ້າງເມື່ອ ທ.ວ.. 6, 2010 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 321 ເທື່ອ
ເວລາໄປຊື້ສິນຄ້າປະເພດເຄື່ອງໄຟຟ້າຫລືເຄື່ອງເທັກໂນໂລຢີຕ່າງໆໃນຕະຫລາດເຊົ້າມັກຈະຖືກເອົາປຽບຈາກແມ່ຄ້າເລື້ອຍໆ... ພໍ່ຄ້າແມ່ຄ້າສ່ວນໃຫຍ່ໃນຕະຫລາດເຊົ້າມັກຈະເອົາປຽບລູກຄ້າ(ບໍ່ແມ່ນເປັນໝົດທຸກຄົນເດີ້)ເຊັ່ນວ່າເວລາທີ່ເຮົາໄປຊື້ເຄື່ອງມື້ແລກເພິ່ນຈະເວົ້ານົວຫົວມ່ວນນຳຄຳເວົ້າຂອງເພີ່ນຈັ່ງແມ່ນກິນໃຈລູກຄ້າເອົາແທ້ເອົາວ່າ ແຕ່ວ່າເວລາຜ່ານໄປບໍ່ນານສິນຄ້າທີ່ຊື້ມາພັດເພກ່ອນທັ້ງໆທີ່ວ່າຢູ່ໃນໄລຍະຮັບປະກັນແຕ່ພໍເຮົາກັບເຂົ້າໄປຮ້ານແມ່ຄ້າຈະບໍ່ສົນນຳຊ້ຳບໍ່ໜຳຮ້າຍແຮງໄປກວ່ານັ້ນແມ່ຄ້າບາງຮ້ານຍັງເວົ້າບໍ່ມ່ວນຫູອີກດ້ວຍບໍ່ຄືມື້ທີ່ໄປຊື້ທຳອິດ ປະກົດການແບບນີ້ຂ້າພະເຈົ້າເຄີຍພົບຫລາຍໆຄັ້ງໃນເມື່ອໄປຊື້ສິນຄ້າປະເພດເຄື່ອງໄຟຟ້າແລະເຄື່ອງເທັກໂນໂລຢີຕ່າງໆ... ແລ້ວທ່ານເດເຄີຍພົບເຫດການແບບນີ້ບໍ່?

 
ສ້າງເມື່ອ ພ.ຈ.. 27, 2010 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 270 ເທື່ອ
ເມື່ອໄປທີ່ດ່ານຂົວມິຕະພາບທ່ານາແລ້ງຂ້າມໄປຝັ່ງໜອງຄາຍຮູ້ວ່າໄດ້ລໍຄອຍການເຊັນຂາອອກ-ຂາເຂົ້າດົນໂພດ ເພາະວ່າລວມທັງນັກທ່ອງທ່ຽວຕ່າງຊາດແລະພາຍໃນເຂົ້າອອກຢ່າງຫລວງຫລາຍຕໍ່ມື້ໜຶ່ງ ທາງາເຈົ້າໜ້າທີ່ເພີ່ນກະເອົາໃຈໃສ່ຕໍ່ໜ້າວຽກຢ່າງຫ້າວຫັນ ແຕ່ວ່າມັນພັດໃຊ້ເວລາລໍຄອຍດົນເກີນໄປຕໍ່ຄິວກັນຢູ່ຢ່າງຫລວງຫລາຍ ແບບນີ້ທ່ານຄິດວ່າເພິ່ນຄວນປັບປຸງແນວໃດ? ຖ້າຜິດພາດປະການໃດຕ້ອງຂໍອະໄພຫລາຍໆ...

 
ສ້າງເມື່ອ ຕ.ລ.. 19, 2010 21 ຄົນໂຫວດ, 0 ຄຳເຫັນ, ອ່ານ 311 ເທື່ອ
ທ່ານວ່າລະຫວ່າງການການເຮັດວຽກນຳລັດກັບເອກະຊົນຕົວໃດມັນຊິດີກວ່າກັນ ຕອນນີ້ ຂພຈ ຍັງສັບສົນຢູ່ບາງຄົນວ່າເຮັດນຳລັດດີ ບາງຄົນວ່າເຮັດນຳເອກະຊົນດີ ແລ້ວຕົວໃດມັນດີກວ່າກັນ? ບາງຄົນວ່າ: (ເຮັດນຳເອກະຊົນດີໄດ້ເງິນຫລາຍ... ເຮັດນຳລັດດີ ມີເວລາພັກຜ່ອນຫລາຍວ່າຊັ້ນ...) ແລ້ວທ່ານເດລະຄິດແນວໃດ ຊ່ວຍໂຫວດແດ່ ຂໍຂອບໃຈ...

 
ສ້າງເມື່ອ ກ.ລ.. 22, 2010 37 ຄົນໂຫວດ, 0 ຄຳເຫັນ, ອ່ານ 373 ເທື່ອ
ເຮັດຈັ່ງໃດດີເວລາຜູ້ສາວຄຽດໃຫ້ນະ ຄັນມີຜູ້ສາວຂີ້ງອນເຮົາຊິເຮັດຈັ່ງໃດດີ?

 
ສ້າງເມື່ອ ກ.ລ.. 14, 2010 47 ຄົນໂຫວດ, 0 ຄຳເຫັນ, ອ່ານ 383 ເທື່ອ
ອັນໃດເຈັບກວ່າກັນລະຫວ່າງ 1. ເຮົາແອບຮັກເຂົາຂ້າງດຽວ 2. ເຮົາຮັກກັບຄົນທີ່ເຂົາມີແຟນແລ້ວ

 
ສ້າງເມື່ອ ກ.ລ.. 12, 2010 51 ຄົນໂຫວດ, 0 ຄຳເຫັນ, ອ່ານ 429 ເທື່ອ
ແນ່ນອນຄົນເຮົາທຸກຄົນກໍ່ຕ້ອງມີນາມສະກຸນຫຼືສາຍາເປັນຂອງຕົວເອງແຕ່ເຈົ້າຄິດວ່ານາມສະກຸນໃດດັງກວ່າໝູ່?

 
ສ້າງເມື່ອ ມິ.ຖ.. 5, 2010 39 ຄົນໂຫວດ, 0 ຄຳເຫັນ, ອ່ານ 333 ເທື່ອ
ຂ້າພະເຈົ້າໄດ້ພົບກັບຜູ້ຍິງຄົນໜື່ງເຊີ່ງກຳລັງຢູ່ໃນຊ່ວງໄລຍະກຳລັງເບີ່ງໃຈກັນຢູ່ ແຕ່ຂ້າພະເຈົ້າບໍ່ຮູ້ວ່າເຂົາຮັກເຮົາແທ້ຫລືບໍ່? ບາງຄັ້ງເຂົາເຮັດໃຫ້ເຮົາຫືງຫວງໃນຕົວເຂົາເກີນໄປ ເຮັດຈີບຜູ້ຊາຍໃສ່ຕໍ່ໜ້າ ບາງຄັ້ງເຮັດແບບບໍ່ມີໃຈໃຫ້ເຮົາ ແຕ່ເຂົາພັດບອກວ່າເຂົາຮັກແທ້ວ່າຊັ້ນ ແລ້ວອັນໃດຊິຢືນຢັນວ່າເຂົາຮັກເຮົາແທ້?

 
ສ້າງເມື່ອ ພ.ພ.. 22, 2010 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 5343 ເທື່ອ
ຂພຈ ຂໍຄຳຄິດເຫັນນຳທ່ານແດ່ວ່າ ລະຫວ່າງການຂຽນບົດຈົບຊັ້ນແລະເສັງຈົບຊັ້ນໂຕໃດຊິດີກວ່າກັນ? ຂພຈ ກໍ່ຮຽນພໍດີປີນີ້ປີສຸດທ້າຍແລ້ວຫາກໍ່ລົງຝຶກງານແລ້ວ ຫວ່າງບໍ່ດົນມານີ້ແຕ່ວ່າຍັງຂັ້ນຕອນສຸດທ້າຍຄືການຂຽນບົດຈົບຊັ້ນແລະການເສັງອອກເລີຍ... ແຕ່ຂພຈເອງບໍ່ຮູ້ວ່າໂຕໃດມັນຊິສະດວກກວ່າກັນ ຊ່ວຍໂຫວດຂພຈແດ່ວ່າໂຕໃດດີກວ່າກັນ:

 
ສ້າງເມື່ອ ພ.ພ.. 11, 2010 24 ຄົນໂຫວດ, 0 ຄຳເຫັນ, ອ່ານ 295 ເທື່ອ
ເລື່ອງຂອງມັນກະຄືວ່າຂພຈມີເພື່ອນຍິງທີ່ຮັກກັນຄົນໜື່ງນິດໄສດີຄົບກັນໃນນາມໝູ່ເພື່ອນມາຫລາຍປີແລ້ວ ແຕ່ດຽວນີ້ຂພຈພັດຄິດເຫັນຄຸນງາມຄວາມດີຂອງເຂົາກະເລີຍມີແນວຄິດຢາກປ່ຽນຄວາມຮູ້ສຶກຈາກເພື່ອນມາເປັນແຟນ ແລ້ວທ່ານຄິດວ່າແນວໃດ ຂພຈ ສົມຄວນປ່ຽນຄວາມຮູ້ສຶກແບບນີ້ບໍ່? ທີ່ຈະມາຫາໄກ່ໃນລົກຂອງຕົວເອງ.... ຊ່ວຍໃຫ້ຄຳປຶກສາແກ່ຂພຈແດ່ວ່າສົມຄວນບໍ່? ຂໍຂອບໃຈລ່ວງໜ້າຢ່າງສູງ, ບ່າວນິດນິລັນ ຄົນພັນລາວ

 
ສ້າງເມື່ອ ພ.ພ.. 8, 2010 32 ຄົນໂຫວດ, 0 ຄຳເຫັນ, ອ່ານ 488 ເທື່ອ
ເຈົ້າເຄີຍພົບບັນຫາແບບນີ້ເລື້ອຍໆບໍ່ ເວລາເຮົາມີວຽກຈຳເປັນຕ້ອງໃຊ້ເງິນແລ້ວແລ່ນໄປຫາຕູ້ATM ແຕ່ວ່າມີບັນຫາຂັດຂ້ອງຫັ້ນນະ ແບບນີ້ພາກສ່ວນກ່ຽວຂ້ອງຄວນແກ້ໄຂບໍ່ ໂດຍສະເພາະແມ່ນຕູ້ ATM ຂອງທະນະຄານຮ່ວມພັດທະນາຫັ້ນນະ... ບັນຫາແບບນີ້ເຈົ້າເຄີຍພົບເຫັນບໍ່?

 
ສ້າງເມື່ອ ມ.ສ.. 7, 2010 39 ຄົນໂຫວດ, 0 ຄຳເຫັນ, ອ່ານ 356 ເທື່ອ
ຄົນທີ່ຖືກຍໍຍົກຍ້ອງວ່າເປັນຄົນງາມນັ້ນງາມຢູ່ໃສກັນແທ້?

 
ສ້າງເມື່ອ ມ.ນ.. 31, 2010 31 ຄົນໂຫວດ, 0 ຄຳເຫັນ, ອ່ານ 327 ເທື່ອ
ເຈົ້າຄິດວ່າລະຫວ່າງຜູ້ຊາຍສ່ວນໃຫຍ່ ກັບຜູ້ຍິງສ່ວນໃຫຍ່ແມ່ນໃຜຈ່າຍເງິນເກັ່ງກວ່າກັນ???

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 21-40 ຈາກທັງໝົດ 46  |  ໜ້າຕໍ່ໄປ »