ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • ລູກໄດ້ຈອນຈາກບ້ານ             ມາຢູ່ວຽງວັງ

ຫັນຫຼັງລາດົງດອນ                        ທົ່ງນາທາງບ້ານ

ລາໄລພົງໄພກ້ວາງ                        ພູມຖານບ້ານເກົ່າ

ລາເຜົ່າພັນພີ່ນ້ອງ                         ເນົາຢັ້ງຢູ່ຫຼັງ

  • ແມ່ກໍ່ອຸກອັ່ງເອົ້າ                     ແສນໂສກໂສກາ

ແມ່ຄະນິງຫາ                                ຫ່ວງນຳແລງເຊົ້າ

ແມ່ກໍ່ເອົາໃຈຕັ້ງ                              ລົງນາສວນໄຮ່

ເພື່ອຫາເງິນສົ່ງໃຫ້                         ຕົວເຈົ້າຈ່າຍຮຽນ

  • ໃຈແມ່ວຽນບໍ່ແລ້ວ                ເລີຍສົ່ງສານຫາ

ຢາກມາເຖິງບຸດຕາ                          ຢູ່ວຽງຈັນພີ້

ສະບາຍດີບໍຫຼ້າ?                             ແພງຂວັນຕາຂອງແມ່

ຫຼືລູກມີທຸກແທ້                                ຂຽນຕ້ານຕອບຫາ ແມ່ເນີ

  • ແມ່ກໍ່ຫວັງວ່າເຈົ້າ                  ຕັ້ງຕໍ່ການຮຽນ

ທັງມີໃຈພຽນອົດ                             ຮ່ຳຮຽນພຽນສູ້

ເປັນຄົນດີຄູຍ້ອງ                              ສະຫາຍແພງຮັກຮ່ຳ

ຮຽນກໍ່ເກັ່ງເສັງກໍ່ໄດ້                          ຄືດ້າມດັ່ງເຂົາ

  • ຢ້ານເດ! ຢ້ານວ່າເຈົ້າ             ປະພຶດຊົ່ວແນວບໍ່ດີ

ຢ້ານວ່າມີຄົນພານ                            ຊັກຊວນທາງຮ້າຍ

ຢ້ານວ່າສາຍໃຈແກ້ວ                         ມົວເມົາຫາທ່ຽວ

ຢ້ານບໍ່ຫຼຽວລຳ່ຈ້ອງ                          ການຮຽນຖິ້ມປ່ອຍວາງ

  • ຢ້ານລູກເດີນຍ່າງເຂົ້າ             ທາງແຫ່ງອະບາຍ

ເອົາກາຍໄປມົ້ວສຸມ                            ເສບດົມຢາບ້າ

ມຶນເມົາສຸລາເຫຼົ້າ                               ຊຸມແຊວຊົມຊື່ນ

ກາງຄືນຫາທ່ຽວຫຼີ້ນ                          ຕາມຮ້ານເທັກບາ

  • ລູກເອີຍ! ມາຢູ່ພີ້                    ເມືອງໃຫຍ່ນະຄອນຫຼວງ

ປວງຊົນແອອັດ                                  ອັ່ງອໍໂຮມເຕົ້າ

ໃຫ້ລູກເອົາໃຈຕັ້ງ                              ຂະຫຍັນພຽນຮຽນຮຳ່

ເງິນຄຳແມ່ສົ່ງໃຫ້                              ຊົມໃຊ້ຈ່າຍອອມ ເອົາເນີ

  • ອັນໜຶ່ງປະພຶດພ້ອມ                ກົດລະບຽບໂຮງຮຽນ

ຢ່າໄດ້ວົນວຽນຫາ                            ສິ່ງບໍ່ດີທັງສິ້ນ

ຢ່າໄດ້ພາກັນຫຼີ້ນ                            ການພະນັນໄຮ້ຄ່າ

ອານາຄົດເມືອໜ້າ                          ພາຍຊ້ອຍຊິໝົ່ນໝອງ ໄດ໋ລູກເອີຍ.

 

 

 

Delicious Digg Fark Twitter