ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 26, 2010 | ມີ 4 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ
  • 2  ທັນວາ ໃສສ່ອງຊັ້ນ         ເດືອນເດັ່ນແວວວາວ

ເມືອງລາວເຮືອງສະໄຫວ              ຮຸ່ງໄກການກ້າວ

ນັບແຕ່ປີເຈັດສິບຫ້າ (1975)        ສະຖາປະນາປົດປ່ອຍ

ຈາກພວກຜີເຜດຮ້າຍ                   ມານບ້າບາບໜາ

  • ປວງຊົນລາວທຸກແຫຼ່ງຫຼ້າ       ເອກະລາດມາມື

ບໍ່ວື່ວົນນຳຫຍັງ                              ເຫດຮົນແຮງຮ້ອນ

ນອນກໍ່ເຕັມຕາໄດ້                       ບໍ່ມີມານກວນກໍ່

ບໍ່ຄືຄາວແຕ່ກີ້                             ນອນລີ້ຢູ່ຂຸມ

  • ບຸນຄຸນພັກ ປົກປ້ອງປຸ້ມ   ປານຢູ່ເມືອງແມນ

ແດນສຸຂະວະດີ                         ເລີດອີຫຼີສົມແມ້ງ

ແສງປະວັດໃສກ້າ                      ແກ້ວປະທຳມະລາດ

ຢາດລົງມາແຕ່ຟ້າ                      ມາເບື້ອງມະນຸດຄົນ

  • 2 ທັນວາເອີຍ! ຂໍໃຫ້ຄຽງຄູ່ຟ້າ       ປະຊາຊາດລາວທັງຜອງ

ເມືອງລາວເປັນເມືອງທອງ           ຢູ່ສຸກສະຫງົບນິ້ງ

ສຸກສົມຈິງຈັງເວົ້າ                            ເມືອງລາວລ້ຳເລີດ

ເກີດເປັນລາວ ພູມໃຈຫຼາຍຍິ່ງແທ້        ຫາແນວອ້າງບໍ່ເທົ່າທັນ

  • ຂໍຖະໜົນຮັກໝັ້ນ                    ບຸນຄຸນພັກປະຊາຊົນ

ອຸທິດຕົນ-ອຸທິດໃຈ                               ເພື່ອລາວຫຼາຍລ້ານ

ສຸກສຳລານເລີງເລື້ອຍ                           ເອື້ອຍອາວນ້ອງນຸ່ງ

ທັງພໍ່ລຸງ ແລະ ແມ່ປ້າ 2 ທັນວາເບີກຟ້າ             ນະພາແຈ້ງຮຸ່ງແສງ

  • ຢ່າມີແນວກັ່ນແກ້ງ                    ແຊງຍາດມີບັນຫາ

ສິ່ງສັກສິດໃນໂລກກາ                             ຊ່ວຍມາຖະໜອມຕຸ້ມ

ມາຄຸ້ມຄອງຄຽນເຄົ້າ                             ປະຊາລາວທຸກເຜົ່າ

ຍືນຍົງຍາວຢູ່ໝັ້ນ                                 ນິຣັນດອນຄູ່ຟ້າ

                                                          ລາວກ້າກວ່າແຕ່ຫຼັງ ແທ້ນາ...

 

Delicious Digg Fark Twitter