ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 13, 2010 | ມີ 2 ຄຳເຫັນ ແລະ 0 trackback(s)

        ສຳຫລັບບັນດາທ່ານຜູ້ທີ່ມັກ  ລ້ຽງສັດເປັນຊີວິດຈິດໃຈນໍ່.... ບໍ່ວ່າຈະເປັນ
ງົວ,ຄວາຍ,ຫມູ,ແມວ,ເປັດ,ໄກ່... ຫລືອື່ນໆ.
      ໂດຍສະເພາະແລ້ວແມ່ນ ຫມາ ເນາະ ທີ່ຂ້າພະເຈົ້າຢາກນຳມາເວົ້າໃນມື້ນີ້
ຖືວ່າເປັນສັດລ້ຽງທີ່
ສະຫລາດ, ຄຳຮູ້, ຊື່ສັດ ແຖມຍັງຫນ້າຮັກ ແລະ ເປັນຫມູ່ໄດ້ອີກດ້ວຍ

 

ອືມມ..........ວ່າແລ້ວຕົວທ່ານເອງເດ໋?

ສຳລັບຂ້າພະເຈົ້າເອງ ມີ ສີ່ ໂຕເນາະ
ເວລາທີ່ກັບມາເຖືງບ້ານ ເມື່ອໃດ..
ມີຫມາຫາງກຸ້ນ ໂຕໃຫຍ່ກວ່າຫມູ່ ໂຕຫນື່ງ
ພໍແຕ່ມັນເຫັນຂ້າພະເຈົ້າກັບມາຮອດເຮືອນ ມັນກໍ່ຈ່ະສະບັດກົ້ນຂອງມັນ ທຳທ່າຄືກັນກັບວ່າມັນດີໃຈ ແລະ ພະຍາຍາມເອົາໂຕຂອງມັນເອງ ບຽດໄປ ບຽດມາ ຢູ່ຂາຂອງ
ຂ້າພະເຈົ້າເອງ ແລ້ວກໍ່ເລຍທີ່ປາຍມື..... ອິອິ
ບາງທີ ກໍ່ໂດດໃສ່ເລີຍ..... ແຫ່ໆ ເຮັດໃຫ້ຂ້າພະເຈົ້າລືມຄວາມ ອິດເຫມື່ອຍ ຈາກບັນຫາ ເລື່ອງລາວປະຈຳວັນ ໄປຊົ່ວຂະນະ ..ຂ້າພະເຈົ້້າຮັກມັນຫລາຍ..... ແລະມັນກໍ່ເປັນແບບນີ້ ທຸກໆມື້....

ແຕ່ຍ້ອນຄວາມຄູ້ນເຄີຍ ແລະ ຄວາມລື້ງ ກັບຜູ້ຄົນແປກຫນ້າໃດ້ງ່າຍຂອງມັນນັ້ນ
ຈື່ງຄາດວ່າເຮັດໃຫ້ ມັນພາດຫລົງໄປກັບຄົນບໍ່ດີ ແລະ ໃນທີ່ສຸດກໍ່ຖືກຄົນເຫລົ່ານັ້ນຈັບໄປກີນ ຫລື ຂາຍ ກໍ່ເປັນໄດ້...
ແລະດຽວນີ້ກໍ່ຍັງບໍ່ ເຫັນແມ້ນແຕ່ ເງົາຂອງມັນ ເທື່ອ
( ເລື່ອງນີ້ ເກີດຂື້ນສາມປີກ່ອນ ກ່ອນທີ່ຂ້າພະເຈົ້າຈ່ະຮູ້ຈັກກັບ ພັນລາວອີກ )
ຮ່າຍ....ເປັນຕາອີ່ຕົນມັນຂະຫນາດ

Delicious Digg Fark Twitter