ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 1, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

            http://punlao.com/portu/diary/18369/ ນິຍາຍ ສາວຂີ້ອາຍກັບຊາຍຈິດແປກ ຕອນທີ່ 1

            ຈາກຕອນທີ່ແລ້ວທີ່ ຊັນ  ໄດ້ຮັບສາຍໂທລະສັບປິດສະໜາຈາກເບີທີ່ບໍ່ຄຸ້ນ ພໍຮັບສາຍກໍ່ບໍ່ມີສຽງຕອບກັບແຕ່ພໍ

ຊັນ ກຳລັງຈະວາງສາຍນັ້ນກໍມີສຽງຕອບຂຶ້ນວ່າ:

            } } } } ສຽງວົນແຊວຂອງເດັກນ້ອຍ ແລະ ໄວລຸ້ນໜຸ່ມສາວທີ່ກຳລັງພວມແລ່ນເລ່ນ ແລະ ເຮັດກິດຈະກຳຕ່າງໆໆ

ຂອງໃຜລາວນັ້ນບໍ່ວ່າຈະເປັນກຸ່ມເດັກນ້ອຍເລ່ນການລະເລ່ນຕ່າງ , ກຸ່ມໄວລຸ້ນໄວໜຸ່ມພາກັນເອົາໝາກຕໍ້ມາເຕະເປັນເກມ

ເຕະບານຢ່າງເຫື່ອໄຫຼໄຄຍ້ອຍບາງພ້ອງກະພາກັນເລ່ນກິລາບານບ່ວງຕີບານຕາມພາສາຜູ້ຊາຍ ເບິ່ງໄປອີກມຸມໜື່ງກໍ່ເຫັນ

ບັນດາສາວໆໄວລຸ້ນພາກັນສຸ່ມແຊວຕາມຮ້ານຄ້າອາຫານ (ເຊິ່ງອົດຢາກມາແຕ່ໃສບໍ່ຮູ້ອິອິເຫັນພັກເທື່ອໃດຕ້ອງເປັນອັນກິນ

ຜູ້ຍິງນິ) ,  ແຕ່ກະມີບາງກຸ່ມທີ່ຢູ່ຕາມຫ້ອງອາຄານຮຽນຈັບກຸ່ມນັ່ງຝອຍກັນບໍ່ວ່າຈະເປັນກຸ່ມຍິງ ຫຼື ກຸ່ມຊາຍດຽວສຽງແຊວ

ສະໄປທົ່ວສາລະທິດ ເຊິ່ງກໍ່ເປັນໄປຕາມສະພາບບັນຍາກາດປົກກະຕິຂອງໂຮງຮຽນມັດທະຍົມສົມບູນ ເດຊາ ເຊິ່ງເປັນໂຮງ

ຮຽນທີ່ໃຫຍ່ໂຕ ແລະມີນັກຮຽນຈຳນວນຫຼາຍລ້ວນແຕ່ເປັນລູກຄົນມີເງິນກັນທັງນັ້ນຄ່ອຍໄດ້ຮຽນທີ່ໂຮງຮຽນນີ້ເພາະເປັນ

ໂຮງຮຽນທີ່ພຽບພ້ອມໄປທຸກຢ່າງນັກຮຽນທຸກຄົນທີ່ມາຮຽນກໍ່ຄວາມສົດໃສທຸກຄົນແຕ່ຜິດກັບນັກຮຽນກຸ່ມໜື່ງທີ່ຫ້ອງ

ມ5/3 ພວກເຂົາໄດ້ຈັບກຸ່ມລົມກັນຕາມພາສາບັນດາສາວໆຂາເມົ້າ ແລະ ກຳລັງຍຸເຍົ້າສາວນ້ອຍ ໜ້າຮັກຄົນໜື່ງໃຫ້ເຮັດຫຍັງ

ບາງຢ່າງເຊິ່ງທ່າທີຂອງສາວນ້ອຍນັ້ນກໍ່ມີທ່າທີ່ອາຍໆໆທື່ຈະເຮັດໃນສິ່ງທີ່ໝູ່ກຳລັງກະຕຸ້ນໃຫ້ເຮັດ ແລະ ໃນຂະນະນັ້ນມີສຽງ

ຂອງໝູ່ຄົນໜື່ງເວົ້າຂຶ້ນມາວ່າ:

       "ໂອ້ຍ ເພິ່ນຈະເຮັດຫຍັງກະຮີບເຮັດແມະ ມາເລົ່າໃຫ້ເຂົາຟັງບາດເຂົາບອກລະບໍ່ເຮັດເພິ່ນນິ" ສາວນ້ອຍຮູບຮ່າງກະທັດ

ຮັດຜິວຂາວ ໜ້າຕາໜ້າຮັກເວົ້າຂຶ້ນແລ້ວກໍ່ມີສຽງໝູ່ສະໜັບສະໜູນຕື່ມອີກ

       "ອືມ ກີ້ ເວົ້າຖືກແລະ ເພິ່ນລະມາເວົ້າສູ່ພວກເຂົາຟັງເຮັດຫຍັງຊັນ" ພໍສາວນ້ອຍຄົນນີ້ເວົ້າຈົບໝູ່ອີກຫຼາຍຄົນກະເວົ້າຂຶ້ນ

ພ້ອມກັນທຳນອງດຽວກັນທັງ ເມ ສາວນ້ອຍຮູບຮ່າງສູງຜິວສີນ້ຳຕານ , ຫຼິນ ສາວໜ້າໝວຍຜິວຂາວ , ແອນນີ້ ສາວໜ້າຄົມ

ຄ້າຍລູດຊອດ ທັງສາມເວົ້າຂຶ້ນວ່າ

        "ແມ່ນໆໆແມ່ນຄວາມ ກີ້ ກັບ ຊິງ ແລະເພິ່ນກະເຮັດໂລດນະເພິ່ນອາຍຫຍັງເກາະດຽວກະບໍ່ຮູ້ວ່າໃຜແລະ" ທັງສາມ

ສຽງປະສານກັນ ແລະ ຕອນນັ້ນສາວຫ້າວຂອງກຸ່ມຊື່ ເປີ້ນ ໄດ້ຍ່າງເຂົ້າໄປຈັບໂທລະສັບຈາກມືຂອງ ສາວນ້ອຍທີກຳລັງຖືກ

ໝູ່ອ້ອມຮອບຢູ່ ແລ້ວເວົ້າວ່າ

       "ມານີ້ພີຄເຂົາສິໂທໃຫ້ລະເພິ່ນລົມເດີ້" ເປີ້ນເວົ້າພ້ອມກົດເບິໂທ ໃນຂະນະທີ່ສາວນ້ອຍທີ່ໝູ່ອ້ອມຮອບນັ້ນ ຫຼື ພີຄ ກຳລັງ

ຕົກໃຈແລະກຳລັງຈະໄປດຶງໂທລະສັບຄືນຈາກເປີ້ນ ແຕ່ກະບໍ່ທັນເພາະ ພໍ ພີຄ ຈັບໂທລະສັບໄດ້ກໍ່ມີສຽງ ໜື່ງຮ້ອງອອກມາ

ຈາກໂທລະສັບຢ່າງແຮງວ່າ "ຮ່າໂຫຼ!!!!!!!!!!!!!!!!!!!!!"  ແລະ ດ້ວຍຄວາມຕົກໃຈນັ້ນ ພີຄ ເລີຍໄດ້ຈຳຕ້ອງຈັບຂຶ້ນມາລົມ ແລະ

ຕອບກັບໄປວ່າ 

       "ໂດຍສະບາຍດີແມ່ນໃຜນະ" ດ້ວຍສຽງອ່ອນຫວານ ແລະ ກໍ່ຢ້ານໆໆໃນສຽງຂອງຝ່າຍກົງຂ້າມ.

       "ລະເຈົ້າແມ່ນໃຜລະ" ຊັນ ຕອບພ້ອມກັບການຫຸ້ມຟັງຂອງບັນດາສາວໆໆໝູ່ຂອງພີຄ

        "ເຂົາພີຄນະເຫັນເພິ່ນສົ່ງມາຫາມື້ຄືນນີ້" ພີຄ ຕອບກັບໄປ ພ້ອມກັບໝູ່ທີ່ປະກອບທ່າທີບອກ ພີຄ ວ່າເປັນຜູ້ຊາຍຫຍັງ

ເວົ້າບໍ່ມ່ວນເພື່ອໃຫ້ຕັດສາຍ

        "ອ້າວລະຮູ້ເບີຂ້ອຍໄດ້ແນວໃດໂທມາເຮັດຫຍັງລະໂທມາລະບໍ່ເວົ້າ"  ຊັນ(ເວົ້າບໍ່ຈົງສົມພໍແລະບໍ່ມີໝູ່) ເວົ້າດ້ວຍທ່າທີທີ່

ກຳລັງໃຈຮ້າຍທີ່ໂທມາບໍ່ຍອມປາກຄືກັບຈະກໍ່ກວນບວກກັບກຳລັງຫາຕຶກຮຽນບໍ່ທັນເຈີຈົນລ່ວງກາຍໂມງມາຫຼາຍ ໂດຍ

ທີ່ບໍ່ທັນໄດ້ຟັງວ່າ ພີຄໄດ້ເວົ້າຫຍັງຊ້ຳ

          "ຕິດໆໆໆ" ສຽງໂທລະສັບຂອງພີຄກໍ່ຂາດຫາຍໄປຍິ່ງເຮັດໃຫ້ ຊັນ ໃຈຮ້າຍຂຶ້ນ

         ສ່ວນຝ່າຍ ພີຄ ບັນດາສາວຫຼັງຈາກທີ່ຍາດໂທລະສັບ ພີຄ ມາກົດວາງແລ້ວກໍ່ຟ້າວກັນຍາດເວົ້າຂື້ນ

         "ຜູ້ຊາຍຫຍັງເວົ້າຮອດບໍ່ມ່ວນປານນັ້ນສົ່ງມາຫາກາງຄ່ຳກາງຄືນສົງໄສພວກຂີ້ເມົາ" ຊິງ ເວົ້າຂຶ້ນດ້ວຍອາການເຄືອງ

ແທນໝູ່

         "ຜູ້ຊາຍປາກ Dog ບໍ່ມີມາລະຍາດຈັກໜ້ອຍ" ແອນນີ້ ເວົ້າພ້ອມການໂບກແປ້ງເສີມຄວາມງາມຍ້ອນໜ້າຫຍໍ້ຈາກການ

ຍາດກັນເວົ້າ

         "ຄົນແນວນີ້ກະມີຄົນໜ້າຮັກອົດສາໂທໄປລະມີແຕ່ຮ້າຍ ເຊີະ! ບໍ່ຕ້ອງໃສ່ໃຈເດີ້ພີຄ" ຫຼີນ ເວົ້າພ້ອມທັງໂອບພີຄ

         "ມື້ໜ້າເບິ່ງຢ່າໃຫ້ຮູ້ຈັກເດີ້ສິເຕະປາກໂລດຜູ້ຊາຍແນວນິ" ເປີ້ນ ສາວຫ້າວຂອງກຸ່ມເວົ້າດ້ວຍທ່າທີໃຈຮ້າຍ

         "ເຂົ້າໃຈຜິດກັນຕິເບາະ" ສາວເມ ຜູ້ໃຈດີເວົ້າຂຶ້ນ ແລະຖືກບັນດາໝູ່ທັງຫຼາຍຫັນມາເບິ່ງທັນທີ ແລ້ວເມກໍ່ເວົ້າຂຶ້ນວ່າ

"ເຂົ້າໃຈຜິດຫຍັງສັນດານຜູ້ຊາຍແລະນິພ້ອມກັບຫົວແຫ່ໆໆ" (ປ່ຽນຄວາມໄວຂະໜາດເຫີໆໆ)

         "ອາຈານມາແລ້ວຝອຍຫຼາຍຫານັ່ງບ່ອນແມະສູ່" ກີ້ ຮ້ອງຂຶ້ນເຕືອນໝູ່

         ຫຼັງຈາກທີ່ລົມກັນຈົນລືມວ່າໝົດເວລາພັກຜ່ອນແລ້ວກຸ່ມສາວໝູ່ສະນິດທັງຫົກກໍ່ຟ້າວຫາບ່ອນນັ່ງກ່ອນຈະຖືກ  ອາ

ຈານ ຂັວນຕາ ຈອມລະບຽບຈັດການເອົາແຕ່ໃນໃຈຕອນນັ້ນ ພີຄ ກັບຄິດແປກໆໆວ່າບໍ່ໄດ້ຄິດຄືໝູ່ກັບຄິດວ່າຜູ້ຊາຍຄົນນີ້

ກວນໆໆດີທັງທີໂຕເອງບໍ່ເຄີຍຄິດກັບເລື່ອງແນວນີ້ເພາະຂີ້ອາຍແຕ່ເປັນຫຍັງຄ່ອຍກ້າລົມໄປຕະກີ້ນີ້ແຕ່ກ່ອນຄວາມຄິດຈະ

ຫຼຸດລອຍໄປ ອາຈານ ຂັວນຕາ ຈອມໂຫດກໍ່ຍ່າງເຂົ້າມາສູ່ສາຍຕາພີຄ ພີຄເລີຍໄດ້ກັບມາສູ່ໂລກປັດຈຸບັນກ່ອນບໍ່ສະນັ້ນຄົງ

ຈະຖືກສົ່ງໄປນະຣົກອາຈານ ຂັວນຕາເປັນແນ່

        ສ່ວນຝ່າຍ ຊັນ ທີ່ຫົວເສຍຈາກຖືກວາງໂທລະສັບໃສ່ນັ້ນກໍ່ຫງຸດຫງິດບໍ່ເຊົາແຕ່ດ້ວຍສາເຫດທີ່ຕ້ອງຫາຕຶກຮຽນໃນວິ

ທະຍາໄລແຫ່ງນີ້ໃຫ້ເຈີກ່ອນເລີຍເລື່ອງນີ້ໄປກ່ອນພໍ ຊັນ ແລະ ເດດ ພົບອາຄານຮຽນຂອງແຕ່ລະຄົນຕ່າງກໍ່ແຍກກັນຂຶ້ນ

ຫ້ອງຂອງໃຜລາວ .ກ່ອນ ເດດ ຈະຂຶ້ນຕຶກຮຽນຕົນໄດ້ຮ້ອງໃສ່ຊັນກ່ອນວ່າ

          "ຊັນດຽວຂຶ້ນຫ້ອງແລ້ວພິທີແນະນຳໂຕລະໂທມາເດີ້ໄປກິນເຂົ້ານຳກັນ" ເດດເວົ້າ ພ້ອມເຮັດທ່າທີຄືຄົນຮັກໃສ່ຊັນ

ດ້ວຍຄວາມຕ້ອງການກວນຊັນ

          "ເອີ!!!!!!!!!!!!!!!!!!!!!!!!!!!!"   ຊັນ  ຕອບລາກສຽງຍາວພ້ອມທັງສັ່ນຫົວກັບທ່າທີຂອງເດດ

        ຫຼັງຈາກແລ້ວພິທີແນະນຳໂຕ ພາຍໃນຫ້ອງ ຊັນ ກໍໂທຫາ ເດດ ຕາມຄຳຊວນທີ່ເດດບອກ

        "ວ່າແນວໃດສ່ຽວເລີກລະພີທີໂຕນະໄປກິນຢູ່ຫວາເຂົ້າ" ຊັນ  ເວົ້າພ້ອມກັບຍ່າງລົງມາຈາກຕຶກ

        "ຫັ້ນແນ່ອົດຄິດຮອດເຂົາບໍ່ໄດ້ປານນັ້ນພຸ້ນຫວາເພິ່ນ"  ເດດ ເຮັດເວົ້າສຽງອ່ອນສຽງຫວານເພື່ອກວນຊັນ

         "ໂອ້ຍ(ຕູ)ສິຮາກ" ຊັນ  ເວົ້າແລະກະເຮັດສຽງຮາກໃສ່ເດດ

         "ຮ່າໆໆໆໆ" ເດດຫົວດ້ວຍຄວາມມ່ວນໃຈທີ່ໄດ້ກວນໝູ່

         "ເອີ້ ດຽວໆໆສິເລີກແລ້ວໂຕໄປຖ້າເຮົາຢູ່ຮ້ານຄ້າກ່ອນດຽວລົງໄປສິໂທຫາ" ເດດ  ເວົ້າດ້ວຍນ້ຳສຽງທີ່ຍັງອົດຫົວຢູ່

          ພໍ ເດດ ລົງມາ ແລະ ໂທຫາຊັນຈົນນຳມາຮອດຮ້ານກະບໍ່ເວັນທີ່ຈະກວດຊັນໂດຍຍ່າງເຂົ້າໄປທາງຫຼັງລະກະເຂົ້າໄປ

ຈີ້ແອວ ຊັນ ວັງກວນໝູ່ຕາມນິໄສ ແຕ່ສິ່ງຜິດພາດແມ່ນເດດຈີ້ແອວຜິດຄົນເຊິ່ງ ຊັນ ຍ່າງເຂົ້າມາເຫັນກະເລີຍຫົວຂຶ້ນຢ່າງ

ແຮງທີ່ເຫັນໝູ່ກຳລັງຂໍໂທດຂໍໂພຍຄົນອື່ນ

        "ຂໍໂທດເດີ້ຂໍໂທດຂ້ອຍຄິດວ່າໝູ່ຂ້ອຍ" ເດດ ເວົ້າພ້ອມກັບກົ້ມຫົວງຸບໆຂໍໂທດ

        "ບໍ່ເປັນຫຍັງດອກຜູ້ບ່າວມື້ໜ້າຢາກກວນບອກຂ້ອຍດີໆໆແມ້" ສຽງຂ້ອຍຊາຍແປກໜ້າທີ່ເຮັດເອົາເດດແຮງໜ້າຊີດ

ເຂົ້າໄປໃຫຍ່ວ່າແມ່ນສາວປະເພດສອງ

        "ໝູ່ຂ້ອຍມາລະໄປກ່ອນເດີ້" ເດດ ເວົ້າພ້ອມຟ້າວຍ່າງໜີ

         "ຮ່າໆໆໆໆສົມນ້ຳໜ້າ" ຊັນ ຫົວແລະເວົ້າຂັວນເດດຢ່າງມ່ວນໃຈ

         "ມີໝູ່ໃໝ່ເປັນແບບນີ້ລະຫວານິເພິ່ນ" ຊັນເວົ້າຕອກຍ້ຳສ້າງຄວາມອາຍໃຫ້ແກ່ເດດ

         "ໂອ້ຍພໍລະ" ເດດທັງເວົ້າທັງບໍ່ກ້າຫັນຫຼັງໄປສົບຕາກັບຄົນທາງຫຼັງ

         "ເອີຊັນຕອນເຊົ້າລົມນຳໃຜຄືໃຈຮ້າຍແທະ" ເດດຕັດບົດໄປກ່ອນທີ່ຈະເວົ້າຫາຄົນທາງຫຼັງຕໍ່

         "ຈັກແມ່ນໃຜບຸແນວໂທມາລະບໍ່ເວົ້າ" ຊັນຕອບພ້ອມທັງເລີ່ມຄິດໃຈຮ້າຍນຳອີກ

         "ສາວຫວາລະໝູ່" ເດດຖາມດ້ວຍຄວາມສົນໃຈອອກແນວຢາກຮູ້ຢາກເຫັນ

         "ອືມ ກະສຽງຜູ້ຍິງວາງໃສ່ອີກແມ້ເວົ້າບໍ່ທັນແລ້ວ"  ຊັນ  ເວົ້າດ້ວຍຄວາມເຊັງພ້ອມທັງເອີ້ນສັ່ງແນວກິນ

"ສາວໆໆຕ່ຳໝີ່ແນ່ເດີ້ຈືນລູກຊີ້ນນຳ"

         "ຫັ້ນເດໝູ່ເຮົາມີສາວອີກດຽວນິພັດທະນາເດລະ" ເດດ ເວົ້າດ້ວຍນ້ຳສຽງແນວກວນໆໆຕາມເຄີຍ

         "ລະຮູ້ຈັກໄດ້ແນວໃດນີ້ໂຕ" ເດດ ຖາມດ້ວຍຄວາມສົງໄສເພາະບໍ່ເຄີຍເຫັນໝູ່ໂຕສິເປັນຄົນໄປລົມໃຜກ່ອນ

          "ຈັກເດຖາມລະບໍ່ຕອບວ່າເຮົາສົ່ງໄປຫາຄືນນິລະຈັກຮູ້ເບີເຮົາແນວໃດ" ຊັນ ເວົ້າໂດຍບໍ່ທັນໄດ້ຄິດຫາຄຳເວົ້າໂຕເອງ

ເລີຍພ້ອມທັງກິນເຂົ້າໜົມໄປໃນການຖ້າອາຫານ

          "ອ້າວຊັນສະຕິດີບໍ່ນິໂຕສົ່ງຫາເຂົາລະສິບໍ່ໃຫ້ເຂົາຮູ້ເບີໂຕແນວໃດ" ເດດ ເວົ້າພ້ອມກັບງົງໃນຄຳເວົ້າໝູ່ພ້ອມກັບໂດດ

ໃສ່ແນວກິນທີ່ເອົາມາເສີບ

          ພໍຊັນໄດ້ຍິນ ເດດ ເວົ້າກ່ເລີຍຄິດໄດ້ວ່າ ມື້ຄີນນີ້ໂຕໄດ້ສົ່ງໄປຫາເບີໜື່ງທີ່ບໍ່ຮູ້ຈັກແທ້ເປັນ  ເບີທີ່ໄດ້ຈາກວິທະຍຸນັ້ນເອງ

  , ແລ້ວຊັນກໍ່ເວົ້າຂຶ້ນກັບ ເດດ ວ່າ:

         "ຊວຍແລ້ວເດດ" ຊັນ ເວົ້າດ້ວຍໜ້າຕາຕົກໃຈເຮັດໃຫ້ເດດຕົກໃຈໄປນຳຈົນດູດເສັ້ນຕຳໝີ່ຈົນຟົ້ງໃສ່ຕາໂຕເອງ

          "ໂອ້ຍ! ແສບໆໆ " ເດດທັງຮ້ອງ ທັງເວົ້າວ່າ "ໂອ້ຍ ແມ່ນຫັຍງເກາະໄຟໄໝ້ກົ້ນໂຕຫວາຕົກໃຈແທ້ຕົກໃຈວ່າ"

          "ບໍ່ແມ່ນ  ເຮົາຕົກໃຈອັນບ່ອນວ່າມື້ຄືນເຮົາສົ່ງໄປຫາເບີນັ້ນແທ້" ຊັນ  ເວົ້າຊີ້ແຈ້ງໃຫ້ເດດຟັງ

           "ໂອໂຫ້ ໂອ້ຍໆໆ ໝູ່ຂ້ອຍພັດທະນາມີສົ່ງຫາສາວ" ເດດ  ທັງເວົ້າທັງຮ້ອງແສບແລະເອົານ້ຳລູບຕາຢູ່

           "ລະເປັນຫຍັງລະຄືຕົກໃຈເຮັດຫຍັງ"ເດດ  ເວົ້າພ້ອມເງີຍໜ້າຂຶ້ນມາຈາກລ້າງຕາ

           "ສຽງສາວໜ້າຮັກບໍ່ສາວມາແຕ່ໃສນະຮູ້ຈັກມາແຕ່ໃສ" ເດດ  ຖາມເປັນຊຸດຫຼັງຈາກເຊົາແສບຕາ

          "ສຽງກະມ່ວນຢູ່ສາວໃສບໍ່ຮູ້ເຮົາລະໄດ້ຍິນເບີຈາກວິທະຍຸກະສົ່ງໄປເລ່ນຊື່ໆໆບໍ່ໄດ້ຄິດວ່າສິຕອບກັບມາເດ້" ຊັນ  ເວົ້າ

ແລ້ວເລີ່ມມີສີໜ້າກັງວົນ

          "ລະເປັນຫຍັງລະລະຕົກໃຈເຮັດຫຍັງ"  ເດດ  ຖາມຊ້ຳຄຳຖາມອີກເທື່ອໜື່ງດ້ວຍສີໜ້າແຮງງົງ

         "ກະແນວຕອນເຊົ້າລາວໂທມາເຮົາລະເວົ້າແຮງໃຫ້ເວີ້ຍບໍ່ແມ່ນລາວສິເວົ້າໃຫ້ເຮົາລະບໍ່ສິສົ່ງໄປຂໍໂທດດີບໍ່ນະເດດ"  ຊັນ

ຫັນມາປຶກສາເດດ

         "ຫັ້ນເດຫັ້ນເດແຜນສູງບໍ່ນິຢາກລົມສາວກະວ່າແນ່" ເດດ ຕອບແບບກວນໆໆແຕ່ຫັນໄປເຫັນສີໜ້າຂອງໝູ່ເລີຍບອກວ່າ

         "ອ້າວຄັນບໍ່ສະບາຍໃຈກະເຮັດຕາມທີ່ໃຈຢາກເຮັດກະຂໍໂທດດີໆໂລດແນວໂຕຜິດເດ້"  ເດດ ຕອບແລ້ວຫຼັງຈາກນັ້ນທັງ

ສອງກໍ່ຈັດການກັບອາຫານເທິງໂຕະກັນຕໍ່

        ເດດ ແລະ ຊັນຫຼັງຈາກກິນເຂົ້າແລ້ວກໍ່ພາກັນແຍກຍ້າຍກັບບ້ານ

         "ກັບບ້ານດີເດີ້ຊັນມື້ອື່ນເຈີກັນ" ເດດ  ຮ້ອງຄອບຊັນແລ້ວກໍ່ຂັບລົດອອກໄປ

         "ອືມ" ຊັນ ຕອບເດດ ພ້ອມກັບພວມຄິດກັບສິ່ງທີ່ໂຕເອງເວົ້ານຳຄົນມື້ເຊົ້າ

        ໃນລະຫວ່າງກັບ ບ້ານ ຈົນຮອດບ້ານ ຊັນກະຍັງຄິດບໍ່ຕົກວ່າຈະເຮັດແນວໃດດີໂຕເອງກະເປັນຄົນລົມບໍ່ຄ່ອຍເປັນຈະສົ່ງ

ປຂໍໂທດກະຢ້ານຖືກເວົ້າໃຫ້  ຊັນ ຄິດແນວໃດກະຄິດບໍ່ອອກວ່າຈະເຮັດແນວໃດດີ ຊັນ ຈັບໂທລະສັບຂຶ້ນມາພິມຂໍ້ຄວາມພິມ

ແລ້ວລະກະລົບ ລົບລະກະພິມໃໝ່ຫຼາຍໆໆ ອັນ ຊ້ຳກັບໄປກັບມາ

        ສ່ວນ ຝ່າຍ ພີຄ ສາວນ້ອຍໜ້າຮັກ ຂອງເຮົາກໍ່ເຊັ່ນດຽວກັນຫຼັງຈາກກັບບ້ານ  , ແລ້ວພາລະກິດສ່ວນໂຕຕ່າງໆໆຂອງ

ຕົນແລ້ວກໍ່ມານອນກິ້ງໄປກິ້ງມາຄິດຫາເລື່ອງຕອນເຊົ້າທີ່ຫ້ອງນອນຂະໜາດໃຫຍ່ເຕັມໄປດ້ວຍຕຸກກະຕາໝີແລ້ວກໍ່ເວົ້າກັບ

ໝີພູແສນຮັກຂອງຕົນວ່າ

       "ໝີພູ ຈ້າ ພີຄ ຈະເຮັດແນວໃດດີລອງສົ່ງໄປດີບໍ່" ພິຄ  ນອນກອດໂຕໝີລະກະລົມກັບມັນ

       "ລາວສິຮ້າຍພີຄ ອີກບໍ່ ລາວຈະລຳຄານບໍ່ ລາວເປັນຄົນແນວໃດນໍ້ ໝີພູບອກພີຄແນ່" ພີຄ  ຍັງກອດແລະເວົ້າກັບໝີພູຢູ່

ແລ້ວກໍ່ຈັບໂທລະສັບຂຶ້ນມາ  ແລະ ກໍ່ພິມຂໍ້ຄວາມຊ້ຳກັບໄປກັບແລ້ວກໍ່ລົບແລ້ວກໍ່ພິມຢູ່ແບບນັ້ນດ້ວຍຄວາມບໍ່ກ້າທີ່ຈະສົ່ງ

         ແລ້ວໃນທີ່ສຸດກໍ່ມີຂໍ້ຄວາມໜຶ່ງສົ່ງເຂົ້າມາ .........................................

         

 

 

 

ຕິດຕາມຕອນຕໍ່ໄປ

ຂໍ້ຄວາມນີ້ຈະແມ່ນຈາກຝ່າຍໃດສົ່ງຫາກັນຫຼືອາດຈະບໍ່ແມ່ນຈາກທັງສອງຄົນມັນເປັນຂໍ້ຄວາມຂອງໃຜແລະເນື້ອໃນແມ່ນຫຍັງ

ຕິດຕາມໃນຕອນຕໍ່ໄປ

ໝາຍເຫດ.

ມັກ ຫຼື ບໍ່ມັກແນວໃດຊ່ວຍຕິເຕືອນກັນແນ່ຄວນປັບປຸງໃນສ່ວນໃດຢາກໃຫ້ເລື່ອງເປັນແນວໃດເມັ້ນບອກໃ

 

          

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່