ນັບເປັນຮອບ 3 ປີ ທີ່ຂ້ອຍໄດ້ອອກໄປເຮັດວຽກຕ່າງແຂວງ ຫຼັງຈາກທີ່ນັ່ງຢູ່ແຕ່ໜ້າຈໍຄອມພິວເຕີ ໃນຫ້ອງ4ຫຼ່ຽມ ທີ່ເຕັມໄປດ້ວຍຕູ້ເອກະສານ ແລະ ເພື່ອນຮ່ວມງານຫຼາຍຄົນ ຊຶ່ງເຕັມໄປດ້ວຍວຽກງານ ແລະ ການຜິດຖຽງ,,,ເຂົ້າເລື່ອງເລີຍ, ໃນຊ່ວງ 15-30/10/2011 ຂ້ອຍໄດ້ມີໂອກາດໄປເຮັດວຽກຕ່າງແຂວງ ເພື່ອເກັບກຳຂໍ້ມູນ ເຮືອນເຜົ່າມົ້ງ ຊຶ່ງສະຖານທີ່ກໍ່ຄື ເມືອງຊຳໃຕ້ ຊຶ່ງອອກຈາກຫຼວງພະບາງກໍ່ໄປພັກຢູ່ຊຳເໜືອ1 ຄືນ ແລະ ກໍ່ເປັນຄັ້ງທຳອິດ ທີ່ຂ້ອຍໄດ້ມາຢຽບ ຜືນແຜນດິນ ວິລະຊົນ ຄົນກ້າ ທີ່ເຕັມໄປດ້ວຍຮ່ອງປະຫວັດສາດຂອງການປະຕິວັດລາວ ຈາກນັ້ນຈຶ່ງເດີນທາງໄປເມືອງຊຳໃຕ້ ຊຶ່ງຫ່າງຈາກເມືອງຊຳເໜືອໄປທາງທິດຕາເວັນອອກສຽງໃຕ້ 145 ກິໂລແມັດ ແລ້ວພັກຢູ່ທີ່ນັ້ນ 4ຄືນ ເພື່ອກະກຽມເອກະສານແລະການພົວພັນໃນຂັ້ນເມືອງ ແລະ ຊອກໝູ່ບ້ານທີ່ຈະໄປ ຊຳໃຕ້ກໍ່ຍັງຖືວ່າເປັນເມືອງໜຶ່ງທີ່ການພັດທະນາຍັງໄປບໍ່ທົ່ວເຖິງ ຕະຫຼາດຮ້ານຄ້າ ແລະ ບັນດາຫ້ອງການ ຍັງເປັນອາຄານທຳມະດາ ແລະທີ່ສຳຄັນ ໄຟຟ້າ ຕ້ອງໄດ້ແບ່ງດກັນໃຊ້ລະຫວ່າງຄຸ້ມໃຕ້ແລະຄຸ້ມເໜືອ ຄົນລະມື້ ຜັດປ່ຽນກັນ, ຈາກນັ້ນກໍ່ເດີນທາງຕໍ່ໄປຍັງບ້ານນ້ຳບົງ ຫ່າງຈາກຕົວເມືອງຊຳໃຕ້ 80 ກວ່າກິໂລ ຂັບລົດຈັກໄປເກືອບ 4 ຊົ່ວໂມງ ຕາມເສັ້ນທາງ ດິນແດງ ຂຶ້ນພູລົງຫ້ວຍຕ່າງໆນາໆ ຈຶ່ງເຖິງບ້ານດັ່ງກ່າວ, ແຕ່ກໍ່ບໍ່ຜິດຫວັງ ເມື່ອໃປເຖິງ ເພາະບ້ານມີທີ່ຕັ້ງທີ່ງົດງາມ ປະກອບກັບແສງອາທິດຕອນແລງສະທ້ອນມາໃສ່ຫຼັງຄາ ທີ່ມຸງດ້ວຍໄມ້, ບ້ານນ້ຳບົງ ເປັນບ້ານຊົນເຜົ່າມົ້ງ 100% ມີທັງໝົດ 60 ຄອບຄົວ ພົນລະເມືອງ 423ຄົນ ເປັນບ້ານທີ່ດຳລົງຊີວິດແບບຕິດພັນກັບທຳມະຊາດ ບໍ່ມີລະບົບສາທາລະນຸປະໂພກ-ປະການຫຍັງ ນອກຈາກໂຮງຮຽນ ປະຖົມ ປໍ1-5, ບໍ່ມີໄຟຟ້າ ບໍ່ມີສັນຍານໂທລະສັບ ອາໄສນ້ຳທີ່ໄຫຼລົງມາຈາກຍອດພູເພື່ອນຳໃຊ້ໃນຊີວິດປະຈຳວັນ, ຂ້ອຍໄດ້ພັກຢູ່ທີ່ເຮືອນນາຍບ້ານ4ມື້ ເພື່ອສຳຫຼວດໝູ່ບ້ານ ໂດຍການແຕ້ມແຜນຜັງ ແລະ ຮູບແບບ ອາຄານ ຊຶ່ງຂ້ອຍມີຄວາມສົນໃຈຫຼາຍ ເນື່ອງຈາກເຮືອນແຕ່ລະຫຼັງ ແມ່ນ ເຮັດດ້ວຍໄມ້ໝົດເລີຍ ນັບແຕ່ເສົາ ຂື່ ຝາ ແລະ ຫຼັງຄາມຸງ ຈຸດພິເສດແມ່ນໄມ້ຊະນິດດຽວກັນຄື ໄມ້ ໂລງເລງ ຊະຸນິດຫອມ ຕົ້ນໃຫຍ່ ນ້ຳໜັກເບົາ ແຕ່ທົນທານ ແລະ ທີ່ສຳຄັນແມ່ນເຂົ້າເຈົ້າໃຊ້ມີດ ພ້າ ແລະ ອຸປະກອນທີ່ເຮັດຂຶ້ນມາເອງໃນການຕັດໄມ້ມາເປັນພາກສ່ວນຕ່າງໆຂອງເຮືອນ ໂດຍບໍ່ໄດ້ອາໄສເລື່ອຍແລະ ເຄື່ອງມືທີ່ທັນສະໄໝ ຊຶ່ງມັນລ້ວນແຕ່ສະແດງເຖິງພູມປັນຍາແລະຄວາມອົດທົນຂອງເຂົາເຈົ້າ,,,,,ແຕ່ປັນຫາຂ້ອຍແມ່ນຢູ່ທີ່ການສື່ສານ ເພາະຂ້ອຍບໍ່ໄດ້ພາສາມົ້ງ ແລະເຂົາເຈົ້າບໍ່ໄດ້ພາສາລາວລຸ່ມ ນອກຈາກນາຍບ້ານ ແລະ ຄົນຈຳນວນໜຶ່ງ ຂ້ອຍຕ້ອງໄດ້ອາໄສ ອ້າຍທີ່ໄປນຳ (ເປັນຄົນມົ້ງ) ຊ່ວຍແປໃຫ້ ຢູ່ເຮືອນນາຍບ້ານ ມີທັງໝົດ13ຄົນ ລູກ9ຄົນ ລູກເຂີຍ1 ລູກໄພ້1 ແລະ ລວມພວກຂ້ອຍອີກ 2 ເປັນ 15 ມີແຕ່ນາຍບ້ານເທົ່ານັ້ນທີ່ຂ້ອຍພໍລົມເຂົ້າໃຈ ສ່ວນເຫຼືອ ແມ່ນຕ້ອງໃຊ້ພາສາມື ຂ້ອຍ ກາຍເປັນຄົນຕ່າງປະເທດໄປເລີຍ, ແລະ ອີກອັນໜຶ່ງແມ່ນເລື່ອງຂອງອາຫານ ຂ້ອຍບໍ່ແປກໃຈເລີຍເປັນຫຍັງລູກຫຼາຍເຂົາເຈົ້າຍັງລ້ຽງໄດ້,,, ເພາະວ່າມີເຂົ້າ ແລະ ນ້ຳທ່າຫຼືນ້ຳຕົ້ມຜັກເຂົ້າກໍ່ກິນດ້ວຍຄວາມແຊບ, ຊຶ່ງອາຫານຂ້ອຍນັ້ນແມ່ນ ເຂົ້າຈ້າວກັບຕົ້ມໝາກອຶ ໝາກຖົ່ວ ຊຶ່ງເປັນລັກສະນະຕົ້ມຈືດບໍ່ໄສຫຍັງ ຖ້າເປັນແຈ່ວ ກໍ່ແມ່ນຕຳໝາກເຜັດດິບໃສ່ເກືອ,,,ແຕ່ກະຍັງດີທີ່ມີໃຫ້ກິນ ດີກວ່າບໍ່ມີ,,,,,ຖ້າມື້ໃດບໍ່ເມື່ອຍຈຶ່ງຂໍຊື້ໄກ່ມາຕົ້ມ ກິນ ບໍ່ມີຜັກຫຍັງໃສ່ອີກ,,,,ແຕ່ເຖິງເຂົາເຈົ້າກິນອາຫານແບບນັ້ນ ແຕ່ກໍ່ຍັງມີກຳລັງແຮງຫຼາຍ ຊຶ່ງບັນດາເດັກນ້ອຍແລະ ຜູ້ຍິີງ ພາກັນເປ້ ຟືນ ແລະ ເຄື່ອງປູກຂອງຝັງ ທີ່ໜັກແລະຍ່າງຕາມທາງທີ່ໄກໄດ້ຢ່າງໜ້າເຫຼືອເຊື່ອ ຊຶ່ງຂ້ອຍລອງໄປທົດສອບເບິ່ງ ບາງອັຍຍັງແບບບໍ່ຂຶ້ນ ມັນໜັກຫຼາຍຂໍຍອມແພ້ໄປເລີຍ,,,,,,,,,,,,,,,ຫຼັງຈາກຄົບ4 ມື້ ທີ່ສຳຫຼວດແລ້ວ ຂ້ອຍກັບໝູ່ອີກຄົນ1 ຈຶ່ງໄປອີບ້ານໜຶ່ງ ຄືບ້ານຫ້ວຍໄຮ່ ຫ່າງຈາກບ້ານ້ຳບົງ 10ກວ່າກິໂລແມັດ ໃຊ້ເວລາຍ່າງຕາມພູ ໄປ 3ຊົ່ວໂມງເຄີ່ງ ຈຶ່ງຮອດ ພໍດີຄ່ຳ ໄຄແດ່ ບ້ານນີ້ ມີສັນຍານໂທລະສັບ ແລະ ໃຊ້ໄຟຟ້າ ນ້ຳຍ່ອນ, ຂ້ອຍໄດ້ໄປຂໍນອນທີ່ເຮືອນຂອງຕາແສງບ້ານ ແລະ ໄດ້ພົບກັບວັນໄຊ ລູກຊາຍ ຕາແສງ ວັນໄຊ ອາຍຸ 18 ປີ ກຳລັງຮຽນຢູ່ຊັ້ນມໍ4 ຊຶ່ງຍ່າງໄປໂຮງຮຽນ 1ຊົ່ວໂມງຈຶ່ງຮອດ ເນື່ອງຈາກໃນບ້ານບໍ່ມີໂຮງຮຽນມັດທະຍົມ ຈຶ່ງໄປເຂົ້າຢູ່ບ້ານອື່ນ,,,,ເນື່ອງຈາກວັນໄຊ ໄດ້ຮຽນໜັງສື ຂ້ອຍຈຶ່ງສາມາໄດ້ສື່ສານປາກເວົ້າກັບລາວເຂົ້າໃຈໄດ້ ລວມທັງຕາແສງບ້ານນຳ ຫຼັງຈາກກິນເຂົ້າແລງແລ້ວກໍ່ເຂົ້ານອນເນື່ອງຈາກເມື່ອຍຫຼາຍ(ຍ່າງດົນໂພດ),,ຂ້ອຍຕື່ນມາໃນຕອນເຊົ້າ ພ້ອມດ້ວຍສຽງໃຫ້ຂອງເດັກນ້ອຍ ແລະ ໝູ່ໝາກາໄກ່ທີ່ຮ້ອງຊ ອກກິນໃນຕອນ 6 ໂມງເຊົ້າ ຂ້ອຍເຫັນວັນໄຊ ກຳລັງຈະໄປໂຮງຮຽນ ພ້ອມດ້ວຍເຂົ້າຈ້າວ1 ຖົງ ເພື່ອກຽໃໄປກິນນຳ ວັນໄຊຍ່າງໄປໂຮງຮຽນພ້ອມດ້ວຍໝູ່ຫຼາຍຄົນ ຊຶ່ງເປັນປົກກະຕິທີ່ຕ້ອງໄດ້ໄປແຕ່ເຊົ້າໆ ເພາະໂຮງຮຽນຢູ່ໄກ, ຫຼັງຈາກກິນເຂົ້າເຊົ້າແລ້ວ ຂ້ອຍກັບໝູ່ກໍ່ເລີ່ມສຳຫຼວດແຕ້ມ ເຮືອນໃນບ້ານດັ່ງກ່າວ ພ້ອມກັບການກົດຊັດເຕີ ບັນທຶກພາບໄປໃນຕົວ ບ້ານນີ້ກະບໍ່ຕ່າງຫຍັງກັບບ້ານນ້ຳບົງ ເຮືອນກໍ່ຍັງເຮັດດ້ວຍໄມ້ໝົດຫຼັງຄືກັນ ແຕ່ຕ່າງສະຖານທີ່ຊື່ໆ, ເມື່ອຮອດ1 ໂມງ ຈຶ່ງໄດ້ ຍ່າງກັບມາຍັງບ້ານນ້ຳບົງ ເພື່ອເອົາລົດຈັກ ແລະ ເຄື່ອງນຸ່ງຈຳນວນໜຶ່ງ ກ່ອນຈາກຂ້ອຍກໍ່ໄດ້ໃຫ້ຄວາມຂອບໃຈນາຍບ້ານທີ່ອຳນວຍຄວາມສະດວກທຸກຢ່າງ ຂ້ອຍ ປົດໝວກ ແລະ ເສື້ອຍືດ 3 ໂຕ ພ້ອມດ້ວຍອຸປະກອນການຮຽນໃຫ້ ລູກຊາຍນາຍບ້ານທີ່ກຳລັງຮຽນປໍ3 ແຕ່ກະລົມກັບຂ້ອຍບໍ່ເຂົ້າໃຈ,,,ຫຼັງຈາກອອກເດີນທາງມາຮອດຊຳໃຕ້ກໍ່ຄ່ຳມືດແລ້ວ ຈຶ່ງນອນຢູ່ຊຳໃຕ້1 ຄືນ ຕື່ນຕອນເຊົ້າຈຶ້ງມາຂຶ້ນລົດເມ ມາຊຳເໜືອ , ມາຮອດຊຳເໜືອຕອນ 3 ໂມງ ບໍ່ມີລົດມາຫຼວງພະບາງ ຈຶ່ງຕ້ອງໄປນອນບ້ານພັກ ຢູ່ຊຳເໜືອອີກ1 ຄືນ ຈຶ່ງໄດ້ກັບມາ ຫຼວງພະບາງ ເພື່ອກັບຄືນສູ່ຊີວິດປົກກະຕິ ,
ຈາກປະສົບການດັ່ງກ່າວມັນເຮັດໃຫ້ຂ້ອຍຮູ້ວ່າຊີວິດຂອງຄົນເຮົາມັນຕ່າງກັນຫຼາຍ ລະຫວ່າງສັງຄົມໃນເມືອງ ທີ່ສັບສົນວຸ້ນວາຍໄປດ້ວຍຄ່ານິຍົມ ແລະ ກະແສສັງຄົມທີ່ແຂ່ງຂັນກັນ ແລະ ຊີວິດໃນຊົນນະບົດ ທີ່ຢູ່ແບບທຳມະຊາດ ເຖິງເຂົາເຈົ້າ ຈະເຮັດວຽກໜັກແລະ ເມື່ອຍລ້າ ແຕ່ເຂົາເຈົ້າກະມີຄວາມສຸກໃນຊີວິດ ເຖິງຈະທຸກກາຍ ແຕ່ກໍ່ສຸກໃຈ ເພາະຂ້ອຍສັງເກດເຫັນໄດ້ ຈາກຮອຍຍີ້ມ ແລະ ສຽງຫົວຂອງແຕ່ລະຄອບຄົວທີ່ມີໃຫ້ກັນ,
( ຍາວໄປເດີ,,,,,,,,,,,,,,,,,,ຖ້າເວົ້າໄປແລ້ວຫຼາຍກວ່ານີ້ອີກ5555+)