ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ສ້າງເມື່ອ ຕ.ລ.. 13, 2011 46 ຄົນໂຫວດ, 0 ຄຳເຫັນ, ອ່ານ 493 ເທື່ອ
ສະມາຊິກພັນລາວເຮົາຮູ້ສຶກແບບໃດ ກ່ຽວກັບກໍລະນີ ການແຈ້ງການຂອງກະຊວງໂທລະຄົມ ທີ່ວ່າ.. ໃຫ້ເຈົ້າຂອງຜູ້ທີ່ໃຊ້ໂທລະສັບແບບເຕີມເງິນ ທຸກເຄືອຂ່າຍ ມາຂຶ້ນທະບຽນເປັນຂອງຕົວເອງ ມີ1ເບີ ຂຶ້ນ1ເບີ ມີ 10 ເບີ ຂຶ້ນທະບຽນ 10 ເບີ ໂດຍນຳເອົາສຳມະໂນຄົວ ແລະ ບັດປະຈຳຕົວມາແຈ້ງນຳ ຖ້າໃຜບໍ່ເຮັດແມ່ນຈະຖືກຕັດອອກພາຍໃນ 6 ເດືອນທີ່ແຈ້ງການອອກໄປ. ຊຶ່ງຖ້າເບີ່ງໄປແລ້ວ ມັນກໍ່ຈະມີທັງຜົນດີ ແລະ ຜົນເສຍ .

 
ສ້າງເມື່ອ ກ.ຍ.. 6, 2011 20 ຄົນໂຫວດ, 0 ຄຳເຫັນ, ອ່ານ 752 ເທື່ອ
ຢາກໃຫ້ພີ່ນ້ອງຊາວພັນລາວຊ່ວຍໂຫວດ ຄຳຂວັນໃຫ້ແດ່ເພາະຍັງຕັດສິນໃຈບໍ່ໄດ້ເທື່ອ.ຫຼືຈະຊ່ວຍຄິດເພີ່ມກໍ່ໄດ້ເດີ ຂອບໃຈ....

 
ສ້າງເມື່ອ ກ.ຍ.. 1, 2011 32 ຄົນໂຫວດ, 0 ຄຳເຫັນ, ອ່ານ 1166 ເທື່ອ
ຈາກການນຳສະເໜີຄະດີສະເທືອນຂວັນໃນຄັ້ງກ່ອນທີ່ເຮັດໃຫ້ພີ່ນ້ອງຊາວລາວເຮົາຕົກສະເຫງີ້ໄປເລີນຍ ກ່ຽວກັບ ກັບການຄາດຕະກຳເມຍເພື່ອເອົາລູກຫຼອດ. ຊຶ່ງເກີດຂຶ້ນຢູ່ໃນແຂວງຊຽງຂວາງນັ້ນເອງ......ຊຶ່ງກໍ່ຄືຄະດີຂອງນາງເວີ່ນ ອາຍຸ24ປີ ກຳລັງຖືພາໄດ້3 ເດືອນ ຈາກຄວາມໄວ້ເນື້ອເຊື່ອໃຈ ທ້າວ ເພັດສົມພອນ (ຜູ້ເປັນຜົວ) ຄົຮທີ່ນາງຄິດວ່າເປັນຊ້າງຕີນໜ້າ ແລະ ຄົນທີ່ນາງມອບຄວາມຮັກໃຫ້ ແຕ່ສຸດທ້າຍກໍ່ຕ້ອງມາຈົບຊີວິດລົງແບບໜ້າສົງສານ ຈາກຄວາມໂລບມາກໂລພາ ແລະ ເຊື່ອຖືງົມງວາຍ ຂອງຜູ້ເປັນຜົວ ແລະຈາກເຫດການດັ່ງກ່າວ ຫຼ້າສຸດ ສານ ຂອງແຂວງຊຽງຂວາງໄດ້ອອກຄຳຕັດສິນແລ້ວ ວ່າ ຜູ້ເປັນຜົວ ຕ້ອງຮັບໂທດ ຈຳຄຸກຕະຫຼອດຊີວິດ ພ້ອມກັບຊົດໃຊ້ຄ່າເສຍຫາຍໃຫ້ແມ່ຂອງຜູ້ຕາຍ ເປັນຈຳນວນເງິນ 35.000.000 ລ້ານກີບ ....ໃນຖານະຄົນລາວພວກເຈົ້າມີຄຳເຫັນແນວໃດ..

 
ສ້າງເມື່ອ ກ.ລ.. 19, 2011 33 ຄົນໂຫວດ, 0 ຄຳເຫັນ, ອ່ານ 595 ເທື່ອ
ຈາກຜູ້ຊາຍຄົນໜຶ່ງທີ່ເຈົ້າຮັກ ແລະ ເຂົາກໍ່ຮັກເຈົ້າ ແຕ່ວັນໜຶ່ງເຂົາກັບປັນໃຈໄປໃຫ້ອີກຄົນທີ່ບໍ່ແມ່ນເພດດຽວກັບເຈົ້າ ແຕ່ເຂົາຍັງມີຄວາມຮັກໃຫ້ເຈົ້າຄືເກົ່າ ແລ້ວເຈົ້າສິເຮັດແບບໃດ