ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຂ້າເມຍເອົາລູກຫຼອດ ກັບບົດລົງໂທດຂອງສານ
ສ້າງເມື່ອ ກ.ຍ.. 1, 2011 32 ຄົນໂຫວດ, 32 ຄຳເຫັນ, ອ່ານ 1162 ເທື່ອ
ຈາກການນຳສະເໜີຄະດີສະເທືອນຂວັນໃນຄັ້ງກ່ອນທີ່ເຮັດໃຫ້ພີ່ນ້ອງຊາວລາວເຮົາຕົກສະເຫງີ້ໄປເລີນຍ ກ່ຽວກັບ ກັບການຄາດຕະກຳເມຍເພື່ອເອົາລູກຫຼອດ.
ຊຶ່ງເກີດຂຶ້ນຢູ່ໃນແຂວງຊຽງຂວາງນັ້ນເອງ......ຊຶ່ງກໍ່ຄືຄະດີຂອງນາງເວີ່ນ ອາຍຸ24ປີ ກຳລັງຖືພາໄດ້3 ເດືອນ ຈາກຄວາມໄວ້ເນື້ອເຊື່ອໃຈ ທ້າວ ເພັດສົມພອນ (ຜູ້ເປັນຜົວ) ຄົຮທີ່ນາງຄິດວ່າເປັນຊ້າງຕີນໜ້າ ແລະ ຄົນທີ່ນາງມອບຄວາມຮັກໃຫ້ ແຕ່ສຸດທ້າຍກໍ່ຕ້ອງມາຈົບຊີວິດລົງແບບໜ້າສົງສານ ຈາກຄວາມໂລບມາກໂລພາ ແລະ ເຊື່ອຖືງົມງວາຍ ຂອງຜູ້ເປັນຜົວ
ແລະຈາກເຫດການດັ່ງກ່າວ ຫຼ້າສຸດ ສານ ຂອງແຂວງຊຽງຂວາງໄດ້ອອກຄຳຕັດສິນແລ້ວ ວ່າ ຜູ້ເປັນຜົວ ຕ້ອງຮັບໂທດ ຈຳຄຸກຕະຫຼອດຊີວິດ ພ້ອມກັບຊົດໃຊ້ຄ່າເສຍຫາຍໃຫ້ແມ່ຂອງຜູ້ຕາຍ ເປັນຈຳນວນເງິນ 35.000.000 ລ້ານກີບ
....ໃນຖານະຄົນລາວພວກເຈົ້າມີຄຳເຫັນແນວໃດ..