ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 8, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

ການອານາໄມເຮືອນຊານບ້ານຊ່ອງ ອາດຈະເຮັດໃຫ້ເກີດອຸບັດຕິເຫດ ແລະ ເກີດບາດແຜໄດ້ ຖ້າຫາກຮັກສາບາດແຜບໍ່ດີກໍ່ພາໃຫ້ເກີດພະຍາດແຊກຊ້ອນໄດ້ ເຊັ່ນ: ບາດແຜເປັນ ໜອງ ຈາກການຕິດເຊື້ອແບກທີເລຍ ຖ້າຫາກເປັນດົນນານຊີ້ນ ບໍລິເວນບາດແຜອາດເນົ່າເປື່ອຍ ອາດຕ້ອງຕັດອະໄວຍະວະສ່ວນນັ້ນຖີ້ມໄປ ຫຼື ອາດເສຍຊີວິດໄດ້ ແລະ ຫາກຕິດເຊື້ອໂລກ ບາດທະຍັກເຂົ້າສູ່ຮ່າງກາຍທາງບາດແຜ ອາດເຮັດໃຫ້ເສຍຊີວິດໄດ້ເຊັນດຽວກັນ. ດັ່ງນັ້ນຈຶ່ງ ຄວນໄດ້ຮັບການ ຊັກຢາວັນຊິນກະຕຸ້ນ ເພື່ອປ້ອງກັນເຊື້ອໂລກບາດທະຍັກທຸກໆ 10 ປີ ແລະ ຕ້ອງຄິດຢູ່ສະເໝີວ່າ ບໍ່ວ່າບາດແຜຈະນ້ອຍ ຫຼື ໃຫ່ຍຫາກເປິເປື້ອນຈາກເຊື້ອໂລກ ອາດກໍ່ໃຫ້ເກີດເປັນບາດທະຍັກໄດ້ ຄວນຂໍຄຳແນະນຳຈາກແພດ ເລື່ອງສັກວັນຊິນ​ເພື່ອກັນບາດ ທະຍັກ.


            ການປະຕິບັດເມື່ອເກີດບາດແຜ

1. ບາດແຜທີ່ບໍ່ເລິກຈະມີເລືອດອອກເລັກນ້ອຍ ແລະ ເຊົາໄດ້ເອງ ບາດແຜຈໍາພວກນີ້ບໍ່ ຄ່ອຍ​ເປັນອັນຕະລາຍ ໃຫ້ອານາໄມບາດແຜໂດຍໃສ່ຢາຂ້າເຊື້ອເຊັ່ນ: ເບຕາດິນ ບໍ່ຈຳ ເປັນ ຕ້ອງປິດບາດແຜ ​ແລະ ບາດແຜກໍ່ຈະເຊົາເອງ

2. ບາດແຜ​ເປັນ​ຮອຍ​ກ້ວາງ ເປັນບາດແຜທີ່ເກີດຈາກການກະທົບທີ່ຮຸນແຮງ ຫາກເປັນວັດຖຸທີ່ບໍ່ມີຄົມບາດ ແຜມັກ​ເປັນຮອຍ​ກ້ວາງ ບາດແຜຊະນິດນີ້ເຮັດ ໃຫ້ເນື້ອເຍື້ອຖືກທຳລາຍ ແລະ ມີໂອກາດຕິດເຊື້ອຫຼາຍ ຄວນອານາໄມບາດແຜໃຫ້ສະອາດ ຖ້າບາດແຜເລິກຫຼາຍຄວນນຳສົ່ງໂຮງໝໍ ເພາະຄົນເຈັບອາດ ໄດ້ຮັບອັນຕະລາຍຈາກການຕິດເຊື້ອໂລກໄດ້.

ການອານາໄມບາດແຜ

  • ລ້າງມືໃຫ້ສະອາດກ່ອນເຮັດບາດແຜ ເພື່ອຊ່ວຍຫຼຸດຈຳນວນເຊື້ອໂລກຢູ່ມື.
  • ໃຊ້ສຳລີສະອາດຈູ່ມນໍ້າຢາລ້າງ (ແອລກໍຮໍ) ເຊັດຮອບໆບາດແຜໂດຍເຊັດຈາກທາງ ໃນວົນມາທາງ ນອກທາງດຽວ ບໍ່ຕ້ອງເຊັດລົງໃນບາດແຜ
  • ໃສ່ຢາຂ້າເຊື້ອເຊັ່ນ: ເບຕາດິນ ລົງໃນບາດແຜ ເພື່ອບໍ່ໃຫ້ເກີດການຕິດເຊື້ອ
  • ປິດບາດແຜດ້ວຍປລາສເຕີ ບໍ່ໃຫ້ໃຊ້ສຳລີປິດບາດແຜ ເພາະເມື່ອບາດແຜແຫ້ງແລ້ວຈະຕິດ ກັບສຳລີ ເຮັດໃຫ້ດຶງອອກຍາກເກີດຄວາມເຈັບປວດ ແລະ ອາດເຮັດໃຫ້ເລືອດໄຫຼອອກໄດ້ ອີກ.
  • ອານາໄມບາດແຜເປັນປະຈຳທຸກຯມື້ ຫຼີກລຽງບໍ່ໃຫ້ບາດແຜເປິເປື້ອນ ຫຼື ປຽກນໍ້າເພາະ ອາດ ເຮັດໃຫ້ບາດແຜເກີດການອັກເສບເປັນໜອງ ​ແລະ ​ເຮັດ​ໃຫ້ບາດ​ແຜນານເຊົາ
  • ສັງເກດການອັກເສບຂອງບາດແຜເຊັ່ນ: ໄຄ່, ແດງ, ຮ້ອນ, ສີຜີວຂອງບາດແຜປ່ຽນໄປ ມີໜອງ ຄວນຟ້າວໄປພົບແພດເພື່ອຮັກສາຕໍ່ໄປ.
  • ປຶກສາແພດເພື່ອປະເມີນວ່າຈຳເປັນຕ້ອງຮັບການສັກຢາວັກຊິນປ້ອງກັບບາດທະຍັກ ຫຼື ບໍ່
Delicious Digg Fark Twitter