ຂຽນເມື່ອ: ມິ.ຖ.. 25, 2010
| ມີ
2 ຄຳເຫັນ
ແລະ
0 trackback(s)
" ອັນນີ້ຂອງຂວັນເຈົ້າ ຂຶ້ນແກ້ຢູ່ເວທີ "
" ຂ້ອຍບໍ່ຍິນດີນຳ ເພາະເຈົ້າເປັນຄົນແກ້ "
ບົວສະບາ ແລດູໜ້າ ສົບຕານາງທັງຍິ້ມຕໍ່
" ເຈົ້າບໍ່ເອົາແທ້ບໍ່ນີ້ " ສາຍຕາເຍີ້ຍໃສ່ນາງ
ສຸມາລີ ປິ່ນຂ້າງ ຫັນຫຼັງໃສ່ ບົວສະບາ
ທຳທ່າທາງເສີຍໆ ດັ່ງບໍ່ຍິນເຂົາເວົ້າ
ບົວສະບາ ເອົາມືຍູ້ ຊູນແຂນນາງຄ່ອຍໆ
" ຕົວເຈົ້າຄຽດໃຫ້ຂ້ອຍ ເຫດຜົນນັ້ນແມ່ນຫຍັງ ?
ຂ້ອຍກໍ່ຫວັງຢາກໃຫ້ເຈົ້າ ເປັນຄົນເກັ່ງໃນສາຍຕາ
ຂອງຄູບາອາຈານ ໝູ່ນັກຮຽນໄດ້ເຫັນຮູ້ ''
ນາງຫັນມາດູໜ້າ ແນມເຂົາແລ້ວເວົ້າວ່າ
" ກໍ່ມີຄົນວ່າໃຫ້ຂ້ອຍ ເອົາຄວາມຮູ້ຜູ້ອື່ນໂຊວ "
" ແມ່ນໃຜໂຄສະນາເຈົ້າ ເວົ້າວ່າໃຫ້ເສຍຫາຍ "
ນາງສົ່ງສາຍຕາແນມ ໃສ່ຜູ້ຍິງຢູ່ທາງໜ້າ
" ມາລາໃຈ ຄົນນັ້ນ ນາງຫຍາມເຮົາເຈົ້າຮູ້ບໍ່ "
" ເຈົ້າກໍ່ເຮັດບໍ່ເດືອດຮ້ອນ ກໍ່ໝົດເລື້ອງແລ້ວນີ້ໜາ "
" ກໍ່ນາງວ່າໃຫ້ຂ້ອຍ 'ເຈົ້າກໍ່ເກັ່ງຄືກັນເນາະ '
ແລ້ວສົ່ງສຽງຫົວເລາະ ເມື່ອຂ້ອຍການກິນີ້
ພ້ອມທັງມີສາຍຕາເຍີ້ຍ ແນມເຮົາແລ້ວເວົ້າໃສ່
' ມີຜູ້ບ່າວແກ້ໃຫ້ນີ້ ສຳພໍແລ້ວຈຶ່ງເກັ່ງໜໍ ' "
ບົວສະບາ ບໍ່ເວົ້າ ພຽງຍິ້ມໃສ່ຫວານໆ
ນາງຮູ້ສຶກລຳຄານ ຢູ່ໃນຮອຍຍິ້ມ
ນາງຄ່ອຍວາຈາຊິ້ມ " ລະວັງຕົວໄວ້ກ່ອນ
ບາດເລີກນີ້ຂ້ອຍຊິຢ້ອນ ໄປເວົ້າໃສ່ຄືນ "
ນາງກ່າວຢືນຢັນສູ້ ບໍ່ຍອມອ່ອນຕໍ່ຄົນໃດ
" ເກັບໃສ່ໃຈໄປຄິດ ໃຫ້ເໝື່ອຍຫົວເຮັດຫຍັງນີ້
ເຈົ້າກໍ່ຍັງມີຂ້ອຍ ທີ່ຍັງຄອຍເອົາໃຈໃສ່
ສິ່ງທີ່ຂ້ອຍເຮັດໄດ້ ກໍ່ເໝືອນເຈົ້າຫັ້ນລະໜາ "
" ແຕ່ນາງວ່າໃຫ້ຂ້ອຍ ມັນຫຍາມມິ່ນນ້ຳໃຈກັນ ນີ້ນາ "
" ກໍ່ຊ່າງຕາມມັນເທາະ ຢ່າຄຽດເລີຍພຽງນີ້
ຄັນເຈົ້າມີຮອຍຍິ້ມ ຈະໝົດໄປເລື່ອງຄຽດງ່າຍ
ທຳເປັນອາຍຢູ່ໄດ້ ກໍ່ລອງຍິ້ມໃສ່ຂ້ອຍແມ "
ສຸມາລີ ແລໜ້າ ແລ້ວຍິ້ມຕໍ່ ບົວສະບາ
ນາງຮູ້ສຶກໃນອຸລາ ເລີ່ມຊື່ນບານນິດໜ້ອຍ
ນາງປ່ອຍສາຍຕານິ້ງ ຫຼິງເຂົາແລ້ວເວົ້າຕໍ່
" ຂ້ອຍກໍ່ຍິ້ມແລ້ວນີ້ ຕົວເຈົາຊ່ວຍຂ້ອຍແມ "
" ເວົ້າແທ້ໃດຍາມຍິ້ມ ຊ່າງງາມເດັ່ນໃນອຸລາ
ຍິ້ມດົນໆແນ່ແມລະ ຊິນັ່ງຊົມຕົວເຈົ້າ "
ສຸມາລີ ເອົາມືຍູ້ ຈັບຕົວເຂົາຄ່ອຍໆ
" ຢ່າມາຍົວະຂ້ອຍຍິ້ມ ຄົນບ້າໜ້າບໍ່ອາຍ "
" ເປັນແນວໃດເລື່ອງໂກດຮ້າຍ ຫາຍສວ່າງໃນອາລົມ ແລ້ວຕີ "
ນາງແປງຜົມທີ່ບັງຕາ ຈາກໜ້ານາງແລ້ວຈາເວົ້າ
" ແນ່ນອນເຮົາຕ້ອງທຳແທ້ ແຕ່ກັບເມືອຮອດເຮືອນກ່ອນ
ຄົນທີ່ຈະເດືອດຮ້ອນ ເປັນເຈົ້າບໍ່ແມ່ນນາງ "
" ເຈົ້າຄິດວ່າຂ້ອຍຢ້ານ ຄຳຂູ່ເຈົ້າບໍນາງ "
ບົວສະບາ ວາງຄຳ ເຍີ້ຍນາງແລ້ວຫົວຂຶ້ນ
ສຸມາລີ ຫຶນໃນແຂ້ວ ທັງສາຍຕາລ້າວໃສ່
" ອົດດີໃຈ ເມືອຮອດບ້ານ ຫູເຈົາຊິຢ່ອນຍານ "
" ເຈົ້າເວົ້າປານກັບຂ້ອຍ ບໍ່ມີແຂ່ງແຂນຂາ "
" ເຈົ້າຈະມາລວນລາມ ຜູ້ອ່ອນແອຫຼືນີ້
ອວດແຕ່ໂຕມີກ້າມ ລວນລາມເຮົາໄດ້ງ່າຍ
ແຕ່ຂ້ອຍໝາຍຊະນະເຈົ້າ ອາໃສເລ້ຫຼ່ຽມກົນ "
ບົວສະບາ ຮອຍຍິ້ມພົ້ນ ແລ້ວເວົ້າຕໍ່ ສຸມາລີ
" ຟັງແນ່ຕີອາຈານ ເພິ່ນຖາມຫຍັງຫັ້ນ "
" ' ແກ້ວຢູ່ໃນຂັນນີ້ ທັງໝົດມີ ສິບເກົ້າໜ່ວຍ
ສາມສາວສວຍຊ່ວຍຍ້າຍ ຂົນແກ້ວອອກໄປ
ຜູ້ທີໜຶ່ງຖືໄດ້ ເທື່ອສາມໜ່ວຍໃນມື
ຜູ້ທີສອງສາມາດຖື ສີ່ໜ່ວຍຍໍພໍໜ້າ
ຜູ້ທີສາມຖືຫ້າ ຂົນອອກມາຈັດແຈງໃໝ່
ຢູ່ໃນຂັນ ບໍ່ໃຫ້ເຫຼືອແກ້ວຄ້າງ ຜູ້ຈັກຖ້ຽວຈຶ່ງຊິໝົດ ? "
ນັກຮຽນຈົດຂຽນແຕ້ມ ຄິດໄລ່ຢູ່ງຸບໆ
ບໍ່ເຫັນໃຜສະຫຼູບຜົນ ເພາະໄລ່ກັນບໍ່ທັນໄດ້
ອາຈານໄຂວາຈາຂຶ້ນ " ມີໃຜແກ້ໄດ້ບໍ່ ? "
ຫຼາຍຄົນຕ່າງກໍ່ຍິ້ມ ສະແດງໜ້າແລ້ວແກວ່ງຫົວ
ແນມເຫັນຈົວຍໍມືຂຶ້ນ ແລ້ວຖາມຕໍ່ອາຈານ
" ຕັ້ງບວກລົບຄູນຫານ ໄດ້ແຕ່ພຽງສົມຜົນນີ້
ສ່ວນວິທີຂຽນແກ້ ອາຈານບອກໃຫ້ແນ່ "
ຕ່າງກໍ່ແລເບິ່ງໜ້າ ແລ້ວຫົວຍິ້ມໃສ່ກັນ
" ບົດເລກພຼະຂຽນນັ້ນ ຜູ້ທີໜຶ່ງສາມອິກ ( 3X )
ຜູ້ທີສອງສີ່ອີກະເລັກ ( 4Y ) ແລະຫ້າແຊັດຜູ້ສາມຫັ້ນ ( 5Z )
ບວກເຂົ້າກັນອອກສິບເກົ້າ ເອົ໋າພາກັນແກ້ເບິ່ງ "
ຍິ່ງໄລ່ເຫິງຍິ່ງບໍ່ໄດ້ ນັກຮຽນນັ້ນແກວ່ງຫົວ
ບົວສະບາ ຄິດຄົ້ນຄວ້າ ສິ່ງງ່າຍມາຂຽນ
ຕາມບົດຮຽນ ອຸປະຄູນ ແລະ ທະວີຄູນ ນັ້ນ
ຂຽນເປັນຖັນລົງໄວ້ ຈຳນວນໃດເໝາະກວ່າ
ຖັນໃດ ຫານຂາດ ສາມ ສີ່ ຫ້າ ຂຽນໄວ້ຕໍ່ໆລົງ
ຈຸດປະສົງເພື່ອຊິໄດ້ ຄິດໄລ່ປະສົມກັນ
ຖ້າຫາກສາມຈຳນວນໃດ ບວກກັນອອກສິບເກົ້າ
ກໍ່ຈິ່ງເອົາຈຳນວນນັ້ນ ເປັນຂອງຜູ່ໜຶ່ງໆ
ແລ້ວຈຶ່ງ ຫານໃຫ້ສາມສີ່ຫ້າ ກໍ່ເປັນຖ້ຽວທີ່ຂົນ
( ຍັງມີຕໍ່ )