ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 14, 2012 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ຕໍ່ຈາກ ຮັກແທ້ມີຢູ່ໃສ 7.5?

“ ​ເຈົ້າ​ບໍ່ຕ້ອງ​ຮີບ​ຮ້ອນ                ດອກ​ອຸ່ນ ສຸມາລີ

ຂ້ອຍ​ນີ້​ມີ​ຄວາມ​ຮັກ                        ​ໃຫ້​ພຽງ​ຕົວ​ເຈົ້າ “

“ ຢ່າ​ມາ​ຕິຖະ​ແຫຼ​ງ​ເວົ້າ               ​ເອົາ​ໃຈ​ໃຫ້​ໄດ້​ທ່າ

ຂ້ອຍ​ບໍ່​ໜ້າ​ຊິ​ເຊື່ອ​ເຈົ້າ                ​ໃນ​ຫຼາຍ​ຄັ້ງ​ທີ່​ຜ່ານ​ມາ

 

  ຄຳ​ວ່າ​ຮັກ​ຈາກ​ເຈົ້າ                 ຢ່າ​ໄດ້​ກ່າ​ລຳ​ເພັນ

​ເຈົ້າ​ຍັງ​ເຫັນ ມາລາ​ໃຈ               ​ໃຫ້​ຮັກ​ນາງ​ໝົດ​ສິ້ນ

​ໂດຍ​ບໍ່​ເຄີຍ​ຖະຫວິນ​ຂ້ອຍ ​      ​ໃນ​ຫົວ​ໃຈ​ຈັກ​ໜ່ອຍ

​ເຈົ້າ​ບໍ່​ຕ້ອງ​ຫຼອກ​ຂ້ອຍ                ທັງ​ໝົດ​ນີ້​ແມ່ນ​ເລື່ອງ​ຈິງ ຖືກ​ບໍ? “

 

  ບົວ​ສະບາ ຫຼິງ​ດູ​ໜ້າ         ທັງ​ຈາ​ຕໍ່ ສຸມາລີ

“ ​ເຈົ້າມີ​ຫຍັງ​ເປັນ​ຫຼັກ​ຖານ       ວ່າ​ຮຽມ​ບໍ່​ສົນ​ເຈົ້າ “

“ ຖ້າ​ບໍ່​ຈິງ​ກໍ່​ຮຽມ​ເວົ້າ                 ຫາ​ເອົາ​ເລື່ອງ​ໃສ່

ຮູ້​ແກ່​ໃຈ​ຢູ່​ແລ້ວ                     ຕົວ​ເຈົ້າ​ບໍ່​ໜ້າ​ຖາມ “

 

  “ ​ເຈົ້າ​ນັ້ນ​ຫຍາມ​ນໍ້າ​ໃຈ​ຂ້ອຍ    ​ເກີນ​ກວ່າ​ຄວາມ​ຈິງ    ​ເສຍ​ແລ້ວ

​ເຈົ້າ​ເປັນ​ຍິງ​ຄົນ​ດຽວ                 ທີ່​ຮຽມ​ໝາຍ​ມຸ້ງ “

ມັນ​ກໍ່​ຄຸງ​ເສຍ​ແລ້ວ                 ​ເມື່ອ​ຕົວ​ເຮົາ​ຮັບ​ຮູ້​ວ່າ

ບົວ​ສະບາ ຜູ້​ນີ້                     ມີ​ໃຈ​ໃຫ້​ທຸກໆ​ຍິງ

 

  ຂ້ອຍ​ນີ້​ຈິງ​ໃຈ​ໃຫ້                  ຮັກ​ຢ່າງ​ຈຽມຕົວ

ຂ້ອຍ​ຮັກ ບົວ​ສະບາ                 ​ເຈົ້າ​ໄດ້​ຍິນ​ບໍ​ນີ້?

​ເຈົ້າ​ເວົ້າ​ມີ​ໃຈ​ໃຫ້                    ​ເຮົາ​ຄົນ​ດຽວ​ແມ່ນ​ແທ້​ບໍ່

ສິ່ງ​ຂ້ອຍ​ເຫັນ​ສິ່ງ​ຂ້ອນ​ພໍ້               ​ໃນ​ວັນ​ນີ້​ແມ່ນ​ຫຍັງ

 

  ​ເຈົ້າ​ໄປ​ລົມ​ຕໍ່​ຕັ້ງ             ​ເອີ​ບອີ່ມ ມາລາ​ໃຈ

​ເຮັດ​ໃຫ້​ຄົນ​ທັງຫຼາຍ                 ​​ເບິ່ງ​ນາງ​ເປັນ​ແຟນ​ເຈົ້າ

ສ່ວນວ່າ​ຕົວ​ເຮົາ​ນີ້                   ບໍ່​ມີ​ຫຍັງ​ເພື່ອ​ບອກ​ວ່າ

​ເຈົ້າ​ຫ່ວງ​ຫາ​ຮັກ​ຂ້ອຍ                ​ເປັນ​ຄົນ​ໃກ້​ກວ່າ​ນາງ

 

  ​ເຈົ້າ​ມີ​ພຽງ​ກ່າວ​ອ້າງ          ບອກ​ວ່າ​ຮັກ​ໃນ​ໃຈ

​ເຈົ້າ​ກໍ່​ຄວງ​ເຮົາ​ໄປ                   ອິ່ນ​ອອຍ​ຄອຍ​ໃກ້

ສະ​ແດງ​ຄວາມ​ຈິງ​ໃຫ້                ຄົນ​ເຂົາ​ຮັບ​ຮູ້​ແນ່

ບໍ່​ແມ່ນ​ເວົ້າ​ແຕ່​ຮັກ​ຂ້ອຍ               ກະທຳ​ນັ້ນ​ພັດ​ຕ່າງ​ກັນ

 

  ສິ່ງ​ທີ່​ເຈົ້າ​ເຮັດ​ນັ້ນ                  ຂ້ອຍ​ນີ້​ບໍ່ພໍ​ໃຈ

ຖ້າ​ຮັກ​ໃນ​ຕົວ​ເຮົາ                   ກໍ່​ຈົ່ງ​ເອົາ​ໃຈ​ຂ້ອຍ

ຢ່າ​ປ່ອຍ​ເຮົາ​ເຫງົາ​ເສົ້າ               ຄອຍ​ຫາ​ຢ່າງ​ບ້າ​ປ່ວງ

​ໂດຍ​ທີ່​ຄວງ​ຍິງ​ອື່ນ​ນັ້ນ                ​ເດີນ​ຮຽງ​ໜ້າ​ຜ່ານ​ຕາ ‘

ອ່ານຕໍ່ ຮັກແທ້ມີຢູ່ໃສ 7.7?

 

Delicious Digg Fark Twitter