ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 9, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

<!--[if gte mso 9]>Normal0falsefalsefalseEN-USX-NONETH<![endif]--><!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0in 5.4pt 0in 5.4pt;mso-para-margin-top:0in;mso-para-margin-right:0in;mso-para-margin-bottom:10.0pt;mso-para-margin-left:0in;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->

ໃນຊີວິດຂອງຜູ້ຍີງທຸກຄົນກໍຕ້ອງການຄວາມຮັກທີ່ແທ້ຈີງນຳເຂົາຈັກຄັ້ງໜື່ງໃນຊີວີດ , ຂ້ອຍເຊື່ອວ່າທຸກຄົນກໍຕ້ອງເຄີຍມີຮັກຄັ້ງແຮກ (ຮັກຄັ້ງທຳອິດ) ແລະ ຄວາມຮັກຂອງພວກທ່ານເປັນແນວໃດ?ແຕ່ຄວາມຮັກຂອງຂ້ອຍມັກເປັນຮັກທີ່ມີທັງຄວາມສຸກແລະທຸກໃນເວລາດຽວກັນສຳລັບຄົນທີ່ບໍ່ເຄີຍມີຄວາມຮັກ,ມັກເກີດຂື້ນແບບບໍ່ໄດ້ຕັ້ງໃຈ ແຕ່ມັນເກີດຈາກການພະນັນຂອງຜູ້ຊາຍທີ່ໄດ້ຖືວ່າເປັນເພື່ອນຮ່ວມຫ້ອງດຽວກັນຂອງຂ້ອຍເທົ່ານັ້ນ,ແລະ ລາວກໍມີແຟນຢູ່ແລ້ວ ແຕ່ລາວກໍປະຕິເສດວ່າເລີກກັນແລ້ວ ແລະ ຂ້ອຍກໍ່ເຊື່ອ ເມື່ອເຂົາເຂົ້າມາໃນຊີວິດຂອງຂ້ອຍ ລາວເຮັດຫຼາຍອັນທີ່ຂ້ອຍຄິດວ່າຈະມີໃຜມາເຮັດນຳຂ້ອຍ ຄຳເວົ້າ,ການກະທຳຂອງລາວມັນເຮັດໃຫ້ມີຄວາມສຸກ,ແລະພໍເວລາຜ່ານໄປຫຼາຍເດືອນຄຳເວົ້າແລະການກະທຳຂອງລາວກັບປ່ຽນໄປຈາກໜ້າມືເປັນຫຼັງມືເວລາທີ່ລາວສົ່ງຂໍຄວາມຫຼືໂທຫາຄຳເວົ້າຂອງລາວຄືຈີງຈັງກັບມັນເຮັດໃຫ້ຂ້ອຍຮູ້ສືກວ່າລາວເປັນຫ່ວງແລະຮັກຂ້ອຍແຕ່ມັນກົງກັນຂ້າມກັບເວລາທີ່ຢູ່ນຳກັນລາວເຮັດເປັນຄົນລະຄົນເປັນຄົນທີ່ບໍ່ເປັນຫ່ວງບໍ່ເຄີຍເວົ້າດີນຳຄືກັບຕອນເວລາໂທຫາ,ເວລາຢູ່ພາຍໃນໂຮງຮຽນພວກເປັນຄົນທີ່ບໍ່ເຄີຍຮູ້ຈັກກັນ,ເວລາຢ່າງນຳກັນພໍຢ່າງກາຍຄົນຫຼາຍຄົນລາວຈະຢ່າງຫ່າງອອກໄປເຮັດຄືກັບວ່າບໍ່ຮູ້ຈັກກັນ.ພໍເວລາຂ້ອຍເວົ້າໃຫ້ລາວໆກໍມີຄຳແກ້ຕົວຕະຫຼອດເວລາແລະພໍເວລາຜ່ານໄປລາວກໍຫ່າງອອກໄປຫ່າງອອກໄປແລະມັນກໍມີມີຂ່າວອອກມາວ່າລາວກັບແຟນຂອງລາວບໍເຄີຍເລີກກັນເລີຍແລະລາວກໍ່ມີອີກວ່າລາວຄົບກັບຜູ້ຍີງຫຼາຍຄົນແລະໃນຊ່ວງເວລານັ້ນມັນມີເຫດການຫຼາຍໆອັນທີ່ເຮັດໃຫ້ຂ້ອຍຄິດ ແລະ ພໍຂ້ອຍຖາມລາວກໍ່ໄດ້ຄຳຕອບຄືເກົ່າຕາມເຄີຍ ແລະ ທາງດຽວທີ່ຂ້ອຍເຮັດໄດ້ໃນຕອນນັ້ນຄືການບອກເລີກກັບລາວ. ແຕ່ການບອກເລີກຂອງຂ້ອຍມັນກັບເຮັດໃຫ້ຂ້ອຍຍີ່ງເຈັບກວ່າເກົ່າເວລາທີ່ເຫັນໜ້າແລະເຫັນລາວໄປກັບຍີງຄົນອື່ນແລະເວລາທີ່ຄິດຮອດລາວມັນແຮງເຮັດໃຫ້ເຈັບ ແລະ ຝັງໃຈຂ້ອຍມາຕະຫຼອດ ແລະ ຂ້ອຍຢາກຖາມວ່າທີ່ເຮັດໄປມັນຜິດວ່າທີ່ເຮົາບໍ່ຢາກເຈັບຕໍ່ໄປ. ດຽວນີ້ຂ້ອຍຮູ້ວ່າຂ້ອຍຈະຈຳແຕ່ສີ່ງດີໆທີ່ລາວເຄີຍເຮັດໃຫ້ ເຖີງ ແມ່ນວ່າມັນເປັນພຽງສີ່ງທີ່ບໍ່ເຄີຍອອກມາຈາກໃຈຂອງລາວກໍ່ຕາມ.

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່