ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຍິນດີຕ້ອນຮັບເຂົ້າສູ່ໜ້າລົງທະບຽນເພື່ອເຂົ້າຮ່ວມເປັນສະມາຊິກພັນລາວ! ກະລຸນາຕື່ມຂໍ້ມູນຂອງທ່ານໃສ່ໃນແບບຟອມດ້ານລຸ່ມນີ້.


ອີເມວຂອງທ່ານ:
ກະລຸນາໃສ່ທີ່ຢູ່ອີເມວຂອງທ່ານ (ຕ້ອງເປັນອີເມວທີ່ມີຢູ່ແທ້ ແລະຫ້າມໃສ່ວ່າ @punlao.com ເດັດຂາດ!!!)
Your own email address here (DO NOT use @punlao.com as your email address!!!).

ຢ້ຳອີກຄັ້ງ!! ຕ້ອງເປັນທີ່ຢູ່ອີເມວຂອງທ່ານເອງ! ຫຼັງຈາກທີ່ທ່ານຂຽນແບບຟອມສະໝັກສະມາຊິກແລ້ວ ໆ ລະບົບຈະສົ່ງອີເມວທີ່ມີລິ້ງ ສຳລັບເປີດໃຊ້ລະບົບໃຫ້ທ່ານທາງອີເມວ ຫາກທ່ານບໍ່ເປີດເບິ່ງ ແລະປະຕິບັດຕາມເນື້ອໃນອີເມວດັ່ງກ່າວ ທ່ານຈະບໍ່ສາມາດລັອກອິນໄດ້! ແລະຂໍແນະນຳວ່າທ່ານຄວນໃຊ້ອີເມວຂອງ Gmail.com ໃນການສະໝັກສະມາຊິກ.

Attention!! This MUST be your own email address! Once you have completed the registration form, our system will send an activation link to this email address. If you failed to read and follow the instruction in the email sent, you will NOT be able to login!
ລະຫັດຜ່ານ:
ກະລຸນາໃສ່ລະຫັດຜ່ານທີ່ມີຈຳນວນຫລາຍກວ່າ 6 ຕົວອັກສອນ ແລະບໍ່ຄວນໃຊ້ລະຫັດຜ່ານງ່າຍ ໆ ເຊັ່ນເບີໂທ ຫຼືຊື່ຕົວເອງ ເພາະອາດຈະຖືກຄົນອື່ນສວມຮອຍເປັນທ່ານໄດ້.
ໃສ່ລະຫັດຜ່ານອີກຄັ້ງ:
ໃສ່ລະຫັດຜ່ານອີກຄັ້ງເພື່ອຢືນຢັນ.

ຍັງບໍ່ໄດ້ລະບຸລະຫັດຜ່ານ


ຊື່ຜູ້ໃຊ້:
ຊື່ນີ້ຈະເປັນຊື່ທີ່ຄົນອື່ນເຫັນທ່ານ ແລະເປັນສ່ວນໜຶ່ງຂອງ URL ຂອງທ່ານ.
ເຂດເວລາ:

Security Code
 

[ ຂໍເລກໃໝ່ ]
 

ເວັບໄຊພັນລາວ.ຄອມ ເປັນເວັບໄຊທີ່ມີຜູ້ເຂົ້າຊົມຈາກຫຼາກຫຼາຍອາຊີບ ແລະ ມີອາຍຸທີ່ແຕກຕ່າງກັນ ເຖິງສ່ວນໃຫຍ່ຈະເປັນໄວໜຸ່ມ ແລະ ໄວທີ່ເຮັດວຽກເຮັດການແລ້ວ ແຕ່ກໍມີບາງພາກສ່ວນທີ່ຍັງເປັນເຍົາວະຊົນຢູ່ ດັ່ງນັ້ນແລ້ວ ການຂີດຂຽນຂໍ້ຄວາມໃດກໍຕາມ ຂໍໃຫ້ຄຳນຶງເຖິງຜົນທີ່ຈະຕາມມາ ໂດຍສະເພາະແມ່ນຕໍ່ພາບຮວມຂອງປະເທດ ແລະ ວັດທະນະທຳອັນດີງາມຂອງຊາດລາວເຮົາ.

ການສະແດງທັດສະນະຄະຕິຂອງທ່ານ ສາມາດເຮັດໄດ້ເສລີ ແຕ່ຕ້ອງຢູ່ໃນຂອບເຂດອັນຄວນ ແລະ ມີສາມັນສຳນຶກທີ່ດີ; ການມີພຶດຕິກຳໃດໆກໍຕາມທີ່ຂັດຕໍ່ລະບຽບກົດໝາຍ ແລະ ລະບຽບພາຍໃນຂອງເວັບໄຊ ແມ່ນຖືເປັນຂໍ້ຫ້າມຢ່າງຍິ່ງ. ທາງທີມງານ ໄດ້ຕັ້ງກົດລະບຽບຂຶ້ນມາເທົ່າທີ່ຈຳເປັນດັ່ງລຸ່ມນີ້:

  1. ຫ້າມສ້າງຄວາມເສຍຫາຍໃຫ້ລະບົບ.
  2. ຫ້າມໃຊ້ຄຳເວົ້າທີ່ຫຍາບຄາຍ.
  3. ຫ້າມໃຊ້ຄຳເວົ້າເພື່ອສຽດສີສະມາຊິກຄົນອື່ນ.
  4. ຫ້າມກ່າວໂຈມຕີສະມາຊິກຄົນອື່ນໂດຍທີ່ບໍ່ມີມູນຄວາມຈິງ.
  5. ຫ້າມກ່າວໂຈມຕີສະມາຊິກຄົນອື່ນຮຸນແຮງເກີນຂອບເຂດ
  6. ຫ້າມປະພຶດຕົນເປັນ “ຫ້ຽນ”.
  7. ຫ້າມສະແດງກິລິຍາ ຫຼື ການປະພຶດທີ່ບໍ່ສົມຄວນໃນເວັບໄຊ.
  8. ຫ້າມຂຽນບົດຄວາມ ຫຼື ເລື່ອງທີ່ເຮັດໃຫ້ເກີດຄວາມແຕກແຍກລະຫວ່າງຄົນໃນຊາດ ແລະ ລະຫວ່າງປະເທດ.
  9. ຫ້າມກະທຳການອັນເຂົ້າຂ່າຍ SPAM ຄື ການສົ່ງຂໍ້ຄວາມ ຫຼື ພຶດຕິກຳຊ້ຳໆກັນເກີນຂອບເຂດອັນຄວນ ເຊັ່ນ: ການສົ່ງຂໍ້ຄວາມຊ້ຳໆ ຫຼື ຄ້າຍໆ ກັນ ຫຼື ມີຄວາມໝາຍດຽວກັນຫລາຍໆເທື່ອເຂົ້າມາໃນລະບົບ.
  10. ຫ້າມສົ່ງຮູບໂປ້, ຮູບເປືອຍ, ຮູບຕັດຕໍ່ທີ່ມີເຈດຕະນາໃຫ້ມີຄວາມເສື່ອມເສຍເຂົ້າໃຈຜິດໃນທາງບໍ່ດີ ຫຼື ຮູບທີ່ມີເນື້ອຫາບໍ່ເຫມາະສົມ ຂັດຕໍ່ປະເພນີອັນດີງາມ.
  11. ການຂຽນບົດເລື່ອງ ຫຼື ຂໍ້ຄວາມທີ່ສໍ່ໄປທາງເພດໂດຍບໍ່ໃຫ້ປະໂຫຍດຫຍັງແກ່ຜູ່ອ່ານ ແມ່ນບໍ່ອະນຸຍາດໃຫ້ຂຽນ.
  12. ການສະໝັກເປັນສະມາຊິກພັນລາວເພື່ອຂຽນຂໍ້ຄວາມເຊື້ອເຊີນ ໃຫ້ສະມາຊິກຄົນອື່ນໄປເຮັດທຸລະກິດຕ່າງໆ ໂດຍສະເພາະ MLM ນັ້ນຖືເປັນຂໍ້ຫ້າມ.
  13. ການໂຄສະນາບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມ. ຫາກຕ້ອງການລົງໂຄສະນາ ທາງເວັບໄຊກໍຈັດສັນພື້ນທີ່ໃຫ້ແລ້ວ ກະລຸນາໄປທີ່ໜ້າ ໂຄສະນາ.
  14. ສຳລັບການຂຽນເນື້ອຫາຕ່າງໆ ໃນໄດອາຣີ່, ແບບສຳຫຼວດ ແລະ ກະທູ້ໃນເວັບບອດ ເປັນຕົ້ນ ແຕ່ລະໝວດກໍມີກົດລະບຽບສະເພາະ ເຊິ່ງລະບຸໄວ້ໃນແຕ່ລະສ່ວນຢ່າງຈະແຈ້ງ. ການລະເມີດກົດດັ່ງກ່າວຖືເປັນການລະເມີດເງື່ອນໄຂການໃຫ້ບໍລິການເຊັ່ນກັນ.
  15. ພາສາທີ່ອະນຸຍາດໃຫ້ໃຊ້ໃນເວັບໄຊພັນລາວແມ່ນພາສາລາວ ຫາກທ່ານໃຊ້ພາສາອັງກິດ ຈະຕ້ອງມີຄຳແປປະກອບເປັນພາສາລາວສະເໝີ. ຫາກຄອມພິວເຕີຂອງທ່ານພິມພາສາລາວບໍ່ໄດ້ ກະລຸນາອ່ານບ່ອນນີ້.
  16. ພາສາລາວ ເປັນພາສາຂອງຊາດ ເປັນພາສາຫຼັກທີ່ຄົນລາວເຮົາໃຊ້ ກະລຸນາໃຊ້ພາສາລາວໃຫ້ຖືກຕ້ອງຕາມຫຼັກພາສາ. ຫາກທີມງານເວັບໄຊພັນລາວພົບວ່າ ທ່ານໃຊ້ພາສາລາວຜິດໂດຍປະການຕ່າງໆ ເຊັ່ນ: ສະກົດຄຳສັບຜິດ ທີມງານມີສິດແຈ້ງໃຫ້ທ່ານແກ້ໄຂ ແລະ ຫາກຍັງບໍ່ແກ້ໄຂ ທາງທີມງານຂໍສະຫງວນສິດໃນການລຶບ ຫຼື ປິດບໍ່ໃຫ້ສະແດງເນື້ອຫາທີ່ທ່ານຂຽນຂຶ້ນໃຫ້ເຫັນຢູ່ໜ້າເວັບ.
  17. ຫ້າມບໍ່ໃຫ້ມີການແຈກຈ່າຍຊອບແວ ຫຼື ໂປຣແກຣມ ທີ່ເປັນການລະເມີດລິຂະສິດ.
  18. ການຕັດສິນໃຈຂອງທີມງານ ຖືເປັນທີ່ສິ້ນສຸດຂອງຂໍ້ຂັດແຍ່ງໃດໆກໍຕາມທີ່ເກີດຂຶ້ນໃນເວັບໄຊ

ເມື່ອທ່ານສະໝັກເປັນສະມາຊິກເວັບໄຊພັນລາວແລ້ວ ຖືວ່າທ່ານໄດ້ຍອມຮັບຕາມກົດກະຕິກາຂ້າງເທິງນີ້ຄົບຖ້ວນທຸກປະການ ແລະ ທີມງານພັນລາວຂໍສະຫງວນສິດໃນການລຶບ, ແກ້ໄຂ ຫຼື ຫ້າມບໍ່ໃຫ້ທ່ານສາມາດນຳໃຊ້ລະບົບໄດ້ຫາກວ່າມີການຝ່າຝືນເກີດຂຶ້ນໂດຍບໍ່ແຈ້ງໃຫ້ຮູ້ລ່ວງໜ້າ.