ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ຊື່ທົ່ວໄປ: ປະຊາຊົນລາວກໍ່ເອີ້ນວ່າ: ຫົວພຸກ ຫຼື ຫົວກະພຸກ

ຊື່ວິທະຍາສາດ: Alocasia macrorrhiza (L.) Schott.

ສັງກັດສະກຸນພືດ : ບອນ ARACEAE

   ການນຳໃຊ້ຫົວກະພຸກປົວໄຂ້ຍຸງ ບໍ່ມີຄວາມຫຍຸ້ງຍາກຫຼາຍ,ຖ້າເຫັນຄົນປ່ວຍມີອາການໄຂ້ຍຸງ(ໄຂ້ມາລາເລຍ)ໃຫ້ທ່ານໃຊ້ຕຳລາຢາດັ່ງລຸ່ມນີ້ ເພື່ອທົດສອບເບິ່ງວ່າ ຄົນເຈັບເປັນໄຂ້ມາລາເລຍແທ້ຫຼືບໍ່.

-ຫົວກະພຸກ  3 ຝານ

-ຢາຫົວ       3 ຝານ

-ອ້ອຍດຳ      3 ທ່ອນ ຫຼື ໃບອ້ອຍດຳ 3 ໃບ

-ເຂົ້າຈ້າວເປືອກ 7 ເມັດ

ຖ້າທ່ານບໍ່ແນ່ໃຈວ່າ ຄົນປ່ວຍຕິດເຊື້ອໄຂ້ຍຸງ ຫຼື ບໍ່ກໍອາດຈະຕົ້ມຢາໃຫ້ກິນລອງເບີ່ງກໍ່ຈະເປັນການດີ.ຜົນຊີ້ບອກວ່າຖ້າດື່ມຢາແລ້ວຄົນປ່ວຍມີອາການຄັນຄໍ ກໍ່ໝາຍຄວາມວ່າຄົນປ່ວຍບໍ່ມີເຊື້ອໄຂ້ຍຸງ ກົງກັນຂ້າມ ຖ້າດື່ມຢາແລ້ວຄົນປ່ວຍບໍ່ມີອາການຄັນຄໍ ກໍ່ໝາຍຄວາມວ່າ ຄົນປ່ວຍມີເຊື້ອໄຂ້ຍຸງ ກໍ່ລະນີນີ້ຄົນປ່ວຍຕ້ອງໃຊ້ຢາຕາມທີ່ແນະນຳ ແລະ ຈະຕ້ອງເຊົ່າດື່ມຢາຈົນກ່ວາຕົນເອງຮູ້ສືກຄັນຄໍ ເວລາດື່ມຢາ.

 

Delicious Digg Fark Twitter