ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ລາສີເມກ. (22ມີນາ ເຖີງ 20ເມສາ)

ຕອນ1.

ມີຄຳແທນ: (ລາວ = ຄົນນັ້ນ)

                      (ເຈົ້າ = ເຈົ້າເອງ)

ສາວລາສີເມກ.

ສາວລາສີນີ້ຢູ່ບ່ອນເກົ່າບໍ່ໄດ້ດົນ ມັກເດີນທາງໄປໄສຕໍ່ໄສ ເປັນພວກຊີບພະຈອນລົງຕີນ ເຮັດວຽກເກັ່ງສາມາດເຮັດວຽກແທນຜູ້ຊາຍອົກສາມສອກໄດ້ສະບາຍ ແລະເຮັດໄດ້ດີອີກດ້ວຍ ເປັນຄົນມັກອອກຄຳສັ່ງ ບໍ່ມັກໃຫ້ໃຜມາສັ່ງໃຫ້ໂຕເອງຕ້ອງເຮັດອັນໃດຕໍ່ອັນໃດ ເປັນຄົນທົນບໍ່ໄດ້.

ບຸກຄະລິກທ່າທ່າງໜ້າຕາ.

ສາວລາສີນີ້ປະກວດນາງງາມໄດ້ສະບາຍ ຮູບຮ່າງສູງ ຄີ້ວດົກ ຜິວງາມຫຼາຍ ຖ້າຖືກແດດແລ້ວຈະມີຜິວເປັນສີນ້ຳເຜີ້ງຢ່າງທີ່ສາວຄົນອື່ນບໍ່ສາມາດມີໄດ້ ດວງຕາຂອງລາວຈະແຝງໄປດ້ວຍຄວາມສົງໃສ ຫຼືຖ້າລາວຮັກໃຜ ຫຼືຄິດຮອດໃຜຄວາມໄຝ່ຫາຈະສະແດງອອກມາຈາກແວວຕາຈົນເຫັນໄດ້ຊັດເຈນ ສາວລາສີເມກມີພິກໄຫວແລະຄວາມຄ່ອງຕົວ ເປັນຄົນວ່ອງໄວ ເຮັດຫຍັງຊ້າຯ ເຫິງນານບໍ່ເປັນ ເພາະລາວບໍ່ມັກ.

ອຸປະນິໃສ

ສາວລາສີເມກມັກອິດສະຫຼະ ມັກເປັນຜູ້ນຳແລະມີອຸປະນິໃສບາງຢ່າງຄ້າຍຄືກັບຜູ້ຊາຍ ຈື່ງສາມາດເຮັດວຽກກັບຜູ້ຊາຍຫຼາຍຯໄດ້ໂດຍບໍ່ຂັດເຂີນ ອອກຈະເຈົ້າຊູ້ຫນ້ອຍຫນື່ງດ້ວຍ ມັກນຸ່ງສົ້ງຫຼາຍກ່ວາສີ້ນ ມັກເສີື້ອຜ້າຫຼົມຯ ໃສ່ສະບາຍ ແຕ່ເສື້ອຜ້າຂອງລາວບໍ່ຫຼ້າສະໄຫນ ແຕ່ຖ້າຈະແຕ່ງຊຸດລາຕີ ລາວຈະກາຍເປັນເຈົ້າຫຍີງທີ່ງົດງາມທີ່ຜູ້້ບ່າວຫຼາຍຯຄົນເຫັນແລ້ວຈະຕະລຶງໄປເລີຍ ບໍ່ຕ້ອງແປກໃຈຖ້າໄດ້ກິ່ນນ້ຳຫອມຜູ້ຊາຍຈາກສາວລາສີນີ້ ເພາະລາວວ່າກິ່ນມັນສະອາດດີ ລາວບໍ່ມັກກິ່ນນ້ຳຫອມຂອງດອກໄມ້ເລີຍ  ລາວມັກເຄື່ອງປະດັບອັນໃຫຍ່ຯ ມັກຈະເຮັດຜົມປົກຫູ ອາລົມຂອງລາວຮ້ອນເຫມືອນກັບໄຟ ໃຈຮ້ອນ ຄຽດງ່າຍ ເວລາຄຽດໃຫ້ໃຜອາດຈະດ່າໄດ້ເຈັບແສບ ແຕ່ພໍເຊົາຄຽດແລ້ວກໍແລ້ວກັນໄປ ບໍ່ເກັບເອົາເຮັດຮ້າຍຜູ້ໃດ ແຖມຍິງລືມດ້ວຍໍ້ຳວ່າເຄີຍດ່າໃຜ ແລ້ວໃຜວ່າລາວຈິ່ງໃດ ລາວລືມໝົດ

ວິທີມັດໃຈ

ສາວລາສີເມກເປັນສາວທີ່ມັກເປັນຜູ້ນຳຄົນ ແຕ່ຜູ້ຊາຍທີ່ລາວມັກຕ້ອງບໍ່ເປັນຄົນອ່ອນແອ ຄົນຯນັ້ນຕ້ອງສາມາດເປັນຜູ້ນຳຊິວິດລາວໄດ້ ເປັນຜູ້ຊາຍເອົາການເອົາງານ ລາວອາດຈະມັກຫຼີ້ນຫູຫຼີ້ນຕາກັບຜູ້ຊາຍໂດຍບໍ່ໄດ້ຕັ້ງໃຈຢູ່ສະເໝີ ແຕ່ລາວບໍ່ມັກຜູ້ຊາຍປະເພດ playboy ຫຼືພວກເລງຯແນ່ ແລະລາວເກັ່ງທີ່ຈະແຍກອອກວ່າຜູ້ຊາຍຄົນໃດຈະມາຫຼອກລາວ ຫຼືຂີ້ຕົວະລາວ ໃຜຄົນໃດມີຄວາມຈິງໃຈໃຫ້ກັບລາວ ຖ້າເຈົ້າເອົາໃຈຫຼາຍເກີນໄປ ອາດຈະເຮັດໃຫ້ລາວບໍ່ມັກ, ແລະຖ້າເຈົ້າເຮັດຕາມຄຳບັນຊາຂອງລາວ ບໍ່ດົນລາວຈະໝົດຄວາມສົນໃຈໃນຕົວເຈົ້າ ລະເລີງແລະໄດ້ໃຈທີ່ຂົ່ມຂູ້ເຈົ້າ ແລ້ວເຈົ້າກໍຈະກາຍເປັນລູກນ້ອງລາວ. ສາວລາສີເມກມັກທົດລອງຂອງແປກໃໝ່ ມັກໄປສະຖານທີ່ແປກຯ ລາວຈະຮັບປາກຈະໄປກິນເຂົ້າກັບເຈົ້າ ຖ້າສະຖານທີ່ນັ້ນແປກ ແລະລັບ ແຕ່ຕ້ອງມີບັນຍາກາດດີ ອົບອຸ່ນ ອາຫານຕົບແຕ່ງສວຍງາມ ລາວຈະທົດລອງທຸກສຶ່ງ. ແມ້ແຕ່ເທຶ່ອດຽວຖ້າລາວບໍ່ມັກ ກໍໃຫ້ຢຸດເຮັດ. ຈະຈີບສາວລາສີເມກຕ້ອງຢ່າໃຈຮ້ອນ ແຕ່ຕ້ອງສະແດງອອກໃຫ້ລາວຮູ້ວ່າເຈົ້າຮັກລາວ ແລ້ວຢ່າເວົ້າກັບລາວເດັດຂາດ ກ່ຽວກັບເບື້ອງຫຼັັງຂອງເຈົ້າ ລາວຕ້ອງການຄົນຮັກດຽວໃຈດຽວ.

ຄວາມສຳພັນກັບຜູ້ບ່າຍລາສີອື່ນ

ລາສີສິງ(24 ກໍລະກົດ - 23 ສິງຫາ) ໃຫ້ຄວາມຮູ້ສຶກອົບອຸ່ນແລະເປັນຜູ້ນ້ຳຄອບຄົວ.

ລາສີເມກ(21 ມີນາ - 20 ເມສາ) ນິໃສຄືກັນ ມັກຖົກຖຽງກັນຕະຫຼອດ ແຕ່ກໍຮັກກັນດີ.

ລາສີທະນູ(23 ພະຈິກ - 21 ທັນວາ) ເປັນຄູ່ທີ່ດີທີ່ສຸດ ລົດນິຍົມຄ້າຍກັນ.

ບ່າວລາສີເມກ.

ໜ້າຕາທ່າທາງອາດມີລັກສະນະເປັນຜູ້ນຳ ເປັນຕົວຂອງຕົວເອງແລະຮູ້ຈັກຄວາມຕ້ອງການຂອງຕົວເອງດີ.

ບຸກຄະລິກທ່າທາງໜ້າຕາ.

ຮູບຫຼໍ່ ຄີ້ວດົກ(ບາງທີຄີ້ວອາດຕໍ່ກັນ) ດວງຕາມີປະກາຍເຫຼັກກ້າ ແວວຕາສະແດງຄວາມສັນໃຈໄຝ່ຮູ້ ແລະຕື່ນເຕັ້ນໜ້ອຍໜື່ງ. ສູງປານກາງ ໃຈລອຍເກັ່ງ ແຕ່ຖ້າຕັ້ງໃຈຈະເຮັດຫຍິງແລ້ວ ຈະຕັ້ງໃຈເຮັດໃຈຈົດໃຈຈໍ່ເຜຶ່ອໃຫ້ວຽກອອກມາສຳເຫຼັດ.

ອຸປະນິໃສ.

ໃຈຮ້ອນ ເປັນພວກພະຍຸໂຊນຮ້ອນ ໃຜເປັນແຟນຕ້ອງຮູ້ຈັກມິດງຽບບໍ່ເວົ້າໃຫ້ລາວ ຖ້າບໍ່ດັ່ງນັ້ນລາວຈະຄືກັບລະເບີດ ໂມໂຫງ່າຍ ເວລາຕື່ນເຕັ້ນມັກເລົ່າອັນໃດອັນໜື່ງ ໃຊ້ມືປະກອບທ່າທາງໃຫ້ວຸ້ນວາຍໄປໝົດ. ບ່າວລາສີເມກມີລົດສະນິຍົມດີ ເລືອກເສື້ອຜ້າເກັ່ງ ມັກເສື້ອຜ້າແລະເຄື່ອງປະດັບທີ່ໂກ້ ທັນສະໄໝ ມັກນ້ຳຫອມປະເພດກິ່ນໄບໄມ້ແຫ້ງໃໝ່ຯ ຖືກເຜົາ ກິ່ນໂຄໂລນແປກຯ ທີ່ປົນຄວາມຫອມທຳມະຊາດບໍ່ແມ່ນກິ່ນຫວານຯ. ບ່າວລາສີເມກຢ້ານໝໍທີ່ສຸດ ມັກຈະຜັດວັນໄປຫາໝໍສະເໝີ ໂດຍສະເພາະໝໍຟັນ ບ່າວເມກຢ້ານທີ່ສຸດ.

ວິທີມັດໃຈ.

ບ່າວລາສີນີ້ເປັນຄົນໂລແມນຕິກ ມັກສຽງເພັງ ມັກອຸປະກອນຫຼືກົນໄກໃໝ່ຯ ລາວມີຄວາມຢາກຮູ້ຢາກເຫັນໃນທຸກເລື້ອງໃຫ້ໝົດໃສ້ໝົດພຸງ ຄິດຈະຈີບບ່າວລາສີເມກບໍ່ແມ່ນເລື່ອງງ່າຍ ລາວມີເລ້ລ່ຽມແລະລູກຫຼີ້ນທີ່ຕ້ອງອາໃສເທົກນິກປະກອບໜ້ອຍໜື່ງ ເຈົ້າຕ້ອງເວົ້າກັບລາວດ້ວຍເລື່ອງມ່ວນຯທີ່ລາວມັກຈະເປັນຜູ້ນຳ ລາວຕ້ອງດີກ່ວາຄົນອື່ນເດັ່ນກ່ວາຄົນອື່ນສະເໝີ ປະມານນີ້. ເຈົ້າຕ້ອງ. ເຈົ້າຕ້ອງມັກຢອກລາວ ແຕ່ຢ່າຫຼາຍ ເວລາໄປທ່ຽວກັບລາວຢ່າແຕ່ງໂຕງາມຫຼາຍ ແລະຢ່າເດັ່ນຫຼາຍ ລາວເປັນຄົນຂີ້ນຫຶງບໍ່ມັກໃຫ້ໃຜມາເບິ່ງຜູ້ຍິງຂອງລາວ ເຈົ້າຕ້ອງຮັກແລະຊື່ສັດຕໍ່ລາວຄົນດຽວ ຢ່າໄຊ້ສາຍຕາ ຫຼືປັນໃຈໃຫ້ຊາຍຄົນອື່ນເດັດຂາດ ບໍ່ສະນັ້ນເຈົ້າຕາຍແທ້!. ເຈົ້າຕ້ອງເຮັດໂຕເປີດເຜີຍແຕ່ລຶກລັບ ຄືຖ້າເປີດເຜີຍຫຼາຍເກີນໄປ ຖ້າບ່າວລາສີເມກເຫັນໝົດ ບຶດດຽວລາວກໍຈະໝົດຄວາມສົນໃຈ ໃຫ້ລາວຮູ້ສຶກຄືກັບໄດ້ຄົ້ນພົບ ແລະພົບເຫັນເທຶ່ອລະໜ້ອຍ ລາວຈະຮູ້ສຶກວ່າໜ້າຕິດຕາມ ແລະຢ່າຍາດຄວາມເປັນຜູ້ນຳໄປຈາກລາວ ຢ່າພະຍາຍາມເຮັດທຸກຢ່າງໄປຄົນດຽວໝົດ ເຈົ້າຕ້ອງປ່ອຍໃຫ້ລາວເປັນຜູ້ນຳ ແລະເຈົ້າຕ້ອງເປັນຜູ້ຕິດຕາມທີ່ດີ.

ຄວາມສຳພັນກັບສາວລາສີອື່ນ.

ລາສີມັງກອນ (22 ທັນວາ - 20 ມັງກອນ) ເຂົ້າກັນໄດ້ພໍສົມຄວນ ປ່ຽນກັນນຳ ປ່ຽນກັນຕິດຕາມ ພຽງແຕ່ຕ້ອງປັບອາລົມໃຫ້ໃຈເຢັນຫຼາຍຂື້ນ.

ລາສີເມກ (21 ມີນາ - 20 ເມສາ) ນິໃສຄືກັນ ມັກຖົກຖຽງກັນຕະຫຼອດ ແຕ່ຮັກກັນດີ.

ລາສີເມຖຸນ (22 ພຶດສະພາ - 21 ມິຖຸນາ) ເປັນຄູ່ກັນດີ ເຫມາະສົມກັນ.

*****************************************************************************************************

ສຳລັບລາສີເມກ ໝົດເທົ່ານີ້ ຕໍ່ໄປຈະເປັນລາສີຫຍັງ ກະລຸນາຕິດຕາມຕອນຕໍ່ໄປ.....

ຜູ້ຂຽນກໍປວດນີ້ວມືແລ້ວມື້ນີ້.

ມາຕໍ່ກັນມື້ຕໍ່ໄປ.

ຂອບໃຈທີ່ທ່ານໄດ້ອ່ານ.

ອາດຈະບໍ່ເຂົ້າໃຈແດ່ກາຂໍໂທດນຳຫຼາຍຯ ຜູ້ຂຽນກາແປສຸດຄວາມສາມາດ.

ສາມາດຕິຊົມໄດ້ ດ້ວຍການສະແດງຄວາມຄິດເຫັນ...

 

Delicious Digg Fark Twitter