ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ມົນຄາຖາຫາຮັກ (LOVE BOOK) ພໍ່ມົດນ້ອຍ.

ຕອນທີຫນື່ງ.

ຄາຖາແກ້ຮັກຈາກອະດີດ

ຫາກຊາດທີ່ແລ້ວເຈົ້າໄດ້ໄປສັນຍາເລື່ອງຄວາມຮັກກັບໃຜໄວ້ ເຊັ່ນ ສັນຍາວ່າເຈົ້າກັບໃຜຄົນນັ້ນຈະຮັກກັນທຸກຊາດໄປ ແຕ່ໃນເມື່ອຄົນເຮົາໄດ້ຜ່ານການວຽນວ່າຍຕາຍເກີດມາຫລາຍຄັ້ງ ການເກີດແຕ່ລະຄັ້ງຈະບໍ່ຄືກັນ ສິ່ງທີ່ຍັງຢູ່ກໍຄືຄຳສັນຍາຫລືຄຳສາບານທີ່ໃຫ້ໄວ້ຕໍ່ກັນ ແລະຄຳສາບານໃນອາດີດນີ້ເອງ ອາດຈະເປັນເຫດຜົນຫນື່ງທີ່ເຮັດໃຫ້ເຈົ້າຍັງຫາຄູ່ບໍ່ໄດ້ ແລະຍັງເປັນໂສດຈົນເຖີງທຸກວັນນີ້ ຖ້າເຈົ້າສວດບົດສວດນີ້ອາດຈະເຮັດໃຫ້ຄວາມຮັກຂອງເຈົ້າດີຂື້ນ.

ບົດຄາຖາ

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ

ທ່ອງ 3ເທື່ອ ຈົບ

ສັພພັງ ອະປະຣາທັງ ຂະມະຖະເມ ພັນເຕ

ອຸກາສະ ທະວາຣັຕຕະເຍນະ ກະຕັງ

ສັພພັງ ອະປະຣາທັງ ຂະມະຖະເມ ພັນເຕ

ອຸກາສະ ຂະມາມິ ພັນເຕ

ອຸປະກອນທີ່ກຽມ

ບໍ່ມີອຸປະກອນ

ວິທີຣ່າຍຄາຖາ

ຄາຖານີ້ໃຊ້ທ່ອງຕາມຫລັກແນວຄິດວ່າ ຄົນເຮົາເກີດມາຫລາຍພົບຫລາຍຊາດ ແຕ່ລະຄົນມີເຈົ້າກຳນາຍເວນທີ່ແຕກຕ່າງກັນ ເຮົາບໍ່ຮູ້ວ່າເຮົາເຄີຍເຮັດຫຍັງໄວ້ແຕ່ຊາດທີ່ແລ້ວ ແຕ່ສາມາດສວດຂໍຂະມາເພຶ່ອລົດແລະປົດຫນີ້ກຳໃຫ້ຫນ້ອຍລົງໄດ້ ຄາຖານີ້ສາມາດທ່ອງຫລືສວດໄດ້ດຸຕາມຄວາມຕ້ອງການ ເວລາທ່ອງເຈົ້າຕ້ອງຕັ້ງໃຈໃຫ້ດີແລ້ວທ່ອງຄາຖາຕາມບົດຄາຖາ ຕໍ່ຫນ້າພະພຸດທະຮູບຫຼືທ່ອງກ່ອນເຂົ້ານອນ ຈຳນວນສາມຈົບ ຫລືຫລາຍກ່ວາຕາມຄວາມຕ້ອງການ.

ຫມາຍເຫດ:

ນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ກະລຸນາໄຊ້ວິຈາລະນະຍານ ບໍ່ເຊື່ອກໍແລ້ວແຕ່ສັດທາ ແຕ່ຢ່່າລົບລູ່ ເພາະມີຄົນເຄີຍປະສົບຜົນສຳເລັດມາກ່ອນແລ້ວ.

ຕິດຕາມຕໍ່ໄປ ສະບັບຫນ້າ

Delicious Digg Fark Twitter