ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ຍີງບໍ່ມັກຄົນດີ ບາງຄັ້ງຄຳເວົ້າວັກນີ້ອາດເປັນຄຳເວົ້າທີຖືກຕ້ອງ

ມື້ນີ້ເປັນມື້ທີໃຫ້ເຮົາຮູ້ຈັກກັບຄຳວ່າກຽມຕົວ

ກຽມຕົວທີຈະຕັ້ງຮັບກັບບັນຫາທີຈະເກີດຂື້ນ

ບໍ່ວ່າເຫດນັ້ນຈະເກີດຂື້ນດ້ວຍເຫດຜົນໃດໆໆກະຕາມເຊີ່ງບາງຄັ້ງເຫດນັ້ນ

ເປັນເຫດທີເຮົາບໍ່ມີສ່ວນຫຍັງເລີຍທັ້ງໆໆທີເຮົາກະເຮັດດີມາໂດຍຕະຫລອດ

ໂລກນີ້ມັນບໍ່ແນ່ນອນ

ບາງຄັ້ງກະບໍ່ສົມເຫດສົມຜົນ

ແລະຍັງສອນໃຫ້ຮູ້ວ່າຄົນເຮົາຄວນຈະມີຄວາມຫວັງແຕ່ບໍ່ຄວນທີຈະມີຄວາມຫວັງສູງເກີນໄປ

ເພາະຖ້າຕົກລົງມາຈະເຮັດໃຫ້ເຮົາເຈັບແຮງ

ແບບບໍ່ທັນຕັ້ງໂຕ

ໃນເມືອບັນຫາເກີດຂື້ນແລ້ວເຮົາກະບໍ່ຄວນຈະຈົ່ມຢູ່ກັບບັນຫາ

ຄວນຈະຫາທາງແກ້ໄຂເພືອເດີ່ນໄປຂ້າງໜ້າ

ຊີວີດຄືການເດີນທາງ

ບໍ່ວ່າທາງນັ້ນຈະຫຍຸ້ງຍາກພຽງໃດກະຄວນໄປໃຫ້ເຖີ່ງ

ການໄດ້ຮັກໃຜຄົນໜື່ງກະແມ່ນການຮຽນຮູ້ຢ່າງໜື່ງໃນຊີວີດ

ເຮັດໃຫ້ໄດ້ພົບກັບສີ່ງໃໝ່ທີຫາບໍ່ໄດ້ຈາກໂຮງຮຽນ

ແຕ່ໂລກນີ້ບໍ່ມີສີ່ງໃດແນ່ນອນ

ມີພົບກະຕ້ອງມີຈາກເປັນເລື່ອງທຳມະດາ

ຢ່າລືມວ່າເຮົາເກີດມາບໍ່ໄດ້ຖືຫຍັງມານຳ

ສະນັ້ນໃນໂລກນີ້ບໍ່ມີຫຍັງເປັນຂອງເຮົາ

ເປັນພຽງສີ່ງທີຜ່ານເຂົ້າມາໃນຊີວີດ

ສຸດເຮົາຈາກໂລກນີ້ໄປກະໄປແຕ່ໂຕເປົ່າ....

                                                                            ຄວນກຽມພ້ອມທີຈະປະເຊີນກັບບັນຫາ


 

Delicious Digg Fark Twitter