ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 5, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

ເຫດການເກີດ ວັນທີ່ 9 ກຸມພາ 2011 ທີ່ຜ່ານມາ ຕຳຫຼວດໄດ້ມີການຈັບເຈົ້າຂອງຮ້ານຄາລາໂອເກະແຫ່ງໜຶ່ງ ບ້ານເລກທີ່50/2ທີ່ຕຳບົນ ດານຊ້າງ ອຳເພີດານຊ້າງ ຈັງວັດສຸພັນບູລີ ໄດ້ພົບຄົນລາວເຮົາ30ກວ່າຄົນອາຍຸລະຫວ່າງ 13-18ປີ ຊຶ່ງຖືກບາງຄັບໃຫ້ຮັບແຂກມື້ລະ5ຄົນ ແຕ່ໃຫ້ກິນແຕ່ພໍບໍ່ຕາຍແລະບໍ່ໃຫ້ເງິນຈັກເທື່ອ ເຈົ້າໜ້າທີ່ມູນລະນິທິຂອງໄທກັບເຈົ້າໜ້າທີ່ສືບສວນ ແມ່ນຖືກພວກນາຍໜ້າເອົາມາຂາຍໃຫ້ຮ້ານຄາລາໂອເກະດັງກ່າວ ໂດຍທີ່ນາຍໜ້າລາວເຮົາມາພົບພໍ່ແມ່ຂອງເດັກຖືກຫຼອກພວກນັ້ນ ໂດຍທີ່ຫຼອກອັນນັ້ນອັນນີ້ແລະເອົາເງິນໃຫ້ພໍ່ແມ່ພວກກະເຈົ້າເພື່ອໃຫ້ເຊື່ອວ່າແມ່ນແທ້ ແລະພາມາຂາຍໃຫ້ຮ້ານດັງກ່າວ ດຽວນີ້ເດັກນ້ອຍເຫຼົ່ານັ້ນໄດ້ກັບມາລາວແລ້ວ(ຂ້ອຍຂຽນໄດອາຮີ່ນີ້ຂື້ນມາເພື່ອຢາກໃຫ້ຮູ້ວ່າຢ່າເຊື່ອທີ່ວ່າຄົນຈະພາໄປເຮັດຢູ່ຫັ້ນຢູ່ນີ້ໄດ້ເງິນຫຼອກເງິນຫຼາຍ ເຫັນເຂົາເອົາເງິນໃຫ້ກໍ່ຢ່າເຊື່ອຢ່າດີໃຈ
ເພາະມັນບໍ່ມີຫຍັງໄດ້ມາງ່າຍໆໂດຍບໍ່ເສຍຫຍັງຕອບແທນ ດັ່ງຄຳສຸພາສິດວ່າ ໄດ້ຢ່າງເສຍຢ່າງ )ພວກຄົນນາຍໜ້າມັນບາບສຸດກັບຄົນຊື້ກະບາບສຸດ  ພວກນີ້ສາມາດເອີ້ນວ່າ ຜີສັງຄົມ ໜາສັງຄົມ ເດນມະນຸດ ຫຼືມານສັງຄົມກໍ່ໄດ້ (ໃຜມາອ່ານຊ່ວຍບອກໜູ່ມາອ່ານແນ່ ລະກະເຕື່ອນພໍ່ແມ່ ໜູ່ຄູ່ຕໍ່ໆກັນໄປແນ່ ດ້ວຍຄວາມຫວັງດີ)

Delicious Digg Fark Twitter