ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 25, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ກິເຫຼດ ເຊິ່ງມີຄວາມໝາຍວ່າ ສິ່ງທີ່ເຮັດໃຫ້ຈິດໃຈເສົ້າໝອງ ປຽບເໝືອນເມກໝອກທີ່ປິດບັງດວງຈັນບໍ່ໃຫ້ສ່ອງແສງໃນຍາມຣາຕີ. ໃນນີ້, ສິ່ງທີ່ເຮັດໃຫ້ຈິດໃຈເສົ້າໝອງນັ້ນ ກໍເຫັນຈະໄດ້ແກ່ ອະກຸສົນມູນ ເຊັ່ນ : ຄວາມໂລບມາກໂລພາ, ຄວາມໂກດ, ຄວາມຫຼົງ, ວິປະຣິຕຕະນະສິກາຣ, ອະຫິຣິກະ(ຄວາມບໍ່ຮູ້ຈັກຢາກອາຍເວລາເຮັດຄວາມຊົ່ວ), ອະໂນຕຕັປປະ(ບໍ່ຮູ້ຈັກຢ້ານບາບ),

ວົ້າຄວາມຈິງ, ກິເຫຼດ ນີ້ ມີຫຼາຍຂັ້ນ ຄື : ຂັ້ນຫຍາບ, ຂັ້ນກາງ, ແລະຂັ້ນລະອຽດ ຫຼື ຂັ້ນບໍ່ດີ, ຂັ້ນປານກາງ ແລະຂັ້ນປານີດ.

 ຖ້າກິເຫຼດຂັ້ນຫຍາບ ກໍຄື ຄວາມຢາກໄດ້, ຄວາມໂລບທີ່ປະກອບດ້ວຍຈິດທີ່ບໍ່ມີປັນຍາໃນທາງທີ່ດີ ມົວແຕ່ຢາກໄດ້ ຈົນເຮັດໃຫ້ຫາວິທີທາງໄດ້ມາໃນທາງທີ່ຜິດທໍານອງຄອງທັມ,

ຖ້າຂັ້ນກາງ ເມື່ອຢາກໄດ້ແລ້ວ ກໍຫາວິທີເອົາມາດ້ວຍຄວາມດຸໝັ່ນຂະຫຍັນພຽນເປັນຕົ້ນ.

ແຕ່ສໍາລັບຂັ້ນສຸດທ້າຍນັ້ນ ເປັນເລື່ອງຂອງຄວາມລະອຽດ ປະນີດ ເຊັ່ນ : ຄວາມຢາກໄດ້ໃນບຸນກຸສົນ, ຢາກສ້າງບຸນ, ຢາກພ່ໍາເພັງພາວະນາ, ຢາກຫຼຸດພົ້ນອອກຈາກກິເຫຼດ ເພິ່ນກໍເອີ້ນວ່າກິເຫຼດເຊັ່ນກັນ. ການໃຊ້ກິເຫຼດເພື່ອສະແຫວງຫາຫົນທາງອອກຈາກກິເຫຼດ ເປັນສິ່ງທີ່ປະເສີດ

Delicious Digg Fark Twitter