ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 17, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນງານປະກວດຮ້ອງເພງໂດຍມີຊື່ວ່າ Pepsi Singing Contest 2012ເພື່ອຊິງຂັນລັດຖະມົນຕີ ກະຊວງສຶກສາທິການແລະກິລາ

ໂຄງການນີ້ແມ່ນການຮ່ວມມືຄັ້ງທຳອິດຂອງ ບໍລິສັດເບຍລາວແລະບໍລິສັດເຄື່ອງດື່ມແປ້ບຊີກັບກະຊວງສຶກສາທິການແລະກິລາ

ເງື່ອນໄຂຂອງຜູ້ສະມັກປະກວດແມ່ນຕ້ອງເປັນນັກຮຽນຊັ້ນ ມ.ປາຍ ໂດຍບໍ່ຈຳກັດໂຮງຮຽນ ລັດຫຼືເອກະຊົນທົ່ວປະເທດ.ສາມາດຮັບ

ແບບຟອມໄດ້ທີ່ໂຮງຮຽນ,

ໜ່ວຍປະຊາສຳພັນຂອງໂຄງການ ທາງ Facebook/Pepsi laoຫຼືໂທສອບຖາມໄດ້ທີ່ເບີ(020) 76111126.     

  ລາງວັນຜູ້ຊະນະເລີດຈະໄດ້ຮັບ ທຶນການສຶກສາ 10 ລ້ານກີບ ພ້ອມດ້ວຍຂັນຈາກລັດຖະມົນຕີກະຊວງສຶກສາທິການແລະກິລາພ້ອມດື່ມແປ້ບຊີຟຼີ 1 ປີ,

ລາງວັນທີ່ສອງຈະໄດ້ຮັບທຶນການສຶກສາ 6 ລ້ານກີບ ພ້ອມໃບຍັ້ງຢືນ,ດື່ມແປ້ບຊີຟຼີ 1 ປີ, ລາງວັນທີ່ສາມຈະໄດ້ຮັບ

ທຶນການສຶກສາ 4 ລ້ານກີບພ້ອມໃບຍັ້ງຢືນ,ດື່ມແປ້ບຊີຟຼີ 1 ປີ 

    ງານປະກວດຮັບສະໜັກຕັ້ງແຕ່ວັນທີ່ 26 ມີນາ 2012--24 ເມສາ 2012  ແລະການແຂ່ງຂັນຈະແບ່ງອອກເປັນສາມຮອບຄື:

    ຮອບທຳອິດຈະຈັດຂື້ນໃນວັນທີ່ 25 ເມສາ 2012 ໂດຍຄັດເອົາ 30 ຄົນ ,ຮອບສອງຈະຈັດຂື້ນທີ່ 30 ເມສາ 2012ຄັດເຫຼືອ 12 ຄົນ

    ແລະຮອບສາມຊິງສະນະເລີດຈະຈັດຂື້ນວັນທີ່ 11 ພຶດສະພາ 2012 

ບາງຄົນອາດຮູ້ຂ້ອຍອ່ານເຫັນຢູ່ວາລະສານເລີຍເອົາມາບອກເພື່ອບາງຄົນຈະສະໜັກ ແຕ່ວ່າ ຕ້ອງແມ່ນນັກຮຽນ ມ.ປາຍ ມ4--ມ7

 

Delicious Digg Fark Twitter