ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ການແຂ່ງ¬ຂັນກີລາກ໊ອຟ ລະ¬ດັບອາຊຽນ ພີຈີເອທົວ ຫລວງພະບາງລາວໂອເພັນ 18 ຂຸມ ຈາກ 11 ປະ-ເທດອາຊຽນເຂົ້າຮ່ວມທີ່ແຂວງຫລວງພະບາງ ເພື່ອຊີງລາ¬ງວັນ 80 ພັນໂດລາສະ¬ຫະ¬ລັດ ໂດຍຈະເລີ່ມແຂ່ງ¬ຂັນເປັນເວ¬ລາ 4 ວັນ, ນັບແຕ່ວັນທີ 3Œ6 ພຶດ¬ສະ¬ພານີ້.    ທ່ານ ດຣ. ຄຳແພງ ໄຊສົມແພງ ເຈົ້າ¬ແຂວງຫລວງພະບາງ ໄດ້ໃຫ້ສຳ¬ພາດຕໍ່ສື່ຂ່າວວ່າ: ຈຸດປະ¬ສົງເປີດການແຂ່ງ¬ຂັນກີ¬ລາກ໊ອຟລະດັບອາຊຽນທີ່ປະ¬ເທດລາວ, ເພື່ອຊີງລາ¬ງວັນ 80 ພັນໂດລາສະ¬ຫະ-ລັດ ເຊິ່ງເປັນຄັ້ງທຳອິດທີ່ລາວໄດ້ຮັບກຽດເປັນເຈົ້າພາບ ໂດຍສະ¬ເພາະຢູ່ສະ¬ຫນາມກ໊ອຟແຂວງຫລວງພະບາງ ເປັນການເປີດໂສມຫນ້າໃຫມ່ໃຫ້ແກ່ ສະ¬ຫະ¬ພັນນັກກີລາ ກ໊ອຟຂອງ ລາວ ແລະ ນັກກີລາກ໊ອຟຂອງຫລວງພະບາງ 3 ທ່ານທີ່ເຂົ້າຮ່ວມງານຄັ້ງນີ້ໄດ້ຖອດຖອນບົດ¬ຮຽນ, ສ້າງຄວາມສາ-ມັກ¬ຄີນຳບັນ¬ດານັກ¬ກີ¬ລາກຸ່ມອາຊຽນ ແລະ ເພື່ອຍົກສູງຄຸນນະພາບນັກກີ¬ລາໃຫ້ໄດ້ມາດ¬ຕະ¬ຖານເທົ່າທຽມກັບສາ¬ກົນ ໂດຍສະ¬ເພາະກີ¬ລາກ໊ອຟທີ່ເປັນກີ¬ລາຂະ¬ຫຍາຍ¬ຕົວຢ່າງໄວ ຈິ່ງໄດ້ມີການສ້າງສະຫນາມກ໊ອຟທີ່ໄດ້ມາດ¬ຕະ¬ຖານລະ¬ດັບສາ¬ກົນຂຶ້ນ ທີ່ແຂວງຫລວງພະບາງ ພ້ອມໄດ້ເປີດນຳໃຊ້ເມື່ອ 2 ປີ ຜ່ານມາ ເພື່ອຮອງຮັບນັກກີລາກ໊ອຟລະດັບຊາດ ແລະ ລະ¬ດັບອາຊຽນ. ອີກທັງເປັນການສະ¬ຫລອງປີທ່ອງທ່ຽວລາວ ແລະ ເປັນການເປີດໃຫ້ນັກ¬ກີ¬ລາລາວເຮົາໄດ້ເຂົ້າ ຮ່ວມແຂ່ງ¬ຂັນໃນຂົງ-ເຂດ ແລະ ພາກພື້ນກີ¬ລາສາ¬ກົນໃຫ້ນັບມື້ນັບຫລາຍຂຶ້ນ. ທ່ານກ່າວຕື່ມວ່າ: ການແຂ່ງ¬ຂັນກີ¬ລາໃນຄັ້ງນີ້ ແມ່ນບາດ¬ກ້າວຫນຶ່ງໃນການໂຄ¬ສະນາສະ¬ຖານ¬ທີ່ທ່ອງທ່ຽວທີ່ປະທັບ ໃຈຂອງຄົນທັງໂລກທີ່ປາດຖະຫນາຢາກມາທ່ຽວຊົມທຳມະຊາດ, ຮ່ອງ¬ຮອຍປະ¬ຫວັດ¬ສາດ, ຮີດ¬ຄອງປະ¬ເພ¬ນີອັນດີ¬ງາມທີ່ເຄີຍປະ¬ຕິ¬ບັດກັນແຕ່ໃດມາຈົນໄດ້ ຮັບນາມວ່າເປັນເມືອງມໍ¬ລະ¬ດົກໂລກ ເມືອງທ່ອງທ່ຽວແຫ່ງອາ¬ລິ-ຍະທຳ.    ເຂົ້າຮ່ວມການແຂ່ງ¬ຂັນກີ¬ລາ ໃນຄັ້ງນີ້ໂດຍມີທ່ານ ດຣ. ຄຳ ແພງ ໄຊສົມແພງ ເຈົ້າ¬ແຂວງຫລວງພະບາງ ມີປະ¬ທານສະ¬ຫະພັນນັກກ໊ອຟລາວ ພ້ອມດ້ວຍນັກກີ¬ລາລາວ ແລະ ນັກ¬ກີ¬ລາມາຈາກກຸ່ມປະ¬ເທດອາຊຽນ ແລະ ຈະໃຊ້ເວ¬ລາ 4 ວັນຈິ່ງສຳ¬ເລັດການແຂ່ງ¬ຂັນ.

 ການ​ແຂ່ງ­ຂັນ​ກີ​ລາກ໋ອບ ລະ­ດັບ​ອາ​ຊຽນ ພີ​ຈີ​ເອ​ທົວ ຫລວງພະ​ບາງ​ລາວ​ໂອ​ເພັນ 18 ຂຸມ ຈາກ 11 ປະ­ເທດ​ອາ​ຊຽນ​ເຂົ້າຮ່ວມ​ທີ່​ແຂວງ​ຫລວງ​ພະ​ບາງ ເພື່ອ​ຊີງ​ລາ­ງວັນ 80 ພັນ​ໂດ​ລາສະ­ຫະ­ລັດ ໂດຍ​ຈະ​ເລີ່ມ​ແຂ່ງ­ຂັນເປັນ​ເວ­ລາ 4 ວັນ, ນັບ​ແຕ່​ວັນ​ທີ 3Œ-6 ພຶດ­ສະ­ພາ​ນີ້.

   ທ່ານ ດຣ. ຄຳ​ແພງ ໄຊ​ສົມແພງ ເຈົ້າ­ແຂວງ​ຫລວງ​ພະ​ບາງ ໄດ້​ໃຫ້​ສຳ­ພາດ​ຕໍ່​ສື່​ຂ່າວ​ວ່າ: ຈຸດປະ­ສົງ​ເປີດ​ການ​ແຂ່ງ­ຂັນ​ກີ­ລາກ໊ອ​ຟລະ​ດັບ​ອາ​ຊຽນ​ທີ່​ປະ­ເທດລາວ, ເພື່ອ​ຊີງ​ລາ­ງວັນ 80 ພັນໂດ​ລາ​ສະ­ຫະ­ລັດ ເຊິ່ງ​ເປັນ​ຄັ້ງ​ທຳອິດ​ທີ່​ລາວ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ໂດຍ​ສະ­ເພາະ​ຢູ່​ສະ­ຫນາມກ໊ອຟ​ແຂວງ​ຫລວງ​ພະ​ບາງ ເປັນການ​ເປີດ​ໂສມ​ຫນ້າ​ໃຫມ່​ໃຫ້​ແກ່ ສະ­ຫະ­ພັນ​ນັກ​ກີ​ລາ ກ໊ອຟ​ຂອງ ລາວ ແລະ ນັກ​ກີ​ລາກ໊ອຟ​ຂອງຫລວງ​ພະ​ບາງ 3 ທ່ານ​ທີ່​ເຂົ້າຮ່ວມ​ງານ​ຄັ້ງ​ນີ້​ໄດ້​ຖອດ​ຖອນບົດ­ຮຽນ, ສ້າງ​ຄວາມ​ສາ­ມັກ­ຄີນຳ​ບັນ­ດາ​ນັກ­ກີ­ລາ​ກຸ່ມ​ອາ​ຊຽນ ແລະ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ນັກກີ­ລາ​ໃຫ້​ໄດ້​ມາດ­ຕະ­ຖານ​ເທົ່າທຽມ​ກັບ​ສາ­ກົນ ໂດຍ​ສະ­ເພາະ​ກີ­ລາກ໊ອຟ​ທີ່​ເປັນ​ກີ­ລາ​ຂະ­ຫຍາຍ­ຕົວຢ່າງ​ໄວ ຈິ່ງ​ໄດ້​ມີ​ການ​ສ້າງ​ສະຫນາມ​ກ໊ອຟ​ທີ່​ໄດ້​ມາດ­ຕະ­ຖານລະ­ດັບ​ສາ­ກົນ​ຂຶ້ນ​ ທີ່​ແຂວງຫລວງ​ພະ​ບາງ ພ້ອມ​ໄດ້​ເປີດ​ນຳໃຊ້​ເມື່ອ 2 ປີ ຜ່ານ​ມາ ເພື່ອ​ຮອງຮັບ​ນັກ​ກີ​ລາກ໊ອ​ຟລະ​ດັບ​ຊາດ ແລະ ລະ­ດັບ​ອາ​ຊຽນ. ອີກ​ທັງ​ເປັນ​ການ​ສະ­ຫລອງ​ປີ​ທ່ອງທ່ຽວ​ລາວ ແລະ ເປັນ​ການ​ເປີດໃຫ້​ນັກ­ກີ­ລາ​ລາວ​ເຮົາ​ໄດ້​ເຂົ້າ ຮ່ວມ​ແຂ່ງ­ຂັນ​ໃນ​ຂົງ­ເຂດ ແລະ ພາກ​ພື້ນ​ກີ­ລາ​ສາ­ກົນ​ໃຫ້​ນັບ​ມື້​ນັບຫລາຍ​ຂຶ້ນ. ທ່ານ​ກ່າວ​ຕື່ມ​ວ່າ: ການ​ແຂ່ງ­ຂັນ​ກີ­ລາ​ໃນ​ຄັ້ງ​ນີ້ ​ແມ່ນບາດ­ກ້າວ​ຫນຶ່ງ​ໃນ​ການ​ໂຄ­ສະນາ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ປະ​ທັບ ໃຈ​ຂອງ​ຄົນ​ທັງ​ໂລກ​ທີ່​ປາດ​ຖະຫນາ​ຢາກ​ມາ​ທ່ຽວ​ຊົມ​ທຳ​ມະຊາດ, ຮ່ອງ­ຮອຍ​ປະ­ຫວັດ­ສາດ, ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ທີ່​ເຄີຍປະ­ຕິ­ບັດ​ກັນ​ແຕ່​ໃດ​ມາ​ຈົນ​ໄດ້​ ຮັບນາມ​ວ່າ​ເປັນ​ເມືອງ​ມໍ­ລະ­ດົກ​ໂລກ ເມືອງ​ທ່ອງ​ທ່ຽວ​ແຫ່ງ​ອາ­ລິ­ຍະທຳ.

   ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ​ກີ­ລາ ໃນ​ຄັ້ງ​ນີ້​ໂດຍ​ມີ​ທ່ານ ດຣ. ຄຳ ແພງ ໄຊ​ສົມ​ແພງ ເຈົ້າ­ແຂວງຫລວງ​ພະ​ບາງ ມີ​ປະ­ທານ​ສະ­ຫະພັນ​ນັກ​ກ໊ອ​ຟລາວ ພ້ອມ​ດ້ວຍ​ນັກກີ­ລາ​ລາວ ແລະ ນັກ­ກີ­ລາ​ມາ​ຈາກກຸ່ມ​ປະ­ເທດ​ອາ​ຊຽນ ແລະ ຈະ​ໃຊ້ເວ­ລາ 4 ວັນ​ຈິ່ງ​ສຳ­ເລັດ​ການແຂ່ງ­ຂັນ.

ນີ້ອາດມີຄົນຮູ້ ຂ້ອຍອ່ານເຫັນນຳວາລະສານກັບເຫັນຢູ່ໜັງສືພິ່ມ ຂ່າວເສດຖະກິດສັງຄົມ

Delicious Digg Fark Twitter