ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

  ສຳເລັດເປັນທີ່ຮຽບຮ້ອຍເປັນແລ້ວງານປະກວດຄົ້ນຫານາງສັງຂານປະຈຳປີ ພ.ສ    2555  ທີ່ມີຄວາມຮູ້ຄວາມສາມາດພຽບພ້ອມດ້ວຍກິລິຍາມາລະຍາດເພື່ອເປັນຕົວແທນແກ່ຊາວ ນະຄອນຫລວງວຽງຈັນນັ້ນກໍ່ຄື: ນາງ ອານິສາ ພັນນະວົງ ຜູ້ເຂົ້າປະກວດຫມາຍເລກ M09 ເປັນນາງສັງຂານປະຈຳປີ  ພ.ສ2555   ໂດຍໄດ້ມີການຈັດພິທີກຳທາງສາສະຫນາ ແລະ ແຫ່ໄປແລ້ວໃນ ວັນສັງຂານລ່ວງເລີ່ມຈາກວັດອິນແປງວັດສີເມືອງວັດເພຍວັດວັດຊຽງຢືນ-ວັດຈັນ  ແລະ ກັບຄືນວັດອິນແປງ   ເນື່ອງໃນໂອກາດບຸນປີໃຫມ່ລາວປະຈຳປີ.

       ງານປະກວດນາງສັງຂານ ພ.ສ 2555  ຂອງນະຄອນຫລວງວຽງຈັນໄດ້ມີຂຶ້ນໃນວັນທີ 12 ມາສາຜ່ານມາ ທີ່ເດີ່ນພະທາດຫລວງໂດຍການເຂົ້າຮ່ວມຂອງ   ທ່ານສຸກັນ ມະຫາ ລາດ  ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານສາຍທອງແກ້ວດວງດີຮອງເຈົ້າຄອງນະຄອນຫລວງວຽງຈັນມີບັນດາອົງການຈັດຕັ້ງ, ພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນເຂົ້າ ຮ່ວມຊົມຮ່ວມເຊຍ.

     ການປະກວດນາງສັງຂານປີນີ້ແມ່ນໄດ້ຄັດເລືອກເອົາເຫລົ່າ  ສາວງາມຈາກນະຄອນຫລວງວຽງຈັນທີ່ເປີດຮັບສະຫມັກມາ   ແຕ່ວັນທີ 12 ມີນາ 2012 ຫລັງຈາກນັ້ນ ຈິ່ງມີການ ຝຶກຊ້ອມຜູ້ເຂົ້າສະຫມັກທັງຫມົດກ່ອນຄັດເລືອກເອົາ 30 ຄົນ  ເພື່ອຂຶ້ນປະກວດໃນວັນທີ 10  ແລະໃນວັນທີ 12 ເມສາ 2012  ເພື່ອຄົ້ນຫາ ນ້ອງນາງສາວງາມທີ່ຈະມາ ເປັນຕົວ ແທນນາງສັງຂານແກ່ນະຄອນຫລວງວຽງຈັນ   ເພື່ອຮ່ວມຂະບວນນາງສັງຂານແລະດຳເນີນພິທີທາງສາສະຫນາຕາມຄວາມເຊື່ອຖືຂອງຄົນລາວເຮົາທີ່ເຄີຍປະຕິບັດກັນມາແຕ່ບູຮານ ນະການກໍ່ຄືຂະບວນແຫ່ນາງສັງຂານ , ພະສົງ ອົງແລະ  ຫົວກະບີລະພົມໃນງານບຸນປີໃຫມ່ລາວຫລືກຸດສົງການຶ ພ.ສ 2555.

  ໂດຍມີຂະບວນການແຫ່ໃນວັນທີ 13 ເມສາ 2012 ກົງກັບວັນສັງຂານລ່ວງເລີ່ມເຊິ່ງເລິ່ມຕົ້ນຈາກວັດອິນແປງແຫ່ໄປຕາມຖະຫນົນເສດຖາທິລາດໂດຍຜ່ານວັດຕ່າງໆທີ່ໃກ້ຄຽງເຊັ່ນ: ວັດອົງຕື້, ວັດມີໄຊ, ວັດສີສະເກດ, ວັດເພຍວັດ, ວັດສີເມືອງ  ແລະ ແຫ່ກັບຄືນມາຕາມຖະຫນົນຟ້າງຸ່ມໂດຍຜ່ານວັດຊຽງຢືນ, ວັດຈັນຄືນກັບມາວັດອິນແປງເພື່ອມອບສົ່ງພະພຸດທະຮູບ 9 ອົງ ແລະ ຫົວກະບີລະພົມໃຫ້ແກ່ວັດອິນແປງ.

    ຜ່ານຈາກການຄັດເລືອກໃນຮອບສຸດທ້າຍວັນທີ 12 ເມສາ 2012 ຜົນສະຫລຸບອອກມານັ້ນກໍ່ຄື:  ນາງອານິສາພັນນະວົງອາຍຸ 18  ປີຈາກບ້ານຫນອງປີງເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ  ຜູ້ເຂົ້າປະກວດຫມາຍ  M09   ເປັນຜູ້ຊະນະໃຈກຳມະການແລະໄດ້ຮັບເລືອກເປັນນາງສັງຂານປະຈຳປີ ພ.ສ 2555 ຂອງນະຄອນຫລວງວຽງຈັນ  ພ້ອມດຽວກັນນັ້ນ ກໍ່ຍັງ ໄດ້ຄັດເລືອກເອົາອີກ 6 ນາງສາວ ເພື່ອເປັນນາງກິນນາລີທີ່ໄດ້ເຂົ້າໃນພິທີແຫ່ນາງສັງຂານນຳອີກ  ຫລື  ອີກຢ່າງເພື່ອໃຫ້ຄົບນາງທັງ 7 ວັນ.

  ສ່ວນຂອງລາງວັນຜູ້ຊະນະເລີດຈະໄດ້ຮັບເງິນສົດ 10 ລ້ານກີບ  ພ້ອມມຸງກຸດມູນຄ່າ 15  ລ້ານກີບແລະສາຍສະພາຍຮອງຊະນະເລີດຜູ້ທີ1   ໄດ້ຮັບລາງວັນເງິນສົດ 5 ລ້ານກີບ ພ້ອມສາຍສະພາຍຮອງຊະນະເລີດຜູ້ທີ 2 ໄດ້ຮັບເງິນສົດ   3 ລ້ານກີບພ້ອມສາຍສະພາຍ, ຮອງຊະນະເລີດອັນດັບທີ ໄດ້ຮັບລາງວັນເງິນສົດ  3   ລ້ານກີບ  ພ້ອມສາຍສະພາຍຮອງຊະນະເລີດອັນດັບທີ  4  ໄດ້ຮັບເງິນ 2 ລ້ານກີບພ້ອມສາຍສະພາຍພ້ອມນີ້ຍັງມີລາງວັນຂວັນໃຈປະຊາຊົນ ແລະ ຂວັນໃຈມິດຕະພາບນຳອິກ.

ແລະໂສມໜ້າຜູ້ຊະນະປີ2012 ພ.ສ 2555ຜູ້ຊະນະ

Delicious Digg Fark Twitter