ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 30, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

ທະນາຄານຈີນເພື່ອການນຳເຂົ້າແລະສົ່ງອອກສິນຄ້າຂອງຈີນໃຫ້ລາວກູ້ເງິນ ເພື່ອສະໜັບສະໜູນການກໍ່ ສ້າງຂົວຂ້າມແມ່ນໍ້າຂອງຢູ່ເຂດເມືອງໂຂງ ຊຶ່ງເປັນສ່ວນນຶ່ງຂອງເຂດເສດຖະກິດພິເສດ ຂອງຄອນພະເພັງ

ໃນແຂວງຈໍາປາສັກ.

ການລົງນາມໃນສັນຍາກູ້ຢືມເງິນທຶນລະຫວ່າງທາງການ
ລາວກັບທະນາຄານເພື່ອການນຳເຂົ້າແລະສົ່ງອອກຂອງ
ລັດຖະບານຈີນໄດ້ມີຂຶ້ນຢ່າງເປັນທາງການເມື່ອບໍ່ນານມານີ້
ໂດຍມີທ່ານສົມດີ ດວງດີ ລັດຖະມົນຕີກະຊວງການເງິນ
ຂອງລາວ ແລະທ່ານ ລີ ລູ່ກົວະ ປະທານຂອງທະນາຄານ
ເພື່ອການນຳເຂົ້າແລະສົ່ງອອກຂອງຈີນ ເປັນຜູ້ຕາງໜ້າ
ຂອງທັງສອງຝ່າຍໃນການລົງນາມດັ່ງກ່າວ.

ສັນຍາກູ້ຢືມເງິນໃນຄັ້ງຫລ້າສຸດນີ້ ມີມູນຄ່າລວມເກີນກວ່າ
32 ລ້ານໂດລາ ສຳຫລັບນໍາໃຊ້ເຂົ້າໃນການກໍ່ສ້າງຂົວ
ຂ້າມແມ່ນໍ້າຂອງ ເພື່ອເຊື່ອມຕໍ່ລະຫວ່າງບ້ານຫາດກັບບ້ານ
ນາຢູ່ເມືອງໂຂງ ແຂວງຈໍາປາສັກ ພ້ອມດ້ວຍການກໍ່ສ້າງ
ຂົວຂະໜາດນ້ອຍອີກ 2 ແຫ່ງ ທີ່ເຊື່ອມຕໍ່ບ້ານຫົວໂຂງ
ແຫລມກັບດອນສັນ ແລະເຊື່ອມຕໍ່ທ່າເຮືອບັກເມືອງໂຂງ
ກັບທ່າເຮືອເມືອງມູນລະປະໂມກ ຊຶ່ງເປັນສ່ວນນຶ່ງໃນແຜນການພັດທະນາເຂດທ່ອງທ່ຽວຢູ່ໃນເຂດເມືອງໂຂງນັ້ນເອງ

ນີ້ຄືຮູບພາບເຊັນສັນຍາລະຫວ່າງລາວ--ຈີນ

Delicious Digg Fark Twitter