ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 1, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ຄົນ​ລາວ​ຜູ້​ທຳ​ອິດ​​ໃນ​ປະຫວັດສາ​ດທີ່​ໄດ້​ແລ່ນທວນ​ໄຟ​ໂອ​ລິ​ມ​ປິກ      ແລະນີ້ແມ່ນການອອກຂ່າວ


ນາງ ວາດ​ສະຫນາ ສິນ​ທະ​ວົງ , ພະນັກງານອົງການ​ອາຫານ​ໂລກ ປະຊາ​ຊາດ ໄດ້​ເປັນ​ຄົນລາວ​ຄົນ​ທຳ​ອິດ ທີ່​ໄດ້​ສິດ​ໄປ​ຮ່ວມ​ແລ່ນ​ພັດ​​ປ່ຽນ ທວນ​ໄຟໂອ​ລິ​ມ ປີກ​ເກ​ມ 2012 ທີ່ ປະ​ເທດ ອັງກິດ. ພິທີ​ຖະ​ແຫລ​ງຂ່າວ ​ການ​ເຂົ້າ​ຮ່ວມ​ງານ​ດັ່ງ​ກ່າວ ໄດ້​ມີ​ຂຶ້ນ ໃນ ວັນ​ທີ 28 ມິຖຸນາ ມານີ້ ທີ່ ສະມາຄົມ​ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ ​ໂດຍ​ການ ​ເຂົ້າ​ຮ່ວມ​ຂອງ ທ່ານ ສົມ​ສະຫນຸກ ມີ​ໄຊ, ຮອງ​ປະທານ​ສະມາຄົມ ນັກ​ຂ່າວ​ແຫ່ງ​ປະ​ເທດ​ລາວ, ຕົວ​ແທນ​ຈາກ ອົງການອາຫານ​ໂລກ ສະຫະ​ປະຊາ​ຊາດ ປະຈຳ​ລາວ ​ແລະ ​ສື່​ມວນ​ຊົນ​ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

 

ນາງ ວາດ​ສະຫນາ ສິນ​ທະ​ວົງ, ອອກ​ເດີນທາງ​ໄປ ປະ​ເທດ ອັງກິດ ​ໃນ​ວັນ​ທີ 28/06/2012 ແລະ ຈະ​ກັບ​ຄືນ​ມາລາ​ວ ​ໃນ​ວັນ​ທີ 4/7/2012 ນີ້ ໂດຍ​ຈະ​ແລ່ນ ​ພັດ​ປ່ຽນ​ທວນ​ໄຟ ຢູ່ ເມືອງ ​ເບີ​ມິ​ງ​ແຮມ ​ໃນ​ໄລຍະ​ທາງ 400 ກວ່າ​ແມັດ, ຫລັງ​ຈາກ​ນັ້ນກໍ​ຈະ​ມີ​ຜູ້​ຮັບ​ແລ່ນ​ຕໍ່​ໄປ ຈົນ​ເຖິງ​ ນະຄອນຫລວງລອນ​ດອນ ເພື່ອ​ເປີດ​ງານ ​ກິລາ​ໂອ​ລິ​ມປິກ​ເກ​ມ 2012 ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 27/07/2012 ນີ້. ການ​ແລ່ນ​ທວນ​ໄຟໂອ​ລິ​ມປີກ ​ໄດ້​ເລີ່​ມຕົ້ນ​ມາ​ແຕ່ ວັນ​ທີ 19/05/2012 ອອກ​ຈາກ ນະຄອນຫລວງ ປັກ​ປິ່ງ ​ໂດຍ​ນ້ຳ​ໃຊ້​ຜູ້​ແລ່ນ​ທັງ​ຫມົດ 8.000 ຄົນ ໃນ​ທົ່ວ​ໂລກ ທີ່​ມີ​ສ່ວນ​ຮ່ວມ​ໃນ​​ວຽກ​ງານ​ມະນຸດສະທຳ​ໂລກ

ນີ້ອາດມີຄົນຮູ້ຂ້ອຍເຫັນນຳຂ່າວTVແລະເຫັນອອກໜັງສືພິ່ມກັບວາລະສານ

Delicious Digg Fark Twitter