ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2015 | ມີ 3 ຄຳເຫັນ ແລະ 0 trackback(s)
ມີພີ່ນ້ອງຕະກຸນຢ່າງ ມີບັນຫາເລື່ອງກະເປົາເງິນເສຍ ຜູ້ເຮັດເສຍແມ່ນ ທ ມົວຢ່າງ ອາຍຸ 25 ປີ ຜູ້ເປັນອາວ ແລະ ຜູ້ຖືກໃສ່ຮ້າຍແມ່ນ ທ ຕົ່ງ ຢ່າງ ຫຼານ ອາຍຸ 26 ປີ ເລື່ອງມີຢູ່ວ່າ: ໃນມື້ນັ້ນ ທ ຕົ່ງ ຈຳເລີຍ ພ້ອມນ້ອງຊາຍ 2 ຄົນ ໄດ້ໄປເຮັດເຮືອນຕົນເອງໃກ້ກັບເຮືອນຂອງ ທ ມົວຢ່າງ ໂຈດ ເລີຍໄປຂໍພັກເຊົາກິນເຂົ້າທ່ຽງ ຕາມຍາດພີ່ນ້ອງ ຫຼັງຈາກກິນເຂົ້າທ່ຽງແລ້ວ ທ ຕົ່ງ ກໍ່ອີ່ມກ່ອນ ແລະ ລຸກຈາກພາເຂົ້າອອກມານອກເຮືອນ...ແລ້ວກໍ່ໄປເຮັດເຮືອນຂອງຕົນເອງຕໍ່ ຕໍ່ມາລາວນ້ອງຊາຍອີກຄົນກໍ່ກັບໄປເອົາລົດ ວິໂກ້ ຂອງຕົນເອງທີ່ຈອດຢູ່ໃກ້ເຮືອນຂອງ ທ ມົວ ເຂົ້າຮົ່ມ ບັດນີ້ ທ ມົວ ທີ່ເປັນເຈົ້າຂອງເຮືອນ ບອກວ່າບໍ່ເຫັນກະເປົ່າເງິນ(ກະເປົ່າເງິນເສຍ) ມີບັດປະຈຳຕົວ ໃບຂັບຂີ່ ແລະ ເງິນ 800 ໂດລາ ທຳອິດ ລາວກະວົນກະວາຍບໍ່ຈື່ວ່າປະໄວ້ຢູ່ໃສ ຈົນໄປຫາຮອດຮ້ານທີ່ລາວໄປຊື້ນຳ້ມັນ ແຕ່ກໍ່ບໍ່ເຫັນ ໄດ້ສອບຖາມນຳທຸກຄົນ ແຕ່ບໍ່ມີໃຜເຫັນ... ຫຼັງຈາກນັ້ນ ລາວໄດ້ປຶກສານຳອ້າຍລາວ 2 ຄົນ ແລ້ວ ກ່າວຫາວ່າ ທ ຕົ່ງເປັນຄົນລັກ ແລະ ບອກວ່າ ກະເປົ່າເງິນແມ່ນ ປະໄວ້ໃນລົດຮຸນໄດ ຂອງລາວ ທ ຕົ່ງເປັນຜູ້ເອົາໄປ ຍ້ອນ: 1 . ຕອນກິນເຂົ້າທ່ຽງ ລາວອີ່ມກ່ອນ2. ຕອນລາວກັບມາເອົາລົດ ວິໂກ້ ເຂົ້າຮົ່ມ ສ່ວນ ທ້າວຕົ່ງ ຈຳເລີຍ ປະຕິເສດ ຕ່າງຝ່າຍຕ່າງບໍ່ຍອມ ຈົນເຮັດໃຫ້ອ້າຍນ້ອງຊິຂ້າກັນຕາຍໃຫ້ຫມົດ.ໝາຍບອກ: ຕອນ ທ ຕົ່ງກັບມາເອົາລົດວິໂກ້ລາວເຂົ້າຮົ່ມ ແມ່ນເມຍຂອງຜູ້ເສຍຫາຍຍັງຢູ່ເຮືອນ ຢາກຖາມວ່າ: ໃຜຜິດ ໃຜຖືກ ໃນທາງກົດໝາຍລາວ? ຊ່ວຍແດ່ຜູ້ຮູ້ທັງຫຼາຍ...ສາທຸ ຊ່ວຍແດ່ ຢ່າປ່ອຍໃຫ້ມັນເກີດຂື້ນເທີດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

 ເຖິງຈະເອົາເງິນໂດລາເຈົ້າປູທາງແຕ່ນີ້້ຮອດໂຮງໝໍ ຂ້ອຍກໍ່ບໍ່ໄປສົ່ງດອກ ຂ້ອຍຄົນຈົນຊິໄປຫາເງິນຫາຄຳມາແຕ່ງເມຍ ນີ້ຄືຄຳເວົ້າຂອງຜູ້ຊາຍຄົນໜຶ່ງທີ່ບ້ານ ນຳ້ເດີນ ເມືອງຄຳເກີດ ແຂວງ ບໍລິຄຳໄຊ ເພາະກ່ອນໜ້ານີ້ 10 ປີ ຜູ້ຊາຍຄົນນີ້ ໄດ້ມັກຮັກກັບລູກສາວເຈົ້າຂອງເຮືອນທີ່ຕິດກັນ ເຊິ່ງພວກເຂົາທັງສອງ ຮັກກັນມາແຕ່ສະໄໝຮຽນມັດທະຍົມ ແຕ່ພໍຮຽນຈົບ ມ 6 ຝ່າຍຍິງກໍ່ໄດ້ໄປຮຽນຕໍ່ ມຊ ສ່ວນຝ່າຍຊາຍເປັນຄົນທຸກຍາກເສັງໄດ້ໄປຮຽນແພດ ແຕ່ບໍ່ມີເງິນຊິໄປ ເລີຍອອກມາເຮັດໄຮ່ເຮັດນາຊ່ວຍແມ່, ຫຼັງຈາກນັ້ນ 2 ປີຕໍ່ມາຝ່າຍຊາຍໄດ້ໄປຂໍແຕ່ງງານກັບຝ່າຍຍິງ ແຕ່ຖືກແມ່ຝ່າຍຍິງປະຕິເສດ ພ້ອມທັງດ່າຕໍ່ໜ້າຜູ້ເຖົ້າຜູ້ແກ່ຝ່າຍຊາຍວ່າ: ຄົນຂີ້ທຸກຄືພວກເຈົ້າຍັງມີໜ້າມາຂໍລູກສາວຂ້ອຍ ແມ່ນແຕ່ເຂົ້າຍັງບໍ່ມີຊິກິນ ແຕ່ລະມື້ມີແຕ່ໄປຮັບຈ້າງເຮັດໄຮ່ຊາວບ້ານແລກກັບເຂົ້າແນວໃດຊິກຸ້ມລູກສາວຂ້ອຍ ບໍ່ແມ່ນແຕ່ລູກຂ້ອຍດອກໝາຍັງຊິບໍ່ແຕ່ງນຳ ອັນຄົນເຫຼືອໂລກຄືພວກເຈົ້ານັ້ນໜາໄປຕາຍສາ ໃຫ້ມັນບໍ່ຂວາງຕາຊາວບ້ານຄົນອື່ນເຂົາ ແລະ ໃນທີ່ສຸດເລີຍໃຫ້ລູກສາວແຕ່ງງານກັບຄົນຕ່າງປະເທດອາຍຸປະມານ 60 ກວ່າປີ ທີ່ມາຈາກສະຫະລັດ...ຫຼັງຈາກນັ້ນຝ່າຍຊາຍກໍ່ຕັດສິນໃຈໄປເປັນກຳມະກອນຢູ່ໂຄງການສ້າງເຂື່ອນໄຟຟ້ານຳ້ເທີນ...ພາຍຫຼັງໂຄງການຈົບລາວໄດ້ກັບບ້ານ ແລະ ໄປ ດາວລົດຮຸນໄດມາຊື້ເຄື່ອງຂາຍ ປະຈຸບັນລາວມີ ລົດກະບະວີໂກ 1 ຄັນ ແລະ ລົດອິຊູຊູ 6 ລໍ້ 1 ຄັນ...........ຢູ່ມາຮອດ ອາທິດທີ່ແລ້ວ ແມ່ຂອງຜູ້ສາວເກົ່າເຈັບທ້ອງຮຸນແຮງ(ເປັນໄສ້ຕິ່ງ) ເຂົາມາຂໍໃຫ້ລາວພາໄປສົ່ງໂຮງໝໍ ເຊິ່ງລາວກຳລັງລ້າງລົດຈະໄປສົ່ງປາໃຫ້ຕະຫຼາດ ຖືກລາວປະຕິເສດ ບໍ່ໄປ ແລະ ລາວໃຫ້ໄປຫາຄົນອື່ນທີ່ວ່າງວຽກພາໄປໂຮງໝໍ ສຸດທ້າຍເຂົາເລີຍເອົາເງິນມາຈ້າງລາວ 1000 ໂດລາ ໃຫ້ພາໄປ ແລະ ລາວກໍ່ໂມໂຫແນ່ເລີຍດ່າໃສ່ຄືນວ່າ: ເຖິງເຈົ້າຈະເອົາເງິນໂດລາປູທາງແຕ່ນີ້ຮອດໂຮງໝໍຂ້ອຍກໍ່ບໍ່ໄປດອກ ປາຂ້ອຍຊິເນົ່າແລ້ວ ເອົາປາໄປສົ່ງຕະຫຼາດກ່ອນ ຄົນຈົນແບບຂ້ອຍຕ້ອງດິ້ນຮົນຫາເງິນມາແຕ່ງເມຍ.

              ສຸດທ້າຍແມ່ຜູ້ສາວເກົ່າຕ້ອງລໍລົດໂດຍສານ ແລະ ໄສ້ຕິ່ງແຕກກ່ອນທີ່ຈະໄປຮອດໂຮງໝໍເກືອບຕາຍກັບມາ ສ່ວນລູກສາວ ແລະ ລູກເຂີຍເຖົ້າກໍ່ບໍ່ມາ ມີແຕ່ສົ່ງເງິນມາໃຫ້ແມ່ ເຂົ້າກໍ່ບໍ່ມີຜູ້ຊິໜຶ້ງໃຫ້ກິນ ມີເງິນແຕ່ຕ້ອງອົດ ເພາະຄວາມໂລບ 
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 28, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ພໍດີ ບໍລິສັດຂ້ອຍ(ບໍລິສັດໄທມາລົງທຶນ 100%)ນຳລົດກົນຈັກໜັກ( ລົດດຸດ ແລະ ລົດຈົກ) ອອກຈາກລາວ ຍ້ອນໜ້າວຽກສິ້ນສຸດ ລົດຂອງບໍລິສັດຂ້ອຍນັ້ນ ນຳເຂົ້າມາດ້ວຍຮູບການຍົກເວັ້ນພາສີອາກອນ(ສົ່ງເສີມການລົງທຶນຕ່າງປະເທດ) ຈຳນວນ 4 ຄັນ  ມາດຳເນີນທຸລະກິດປູກຢາງພາລາ ແຕ່ພໍດີທີ່ດິນທີ່ທາງແຂວງອະນຸມັດໃຫ້ເປັນທີ່ດິນທະຫານ(ດິນຄວາມໝັ້ນຄົງເຂດຊາຍແດນ) ເລີຍສຶບຕໍ່ບໍ່ໄດ້ ສະນັ້ນເລີຍຢາກເອົາລົດເມືອຄືນປະເທດໄທ ຂ້ອຍເປັນຜູ້ເດີນເອກະສານນຳລົດອອກ ...ທຳອິດໄປຂໍອະນຸຍາດນຳອອກຄືນນຳ ຫ້ອງການພາສີເຂດ 4 (ພາກໃຕ້) ຫົວໜ້າພາສີເຂດໃຫ້ຄຳເຫັນວ່າ: ເຫັນດີໃຫ້ນຳອອກໄດ້ ເນື່ອງຈາກໝົດໜ້າວຽກ ໃຫ້ໄປພົວພັນເອກະສານນຳອອກຈາກພາສີດ່ານ ນ້ອງເອງກໍ່ໄປຫາຫົວໜ້າດ່ານ ທ່ານໃຫ້ຄຳເຫັນວ່າເອົາອອກໄດ້ ແຕ່ຕ້ອງມາແຈ້ງນຳພະແນກແຜນການ ແລະ ການລົງທຶນແຂວງກ່ອນ ຫຼັ້ງຈາກນັ້ນ ນ້ອງກໍ່ມາຫາພະແນກແຜນການ ແລະ ການລົງທຶນແຂວງ ທາງພະແນກແຜນການວ່າຕ້ອງຕີລາຄາມູນຄ່າຂອງລົດທີ່ຈະນຳລົດອອກ ຂ້ອຍເລີຍບອກວ່າຊິຕີມູນຄ່າເຮັດຫຍັງ ເພາະຂ້ອຍບໍ່ໄດ້ຕ້ອງການຂາຍ ຫຼື ມອບໂອນກຳມະສິດ ຫຼື ຕີມູນຄ່າລົດຄືນໃໝ່ ພຽງແຕ່ຢາກນຳອອກຄືນ ມູນຄ່າລົບລ້າງກໍ່ເທົ່າກັບມູນຄ່ານຳເຂົ້າເທົ່ານັ້ນ ສ່ວນການລົບລ້າງທາງດ້ານບັນຊີ ຫຼື ທຶນ ໃນບັນຊີ ກໍ່ຈະລົບລ້າງຕາມລະບຽບການບັນຊີ ເທົ່ານັ້ນ .....ແຕ່ພະແນກແຜນການບໍ່ຍອມ (ຍ້ອນຫຍັງຂ້ອຍບໍ່ຮູ້ ແລະ ເຂົາເຈົ້າກໍ່ບໍ່ຍອມອະທິບາຍໃຫ້) ຫຼື ວ່າຍ້ອນຂ້ອຍບໍ່ເອົາເງິນໃຕ້ໂຕະໃຫ້ເຂົາເລີຍບໍ່ຜ່ານບໍ?  ແຕ່ຂ້ອຍຄິດວ່າ ເລື່ອງພາສີອາກອນ ນັ້ນນະບໍ່ແມ່ນພະແນກລົງທຶນເກັບດອກຕ້ອງແມ່ນພາສີເກັບຕາມລະບຽບການຂອງພາສີ ສ່ວນລົງທຶນແຂວງເກັບແຕ່ຄ່າທຳນຽມຕາມລະບຽບເທົ່ານັ້ນ .........ສຸດທ້າຍ ມາຮອດຕອນນີ້ 3 ເດືອນ ແລ້ວຫຍັງບໍ່ມີຄຳຕອບຫຍັງ ຈາກລົງທຶນ ແລະ ກໍ່ບໍ່ເຫັນພວກເຂົາມາຕີມູນຄ່າລົດ ພ້ອມນັ້ນຂ້ອຍໄປຕາມເອົາເອກະສານນຳຂາອອກຂາເຂົ້າຂອງລົງທຶນກໍ່ບໍ່ມີເອກະສານຫຍັງພວກເຂົາບອກວ່າໃຫ້ໄປຖາມນຳວິຊາການ.....ແບບນີ້ກໍ່ຊວຍແລ້ວ ຕົກລົງເອກະສານຂ້ອຍເປັນເອກະສານທາງການ ຫຼື ສ່ວນຕົວກັນແນ່ ....ບໍ່ຮູ້ໄປຕາມເອກະສານນຳໃຜ? ລະບຽບກົດໝາຍລາວ ຍັງບໍ່ມີຂັ້ນຕອນ ແລະ ວິທີການປະຕິບັດທີ່ຊັດເຈນ ຢາກຖາມພີນ້ອງວ່າຂ້ອຍຈະເຮັດແນວໃດຕໍ່?

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 16, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ເປີດເທີມຮຽນໃໝ່ແລ້ວ ບັນດານັກຮຽນ, ນັກສຶກສາໄວລຸ້ນພາກັນໄປຮຽນໜັງສືຈົນບາງຄັ້ງຖະໜົນເອອັດສົນລະວົນຈົນການສັນຈອນຊັກຊ້າ ແລະ ເກີດອຸປະຕິເຫດໃນທີ່ສຸດ ເນື່ອງຈາກບັນດາລູກເຈົ້າຫຼານນາຍ ພາກັນອອກມາອວດໂຊລົດໃໝ່ , ລົດເຖື່ອນ ທີ່ບໍ່ມີປ້າຍ, ປອມປ້າຍ ດຶງຈອງກັນເປັນຖັນເປັນແຖວ ແຂ່ງລົດກັນບົນຖະໜົນຫຼວງ ແຕ່ເຈົ້າໜ້າທີ່ບໍ່ເວົ້າບໍ່ວ່າກັນ ເພາະຮູ້ໆຢູ່ແລ້ວວ່າເຂົາເປັນລູກຂອງໃຜຫຼານໃຜ ຢ່າແຕະຢ່າກວນດຽວຊັ້ນບໍ່ເລື່ອນເງິນບໍ່ຂື້ນ ຈຳເປັນຕ້ອງເຮັດຫູໜວກຕາບອດບໍ່ຮູ້ບໍເຫັນກັນ...ພະເຈົ້າເອີຍ ບັດຜູ້ທີ່ເຂົາຢາກຮຳ່ຢາກຮຽນ ຢູ່ຊົນນະບົດບ້ານນອກຄອກນາ ພັດບໍ່ມີເງິນ ບໍ່ໄດ້ທຶນການສຶກສາ ແລະ ແມ່ນແຕ່ຕັ່ງວ່າງໆຢູ່ໃນຫ້ອງຮຽນ ກໍ່ບໍ່ມີຮອດຊິໄດ້ນັ່ງຮຽນນຳເພິ່ນ ບາງຄົນເປັນຮອດນັກຮຽນດີ, ນັກຮຽນເກັ່ງຢູ່ສາຍສາມັນສຶກສາກໍ່ບໍ່ມີວີ່ແວວຈະໄດ້ໄປຮຽນນຳເພິ່ນ ຈົນສ້າງຄວາມນ້ອຍອົກນ້ອຍໃຈ ການເປັນຄວາມຊິ່ນເຄີຍກັນໄປແລ້ວທີ່ຊາວບ້ານຊ່າລືກັນວ່າ: ລູກເອີຍຢ່າໄປຮຳ່ໄປຮຽນເທາະ, ເຖິງແນວໃດກໍບໍໄດ້ໄປຮຽນຕໍ່ນຳເຂົາດອກ ເຮົາເກີດມາເປັນຊາວໄຮ່ຊາວນາຍອມຮັບສິ່ງທີ່ເປັນຢູ່ ມີແຕ່ລູກເຈົ້າຫຼານນາຍຄົນຮັ່ງຄົນມີເຂົາພຸ້ນລະທີ່ໄດ້ຮຽນ... ອັນນີ້ກຳລັງສ້າງຄວາມທົດຖອຍໃນສັງຄົມລາວ ນັບຕັ້ງແຕ່ຜູ້ຈະມາສຶບທອດໃນອະນາຄົດຂອງຊາດກໍໜ້າເປັນຫ່ວງເຫຼືອເກີນ ປະເທດເພື່ອນບ້ານໄປຮອດໃສກັນໝົດແລ້ວ ອັນໆໆ ຜູ້ທຸກຜູ້ຍາກກໍ່ບໍ່ຮູ້ຈັກຊິເຮັດຫຍັງ ຊິໄປຖາງປ່າເຮັດໄຮ່ກໍ່ຖືກຄຸກ, ປັບໃໝໃສ່ໂທດ ລັດຖະບານມີແຕ່ອ້າງວ່າໃຫ້ຫາອາຊີບຄົງທີ່ເຮັດ ແຕ່ເຮົາພັດບໍຮູ້ຊິເຮັດຫຍັງ ປູກຜັກປູກຫຍ້າກໍ່ບໍເປັນ ເງິນກໍບໍ່ມີເປັນທຶນ ຄວາມຮູ້ນຳໃຊ້ວິທະຍາສາດແຮ່ງບໍຕ້ອງເວົ້າເຖິງ ເພາະລູກຫຼານກໍ່ບໍໄດ້ຮຽນຕໍ່ ຈະເອົາຄວາມຮູ້ມາແຕ່ໃສ ສົງໃສຕ້ອງຫາວິທີລ້ຽງລູກລ້ຽງເມຍດ້ວຍການຂີ້ລັກງັກແງະ, ປຸ້ນຈີ້ ເຂົ້າປ່າລ່າສັດ ຂາຍຂອງເຖືອນ ໄປວັນໆ ເມື່ອໃດຖືກຈັບຈຶ່ງຈະໄປນອນຄຸກກິນເຂົ້າລັດຖະບານລ້ຽງພຸ້ນລະພີ່ນ້ອງ ຢ່າວ່າກັນເດີ ເມື່ອເສືອຫິວອີ່ຫຍັງມັນກໍເກີດຂຶ້ນໄດ້ ເໝືອນຄຳເວົ້າທີ່ວ່າ: ເສືອນອນຢ່າປຸກ ເສືອລຸກຢ່າກວນ ຍາມກິນປຸກເສືອກິນແດ່ ຖ້າບໍ່ຢາກເດືອດຮ້ອນ 5555

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2011 | ມີ 16 ຄຳເຫັນ ແລະ 0 trackback(s)

ເຮົາອາຍຸ 25 ປີ ເຮົາເປັນຄົນເຈົ້າຊູ້ ແຕ່ຍາກຈະບອກຜູ້ຍິງທຸກຄົນວ່າ ຜູ້ຊາຍຢ່າງຂ້ອຍບໍ່ໄດ້ເຫັນເລື່ອງການມີຫຍັງກັບຜູ້ຍິງເປັນເລື່ອງສະນຸກ ເປັນເຄື່ອງຫຼິ້ນ ແລະ ບໍ່ໄດ້ພູມໃຈທີ່ໄດ້ກິນຕັບເຈົ້າ ແຕ່ຂ້ອຍພູມໃຈ ແລະ ດີໃຈທີ່ສຸດທີ່ເຈົ້າເລືອກຂ້ອຍ ຍອມຮັບຂ້ອຍເປັນຜົວ   ການມີຫຍັງກັນ ອາດຈະເຮັດໃຫ້ເຮົາສອງຄົນສະໜິດກັນຂຶ້ນ  ແຕ່ຢ່ານະ ຢ່າໃຊ້ມັນເພື່ອໃຫ້ເຂົາຮັກເຮົາ, ເຂົາຢູ່ກັບເຮົາ ເພາະຖ້າຜູ້ຊາຍບໍ່ຮັກຈິງ ເຂົາກໍ່ຈະໄປຈາກເຈົ້າເພື່ອຫາຄົນໃໝ່ຢູ່ດີ ຂໍຮ້ອງນະ"ຮັກຕົວເອງໃຫ້ຫຼາຍໆຂຶ້ນ" ເຖິງວ່າສັງຄົມຈະເປັນແນວໃດ ເຖິງວ່າເຈົ້າຈະຜ່ານຜູ້ຊາຍມາເທົ່າໃດ ເຖິງວ່າເຈົ້າຈະອາຍຸເທົ່າໃດ ຢ່າທຳລາຍຕົວເອງເລີຍ ເພາະຜູ້ຊາຍຊົ່ວໆບໍ່ເທົ່ໃດຄົນນັ້ນ  ຄົນທີ່ຫວັງໃຫ້ເຈົ້າໄປເປັນເມຍຫຍັງມີຢູ່ຢ່າງແນ່ນອນ.... ຮັກ ແລະ ຖະໜອມຕົວເອງເອົາໄວ້ນະ  ແລ້ວເຈົ້າຈະເປັນຄົນທີ່ມີຄ່າສຳລັບເຮົາ

ຂອບໃຈທີພະເຈົ້າບັນດານເນລະມິດເຈົ້າມາຢຢູ່ດ້ວຍນະ

ແຕ່ບໍແມ່ນມາເພື່ອໃຫ້ກິນຕັບ

ແຕ່ມເປັນເພາະວ່າ: ເຮົາສຸກໃຈທີ່ມີເຈົ້າຢູ່ເປັນແຟນ, ເປັນເມຍ ຢູ່ຄຽງຂ້າງກັນຕະຫຼອດມາ ແລະ ຕະຫຼອດໄປ.....ແລະ ຈະຮັກເຈົ້າ.....ເຖິງວ່າເວລາແຫ່ງຊີວິດຈະນັບຖອຍຫຼັງໄປບໍ່ຮູ້ວ່າເມື່ອໃດ ແຕ່ຍັງຈະຢູ່ເພື່ອເຈົ້າຈົນວັນສຸດທ້າຍ.....

 

ຈາກ: ຄົນເຄີຍຮັກ ທີ່ອົກຫັກ, ສູນເສຍ ແລະ ຍັງຫວັງທີ່ຈະຮັກອີກຄັ້ງ ແລະ ຕະຫຼອດໄປ



 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເຄີຍໄດ້ຍິນເຈົ້ານາຍຕ່າງປະເທດ ນິນທາພະນັກງານຄົນລາວວ່າ: ຈະຊິໃຫ້ເງິນເດືອນ ຄົນລາວສູງເຮັດຫຍັງ ອັນໆໆ ເງິນເດືອນສັນຍາຈ້າງຄົນລາວ ພຽງແຕ່ 158.000 ກີບ ເຮົາໃຫ້ 700.000 ພໍແລ້ວ ຖືວ່າບຸນມັນ ສ່ວນພະນັກງານຄົນໄທທີ່ເອົາມາຂັບລົດ ເດືອນລະ 10.000 ບາດ ສ່ວນວິຊາການລາວໄດ້ເດືອນລະ700.000 ກີບຕາມບອກນັ້ນລະ ບັກນີ້ເລື່ອງບໍ່ເປັນເລື່ອງໄປເວົ້າເຢີ້ຍວ່າມຶງກໍ່ສົມຄວນໄດ້ສຳ່ນີ້ລະ ແລ້ວລາວກໍ່ບໍ່ເວົ້າຫຍັງ ແລ້ວພະນັກງານໄທກໍຄິດວ່າເຂົາຄົງດີໃຈທີ່ໄດ້ເງິນເດືອນສູງ ສຸດທ້າຍໄຟໄໝ້ສວນບໍລິສັດພະນັກງານກໍ່ບໍ່ສົນໃຈ ບອກວ່າຂ້ອຍເງິນເດືອນສຳ່ນີ້ເຈົ້າຈ້າງມາເບິ່ງ... ຄົນໄທເດືອນລະ10.000 ບາດກໍ່ໄປດັບເອົາ ແລະ ແຖມນາຍບັນຊີກໍ່ບໍ່ປິດບັນຊີປະຈຳປີລົບຂໍ້ມູນບໍລິສັດໝົດ ບໍລິສັດແມ່ຢູ່ກຸງເທບໂທມາຕາມງານກໍ່ບໍ່ມີເພາະພະນັກງານລາວຮັບຜິດຊອບໝົດ ແລ້ວກໍ່ມາຕາມຄືນ ພະນັກງານບອກວ່າ ເງິນເດືອນຂ້ອຍ ເປັນເງິນເດືອນຮັບຈ້າງ ບໍ່ແມ່ນວິຊາການ ວິຊາການເປັນຄົນໄທ ຂໍ້ມູນຂ້ອຍເຮັດແລ້ວລຶບໝົດບໍ່ຮູ້ວ່າເປັນຫັຍງ ຄວາມຮູ້ກໍ່ເໝາະກັບເງິນເດືອນ ໃຫ້ໄປຕາມເອົານຳພວກວິຊາການທີ່ເຈົ້າຈ້າງມາເດືອນລະ10.000 ບາດ ພຸ້ນ...........ຫົວໜ້າພະນັກງານລາວອອກ 4 ຄົນບອກວ່າບໍ່ມີຄວາມຮັບຜິດຊອບ ສ່ວນພະນັກງານໄທກໍ່ຢູ່ຄືເກົ່າແຖມມີເງິນໂບນັສ ພວກພະນັກງານທີ່ຖືກໄລ່ອອກ ກໍ່ໄປຈູດສວນບໍລິສັດຕໍ່ ແລະ ລັກເອົາເຄື່ອງຈັກເຄື່ອງໃຊ້ໄປຂາຍ5555 ເຫັນບໍສຸດທ້າຍເປັນແນວໃດ....ບໍລິສັດຢ່າມາທຽບກັນທີ່ເງິນເດືອນ, ຄ່າຈ້າງຂອງປະເທດເຂົາ, ຢ່າຈຳແນກເຊື້ອຊາດ ຕ້ອງໃຫ້ຕາມຄວາມສາມາດ ຂອງຄົນງານ ແລະ ເສດຖະກິດການເງິນຂອງບໍລິສັດ ບໍ່ດັ່ງນັ້ນຈະຈິບຫາຍບໍ່ມີຄຳຕອບ ຄົນດີກໍ່ເປັນນັກເລງໄດ້ ເມື່ອຄວາມແຄ້ນເຖິງຂັ້ນວິກິດ 555 ມັນຈິງໆໆໆ ບໍ່ໄດ້ປະທ້ວງແຕ່ເຮັດຈິງ 

ສະຫຼຸບວ່າ:

ນັກເລງອົກຫັກມັນສູນ ບໍລິສັດຂອງຄຸນຕ້ອງມຸ່ນອຸ່ຍປຸ່ຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ສຸດທ້າຍ, ກໍ່ຮູ້ສຶກເສຍດາຍເວລາລູກສາວ ໄປຮຽນຕໍ່ຢູ່ສະຫວັນ(ບໍ່ແມ່ນສະຫວັນນະເຂດ) ມີຄອບຄົວໜຶ່ງໆໆ ຢູ່ແຖວໆໆ ເມືອງ ປາກເຊນີ້ລະ ແຕ່ຄອບຄົວເປັນຄົນຈົນ ເວລາລູກຮຽນຈົບ ໄດ້ທຶນໄປຮຽນຕໍ່ຄູປະລິຍາຕີ ແຕ່ພໍ່ແມ່ບໍ່ໃຫ້ໄປຮຽນຕໍ່ອ້າງວ່າຮຽນຄູກໍ່ທຸກຄືເກົ່າ ແຖມຍັງບໍ່ມີເງິນສົ່ງເສີມລູກອີກ ຢາກໃຫ້ລູກໄປເຮັດວຽກຢູ່ໄທ ເພາະເຫັນຊາວບ້ານຊາວເມືອງເຂົາມີລົດມີລານຂີ່ເພາະລູກເພາະເຕົ້າທີ່ໄປເຮັດວຽກຢູ່ໄທ ລູກສາວເສຍໃຈແຮງໆໆຍອມໄປເຮັດວຽກຢູ່ຕ່າງປະເທດ ສຸດທ້າຍຖືກນາຍຈ້າງຂົ່ມຂືນ ທ້ອງ 3 ເດືອນ ລາວເສຍໃຈແຮງເລີຍຂ້າຕົວຕາຍ ເວລາຕໍ່ມາ ພໍ່ແມ່ຮູ້ເລື່ອງເຂົ້າກໍ່ວ່າລູກໂງ່ ແຕ່ຍັງໄປຂໍໂທດລູກຢູ່ວັດ ວ່າຖ້າໃຫ້ລູກຮຽນຕອນນີ້ຄົງບໍ່ເປັນຈັ່ງຊີ້ແຖມເງິນກໍ່ມີ ແຕ່ແມ່ມີແຕ່ເອົາໄປຫຼິ້ນໄພ້ ພໍ່ໄປກິນເຫຼົ້າ 555 ຕອນນີ້ລູກຮຽນຕໍ່ຢູ່ສະຫວັນພຸ້ນພໍ່ກັບແມ່ທຳບຸນສົ່ງເຂົ້າຕົ້ມເຂົ້າໜົມໄປໃຫ້ກິນເປັນຄ່າເທີມຈ່າຍບໍ່ອັ້ນ ມີຄວາມສຸກທີ່ສຸດເລີຍຄອບຄົວນີ້ ໜ້າເສົ້າສຸດໆໆໆສົງສານແບບເຊີຍໆໆໆ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 1, 2011 | ມີ 20 ຄຳເຫັນ ແລະ 0 trackback(s)

ຄົນໄທບາງຄົນລັງເກຄົນລາວ ເຫຼືອເກີນ ມັນຊ່າງບໍ່ຍຸດຕິທຳເລີຍພີ່ນ້ອງລາວທຸກຄົນ ຊ່ວຍມາຟັງທາງນີ້ຊິໄດ້ໄຫວຕົວທັນຖ້າບໍ່ທັນພົບກໍ່ຢ່າລົບລູ່ ດຽວກໍ່ຮູ້ເໝືອນກັນ ອັນໆໆໆ ຂ້ອຍເຮັດວຽກກັບບໍລິສັດໄທ ປູກຢາງພາລາ ຢູ່ປາກເຊ ເວົ້າກົງໆໆເລີຍ ບໍ່ຢ້ານຖືກໄລ່ອອກ ດອກເພາະຂ້ອຍຂຽນໃບລາອອກແລ້ວເທື່ອໜຶ່ງ ແຕ່ປະທານບໍລິສັດແມ່ຢູ່ ບາງກອກ(ກຸງເທບ) ບໍ່ໃຫ້ຂ້ອຍອອກ ວ່າຈະເພີ້ມເງິນເດືອນໃຫ້ 11.000 ບາດ (ປົກກະຕິແລ້ວຂ້ອຍໄດ້ 4.000 ບາດ).  ພໍດີມີບໍລິສັດ ຈີນ ເຂົາມາເປີດໃໝ່ ຂ້ອຍເລີຍໄປສະໝັກ ເຂົາຕົກລົງຮັບຂ້ອຍແລ້ວ ເງິນເດືອນເລີ້ມຕົ້ນ 350 ໂດລາ ຫຼື ປະມານ 10.500 ບາດ ແລ້ວຂ້ອຍກໍ່ຕົກລົງອອກຈາກບໍລິສັດເກົ່າ(ໄທ)ນີ້ໄປ ເພື່ອໄປເຮັດນຳບໍລິສັດໃໝ່(ຈີນ) ຂ້ອຍໂທໄປຫາພະແນກກວດສອບບັນຊີຂອງບໍລິສັດແມ່ຢູ່ກຸງເທບ ໃຫ້ເຂົາມາກວດກາ ແລະ ມອບໜ້າວຽກກ່ອນຂ້ອຍຈະອອກ ແຕ່ເຂົາບໍ່ໃຫ້ອອກ(ແຖມຍັງໃຫ້ປະທານໃຫ່ຍໂທຫາ ແລະ ຈະເພີ້ມເງິນເດືອນໃຫ້) ສຸດທ້າຍຄືບໍ່ໄດ້ອອກ (ເພາະຂ້ອຍກໍ່ຫວັງດີກັບເຂົາເໝືອນກັນ) ເລີຍໂທໄປຍົກເລີກບໍລິສັດຈີນ ວ່າໃຫ້ເຂົາຫານາຍບັນຊີຄົນໃໝ່....ຕອນນີ້ ເງິນເດືອນອອກແລ້ວ ເຂົາໃຫ້ແຕ່ 8.000 ບາດ ເທົ່ານັ້ນ ມັນບໍ່ຍຸດຕິທຳແລ້ວພີ່ນ້ອງ ແບບນີ້ສົງໃສຕ້ອງເຜົາບໍລິສັດຖີ້ມແລ້ວລະ...ຈະໄປເຮັດນຳບໍລິສັດຈີນເຂົາກໍ່ຮັບພະນັກງານໃໝ່ແລ້ວ ຊິເຮັດແນວໃດ ເຜົາບໍລິສັດບໍ? ພີ່ນ້ອງຊ່ວຍໃຫ້ຄຳເຫັນແນ່ເດີ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

ຜູ້ເຖົ້າຜູ້ແກ່ບອກວ່າ ເຂົ້າບ້ານຕາລິ່ວ ໃຫ້ລິ່ວຕາໄປນຳ ຖືກ ຫືຼ ຜິດ ບໍ່ຮູ້ ເພາະມີພະນັກງານຢູ່ບໍລິສັດ ຂ້ອຍ 1 ຄົນ ເປັນຄົນໄທ(ຜູ້ຍິງ) ລາວເປັນຜູ້ຮັບຜິດຊອບວຽກງານຄັງເງິນ ແລະ ແປເອກະສານ ສົງໃຫ້ບໍລິສັດແມ່ຢູ່ກຸງເທບ ແຕ່ລະມື້ລາວ ມາການບໍ່ເຄີຍ ນຸ່ງສີ້ນເລີຍ ອັນໆ ເລື່ອງບໍ່ເປັນເລື່ອງ ທາງ ພະແນກການຄ້າ ແລະ ອຸດສາຫະກຳແຂວງ ເຊີນໄປປະຊຸມ ແລ້ວ ພວກຂ້ອຍບອກວ່າໃຫ້ ເຂົານຸ່ງສີ້ນເພື່ອເປັນການຮັບສາມາລະຍາດ ແຕ່ລາວບອກວ່າຖ້ານຸ່ງໂສ້ງເຂົ້າບໍ່ໄດ ລາວກໍ່ບໍ່ເຂົ້າ ແລະ ລາວລາຍງານໃຫ້ ຫົວໜ້າວ່າເຂົາບໍ່ໃຫ້ເຂົ້າປະຊຸມ ໂອ້ຍ ປວດຫົວສຸດໆໆໆໆໆໆ ອັນຄົນບໍ່ຍອມນີ້ນາ

ຂຽນເມື່ອ ຂຽນເມື່ອ: ກ.ພ.. 11, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ຢາຝິ່ນເໝືອນຜີດູດເລືອດມະນຸດ ຂ້ອຍໃຊ້ມັນຢ່າງກຸ້ມຄ່າ ຍົກເວັ້ນຄົນອື່ນ.... ກ່ອນປີ 1995 ຂ້ອຍ ແລະ ປູ່ ປູກຢາຝິ່ນຂາຍປີລະປະມານ 2 ກິໂລ ລາຍຮັບຈາກການຂາຍຢາຝິ່ນ ປີລະ10 ກວ່າລ້ານ ມັນກຸ້ມຄ່າຫຼາຍສຳລັບຄົນຊົນນະບົດແບບຂ້ອຍ ທີ່ຕ້ອງການທຶນການສຶກສາຕໍ່ ທຸກຢ່າງຕ້ອງເປັນເງິນໝົດສຳລັບສັງຄົມໃນເມືອງທີ່ຂ້ອຍຕ້ອງປະເຊີນ ເງິນທີ່ຂ້ອຍ ແລະ ປູ່ສະສົມໄວ້ ປະມານ30 ກວ່າລ້ານຈາກການປູກຢາຝິ່ນ ຂ້ອຍເອົາໄປຮຽນຕໍ່ປະລິນຍາຕີ 5 ປີ ຈົນຈົບ ຕອນນີ້ຂ້ອຍມີອາຊີບເປັນພະນັກງານຢູ່ສູນບຳບັດຄົນຕິດຢາຝິ່ນແຖວໆບ້ານຂ້ອຍ ຂ້ອຍຕັດສິນໃຈທໍລະຍົດປູ່ດ້ວຍການບຳບັດປູ່ທີ່ຕິດຢາຝິ່ນ ແລະ ກວດລ້າງຄົນປູກຢາຝິ່ນທັງໝົດຂອງບ້ານ 555555555 ມັນສະໃຈອີ່ຫຼີ ກັບການທໍລະຍົດ ສຸດທ້າຍປູ່ກໍ່ຫາຍ ແລະ ເຊົາຕິດຢາຝິ່ນ ລາວຕຸ້ຍຂື້ນມີສຸຂະພາບແຂງແຮງ ຕອນນີ້ລາວອາຍຸ 85 ປີແລ້ວ ແຕ່ຍັງໄປປູກໝາກໂມ ຂາຍເສີຍ ສະນຸກອີ່ຫຼີ ....................ເອີແຕ່ຂ້ອຍສົງສານຄົນອື່ນທີ່ຢູ່ຊົນນະບົດທີ່ບໍ່ມີຄວາມຮູ້ຫາເງິນແບບອື່ນ ນອກຈາກຂາຍຢາຝິ່ນ ທີ່ຂ້ອຍມີສ່ວນຮ່ວມໃນການປາບປາມ.....

ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ລະບອບປະຊາທິປະໄຕປະຊາຊົນ ແມ່ນລະບອບທີ່ຮັບໃຊ້ປະຊາຊົນ ເພື່ອປະຊາຊົນ ແລະ ສິດຜົນປະໂຫຍດເປັນຂອງປະຊາຊົນ ໂອ່ຍ...! ຟັງແລ້ວບາງຄັ້ງກໍ່ໜ້າຕື່ນເຕັ້ນ ບາງຄັ້ງກໍ່ເປັນເລື່ອງທຳມະດາ ຈົນຕ້ອງລຳຄານໃນທີ່ສຸດ ຂ້ອຍໄດ້ຍິນເຖົ້າແກ່ແນວໂຮມບ້ານຄົນໜຶ່ງ ຈົມເວລາກັບມາແຕ່ປະຊຸມ.........ເງິນເດືອນກໍ່ບໍ່ມີ ຄິດວ່າເຮັດວຽກເພື່ອປະຊາຊົນ ແຕ່ຍັງຖືກປະຊາຊົນດ່າວ່າທຸກມື້ທຸກວັນທີ່ຫ້າມບໍ່ໃຫ້ປະຊາຊົນຖາງປ່າເຮັດໄຮ່ ທີ່ບໍ່ສາມາດຊ່ວຍເຫຼືອພວກເຂົາເຮັດຫຍັງໄດ້ ລັດຖະບານຂີ້ຕົວະ ຫຼື ວ່າແນວໃດກະບໍ່ຮູ້ ປະຊາຊົນຂ້ອຍຊິຕາຍໝົດແລ້ວທີ່ພວກເຂົາບໍ່ມີເຂົ້າກິນ ແລະ ຖ້າພວກເຂົາບໍ່ມີເຂົ້າກິນຕໍ່ຈາກນີ້ໄປຄວາມຄິດຂອງພວກເຂົາຈະເປັນຫຍັງ ອາດເປັນໂຈນເປັນພານກໍ່ໄດ້ເພື່ອປົກປ້ອງຊີວິດຂອງຕົນເອງ ເອີແຕ່ວ່າມີທີ່ດິນປະມານເກືອບ 10,000 ເຮັກຕາ ທີ່ລັດຖະບານມາດຸດໃຫ້ປະຊາຊົນເພື່ອເຮັດນາ ແຕ່ປີ 1998 ພຸ້ນແຕ່ເຖິງດຽວນີ້ຍັງບໍ່ມີວີ່ແວວຫຍັງຈະມາສ້າງຊົນລະປະທານໃຫ້ ມີແຕ່ອ້າງວ່າໃຫ້ເຮັດນາ ບໍ່ໃຫ້ຖາງໄຮ່,  ແລ້ວນາຢູ່ໃສ ແຖມຍັງມີໂຄງການບໍ່ຄຳຢູ່ທາງຍອດແມ່ນ້ຳທີ່ມີມົນລະພິດເຮັດໃຫ້ປາຕາຍງົວຄວາຍຕາຍເປັນ 10 ເປັນ 100 ໂຕ ແລະ ຍັງເປັນທາງຜ່ານຂອງໂຄງການໄຟຟ້ານ້ຳເທີນ 2 ທີ່ເຮັດໃຫ້ເສັ້ນທາງໄປມາເປ່ເພຈົນເກືອບໃຊ້ບໍ່ໄດ້. ການໄປມາຄ້າຂາຍຍາກລຳບາກ ໂອ້ຍ....ຄິດແລ້ວປວດຫົວ ລັດຖະບານຢູ່ໃສຄືບໍ່ແນມເບິ່ງປະຊົນຂອງຕົນເອງແດ່............ອ໋າວ........ຕໍ່ຈາກນີ້ປະຊາຊົນຈະເຮັດຫຍັງຂ້ອຍກໍ່ບໍ່ຫ້າມແລ້ວ ຈະຂາຍຂອງເຖື່ອນ, ຕັດໄມ້ທຳລາຍປ່າ ຈູດປ່າ ໄປເຮັດວຽກທີ່ຜິດກົດໝາຍຢູ່ຕ່າງປະເທດທີ່ຜິດກົດໝາຍກໍ່ຢ່າຫົວພວກເຂົາ ຂ້ອຍອາດເປັນຜູ້ນຳ ແລະ ປົກປ້ອງພວກເຂົາບໍ່ໄດ້ດອກເພາະມີແຕ່ 2 ມື 2 ຕີນ ມີປາກທ້ອງທີ່ຫິວໂຫຍຄືກັນກັບເຂົາເທົ່ານັ້ນ.  ພວກເຮົາອາດບໍ່ມີລັດຖະບານ ອາດບໍ່ມີຜູ້ຊ່ວຍເຫຼືອ ຕ້ອງເຮັດທຸກຢ່າງເພື່ອວັນນີ້ສ່ວນມື້ອື່ນມີຫຍັງຈິ່ງຄ່ອຍຄິດ ເພາະບໍ່ມີເວລາຄິດເຖິງມື້ອື່ນແລ້ວ..............ຊ່ວຍດ້ວຍ ມາຊ່ວຍສ້າງ ຊົນລະປະທານແດ່ ກ່ອນປະຊາຊົນຈະຕັດສິນໃຈຢ່າງອື່ນທີ່ທ່ານຄວບຄຸມບໍ່ໄດ້............

 

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ລາວເຮັດລາວໃຊ້ລາວໄດ້ລາວຈະເລີນ

ບັນຫາການໃຊ້ເງິນກີບຢູ່ບ້ານເຮົາ ຍັງມີລັກສະນະທີ່ບໍ່ເປັນເອກະພາບກັນ ບໍ່ວ່າທາງອົງການຈັດຕັ້ງລັດ, ລັດວິສາຫະກິດ, ບໍລິສັດຫ້າງຮ້ານ ແລະ ບຸກຄົນທົ່ວໄປ ເຫັນວ່າພາກສ່ວນເຫຼົ່ານີ້ຄືອົງປະກອບອັນໜຶ່ງຂອງລະບົບເສດຖະກິດແຫ່ງຊາດທີ່ລັດຖະບານໄດ້ຄຸ້ມຄອງຢ່າງມີລະບົບເປັນສ່ວນໃຫຍ່ແລ້ວ ແຕ່ໜ່ວຍງານຄຸ້ມຄອງການນຳໃຊ້ເງິນຕາຍັງບໍ່ທັນເອົາໃຈໃສ່ເທົ່າທີ່ຄວນໃນການປະຕິບັດລະບຽບຕໍ່ກັບພາກສ່ວນເຫຼົ່ານີ້ ເປັນຕົ້ນແມ່ນລັດວິສາຫະກິດຂົນສົ່ງທາງບົກ-ທາງອາກາດ ເຊິ່ງເປັນວິສາຫະກິດໜຶ່ງທີ່ລັດຄຸ້ມຄອງຢ່່າງເຕັມ100 ເຊິ່ງລັດເປັນຜູ້ກຳນົດ ແລະ ອອກລະບຽບການຕ່າງໆທັງໝົດ ແຕ່ຍັງສັງເກດເຫັນວ່າ ຄ່າທຳນຽມ, ຄ່າບໍລິການຄົນໂດຍສານ ຕ່າງໆທີ່ເປັນເງິນກີບ ແລະ ເງິນຕາຕ່າງປະເທດ ແມ່ນຜິດໂຕນກັນຫຼາຍ ຖ້າຈ່າຍເປັນເງິນກີບແມ່ນຕ້ອງເສຍສູງກວ່າຈ່າຍເປັນເງິນຕາຕ່າງປະເທດເກືອບ 10-20% (ຖ້າທຽບໃສ່ອັດຕາແລກປ່ຽນປະຈຳວັນໃນວັນນັ້ນ) ເລື່ອງນີ້ຢາກຈະໃຫ້ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄວນຈະຕ້ອງເບິ່ງຄືນໃໝ່ ບໍ່ດັ່ງນັ້ນ, ຄົນລາວສ່ວນຫຼາຍກໍ່ຈະຫັນໄປໃຊ້ເງິນຕາຕ່າງປະເທດໂດຍອັດຕະໂນມັດ ເພາະວ່າຄ່າຂອງມັນຖືກກວ່າ ແລະ ສຸດທ້າຍເງິນກີບກໍ່ຈະຄ່ອຍໆຫາຍໄປໃນທີ່່ສຸດ ເຊິ່ງມັນບໍ່ເໝາະກັບນະໂຍບາຍສົ່ງເສີມການນຳໃຊ້ເງິນກີບຂອງພັກ-ລັດແລ້ວ. ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງຄຸ້ມຄອງພາກສ່ວນນີ້ກ່ອນທີ່ຈະໃຫ້ປະຊາຊົນໄປໃຊ້ເງິນກີບ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

" ປະເທດໃດມີຊ່າງຫຍິບເກີບບໍ່ງາມ ພຽງແຕ່ເຮັດໃຫ້ປະຊາຊົນໃນຊາດນັ້ນບໍ່ໄດ້ໃສ່ເກີບງາມເທົ່ານັ້ນ ແຕ່ປະເທດໃດມີຄູສອນທີ່ບໍ່ເກັ່ງຈະເຮັດໃຫ້ປະຊາຊົນໃນຊາດນັ້ນໂງ່ໄປໝົດ"

ຂ້ອຍໃນນາມນັກສຶກສາຂີ້ດື້ຄົນໜຶ່ງ ຂ້ອຍສັງເກດເຫັນວ່າປະຈຸບັນນີ້ບັນຫາທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ຄວາມກ້າວໜ້າທາງດ້ານວິທະຍາສາດຂອງຄົນລາວແມ່ນຍັງຕຳ່ຖ້າທຽບໃສ່ບັນດາປະເທດໃກ້ຄຽງ ແລະ ສາກົນ, ແຕ່ໃນນີ້ຂ້າພະເຈົ້າຂໍຍົກປະເດັນໜຶ່ງທີ່ເປັນພື້ນຖານຂອງການພັດທະນາບັນຫາດັ່ງກ່າວ ກໍ່ຄືຜູ້ທີ່ເປັນແມ່ພິມຂອງຊາດ(ຄູ) ເຊິ່ງເປັນຜູ້ທີ່ຖ່າຍທອດຄວາມຮູ້ ບໍ່ວ່າຈະເປັນຂັ້ນພື້ນຖານ, ວິຊາການ ແລະ ອຸດົມການໃຫ້ແກ່ສັງຄົມ ເຊິງສັງເກດເຫັນວ່າຢູ່ບັນດາໂຮງຮຽນທີ່ຂ້ອຍເຄີຍໄດ້ຮຽນ, ໄດ້ເຫັນ ແລະ ໄດ້ຍິນຈາກໝູ່ຄູ່ ຫຼື ອ້າຍເອື້ອຍນ້ອງຂອງຂ້ອຍປະກົດວ່າ: ບັນດາຄູ-ອາຈານເກືອບທັງໝົດແມ່ນມີການກະທຳການເຄື່ອນໄຫວທີ່ບໍ່ເໝາະສົມເຊັ່ນ: ນັບແຕ່ການເສັງເຂົ້າຮຽນການຮັບນັກຮຽນເຂົ້າຮຽນ, ການສອບເສັງປະຈຳພາກ ແລະ ຈົບຫຼັກສູດ, ການປ້ອງກັນບົດ ແມ່ນຕ້ອງມີເງິນໃສ່ຊອງ ຜູ້ໃດບໍ່ໃສ່ແມ່ນເຫັນຜົນອີ່ຫຼີ ແລະ ການຂຶ້ນຫ້ອງສອນກໍ່ຊ້າ ເວລາສອນກໍ່ເວົ້າເລື່ອງອື່ນທີ່ບໍ່ແມ່ນບົດຮຽນ ການສອນກໍ່ບໍ່ຖືກປະເດັນ ອະທິບາຍຄວາມຮູ້ດ້ານວິຊາການ ແລະ ເຕັກນິກວິທີການກໍ່ບໍ່ສອດຄ່ອງກັບລະບຽບກົດໝາຍ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ ຊຳ້ບໍ່ໜຳຍັງເລີກຮຽນໄວ ແລະ ເມື່ອຮອດທ້າຍປີມາກໍ່ບໍ່ຈົບຫຼັກສູດ ບາງວິຊາບໍ່ໄດ້ຮອດເຄິ່ງໜຶ່ງຂອງຫຼັກສູດ. ເຮັດແນວໃດນັກຮຽນນັກສຶກສາຈຶ່ງຈະມີຄວາມຮູ້ຄວາມສາມາດໄປຮັບໃຊ້ສັງຄົມ? ..............ຂ້ອຍຮູ້ວ່າສາເຫດໜຶ່ງຍ້ອນຄ່າຄອງຊີບໃນປະຈຸບັນນີ້ສູງກວ່າລະດັບລາຍໄດ້ຂອງຄູອາຈານເພື່ອຄວາມຢູ່ລອດເຂົາເຈົ້າຕ້ອງໃຫ້ມີເງິນໃສ່ຊອງ ແຕ່ກໍບໍ່ໄດ້ເສຍຫາຍ ແລະ ກ່ຽວຂ້ອງຫຍັງກັບການຂຶ້ນຫ້ອງສອນທີ່ເປັນປົກກະຕິຈິງຈັງແຕ່ຢ່າງໃດ....!

ສຳລັບຢູ່ບັນດາໂຮງຮຽນຂອງທ່ານຜູ້ອ່ານແດຄືກັນຢູ່ບໍ ແລະ ພວກເຮົາຄວນຈະມີວິທີແກ້ໄຂບັນດັ່ງກ່າວຊ່ວຍລັດຖະບານແນວໃດ?