ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 27, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

 

 ເວລາພົບກັບງານໜັກ ໃຫ້ບອກກັບຕົນເອງວ່າ ນີ້ຄືໂອກາດແຫ່ງການກຽມພ້ອມ ສູ່ຄວາມເປັນມືອາຊີບ
 
 ເວລາພົບກັບບັນຫາຊ້ຳຊ້ອນ ໃຫ້ບອກກັບຕົນເອງວ່າ  ນີ້ຄືບົດຮຽນທີ່ຈະສ້າງປັນຍາໄດ້ຢ່າງວິເສດ
 
 ເວລາພົບກັບຄວາມທຸກໜັກ ໃຫ້ບອກກັບຕົນເອງວ່າ ນີ້ຄືແບບຝຶກຫັດ ທີ່ຈະຊ່ວຍໃຫ້ເກີດທັກສະໃນການດຳລົງຊີວິດທີ່ດີຂື້ນ
 
 ເວລາພົບກັບເຈົ້ານາຍຈອມລະບຽບ ໃຫ້ບອກກັບຕົນເອງວ່າ ນີ້ຄືການຝຶກຝົນ ໃຫ້ຕົນເປັນຄົນທີ່ສົມບູນແບບ
 
 ເວລາໄດ້ຍິນຄຳນິນທາຈາກຄົນອື່ນ ໃຫ້ບອກກັບຄົນເອງວ່າ ນີ້ຄືການສະທ້ອນໃຫ້ເຫັນວ່າເຮົາຍັງເປັນຄົນທີ່ມີຄ່າ ແລະ ມີຄວາມໝາຍ
 
 ເວລາພົບກັບຄວາມພັດພາກຈາກກັນ ໃຫ້ບອກກັບຕົນເອງວ່າ ນີ້ຄືບົດຮຽນແຫ່ງການຮຽນຮູ້ ທີ່ຈະຢືນດ້ວຍຂາຂອງຕົນເອງ
 
 ເວລາທີ່ແຟນຖີ້ມ ໃຫ້ບອກກັບຕົນເອງວ່າ ນີ້ຄືຄວາມຈິງ ທີ່ມະນຸດທຸກຊີວິດຈຳເປັນທີ່ຕ້ອງປະເຊີນ ແລະ ຍອມຮັບ
 
 ເວລາພົບກັບຄົນທີ່ຕົນເອງມັກ(ຮັກ) ແຕ່ມີຄູ່ແລ້ວ ໃຫ້ບອກກັບຕົນເອງວ່າ ນີ້ຄືຄວາມຝັນທີ່ບໍ່ມີໃຜໄດ້ດັ່ງໃຈຫວັງ
 
 ເວລາພົບກັບຄົນຊົ່ວ ໃຫ້ບອກກັບຕົນເອງວ່າ ນີ້ຄືຕົວຢ່າງຂອງຊີວິດ ທີ່ບໍ່ຄວນອາໃສ ແລະ ຮຽນແບບ
 
 
 
 
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 21, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຂໍຖາມແດ່ຈັກໜ່ອຍຢ່າວ່າກັນເດີ  ເລື່ອງມີຢູ່ວ່າ:

ຂ້ອຍເຄີຍເຫັນ, ເຄີຍພົບ ແລະ ເຄີຍໄດ້ຍິນມາວ່າ: ສ່ວນຫຼາຍຜູ້ຍິງມັກຈະຖືເລື່ອງເງິນສຳຄັນກວ່າຄວາມຮັກ ອັນໆຄົນທີ່ເຄີຍຮັກກັນມາແຕ່ມັດທະຍົມພຸ້ນນະຍັງມາເລີກກັນຕອນທີ່ຝ່າຍຍິງພົບກັບຄົນທີ່ລວຍກວ່າມີເງິນກວ່າ ທັງໆທີ່ໃນຄວາມຈິງຜູ້ຊາຍຄົນນັ້ນກໍ່ໄດ້ບໍ່ເທ່ບໍ່ໄດ້ຫຼໍ່ພໍເທົ່າໃດດອກ ແຕ່ເຂົາມີລົດມີບ້ານມີເງິນສາມາດໃຫ້ໝົດທຸກຢ່າງຕາມໃຈຂອງຜູ້ຍິງ ແລ້ວຜູ້ຍິງຄົນນັ້ນກໍ່ຈະເລີກແຟນຂອງຕົນເອງໄປໂດຍທີ່ບໍ່ມີຄວາມຮູ້ສຶກໃນຄວາມຮັກໃດໆ ເຊັ່ນ: ແຕ່ງງານກັບຄົນຕ່າງປະເທດທີ່ມີອາຍຸຫຼາຍກວ່າພໍ່ຕົວເອງ, ຫຼື ພວກພໍ່ຄ້າ, ນັກທຸລະກິດ ທີ່ຮູ້ວ່າເຂົາມີລູກມີເມຍກໍ່ຍັງແຕ່ງໄດ້ ທັງໆທີຄວາມຫໍ່ຼໃນຄວາມຮັກທີ່ເກີດຈາກຜູ້ຊາຍຄົນນັ້ນຄືຊິບໍ່ມີດອກ ແຕ່ເຂົາກໍ່ແຕ່ງໄດ້. ເຖິງວ່າຜູ້ຍິງຈະເປັນຄົນທີ່ອ່ອນແອກວ່າຜູ້ຊາຍ ທີ່ຕ້ອງການການມີຊີວິດທີ່ໝັ້ນຄົງ, ມີຄວາມພ້ອມທຸກສິ່ງທຸກຢ່າງ ແຕ່ກໍ່ບໍ່ສົມຄວນທີ່ຈະປະຖີ້ມຄວາມຮັກຂອງຄົນທີ່ເຂົາຮັກເຮົາ, ເຖິງວ່າວັນນີ້ເຂົາອາດຈະບໍ່ມີຍັງໃຫ້ເຈົ້າໄດ້ທຸກຢ່າງ ແຕ່ເຂົາກໍ່ມີຄວາມຮັກທີ່ອົບອຸ່ນໃນອ້ອມແຂນຂອງເຂົາ ເມື່ອໃດມີຄວາມຮັກທີ່ດີແລ້ວເຂົາຈະພະຍາຍາມເຮັດທຸກສິ່ງທຸກຢ່າງເພື່ອເຈົ້່າ ເຊິ່ງອາດເຮັດໃຫ້ຄວາມສຸກ ແລະ ຄວາມຮັ່ງມີມາໄດ້ເມື່ອເຂົາພ້ອມສູ້ດ້ວຍຫົວໃຈຂອງລູກຜູ້ຊາຍທີ່ແທ້ຈິງ.....

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 19, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ລາວເຮັດລາວໃຊ້ລາວໄດ້ລາວຈະເລີນ

ບັນຫາການໃຊ້ເງິນກີບຢູ່ບ້ານເຮົາ ຍັງມີລັກສະນະທີ່ບໍ່ເປັນເອກະພາບກັນ ບໍ່ວ່າທາງອົງການຈັດຕັ້ງລັດ, ລັດວິສາຫະກິດ, ບໍລິສັດຫ້າງຮ້ານ ແລະ ບຸກຄົນທົ່ວໄປ ເຫັນວ່າພາກສ່ວນເຫຼົ່ານີ້ຄືອົງປະກອບອັນໜຶ່ງຂອງລະບົບເສດຖະກິດແຫ່ງຊາດທີ່ລັດຖະບານໄດ້ຄຸ້ມຄອງຢ່າງມີລະບົບເປັນສ່ວນໃຫຍ່ແລ້ວ ແຕ່ໜ່ວຍງານຄຸ້ມຄອງການນຳໃຊ້ເງິນຕາຍັງບໍ່ທັນເອົາໃຈໃສ່ເທົ່າທີ່ຄວນໃນການປະຕິບັດລະບຽບຕໍ່ກັບພາກສ່ວນເຫຼົ່ານີ້ ເປັນຕົ້ນແມ່ນລັດວິສາຫະກິດຂົນສົ່ງທາງບົກ-ທາງອາກາດ ເຊິ່ງເປັນວິສາຫະກິດໜຶ່ງທີ່ລັດຄຸ້ມຄອງຢ່່າງເຕັມ100 ເຊິ່ງລັດເປັນຜູ້ກຳນົດ ແລະ ອອກລະບຽບການຕ່າງໆທັງໝົດ ແຕ່ຍັງສັງເກດເຫັນວ່າ ຄ່າທຳນຽມ, ຄ່າບໍລິການຄົນໂດຍສານ ຕ່າງໆທີ່ເປັນເງິນກີບ ແລະ ເງິນຕາຕ່າງປະເທດ ແມ່ນຜິດໂຕນກັນຫຼາຍ ຖ້າຈ່າຍເປັນເງິນກີບແມ່ນຕ້ອງເສຍສູງກວ່າຈ່າຍເປັນເງິນຕາຕ່າງປະເທດເກືອບ 10-20% (ຖ້າທຽບໃສ່ອັດຕາແລກປ່ຽນປະຈຳວັນໃນວັນນັ້ນ) ເລື່ອງນີ້ຢາກຈະໃຫ້ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄວນຈະຕ້ອງເບິ່ງຄືນໃໝ່ ບໍ່ດັ່ງນັ້ນ, ຄົນລາວສ່ວນຫຼາຍກໍ່ຈະຫັນໄປໃຊ້ເງິນຕາຕ່າງປະເທດໂດຍອັດຕະໂນມັດ ເພາະວ່າຄ່າຂອງມັນຖືກກວ່າ ແລະ ສຸດທ້າຍເງິນກີບກໍ່ຈະຄ່ອຍໆຫາຍໄປໃນທີ່່ສຸດ ເຊິ່ງມັນບໍ່ເໝາະກັບນະໂຍບາຍສົ່ງເສີມການນຳໃຊ້ເງິນກີບຂອງພັກ-ລັດແລ້ວ. ລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງຄຸ້ມຄອງພາກສ່ວນນີ້ກ່ອນທີ່ຈະໃຫ້ປະຊາຊົນໄປໃຊ້ເງິນກີບ

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 18, 2010 | ມີ 10 ຄຳເຫັນ ແລະ 0 trackback(s)

" ປະເທດໃດມີຊ່າງຫຍິບເກີບບໍ່ງາມ ພຽງແຕ່ເຮັດໃຫ້ປະຊາຊົນໃນຊາດນັ້ນບໍ່ໄດ້ໃສ່ເກີບງາມເທົ່ານັ້ນ ແຕ່ປະເທດໃດມີຄູສອນທີ່ບໍ່ເກັ່ງຈະເຮັດໃຫ້ປະຊາຊົນໃນຊາດນັ້ນໂງ່ໄປໝົດ"

ຂ້ອຍໃນນາມນັກສຶກສາຂີ້ດື້ຄົນໜຶ່ງ ຂ້ອຍສັງເກດເຫັນວ່າປະຈຸບັນນີ້ບັນຫາທາງດ້ານການເມືອງ, ເສດຖະກິດ-ສັງຄົມ ແລະ ຄວາມກ້າວໜ້າທາງດ້ານວິທະຍາສາດຂອງຄົນລາວແມ່ນຍັງຕຳ່ຖ້າທຽບໃສ່ບັນດາປະເທດໃກ້ຄຽງ ແລະ ສາກົນ, ແຕ່ໃນນີ້ຂ້າພະເຈົ້າຂໍຍົກປະເດັນໜຶ່ງທີ່ເປັນພື້ນຖານຂອງການພັດທະນາບັນຫາດັ່ງກ່າວ ກໍ່ຄືຜູ້ທີ່ເປັນແມ່ພິມຂອງຊາດ(ຄູ) ເຊິ່ງເປັນຜູ້ທີ່ຖ່າຍທອດຄວາມຮູ້ ບໍ່ວ່າຈະເປັນຂັ້ນພື້ນຖານ, ວິຊາການ ແລະ ອຸດົມການໃຫ້ແກ່ສັງຄົມ ເຊິງສັງເກດເຫັນວ່າຢູ່ບັນດາໂຮງຮຽນທີ່ຂ້ອຍເຄີຍໄດ້ຮຽນ, ໄດ້ເຫັນ ແລະ ໄດ້ຍິນຈາກໝູ່ຄູ່ ຫຼື ອ້າຍເອື້ອຍນ້ອງຂອງຂ້ອຍປະກົດວ່າ: ບັນດາຄູ-ອາຈານເກືອບທັງໝົດແມ່ນມີການກະທຳການເຄື່ອນໄຫວທີ່ບໍ່ເໝາະສົມເຊັ່ນ: ນັບແຕ່ການເສັງເຂົ້າຮຽນການຮັບນັກຮຽນເຂົ້າຮຽນ, ການສອບເສັງປະຈຳພາກ ແລະ ຈົບຫຼັກສູດ, ການປ້ອງກັນບົດ ແມ່ນຕ້ອງມີເງິນໃສ່ຊອງ ຜູ້ໃດບໍ່ໃສ່ແມ່ນເຫັນຜົນອີ່ຫຼີ ແລະ ການຂຶ້ນຫ້ອງສອນກໍ່ຊ້າ ເວລາສອນກໍ່ເວົ້າເລື່ອງອື່ນທີ່ບໍ່ແມ່ນບົດຮຽນ ການສອນກໍ່ບໍ່ຖືກປະເດັນ ອະທິບາຍຄວາມຮູ້ດ້ານວິຊາການ ແລະ ເຕັກນິກວິທີການກໍ່ບໍ່ສອດຄ່ອງກັບລະບຽບກົດໝາຍ ແລະ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ ຊຳ້ບໍ່ໜຳຍັງເລີກຮຽນໄວ ແລະ ເມື່ອຮອດທ້າຍປີມາກໍ່ບໍ່ຈົບຫຼັກສູດ ບາງວິຊາບໍ່ໄດ້ຮອດເຄິ່ງໜຶ່ງຂອງຫຼັກສູດ. ເຮັດແນວໃດນັກຮຽນນັກສຶກສາຈຶ່ງຈະມີຄວາມຮູ້ຄວາມສາມາດໄປຮັບໃຊ້ສັງຄົມ? ..............ຂ້ອຍຮູ້ວ່າສາເຫດໜຶ່ງຍ້ອນຄ່າຄອງຊີບໃນປະຈຸບັນນີ້ສູງກວ່າລະດັບລາຍໄດ້ຂອງຄູອາຈານເພື່ອຄວາມຢູ່ລອດເຂົາເຈົ້າຕ້ອງໃຫ້ມີເງິນໃສ່ຊອງ ແຕ່ກໍບໍ່ໄດ້ເສຍຫາຍ ແລະ ກ່ຽວຂ້ອງຫຍັງກັບການຂຶ້ນຫ້ອງສອນທີ່ເປັນປົກກະຕິຈິງຈັງແຕ່ຢ່າງໃດ....!

ສຳລັບຢູ່ບັນດາໂຮງຮຽນຂອງທ່ານຜູ້ອ່ານແດຄືກັນຢູ່ບໍ ແລະ ພວກເຮົາຄວນຈະມີວິທີແກ້ໄຂບັນດັ່ງກ່າວຊ່ວຍລັດຖະບານແນວໃດ?