ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ພາສາບ້ານເຮົາເອີ້ນວ່າຊີ້ນຕາປົ່ງ

ຊັບເທັກນິດ pterygium

ສາເຫດ: ເຊື່ອກັນວ່າມາຈາກການສຳພັດສະພາບແວດລ້້ອມເປັນເວລາດົນໆດ້ວຍບໍ່ໄດ້ຮັບການປ້ອງກັນ ເຊັ່ນວ່າ ຂີ້ຝຸ່ນ, ຄວັນໄຟ,ແສງແດດ ຕ່າງໆ

ອາການ: ຈະມີອາການຄັນຕາ, ເຄືອງຕາ, ມີນຳ້ຕາໄຫຼ ບາງຄັ້ງຈະແດງຢູ່ບໍລິເວນຫົວຕາຫຼືຫາງຕາຖ້າເັນຫຼາຍອາດຈະມາບັງການເບີ່ງເຫັນ ແລະ ເກີດການຈ່ອງດືງເຮັດໃຫ້ເກີດມີສາຍຕາອຽງໄດ້

ສີ່ງທີ່ກວດເຫັນ: ມີກ້ອນຊີ້ນສີແດງ ຫຼື ບົວ ບໍລິເວນຫົວຕາ ຫຼື ຫາງຕາ

ການ້ອງກັນ: ຫຼີກລ້ຽງປັດໄຈສ່ຽງທີ່ກໍ່ໃຫ້ເກີດດັ່ງທີ່ກ່າວມາ

                 ໃສ່ແວ່ນກັນແດດ,ກັນລົມ ເວລາອອກແດດອອກລົມ

ການປີ່ປົວ: ຖ້າເປັນໜ້ອຍແມ່ນໃຫ້ຢາລົດອາການລະຄາຍເຄືອງ

               ຖ້າເປັນຫຼາຍບັງການເບີ່ງເຫັນ ຫຼື ເຮັດໃຫ້ເກີດມີສາຍຕາອຽງກໍ່ຕ້ອງໄດ້ຮັບການຜ່າຕັດອອກ

ສອບຖາມເພີ່ມເຕີມໄດ້ທີ 2407800  BOKEO Hospital

Delicious Digg Fark Twitter