ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 17, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

ເຂົາ​ໄປ​ເຫຼືອພຽງນ້ຳຕາ ​ເຈົ້າມາ​ພ້ອມ​ກັບ​ຊີວິດ​ໃໝ່ 

 ໃນວັນທີ່ຄວາມຮັກສົດໃສ ໃຜກໍ່ບໍ່ເຄີຍຄິດວ່າມັນຈະມີມື້ຈົບ ບໍ່ເຄີຍຄິດວ່າມັນຈະເຮັດໃຫ້ຄົນທີ່ເຄີຍສົດໃສລ່າເລີງ ຕ້ອງກາຍເປັນ ຄົນທີ່ເຫຼືອແຕ່ຮ່າງບໍ່ມີວິນຍານ, ຄວາມຮັກມັນເປັນພຽງຄວາມຮູ້ສຶກ ບໍ່ມີຕົວຕົນແຕ່ເຮົາສາມາດສຳພັດເຖິງມັນໄດ້ ໂດຍຜ່ານຈິດວິນຍານ ຂອງຄົນ 2 ຄົນ ຈາກຄວາມຫ່ວງໃຍ ແລະ ຄວາມຮູ້ສຶກທີ່ດີໆໃຫ້ກັນ. ແຕ່ເມື່ອເວລາຜ່ານໄປເປັນຍ້ອນເຫດຜົນຫຍັງ ຄົນທັງ 2 ຈິ່ງມີຄວາມຄິດທີ່ສວນທາງກັນ ມັນປຽບເໝືອນເວລາທີ່ຂຶ້ນລົດເມ ເມື່ອເລີ່ມຕົ້ນຄົນ 2 ຄົນ ທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ຂຶ້ນລົດເມສາຍດຽວກັນ ແລະ ໄດ້ມາເຫັນກັນ ໄດ້ທຳຄວາມຮູ້ຈັກເຊິ່ງກັນ ແລະ ກັນ ເວລາຜ່ານໄປຄວາມສຳພັນຂອງທັງ 2 ຍິ່ງສະໜິດສະໜົມກັນ ມີປາຍທາງອັນດຽວກັນ. ເມື່ອເວລາຜ່ານໄປເປັນຍ້ອນເຫດຜົນຫຍັງ ​ເຂົາ​ຄົນ​ນັ້ນຕ້ອງຂໍລົງກາງທາງແລ້ວ​ຈາກ​ໄປ ​ແລະ ​ເຫຼືອ​ໄວ້​ພຽງ​ເງົາ, ກິ່ນ​ກາຍ ​ແລະ ຄວາມ​ເສົ້າ ປ່ອຍ​ໃຫ້​ຄົນ​ອີກ​ຄົນ​ຕ້ອງ​ດີ້ນຮົນ ຕ້ອງ​ດຽວ​ດາຍ. ຄິດເຖິງເຂົາຈົນໃຈສິຂາດແຕ່ບໍ່ຮູ້ສິເຮັດແນວໃດໃຫ້ເຂົາກັບມາໄດ້ແຕນັ່ງນ້ຳຕາໄຫຼຄ່ອຍຖ້າໃຫ້ຄວາມຊົງຈຳທີ່ມີເຂົາຢູ່​​ເລືອນຫາຍໄປ.

 

     ຈາກຮ່າງທີ່ບໍ່ມີວິນຍານເຢັນຊາບໍ່ມີຄວາມຮູ້ສຶກ​ ​ໃຊ້ເວລາຢູ່​​ຄົນດຽວມາຫຼາຍປີສິ່ງດີໆກໍ່ຫວນກັບມາອີກຄັ້ງເມື່ອເຂົາຄົນນັ້ນຍ່າງເຂົ້າມາໃນຊີວິດເຂົ້າມາໃນຄວາມຮູ້ສຶກ ມາຊ່ວຍແບ່ງປັນຄວາມເສົ້າ, ຄວາມເຫງົາ ຄວາມອ້າງວ້າງມາຊ່ວຍແຕ່ງເຕີມຊີວິດທີ່ຂາດຫາຍ. ​ເຖິງຄວາມຄວາມຮັກຄັ້ງເກົ່າມັນຍັງນຳມາຫຼອກມາຫຼອນກໍ່ຕາມແຕ່ຄວາມດີ ຄວາມຫ່ວງໃຍທີ່ເຂົາຄົນນີ້ຄອຍມອບໃຫ້ ມັນເຮັດໃຫ້ເຮົາຫຼຸດພົ້ນອອກຈາກການເປັນທາດຂອງຄວາມເສົ້າເຮັດໃຫ້ຮ່າງກາຍທີ່ບໍ່ມີວິນຍານ​​ໄດ້ກັບມາມີຊີວິດອີກຄັ້ງ.

 

 

 

 

      ເຖິງ​ຈະ​ມີ​ຮັກ​ຄັ້ງ​ໃໝ່ຫຼາຍປານ​ໃດ ​ແຕ່​ຮັກ​ຄັ້ງ​ແລກ​ມັນ​ກໍ່ຍັງ​ເປັນ​ຮັກ​ນິລັນ

อยากกลับไปยังจุดที่ไม่มีใคร
อยู่ตัวคนเดียวได้แบบไม่หงอยเหงา
อยากให้สายลมพัดพาทุกสิ่งทิ้งไปไม่เหลือเงา
รวมทั้งสิ่งที่จารึกความเป็นเรา . .. วันรักกัน

อยากให้สายฝน .. . ชำระล้างจิตใจ
จนไม่เหลือร่องรอยใดๆ ระหว่างเธอกับฉัน
แต่ฉันทำได้แค่นี้ . .. ถูกย่ำยีจากความบอบช้ำ . .. นานวัน
หยุดน้ำตาได้แค่นาทีสั้น - สั้น . .. พร่ำเพ้อว่ายังรักกัน
               . ..   . .. ฉันคิดถึงเธอ

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່