ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 10, 2011 | ມີ 22 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື້ອງກາເກີດຂື້ນຍ້ອນຂ້ອຍເອງ   ຫລັງຈາກວັນທີ່ 8.11.2010 ທີ່ຜ່ານມາ ຂອ້ຍຫາທາງບອກເລີກແຟນຂອ້ຍທັ້ງໆທີ່ເຮົາກາຍັງຮັກກັນດີແລະຂ້ອຍກາຍັງຮັກລາວຍູ່ຂອ້ຍຍາກບອກລາວວ່າຂ້ອຍບໍ່ໄດ້ຖິ້ມລາວ,ຂ້ອຍຍາກເລີກກັບລາວຍ້ອນຍາກໃຫ້ລາວມີບົດຮຽນແນ່ເວລາທີ່ຂາດຂ້ອຍໄປລາວຊິຮູ້ຊຶກເສຍໃຈບໍ່ຂ້ອຍອົດນຳລາວມາເປັນເວລາເປັນປີທັງນິດໃສ ທັງຄວາມເຈົ້າຊູ້ຂອງລາວ ລາວເປັນຄົນເຫັນແກ່ໂຕ ເປັນຜູ້ຊາຍອ່ອນແອຫຼາຍ ແຕ່ກາບໍ່ເປັນປັນຫາສຳລັບຂ້ອຍຂ້ອຍກາອົດນຳລາວມາຕະຫຼອດ,ທີ່ຍາກເລີກໄປຍາກໃຫ້ເປັນບົດຮຽນຂອງລາວຊື່ໆ ແຕ່ລາວກາບໍ່ເຂົ້າໃຈດອກວ່າຂ້ອຍຄິດຫຍັງຍູ່ ລາວຄິດແຕ່ວ່າຂ້ອຍມີ່ຄົນໃຫ່ມ,ຂ້ອຍກາເລີຍຕອບອອກໄປວ່າ ເອີມີ ຂ້ອຍເຮັດໃຫ້ລາວເຈັບແຕ່ກາບໍ່ທໍ່ລາວເຮັດກັບຂອ້ຍດອກ ຫຼັງຈາກທີ່18.11 ເຮົາກາເລີກກັນແທ້,ຂອ້ຍກາໄປຄົບຜູ້ໃຫມ່ແທ້ເພື່ອເຮັດໃສ່ລາວ ລະລາວກາໄປມີຜູ້ໃຫມ່ ລາວໄປຄົບກັບຜູ້ຍິ່ງທີ່ເຄີຍຍາດລາວຈາກຂ້ອຍມາກ່ອນນານີ້ແລ້ວ ຂອ້ຍວ່າຂອ້ຍເຈັບຫຼາຍກວ່າລາວອີກສະຖານະການແບບນີ້ຂອ້ຍຄວນຊິຕັດໃຈຈາກລາວໄດ້ແລ້ວ ແຕ່ຂອ້ຍກາເຮັດບໍ່ໄດ້ ຂອ້ຍຄົບຄົນໃຫມ່ບໍ່ໄດ້ຂອ້ຍຮັກລາວເພາະລາວເປັນຮັກທຳອິດຂອງຂອ້ຍ.ຂອ້ຍໄດ້ອະທິບາຍເລຶ້ອງທີ່ຂອ້ຍເຮັດໄປລາວກາເຂົ້າໃຈ ລາວບອກໃຫ້ຂອ້ຍຖາລາວ ໃຫ້ລາວໄດ້ແກ້ໃຂໃນເລຶ່ອງທີ່ລາວເຮັດຍູ່ຕອນນີ້ ມັນຕອ້ງໃຊ້ເວລາ ,ເວລລາຜ່ານໄປເປັນເດືອນຍັງບໍ່ມີຫຍັງດີຂຶ້ນເລີຍ ແຕ່ຂອ້ຍກາເຊື່ອຫນັ້ນວ່າຈັງໃດລາວກາຊິກັບມາ,ແຟນໃຫມ່ຂອງລາວກາຮູ້ຍູ່ແກ່ໃຈວ່າລາວຍັງຮັກຂອ້ຍຍູ່ ແຕ່ລາວກາບໍ່ຍອມປອ່ຍລາວກັບມາຫາຂອ້ຍ ລາວຕອ້ງການເອົາຊະນະຂອ້ຍຮູ້ດີ ແຕ່ຂອ້ຍກາເຮັດຫຍັງບໍ່ໄດ້ ເພາະຂອ້ຍບໍ່ມີສິດໃນໂຕແຟນເກົ່າຂອ້ຍແລ້ວ ...........ຈົນເຖິງປັດຈຸບັນນີ້ຂອ້ຍກາຍັງຖ້າລາວຍູ່ ເປັນກຳລັງໃຈໃຫ້ຂອ້ຍແນ່ເດີ

Delicious Digg Fark Twitter