ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 3, 2011 | ມີ 19 ຄຳເຫັນ ແລະ 0 trackback(s)

ຂໍແຈ້ງເຕືອນ

ຂໍຮຽນມາຍັງເພື່ອນໆທຸກໆຄົນວ່າ ຖ້າຫາກ ທ່ານໄດ້ຮັບ mail ຈາກບຸກຄົນທີ່ບໍ່ຮູ້ຈັກມາກ່ອນ, ຂໍໃຫ້ທ່ານລົບຖີ້ມໄດ້ເລີຍ,ເພາະວ່າ ເຂົາຊິມາຕົວະ ເອົາເງີນເຮົາ (ນີ້ແມ່ນເລື່ອງຈິງ) ເຊິ່ງ ເຂົາຈະໃຊ້ວິທີການດັງນີ້ :

1. ສົ່ງ mail ມາຫາທ່ານ ແລ້ວບອກທ່ານຕິດຕໍ່ກັບໃນ mail ສ່ວນຕົວຂອງເຂົາ ແລ້ວເຂົາຈະສົ່ງຮູບມາໃຫ້ເບີ່ງ...

2. ເວົ້າເລື່ອງ ກ່ຽວກັບຄອບຄົວຂອງເຂົາ ແລະ ພໍ່ຂອງເຂົາທີ່ໃກ້ຈະຕາຍ...

3. ເວົ້າເລື່ອງ ກ່ຽວກັບ ເງີນໃນບັນຊີຂອງພໍ່ຂອງລາວ...

4. ເວົ້າເຖີງທີ່ຢູ່ຂອງລາວທີ່ (ຄ້າຍລີ້ໄພ)...

5. ເວົ້າເຖີງການໂອນເງີນ (ວ່າ ລາວຈະໃຫ້ເຈົາຈັກເປີເຊັນຕໍ່ຈຳນວນເງີນທັງໝົດໃນບັນຊີຂອງພໍ່ລາວທີ່ໃກ້ຈະຕາຍ) ແລະ ຄວາມຮັກ ຂອງລາວທີ່ມີຕໍ່ເຈົ້າເອງ...

6. ຖາມເຖີງ ປະຫວັດຂອງທ່ານ ໃນການໂອນເງີນ...

7. ຕິດຕໍ່ທະນາຄານໃຫ້ທ່ານ ແລ້ວເຂົາຈະສົງແບບຟອມມາໃຫ້ທ່ານ...

8. ຖາມຫາ ຄ່າທຳນຽມຕ່າງໆ...

9. ຫຼັງຈາກທີ່ເຂົາໄດ້ເງີນຂອງທ່ານແລ້ວ ເຂົາກໍ່ຫາຍແວບໄປເລີຍ...

      (ນີ້ແມ່ນເລື່ອງຈິງຂອງໝູ່ຂອງຂ້ອຍ ທີ່ເສຍເງີນໃຫ້ເຂົາ 800-1000 ໂດຣາ ແລະ ກໍ່ມີອີກຫຼາຍຄົນທີ່ຕົກເປັນເຫຍື່ອຂອງເຂົາ)

 

Delicious Digg Fark Twitter