ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 0 ຄຳເຫັນ ແລະ 0 trackback(s)
ຊະຕາກັມເມືອງລາວອີກ 50ປີ ຂ້າງຫນ້າ II
31/May/2010 07:07
ຜູ່ຂຽນ: fishface

Picture@Bailane.com

ຕໍ່ຈາກ

ສະບັບທີ່ຜ່ານມາ

ອາທິດແລ້ວ



ຫລັງຈາກປາບພວກໄທຍຜູ່ດີປາກຈັງໄຮໄດ້ແລ້ວ ປະເທດອີ່ສານລ້ານນາມີອານາເຂດໄພສານ ແລະໄດ້ປ່ຽນຊື່ມາເປັນປະເທດ

ບັກສານຕື້ນາ

ແລະພູກມິດໄມຕຣີ ກັບປະເທດອ້ອມຂ້າງ ໂດຍສະເພາະກັບປະເທດຂະເມນ ບັກສານຕື້ນາ ໄດ້ເຊັນສັນຍາມອບດີນແເດນ ສ່ວນນື່ງຄືນໃຫ້ຂະເມນ ແລະຮ່ວມກີນນໍ້າສາບານວ່າ ຈະເປັນປະເທດເພື່ອນມິດ ຕໍ່ກັນ (ບໍ່ແມ່ນປະເທດອ້າຍນ້ອງ ຄືລາວກັບຫວຽດ) ແລະໄດ້ສ້າງເຈດີ ບັກໃຫຍ່ໆຂື້ນທີ່ຊາຍແດນ ລະຫວ່າງບັກສານຕື້ນາແລະຂະເມນ ຊື່ວ່າ ເຈດີ ສີສອງສ່ຽວ ປະມຸກຂອງປະເທດຂະເມນ ໄດ້ໃຫ້ຄຳສັນຍາແບບນັກເລັງວ່າ ຖ້າໃຜກ້າມາຍຽບຕີນ ບັກສານຕື້ນາ ມັນເທົ່າກັບຍຽບຫົວຂະເມນ



ປີ 2027-2030 ການເມືອງລາວເຖີງຂັ້ນໂຄມ່າ ບ້ານເມືອງເຫລ້ະເທະ ຄົນລາວແທ້ໆຂາດທີ່ຢູ່ອາໃສ ຕິດການພະນັນ ເຫົ້ລາຢາ ຢາເສບຕິດ ເປັນພະຍາດໂຣກຕັບ ເບົາຫວານ ຫົວໃຈ AIDS... ອາຊີບສ່ວນໃຫຍ່ເປັນກຳມະກອນ ຫາເຊົ້າກີນເຊົ້າ ຫາແລງກີນແລງ ຂາຍບໍລິການ ຂາຍທຸກຢ່າງທີ່ພໍຂາຍໄດ້ ຈາກເມື່ອກ່ອນ ທີ່ເຄີຍອວດຮັງອວດມີ ກີນເບຍເລຍນົມ ລຳວົງໄດ້ທຸກມື້ ບາດນີ້ກາຍເປັນ The looser ສ່ວນສະພາບແວດລ້ອມບໍ່ໃຫ້ເວົ້າ ແຜ່ນດີນລາວກາຍເປັນປ່າຊ້າ ບ່ອນຖີ້ມສານເຄມີອັນຕະລາຍ ກາກນີວເຄຣຍ ທັງເປັນບ່ອນທົດລອງອາວຸດເຄມີ ແລະນີວເຄຣຍ ຂອງທັງຈີນແລະຫວຽດນາມ



ເພາະການກະຫາຍ ຢາກມີລະເບີດນີວເຄຣຍ ຂອງຫວຽດນາມນີ້ເອັງ ຈີນທົນເບີ່ງຕໍ່ໄປບໍ່ໄດ້ ເລີຍປະກາດສົງຄາມກັບຫວຽດນາມ ຄັ້ງຍີ່ງໃຫຍ່ໃນປີ 2031 ສົງຄາມມັງກອນໃຫຍ່ກັບມັງກອນຈ່ອຍ ດຳເນີນໄປເຖີງ9ປີເຕັມ ຕາຍກັນຫລາຍລ້ານຄົນ ທັງສອງປະເທດອ່ອນເພຍລົງ ຈີນທີ່ເຄີຍເປັນເຈົ້າໂລກທາງເສດຖະກິດ ເກີດວິກິດການຂື້ນ ພາຍໃນປະເທດເອັງເກີດການແບງແຍກແຜ່ນດີນ ຂອງຊາວຈີນມຸດສະລີມ ແລະເຂດມົນທົນຢູນານ ຊາວຮົງກົງກໍ່ລຸກຂື້ນຕໍ່ຕ້ານ ບໍ່ຍອມຂື້ນກັບຈີນແຜ່ນດີນໃຫຍ່ ສ່ວນຫວຽດນາມອາໃສຍຸດທະວິທີ່ເດີມ ທີ່ເຄີຍເອົາຊະນະອາເມຣິກາມາແລ້ວ ດ້ວຍການມຸດລົງດີນ ຊາວບ້ານຄືທະຫານ ທະຫານຄືຊາວບ້ານ



ທ້າຍປີ 2040 ຈີນຕັດສີນໃຈປິດສົງຄາມກັບຫວຽດນາມລົງ ດ້ວຍການຍິງລູກສອນໄຟຕິດຫົວນິວເຄຣຍ 5 ລູກໃສ່ປະເທດຫວຽດນາມ ອານິຈັງຫວຽດນາມ ຫາກໍ່ສ້າງອາວຸດນິວເຄຣຍ ໄດ້ສຳເລັດ ແຕ່ບໍ່ມີລູກສອນໄຟໄລຍະໄກ ພໍຈະຍີງຄືນໃສ່ປະເທດຈີນໄດ້ ພົນລະເມືອງຫວຽດນາມເຈັດໂລຍເກືອບຫມົດ ພໍເຫລືອໄວ້ສືບພັນກະມີແຕ່ ພວກທີ່ອົພະຍົບມາຢູ່ແຂວງຄຳມ່ວນ ປາກເຊຂອງລາວນັ້ນ ເຫດການລະເບີດນິວເຄຣຍ ອະນຸພາບຂອງມັນຮ້າຍແຮງເຮັດໃຫ້ ເກີດແຜ່ນດີນໄຫວຕາມມາ ສະພາບດີນຟ້າອາກາດປ່ຽນແປງ ແລະປະເທດລາວ ຕາມແນວຊາຍແດນເອັງ ກໍ່ໄດ້ຮັບ ສະມັດຕະພາບລັງສີ ໄປຕາມໆກັນ



ຈີນຖືກນາໆຊາດຕໍ່ຕ້ານ ສາບແຊ່ງ ຕໍ່ການໃຊ້ອາວຸດຮ້າຍແຮງທຳຮ້າຍໂລກມະນຸດ ຫລາຍປະເທດ ຢຸດການຄ້າຂາຍນຳເຂົ້າສີນຄ້າລາຄາຖືກ ຈາກຈີນ ບວກກັບສະພາບການພາຍໃນຂອງຈີນເອັງ ເຮັດໃຫ້ເສດຖະກິດ ການເມືອງຂອງຈີນຊຸດໂຊມລົງ ໄວກວ່າຍຸກເສດຖະກິດຈະຫລວດ ຄົນຈີນທະລັກຫນີອອກນອກປະເທດ ປານນໍ້າຖ້ວມຂີ້ກະເດືອນ ຜູ່ມີເງີນຫລາຍແດ່ ບີນໄປຮອດອາເມຣິກາ ເອີຣົບ ສ່ວນຜູ່ມີນ້ອຍຫລືມີແຕ່ໄມ້ທູຄູ່ດ່ຽວ ຫນີເຂົ້າເມືອງລາວ ແລະປະເທດບັກສານຕື້ນາ



ປະເທດລາວ ໄດ້ຮັບຜົນສະທ້ອນໃຫຍ່ຫລວງ ຈາກສົງຄາມຈີນຫວຽດນາມຄັ້ງນີ້ ທາງດ້ານການເມືອງ ບໍ່ມີຈຸດຢືນອັນແນ່ນອນ ຍຽບເຮືອສອງແຄມມັນແສນຍາກ ຄະນະລັດຖະບານປ່ຽນແປງຕະລອດ ບັນຫາພາຍໃນປະເທດຍັງເອົາບໍ່ລອດແລ້ວ ຍັງຕ້ອງແກ້ໄຂບັນຫາອົພະຍົບ ທັງຈີນແລະຫວຽດນາມອີກ ປຊຊບໍ່ມີທີ່ຢູ່ອາໃສ ບໍ່ມີວຽກເຮັດງານທຳ ໂດຍສະເພາະຊົນກຸ່ມນ້ອຍ ອາໂບລີຈີນີ (ລາວແທ້) ເກີດການປະທ້ວງ ຈໍລະກັມ ມີຮອດຂະບວນການ ລາວໂຮມລາວ ຕ້ອງການໂຮມລາວຝັງຊ້າຍ ເຂົ້າກັບລາວຝັງຂວາ



ປີ 2042-2050 ເສດຖະກິດ ຄວາມເຂັ້ມແຂງ ຂອງປະເທດບັກສານຕື້ນາ ຖືວ່າຍີ່ງໃຫຍ່ໃນຄົງເຂດນີ້ ພ້ອມໆກັບການເອົາໂຕອອກຫ່າງຈາກຈີນ ເຮັດໃຫ້ການພົວພັນກັບບັນດາປະເທດຕາເວັນຕົກ ແຫນ້ນແຟ້ນຂື້ນ ມີການສັ່ງຊື້ອາວຸດ ອັນທັນສະໄຫມ ຈາກອາເມຣິກາ ເພີ່ມຈຳນວນທະຫານ ແລະສະສົມສະບຽງອາຫານ ບໍ່ມີໃຜຮູ້ແນ່ນອນວ່າ ບັກສານຕື້ນາ ຕຽມເຮັດສົງຄາມກັບໃຜ ເພາະສະຖານະການຊາຍແດນ ລະຫວ່າງປະເທດບັກສານຕື້ນາ ກັບພຣະມ້າ ແລະລາວເລີ້ມຮຸນແຮງຂື້ນເລື້ອຍໆ



ຄຽງຄູ່ກັນນັ້ນ ປະເທດຂະເມນກໍ່ມີການເສີມສ້າງກຳລັງຄືກັນ ສ່ວນປະເທດຫວຽດນາມທີ່ຫມຸ່ນອຸ້ຍປຸ້ຍ ຈາກລະເບີດນີວເຄຣຍຂອງຈີນ ປະເທດກາຍເປັນ ປະເທດໂພນຂີ້ຫມາຈອກ ຢູ່ໄດ້ໂດຍອາໃສ່ເຂົ້າເບີກ ເງີນຊ່ອຍເຫລືອຈາກຕ່າງປະເທດ ຊາວຫວຽດນາມລັ່ງໄຫລ ອົບພະຍົບເຂົ້າມາຢູ່ແຜນດີນລາວ ເກືອບຫມົດ ໂດຍສະເພາະເຂດພາກໃຕ້ ແຕ່ທ່າບົກວຽງຈັນລົງໄປ ພາສາທາງການແມ່ນໃຊ້ພາສາຫວຽດ ສ່ວນວຽງຈັນຂື້ນໄປເຫນືອສຸດ ໃຊ້ພາສາຈີນເປັນພາສາທາງການ ດົນໆຕາມແຄມຖະນົນ ຈະໄດ້ຍີນສຽງຈົ່ມ ຄວນຄາງ ຢ່າງທໍລະມານ ເປັນພາສາລາວເທື່ອນື່ງ ເພາະເຫດນີ້ຫລືບໍ່ ທີ່ເປັນເຫດໃຫ້ປະເທດອີ່ສານຕື້ນາຕ້ອງເລັ່ງ ເສີ່ມສ້າງກຳລັງ ຫລືວ່າພາຍໃນປະເທດບັກສານຕື້ນາເອັງ ເລີ່ມເກີດຄວາມວຸ້ນວາຍແຕກແຍກ ເຫດການຈະເປັນແນວໃດນັ້ນ ກະລຸນາຕິດຕາມໄດ້ ໃນຕອນຕໍ່ໄປ.

Delicious Digg Fark Twitter