ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 19, 2009 | ມີ 28 ຄຳເຫັນ ແລະ 0 trackback(s)

ເຈົ້າໜ້າທີ່ ປກສ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ກັກຕົວຜູ້ຕ້ອງຫາຊື່ວ່າທ້າວ ແສງອາລຸນ ອາຍຸ ປີ ຢູ່ບ້ານ ເມືອງ ນະຄອນຫຼວງວຽງຈັນ ໃນຂໍ້ຫາຂົ່ມຂືນທຳສຳເລົາເດັກ. ຜ່ານ ການສືບສວນ-ສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວໃຫ້ການຮັບສາລະພາບວ່າ:

ໃນໄລຍະເດືອນຕຸລາ 2008 ໄດ້ມີທ້າວ ຄຳພັນ ຢູ່ບ້ານຕານ ເມືອງຊຳ ແຂວງຜົ້ງສາລີ ເຊິ່ງເປັນຫຼານຂອງຜູ້ກ່ຽວ ໄດ້ໂທມາບອກທ້າວ ແສງອາລຸນ ຂຶ້ນເມືອປຸກເຮືອນໃຫ້ທ້າວ ຄຳພັນ. ແລ້ວທ້າວ ແສງອາລຸນ ກໍໄດ້ຂຶ້ນໄປຫາທ້າວ ຄຳພັນ ຢູ່ບ້ານຕານ  ເມືອງຊຳ ແຂວງຜົ້ງສາລີ. ພາຍຫຼັງທ້າວ ແສງອາລຸນ ໄດ້ປຸກເຮືອນໃຫ້ທ້າວ ຄຳພັນ ສຳເລັດແລ້ວ, ຕົກມາຮອດວັນທີ 4 ທັນ ວາ 2008 ທ້າວ ຄຳພັນ ກັບເມຍຊື່ວ່ານາງ ວອນ ກໍພາກັນລົງມາສົງສະການພໍ່ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ສ່ວນທ້າວ ແສງອາລຸນ ແລະ ຫຼານ 3 ຄົນແມ່ນເຝົ້າເຮືອນ ຄື ນາງ ນ້ອຍ, ທ້າວ ຕ້ອມ ເຊິ່ງເປັນລູກຂອງທ້າວ ຄຳພັນ ແລະ ນາງ ກໍ (ນາມສົມມຸດ) ນ້ອງສາວຂອງ ນາງ ວອນ. ມື້ຕໍ່ມາ, ໃນວັນທີ 5 ທັນວາ 2009 ເວລາປະມານ 24 ໂມງ 30 ນາທີ, ທ້າວ ແສງອາລຸນ ໄດ້ເຫັນນາງ ກໍ ກັບມານອນ ແລະ ໄດ້ຍິນສຽງພວກຜູ້ຊາຍແຊວໆຄື ຜິດກັນ, ແລ້ວທ້າວ ແສງອາລຸນ ຈຶ່ງຖາມນາງ ກໍ ວ່າເປັນຫຍັງກັນ? ນາງ ກໍ ຈຶ່ງຕອບວ່າ ຜິດ ກັນກັບພວກຜູ້ຊາຍລາວສູງ. ເມື່ອນາງຕອບຄືແນວນັ້ນ, ທ້າວ ແສງອາລຸນ ຈຶ່ງບອກນາງ ກໍ ວ່າ ຖ້າເຈົ້າຢ້ານ ມານອນນຳພໍ່ເຖົ້າກໍໄດ້. ແລ້ວນາງ ກໍ ກໍເຂົ້າໄປນອນນຳທ້າວ ແສງອາລຸນ ຢູ່ໃນບ່ອນນອນ. ຈາກນັ້ນ ທ້າວ ແສງອາລຸນ ກໍໄດ້ທຳການຂົ່ມຂືນທຳສຳເລົານາງ ກໍ ຜູ້ເປັນ ຫຼານສາວຈົນສຳເລັດ 1 ຄັ້ງ. ພໍຕື່ນເຊົ້າມາ, ທ້າວ ແສງອາລຸນ ບອກໃຫ້ນາງ ກໍ ວ່າ ຫ້າມບໍ່ ໃຫ້ບອກເອື້ອຍອ້າຍເດັດຂາດ.

ເມື່ອເປັນເຊັ່ນນັ້ນ, ນາງ ກໍ ກໍໜີອອກຈາກເຮືອນມາຢູ່ນຳພີ່ນ້ອງຢູ່ບ້ານໂນນຫວາຍ ເມືອງ ໄຊເຊດຖາ ນະຄອນຫຼວງວຽງຈັນ ແລະ ໄດ້ເລົ່າເຫດການທີ່ຖືກທ້າວ ແສງອາລຸນ ຂົ່ມຂືນ ທຳສຳເລົາຢູ່ເຮືອນອ້າຍເຂີຍ. ຫຼັງຈາກນັ້ນ, ພີ່ນ້ອງຂອງນາງ ກໍ ຈຶ່ງເຂົ້າມາແຈ້ງຄວາມຕໍ່ເຈົ້າ ໜ້າທີ່ ປກສ ເມືອງໄຊເຊດຖາ. ຕົກມາໃນວັນທີ 7 ພຶດສະພາ 2009 ທ້າວ ແສງອາລຸນ ຈຶ່ງຖືກ ເຈົ້າໜ້າທີ່ກັກຕົວມາດຳເນີນຄະດີຕາມລະບຽບກົດໝາຍ

 

Delicious Digg Fark Twitter