ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຕອນທີສາມ

 

 

 

ຊວຍ!!

Dairy:

 

 

ເວລາທີ່ເຮົາຖ້ານຳສິ່ງໃດສິ່ງຫນຶ່ງມັນມັກຈະເຮັດໃຫ້ຮູ້ສຶກວ່າ ເວລາພຽງແຕ່ວິນາທີດຽວມັນກໍ່ຍືດຢາວບໍ່ຕ່າງຍັງກັບຫນຶ່ງປີ ແຕ່ຫາກເວລາທີ່ເຮົານຶກເຖິງຄວາມສຸກ ມັນມັນຈະຜ່ານໄປໄວສະເຫມີ ຍິ່ງກວ່າສາຍລົມທີ່ພັດເຂົ້າມາແລ້ວກໍ່ພັດຫາຍໄປ

 

 

 

English class

 

 

ສິ່ງທີ່ຂ້ອຍຊັງທີ່ສຸດໃນຕອນນີ້ກໍ່ຄື ຄອຍຖ້າໃຫ້ຊົ່ວໂມງວິຊາພາສາອັງກິດຂອງອາຈານສົມສະຫນິດໃຫ້ມັນຫມົດໄປ ບໍ່ຄິດເລີຍວ່າເວລາ ສອງພຽງແຕ່ຊົ່ວໂມງທີ່ມີບັນດານັກສຶກສາຫລາຍຄົນກຳລັງພາກັນຕັ້ງໃຈຮຽນຢ່າງເອົາເປັນເອົາຕາຍຢູ່ ມັນສຸດແສນຈະຜ່ານໄປຢ່າງຍາວນານໂດຍທີ່ຄວາມງຽບມັນກໍ່ຖືກປົກຄຸມທົ່ວຫ້ອງຮຽນ.... ຂ້ອຍໄດ້ຍິນພຽງແຕ່ສຽງຂອງອາຈານກຳລັງອະທິບາຍເລື່ອງບົດຮຽນເທົ່ານັ້ນ ພ້ອມກັບສຽງຂອງນາລິກາ ທີ່ເດີນຫນ້າໄປດ້ວຍຄວາມຊັກຊ້າອືດອາດ ເຊິ່ງອາຈານສຸດໂຫດຂອງພວກຂ້ອຍ ຈະເປັນຄົນຖືມັນມາຕັ້ງຢູ່ຫນ້າໂຕະຂອງລາວທຸກຄັ້ງ ເພື່ອໃຫ້ນັກສຶກສາທຸກຄົນໄດ້ຊາບເຖິງເວລາເຂົ້າຮຽນແລະເວລາເລີກຮຽນທີ່ແທ້ຈິງ

 

 

"If you can see that I’m the one who understand you, been here along so I can you see,

you belong with me you belong with me "

ຢູ່ບໍ່ຢູ່ສຽງໂທລະສັບເຈົ້າກຳຂອງຂ້ອຍມັນກໍ່ເສືອກດັງຂຶ້ນ ເປັນຜົນໃຫ້ຂ້ອຍກາຍເປັນຈຸດເດັ່ນກວ່າຫມູ່ໃນຫ້ອງຮຽນ ໃນເມື່ອສາຍຕາຂອງນັກສຶກສາທັງຫມົດ ຕ່າງກໍ່ແນມມາທີ່ຂ້ອຍເປັນສາຍຕາດຽວ

 

 

 

"ຕິ໊ດ" ຂ້ອຍກົດສາຍຖິ້ມຢ່າງບໍ່ລັງເລທັນທີ ແລະບໍ່ສົນໃຈເລີຍວ່າປາຍສາຍຈະແມ່ນໃຜ...

 

"ນາງແສງດາລາ!!" ສຽງທີ່ຂ້ອຍບໍ່ປາດທະນາທີ່ຈະໄດ້ຍິນເອີ່ຍຊື່ຂ້ອຍຂຶ້ນແບບເປັນຕາຢ້ານ ໂດຍທີ່ລາວກໍ່ບໍ່ລືມທີ່ຈະຊັກຕາຄາດໂທດ ເພ່ງມອງມາທີ່ຂ້ອຍຢ່າງບໍ່ກະພິບຕາ... ແລະນັ້ນມັນກໍ່ຫມາຍຄວາມວ່າ ເລື່ອງສິບຫາຍວາຍວອດມັນກຳລັງວິບັດຂຶ້ນແລ້ວ

"ດະ ໂດຍ" ຂ້ອຍຂານຮັບອອກໄປເກືອບບໍ່ບໍ່ເປັນສຽງ ໂທລະສັບທີ່ພາຊວຍມື້ກີ້ນີ້ ຂ້ອຍກໍ່ຮີບຈັບມັນຍັດເຂົ້າກະເປົ່າທັນທີ

 

"Have you ever read the rules that don’t have to use mobile in the class!  

(ເຈົ້າເຄີຍອ່ານກົດລະບຽບແລ້ວບໍ່ ວ່າຫ້າມໃຊ້ໂທລະສັບໃນຫ້ອງ!!)" ປະໂຫຍກຄຳຖາມທີ່ສະແດງເຖິງຄວາມບໍ່ພໍໃຈຖືກຖາມຂຶ້ນຢ່າງຊັດຖ້ອຍຊັດຄຳ ເຮັດໃຫ້ຂ້ອຍຕ້ອງກົ້ມຫົວລົງມົກໆ ລວມທັງກຳລັງຈະຊອກຫາຄຳແກ້ໂຕໃຫ້ດີທີ່ສຸດ

 

"Ya.. Yes, I've already read them all

(ດະ ໂດຍ... ອ່ານແລ້ວ)"

 

"Why didn’t you do as recommended?

(ແລ້ວເປັນຫຍັງຂຶ້ນເຮັດຜິດລະບຽບ!!)" ສຽງທີ່ດັງຮ້າຍກວ່າຝ່າພາຖືກເປັ່ງອອກມາ ເຫມືອນຈະລະບາຍອາລົມ.... ຂ້ອຍທີ່ກຳລັງນຶກຫາຄຳແກ້ໂຕຢູ່ນັ້ນ ມັນເກືອບຈະຖືກທຳລາຍລົງພຽງແຕ່ປະໂຫຍກດຽວຂອງລາວ...

 

"I’m sorry, teacher, I’ve just forgotten to turn off my mobile

(ຂະ ຂໍໂທດ ອາຈານ... ພໍດີນ້ອງລືມປິດໂທລະສັບກ່ອນເຂົ້າຫ້ອງ)"

 

"The faulty people always come up with their references do you know, people, who didn’t do as recommended, what have to do! Can you see this story?"

ຂ້ອຍຢາກຈະຖຽງອອກໄປຢູ່ວ່າຂ້ອຍບໍ່ໄດ້ຕາບອດ ເຊິ່ງປື້ມທີ່ລາວຍົກຂຶ້ນໂຊຂ້ອຍຢູ່ນັ້ນ ມີຂະຫນາດໃຫຍ່ພໍສົມຄວນ ຫນາຍິ່ງກວ່າປະທານນຸກົມເຫລັ້ມຫນຶ່ງເສຍອີກ

 

"Yes, I can see very well ເຫັນ

 

"you need to translate it all!!

(ເອົາໄປແປຫມົດສະ!!) "

 

"What! !! I’m going to translate it all?  

(ຫ໊ະ! ໃຫ້ນ້ອງແປຫມົດຫັ້ນເລີຍຂ້ອຍອຸທານອອກໄປເກືອບຈະບໍ່ເຊື່ອຫູໂຕເອງ)"

 

"Yes, all of every pages (ແມ່ນລະ... ເອົາໄປແປຫມົດນີ້!!)" ລາວເນັ້ນຍ້ຳອີກຄັ້ງເພື່ອປັນການຢືນຢັນ... ພ້ອມກັບວາງປື້ມນັ້ນລົງກະທົບກັບໂຕະທີ່ຢູ່ຕໍ່ຫນ້າລາວຈົນດັງ ປັ໊ງ

 

"Translate for what?

(ໄດ້ຈັງໃດອາຈານ)" ຂ້ອຍລຸກຂຶ້ນເພື່ອລະບາຍອາລົມທີ່ສຸດແສນງຸດງິດ... ຈາກທີ່ຄວາມກົວຈົນໂຕສັ່ນ ຂ້ອຍກໍ່ປ່ຽນມາຂຶ້ນສຽງໃສ່ລາວແທນ ສ່ວນປື້ມນະວະນິຍາຍທີ່ລາວໄດ້ຍົກຂຶ້ນມາໂຊເມື່ອຕ່າກີ້ນີ້ ມັນກໍ່ຫນາເປັນພັນໆຫນ້າ ມີແຕ່ພວກຮຽນຕໍ່ລະດັບດອກເຕີ້ເທົ່ານັ້ນແລະທີ່ຈະແປນະວະນິຍາຍຫມົດທັງຫົວໄດ້

 

"I’ve just been studying for few months, I guess, I can’t do it anymore

ນ້ອງຫາກໍ່ເຂົ້າຮຽນບໍ່ເທົ່າໃດເດືອນຫນຶ່ງ ນ້ອງເຮັດບໍ່ໄດ້ດອກ"

 

 

 

"I don’t want to hear you can do or not, but I want to hear that you’re going to complete this story during this term!

(ຂ້ອຍບໍ່ຢາກໄດ້ຍິນວ່າເຈົ້າຊິເຮັດໄດ້ຫລືບໍ່ໄດ້... ແຕ່ຂ້ອຍຢາກໄດ້ຍິນວ່າ ເຈົ້າຈະແປບົດເລື່ອງນີ້ໃຫ້ມັນຈົບພາຍໃນເທີມນີ້!!)"

 

"But!!, I have others subject to make presentations, too, not only English (ແຕ່ນ້ອງກະບໍ່ໄດ້ມີວິຊາພາສາອັງກິດຢ່າງດຽວໃດ໋ ອາຈານ)"

 

 

 

"It’s really all of your problem!!

(ນັ້ນມັນກະແມ່ນປັນຫາຂອງເຈົ້າ!!)"

 

"But!!

ແຕ່!!"

 

"ກຣິ້ງ!!" ສຽງໂມງທີ່ລາວໄດ້ປຸກດັງຂຶ້ນແຊກຄຳເວົ້າຂອງຂ້ອຍ ເຊິ່ງສຽງລະຄັງສະຫວັນທີ່ສຸດແສນຈະສະເນາະຫູນັ້ນ ມັນເປັນການເຕື່ອນວ່າ ຊົ່ວໂມງພາສາອັງກິດຂອງອາຈານສົມສະຫນິດມັນໄດ້ຫມົດລົງແລ້ວ ເຮັດໃຫ້ບັນດານັກສຶກສາທັງຫລາຍຕ່າງກໍ່ພາກັນມ້ຽນອຸປະກອນເຂົ້າຖົງໂດຍທີ່ບໍ່ຕ້ອງຖ້າໃຫ້ໃຜສັ່ງ

 

"ຫມົດຊົ່ວໂມງຂອງຂ້ອຍລະ... ສ່ວນບົດຮຽນທີ່ຂ້ອຍທີ່ອະທິບາຍມານີ້ ໃຫ້ພວກເຈົ້າເອົາໄປອ່ານອີກຄັ້ງ ເພາະວ່າອາທິດຫນ້າຂ້ອຍຊິຖາມບົດຮຽນທັງຫມົດຂອງມື້ນີ້!! ແລະຖ້າໄປຕອບບໍ່ໄດ້ຂ້ອຍຊິໃຫ້ເອຟທັນທີ ເຂົ້າໃຈບໍ່"

 

"ໂດຍ" ແລ້ວກໍ່ຕາມມາດ້ວຍສຽງຂານຂອງນັກສຶກສາຫມົດ

 

 

"And you, Siengdala If you don’t complete to translate this story during this term, I’m definitely going to call your Parents!!

(ສ່ວນເຈົ້ານາງແສງດາລາ... ປ່ຽນເປົ້າຫມາຍມາສະເພາະເຈາະຈົງນຳຂ້ອຍແທນ... ຖ້າເຈົ້າແປບໍ່ທັນແລ້ວເທີມນີ້ ຂ້ອຍຊິໂທບອກຜູ້ປົກຄອງຂອງເຈົ້າ!!)"

"Yes sir, teacher (ດະ ໂດຍ)" ຂ້ອຍຈຳເປັນຕ້ອງງຶກຫົວຕອບໄປທັນທີ ເພາະຂ້ອຍຫມັ້ນໃຈວ່ານັ້ນບໍ່ແມ່ນພຽງແຕ່ຄຳ ຂູ່ຂອງລາວ ແຕ່ວ່າມັນຈະກາຍເປັນຄວາມຈິງໄດ້ທຸກເມື່ອຖ້າຫາກຂ້ອຍຄິດທີ່ຈະປັດຕິເສດ ແລະເພີກເສີຍຕໍ່ຫນ້າທີ່ໆຖືກ ມອບຫມາຍໄວ້ໃຫ້ຢ່າງຫນັກຫນ່ວງ

.

.

 

ຜ່ານໄປບໍ່ເທົ່າໃດນາທີ ຂ້ອຍກໍ່ຍ່າງອອກຈາກຄະນະໃນຂະນະທີ່ກຳລັງຮອບຫນັງສືຂະຫນາດມະຫຶມາດ້ວຍຄວາມເມື່ອລ້າ.... ເຊິ່ງນະວະນິຍາຍເລື່ອງນີ້ ມັນໄດ້ເວົ້າເຖິງຄວາມຮັກຂອງ

Sky and Star

ຫລັງຈາກທີ່ຂ້ອຍເບິ່ງມັນຜ່ານໆ ພໍຂ້ອຍໄດ້ແຕ່ອ່ານວັກທຳອິດມັນກໍ່ເຮັດຂ້ອຍຮູ້ສຶກເບື່ອກັບມັນລະ ຫນັງສືເຫລັ້ມນີ້ມັນບໍ່ຕ່າງຫຍັງອາຫານທີ່ເບື່ອເນົ່າ ບໍ່ມີໃຜຄິດທີ່ຈະຕ້ອງການ ບໍ່ໃຜຄິດທີ່ຈະແຕະຕ້ອງ ແລະຕ້ອງການທີ່ຈະແກວ່ງມັນຖິ້ມໄປໃກ ເພື່ອບໍ່ໃຫ້ມັນຮົກຫູຮົກຕາ.... ແຕ່ຂ້ອຍພັດແມ່ນຄົນທີ່ໂຊກຮ້າຍທີ່ສຸດ ທີ່ຈະຕ້ອງມາແປໃຫ້ມັນແລ້ວຫມົດເທີມ ເຊິ່ງໄລຍະເວລາ ມັນກໍ່ເຫລືອພຽງແຕ່ສາມເດືອນເທົ່ານັ້ນ ແມ່ນໃຜຊິໄປແປທັນວະ!!

 

ແລະພໍແຕ່ຂ້ອຍຍ່າງອອກມາຈາກຕຶກບໍ່ທັນເທົ່າໃດ ສຽງໂທສັບເຮັງຊວຍຂອງຂ້ອຍມັນກໍ່ດັງຂຶ້ນ ຂ້ອຍກໍ່ເລີຍຈຳເປັນຕ້ອງເອົາປື້ມທີ່ຖື ຍັດໃສ່ຖົງກະໄວ້ ກ່ອນຈະກົດຮັບສາຍ

 

"ຮະໂຫລ"

 

"ບົວເພິ່ນຢູ່ໃສ ມາຫາເຂົາຢູ່ໂຕະຫີນຫລັງຕຶກບໍລິຫານໄດ້ບໍ່" ປາຍສາຍແມ່ນສຽງຂອງຕານ້ອຍເຊິ່ງຫມູ່ຂ້ອຍນາງນີ້ໆແລະ ເປັນຄົນໂທມາຫາຂ້ອຍມື້ກີ້ນະ

 

"ອື້ມໆ ດຽວຊິໄປຫາ" ຂ້ອຍຕອບຕົກລົງນຳປາຍສາຍ

 

"ອື້ມ ມາໄວໆເດີ້" ຕານ້ອຍກົດວາງສາຍລົງຫລັງຈາກທີ່ສິ້ນສຸດການສົນທະນາ ຂ້ອຍກໍ່ເລີຍມ້ຽນໂທລະສັບໄວ້ທີ່ກະເປົ່າ ແລ້ວກໍ່ມຸ່ງຫນ້າໄປຫາເຈົ້າໂຕທີ່ຈຸດນັດຫມາຍທັນທີ

 

ແຕ່ໃນຂະນະທີ່ຂ້ອຍກຳລັງຍ່າງຕາມເສັ້ນທາງຢູ່ນັ້ນ... ສາຍຕາສຸດແສນຈະຫື່ນກະຫາຍຂອງບັນດານັກສຶກສາທີ່ກາຍໄປກາຍມາ ຕ່າງກໍ່ເພ່ງແນມມາກັດເຊາະໂຕຂ້ອຍແບບບໍ່ວາງຕາ... ຫຶ ຂ້ອຍສຸດແສນຈະລັງກຽດສາຍຕາແບບນັ້ນທີ່ສຸດ.... ຂ້ອຍກໍ່ເລີຍຈຳເປັນຕ້ອງເລັ່ງຝາເທົ້າໃຫ້ໄວຂຶ້ນ ເພື່ອທີ່ຈະໄດ້ຫນີພົ້ນຈາກຜູ້ຊາຍພວກນີ້ໄປ

 

"ປັ້ງ!!" ຂ້ອຍວາງກະເປົ່ານັກລົງກະທົບໂຕ໊ະທີ່ຕັ້ງຢູ່ຕໍ່ນ້າຕານ້ອຍ ເອົາຈົນນາງສະເດີດຕື່ນຂຶ້ນບາດຫນຶ່ງ ພາງຊັກສາຍຕາແບບບໍ່ພໍໃຈມາທີ່ຂ້ອຍທັນທີ

 

"ໂອ໊ຍ!! ຕົກໃຈຫມົດ ຊິວາງກະເປົ໋າກະເຊີນວາງຄ່ອຍໆແດ່ເທາະ!!"

 

"ຂໍໂທດ ພໍດີກະເປົ໋າມັນຫນັກ"

 

 

"ຄືຊິຫນັກແທ້ໆຫັ້ນແລະ... ສຽງດັງຟັງໃສ່ໂຕະບັກແຮງໆປານນັ້ນ"

 

"ອື້ມ ວ່າແຕ່ເພິ່ນເອີ້ນເຂົາມານິ ມີເລື່ອງຫຍັງ" ຂ້ອຍເລີ່ມເປີດປະເດັນຖາມ ໃນເມື່ອລົງທຶນໂທໃຫ້ຂ້ອຍບອກອອກມາປານນີ້ລະ ຫວັງວ່າຄືຊິບໍ່ຊວນຂ້ອຍອອກໄປຫລິ້ນອີກເດີ້ ດຽວຊິຫາເຫົາມາໃສ່ຫົວຂ້ອຍອີກ ເລື່ອງເກົ່າທີ່ຫາກະເກີດວັງແລ້ວນີ້ ກະເອົາຈົນຂ້ອຍເກືອບປະສາດກິນຫົວ

 

"ກະຢາກຊວນເພິ່ນອອກໄປຫລິ້ນນຳ"

 

"ຫຶ ວ່າລະ.... ແຕ່ເຂົາຄືຊິໄປນຳເພິ່ນບໍ່ໄດ້ແລ້ວແລະ"

 

"ອ້າວ!!​ ເປັນຫຍັງ ຖາມຂ້ອຍກັບທັນທີ"

 

"ເບິ່ງເອົາ" ຂ້ອຍຈົກເອົາປື້ມຂະຫນາດມະຫຶມາອອກຈາກກະເປົ່າ ແລ້ວກໍ່ນຳມັນວາງລົງຕໍ່ຫນ້າຕານ້ອຍ ເຮັດນາງເຖິງກັບຄິ້ວຫຍຸ້ງທັນທີ

 

"ແມ່ນຫຍັງນິ" ຊີ້ນິ້ວຖາມແບບມຶນງົງ

 

"ນະວະນິຍາຍຂອງອັງກິດ"

 

"ຢ່າບອກໃດ໋ວ່າເພິ່ນຊິແປຫມົດນີ້" ຕານ້ອຍເລີກຄີ້ວຖາມແບບບໍ່ເຊື່ອສາຍຕາໂຕເອງ

 

"ຖືກຕ້ອງລະ ອາຈານສົມສະຫນິດຝາກເປັນຂອງຂວັນມາໃຫ້ໂດຍສະເພາະ ພໍດີເຂົາເຮັດຜິດລະບຽບ"

 

"ຮຶ ຜິດລະບຽບ? ຜິດລະບຽບເລື່ອງຫຍັງຫັ້ນ"

 

"ເລື່ອງໂທລະສັບ... ຕອນເຂົາຮຽນຢູ່ໃນຊົ່ວໂມງລາວເຂົາລືມໃຊ້ລະບົບສັ່ນ ບາດເພິ່ນໂທມາຫາເຂົາລະກະຊວຍເລີຍ ເຮີ່ຍ..." ຂ້ອຍຖອນຫາຍໃຈຢ່າງເບື່ອຫນ່າຍມືນ້ອຍໆທັງສອງຂອງຂ້ອຍກໍ່ຂຶ້ນມາຄ້ຳແກ້ມທັງສອງຂ້າງໄວ້ເມື່ອຍຫລ້າ

 

 

 

"ເຂົາຜິດແມ່ນບໍ່ນິ" ຖາມດ້ວຍສີຫນ້າສະຫລົດຫນ້ອຍຫນຶ່ງ ເຫມືອນຈະໂທດໂຕເອງເປັນຄົນເຮັດຜິດ

 

"ບໍ່ດອກ" ຂ້ອຍບອກພ້ອມກັບຍິ້ມຈາງໆ ເພື່ອເຮັດໃຫ້ນາງຜ່ອນຄາຍຄວາມກັງວົນ "ເປັນຍ້ອນເຂົາລືມປິດສຽງເອງຕ່າງຫາກ"

 

"ແລ້ວນິຍາຍເລື່ອງນີ້ມັນເວົ້າເຖິງຫຍັງຊັນ" ຕານ້ອຍບ່ຽງເບນຄວາມສົນໃຈມາທີ່ປື້ມເຫລັ້ມຫນາ ຖ້າຂ້ອຍເອົາໄປຟາດຫົວອີ່ຕາເກັ່ງຜີບ້ານັ້ນ ຄືຊິສະຫລົບຕາຍຄາທີ່ແນ່ນອນ

 

"ເຂົາກະຍັງບໍ່ທັນຮູ້ຄືກັນນະ... ເຂົາຫາກໍ່ອ່ານກ່ອນຊິອອກຈາກອອກມື້ກີ້ນີ້.... ແຕ່ກະເຫັນວ່າ ມັນເວົ້າເຖິງຄວາມຮັກຂອງດາວ ກັບຕາເວັນ"

 

"ຫວາ ຊັນມັນກະແມ່ນຄວາມຮັກຂອງເພິ່ນຕົວະ" ຕານ້ອຍບອກພ້ອມກັບສົ່ງຍິ້ມຫວານໆ ແຕ່ພັດຂ້ອຍບໍ່ເຂົ້າໃຈຄວາມຫມາຍທີ່ນາງເວົ້າ

 

"ຮຶ? ຄວາມຮັກຂອງເຂົາ??" ຂ້ອຍເຮັດຄິ້ວຫຍຸ້ງຖາມ

 

"ແມ່ນລະ ເພາະວ່າຊື່ຂອງເພິ່ນແມ່ນແສງດາລາ ເຊິ່ງມັນກໍ່ຫມາຍຄວາມວ່າ ດວງດາວ ແຕ່ວ່າແມ່ນໃຜຊິແມ່ນຕາເວັນຂອງເພິ່ນນໍ" ຕານ້ອຍຖາມຂຶ້ນລອຍໆ ພາງມ້ວນຜົມລອນຍາວໆຂອງຕົນເອງໄປມາ ເຫມືອນຈະໃຫ້ຂ້ອຍນຶກນຳຝ່າຍໄປໃນໂຕ

 

"ບໍ່ມີດອກ"

 

"ແຕ່ເຂົາວ່າມີ... ເພາະວ່າມີຊາຍຄົນຫນຶ່ງຊື່ວ່າທ້າວແສງສຸລິຍາ ເຊິ່ງມັນກໍ່ຫມາຍຄວາມວ່າແສງຂອງດວງຕາເວັນ... ແລະລາວກໍ່ມີຊື່ຫລິ້ນເກັ່ງ"

 

"ບໍ່ແມ່ນຈັກຫນ້ອຍ!!" ຂ້ອຍຕອບສຽງດັງ ມືນ້ອຍໆກໍ່ລະອອກຈາກແກ້ມຂອງໂຕເອງທັນທີ່ພ້ອມກັບຂຶງຕາໃສ່ຕານ້ອຍແບບບໍ່ພໍໃຈ ໃນເມື່ອຂ້ອຍບໍ່ປາດຖະຫນາທີ່ຈະຟັງຊື່ຂອງຄົນໆນັ້ນ ສ່ວນຄົນທີ່ຢູ່ຕໍ່ຫນ້າພັດຍິ້ມເຍີ້ຍໃສ່ຂ້ອຍກວ່າເອົາອີກ ຄືຊິພາກພູມໃຈກັບຜົນງານຂອງຕົນເອງແຮງ ທີ່ຫຍຸແຍໃຫ້ຂ້ອຍໂມໂຫໄດ້ຢ່າງສຳເລັດ ນິຍາຍກັບຊີວິດຈິງມັນຕ່າງກັນ ເຂົາກັບຫມໍນັ້ນບໍ່ມີທາງເປັນຄືແບບໃນນິຍາຍດອກ

 

"ຮາໆໆ ເຂົາກະເວົ້າໄປຊື່ໆ ຄືມາຈິງຈັງແທ້ວະ!!"

 

"ແນວເຂົາບໍ່ມັກອີ່ຕາຜີບ້ານັ້ນເດ... ຄົນອີ່ຫຍັງຊິກວນປະສາດໄດ້ຕະຫລອດຊາວສີ່ຊົວໂມງ"

 

"ຢູ່ນຳການຕະຫລອດສະເບ໊າະ ຈຶ່ງຮູ້ວ່າເກັ່ງກວນປະສາດເພິ່ນຊາວສີ່ຊົ່ວໂມງ ຮາໆໆ" ຕານ້ອຍຫລິ່ວຕາເຍາະເຍີ້ຍໃສ່ຂ້ອຍ

 

"ບ້າໄປແລ້ວເພິ່ນນະ... ຂະຫນາດເຫັນຫນ້າກັນວິນາທີດຽວກະຊິຂ້າກັນຕາຍລະ ຖ້າອົດຢູ່ນຳຫມໍນັ້ນໄດ້ນະ ພໍດີ ເປັນບ້າຕາຍແນ່ນອນ"

 

"ລະວັງເດີ້ ຊັງອັນໃດຊິໄດ້ອັນນັ້ນ"

 

 

 

"ຫຶ ບໍ່ມີທາງດອກ!!" ຂ້ອຍຕອບອອກໄປໂດຍທີ່ບໍ່ທັນໄດ້ຄິດດ້ວຍຊ້ຳ ເອົາຈົນຕານ້ອຍກະຕຸກຮອຍຍິ້ມຫນ້ອຍຫນຶ່ງ ແລ້ວຄຳທີ່ເພິ່ນເວົ້າຫັ້ນນະ ມັນກະມີແຕ່ໃນຫນັງຫລືລະຄອນເທົ່ານັ້ນແລະ

 

"ເຂົາກະເວົ້າຂຶ້ນຊື່ໆ ຈັກວ່າຊິຈິງຈັງເຮັດຫຍັງ"

 

         "i LOVE YOU lIKE LOVE SONG,BABY" ສຽງໂທລະສັບຕານ້ອຍດັງຂຶ້ນຂັດຈັງວະພວກຂ້ອຍ  ທີ່ກຳລັງສັ່ນໆຢູ່ໃນກະເປົ່າລາຄາແພງ ວາງໄວ້ຢູ່ເທິງໂຕະ ເປັນຜົນໃຫ້ນາງຕ້ອງເລື່ອນມືໄປຈັບຂຶ້ນມາ ກ່ອນຈະກົດຮັບສາຍ

 

"ຮະໂຫລ ເຂົາຢູ່ຫລັງຄະນະມີຫຍັງ....... ອື້ມໆ......... ໄດ້ໆດຽວຊິໄປແຕ່ງໂຕໄວ້ຖ້າເທົ່ານີ້ແລະ ບ໊າຍໆ" ສິ້ນສຸດທານາງກໍ່ກົດວາງສາຍຖິ້ມ ແລ້ວຍັດໂທລະສັບເຂົ້າຕາມເດີມ ພ້ອມກັບກຽມພາຍກະເປົ່າ ເພື່ອທີ່ຈະອອກຈາກໂຕ໊ະໄປ

 

"ດຽວເຂົາກັບກ່ອນເດີ້ ພໍດີເຂົາເຈົ້າຊວນມາແລ້ວ"

 

"ອຶ້ມ" ຂ້ອຍງຶກຫົວເປັນການເຂົ້າໃຈ

 

"ຖ້າເພິ່ນປ່ຽນໃຈຢາກຈະໄປນຳເຂົາລະໂທຫາເດີ້ເຂົາຊິຖ້າ ບ໊າຍ"

 

ນາງບອກພ້ອມກັບໂບກມືລາ ແລ້ວກໍ່ພາໂຕເອງອອກໄປ ເຫລືອປະໄວ້ພຽງແຕ່ຂ້ອຍຄົນດຽວທີ່ໂຕະຫີນ.... ຂ້ອຍກໍ່ເລີຍຈຳເປັນກໍ່ຕ້ອງອອກໄປຄືກັນ ເພື່ອທີ່ຈະກັບບ້ານ

 

ມື້ກີ້ຂ້ອຍກໍ່ລືມຖາມເລີຍວ່ານາງຊິອອກໄປໃສ ແລະໄປຫລິ້ນນຳໃຜ ເພື່ອໄວ້ບາງຄົນໂທມາຖາມເຖິງນາງ ຂ້ອຍຈະໄດ້ຕອບຖືກຕາມຄຳຖາມ

 

.

.

 

ຊ່ວງນີ້ບໍ່ເຫັນມີໃຜເຂົ້າມາອ່ານເລີຍນະ

ຈັກວ່າພາກັນຫາຍໄປໃສຫມົດລະ ຈັງໃດເຂົ້າມາອ່ານລະຢ່າລືມເມັ້ນເດີ້

ຄັນເມັ້ນຫລາຍໆລະ ຊິຂຽນມາຫລາຍໆຄືກັນ

 

 

 

Delicious Digg Fark Twitter