ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 23, 2009 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມີໃຜບາງຄົນທີ່ເຄີຍໃຫ້ຄຳນິຍາມ ຄຳວ່າຮັກນັ້ນຄື ຄວາມສຸກ ແຕ່ສຳລັບຂ້ອຍນັ້ນ ບໍ່ໃດ້ຄິດເລີຍວ່າ ຮັກຄືຄວາມສຸກ ມັນກາຍເປັນຄຳທີ່ຂ້ອຍ ກັບໝູ່ທີ່ຂ້ອຍແອບຮັກ ຕ້ອງກາຍເປັນຊັງກັນ

ລື້ອງນີ້ມີຢູ່ວ່າ ຂ້ອຍແອບຮັກໝູ່ຮ່ວມຫ້ອງຂອງຂ້ອຍເອງ ຄົນທີ່ຂ້ອຍແອບມັກນັ້ນ ເປັນຜູ້ຊາຍທີ່ຢູ່ໃນ ອຸດົມຄະຕິຂ້ອຍ ທຸກຢ່າງເລີຍ ແລະຕົວລາວເອງ ກະມີຜູ້ຍິງທີມາລາຍລ້ອມຂໍເປັນຫຼາຍ ຂ້ອຍຈຶ່ງຄິດຊິໄປສາລະພາບກັບລາວ ຈຶ່ງໄປຂໍເບີໂທ ກັບໝູ່ຂອງລາວ ພໍໃດ້ເບີມາແລ້ວຂ້ອຍກະໂທໄປຫາລາວແລະບອກຕົງໆເລີຍວ່າແບບມັກລາວຢູ່ . ພໍມື້ຕໍ່ມາລາວເຫັນໜ້າຂ້ອຍ ລາວກໍ່ຈະຫຼົບໜ້າຂ້ອຍ ເຮັດແບບວ່າຊັງຂ້ອຍ ເອົາແທ້ເອົາວ່າ ແລະຕັງແຕ່ມື້ນັ້ນຈົນຮອດມື້ນີ້ ຂ້ອຍກັບລາວກະບໍ່ຍອມເວົ້ານຳກັນອິກເລີຍ....

ໃນບາງຄັງຂ້ອຍກະຄິດນ້ອຍໃຈຕົນເອງ ທີ່ເປັນຝ່າຍຜິດທີ່ເຮັດໃຫ້ເຮົາທັງ2ຊັງກັນ ແຕ່ຖ້າມົວແຕ່ໂທດວ່າຄວາມຮັກຜິດແບບນີ້ ກະບໍ່ໃດ້ຊ່ວຍໃຫ້ເຮົາຊັງກັນ ນອກຈາກຂ້ອຍຊິຍອມຮັບຄວາມຈິງ ແລະ ທົນເຈັບແບບນີ້ຕະຫຼອດໄປ......

Delicious Digg Fark Twitter