ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ລຸງສັກ ແລະ ລຸງສີ ເປັນສ່ຽວຮັກສ່ຽວແພງກັນມາແຕ່ສະໄໝເປັນບ່າວນ້ອຍພຸ້ນລະ ເມື່ອໄດ້ລູກໄດ້ເມຍກໍ່ຍັງຮັກແພງກັນຄືເກົ່າ, ລຸງສັກລາວຊ້ຳພັດເປັນຄົນມັກຢອກ ໄປແນວສະຫລອກກອກ ໜ໋ອຍໜື່ງ, ສ່ວນລຸງສີນັ້ນເປັນຄົນຍີ້ມຫົວງ່າຍ ເວົ້າຫຍັງໃຫ້ບໍ່ຄ່ອຍຄຽດດອກ.

            ຢູ່ມາມື້ໜື່ງ ໃນໝຼ່ບ້່ານແຫ່ງນັ້ນ ຊ້ຳພັດມີການຍົກຍ້າຍເລົ້າເຂົ້າໄປໄວ້ບ່ອນໃໝ່ ເລີຍໄດ້ຂໍແຮງຈາກຊາວບ້ານນັ້ນລະມາຊ່ວຍ, ຄົນນ້ອຍເລົ້າເຂົ້າຊ້ຳພັດໃຫຍ່ ຈື່ງເຮັດໃຫ້ຊາວບ້ານ ຕ້ອງ ໄດ້ອອກແຮງຫລາຍເປັນພິເສດ, ອ້າວ 1 2 3 ຍົກ........... ທຸກຄົນພາກັນຍົກຫມົດແຮງ, ລຸງສີເປັນຄົນຊື່ລາວກໍ່ຍົກເຕັມທີ່, ລຸງສັກຂີ້ລັກຄວາມແດ່ຍົກແຕ່ບໍ່ຍົກແດ່, ທັງເດັກນ້ອຍຜູ້ເຖົ້າພາ ກັນມາຫຸ້ມເບີ່ງ ຮ້ອງໂຫ່ແຊວໆ, ເອົາໃຈສ່ວນພວກທີຍົກເລົ້າເຂົ້າ, ລຸງສັກຊ້ຳພັດຄິດຫຍັງຮື ຢາກຢອກລຸງສີ ກໍ່ເລີຍໄປດືງສົງລຸງສີລົງ ຢ່າງແຮງ ສົ້ງຊ້ອນ ໃນ ພັດຍານ ພໍລຸງສັກດືງສົ້ງລົງ, ສົ້ງຊ້ອນໃນພັດລົງນຳ, ຊິວາງມືດືງສົ້ງຂື້ນກະບໍ່ໄດ້ ຢ້້ານຫມູ່ຊິເວົ້າໃຫ້. ທັງຜູ້ເຖົ້າເດັກນ້ອຍໂຫ່ແຮງກວ່າເກົ່າ ຫູດັບຕັບໃໝ້ ( ຄິດເອົາເອງເດີວ່າເຂົາເຫັນຫຍັງ ).

 

 

( ລຸງສັກ ແລະ ລຸງສີ ) : ນາມສົມມຸດເດີ.

Delicious Digg Fark Twitter