ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 4, 2010 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫົວໃຈບາງຄົນເຣັດດ້ວຍ " ຊາຍ "....

ໂຫຍຫາຄວາມຣັກຈາກໃຜຕໍ່ໃຜຢູ່ຕະຫຼອດເວລາ

ບໍ່ວ່າຈະເຕີມຄວາມຣັກລົງໄປເທົ່າໃດ....ຫົວໃຈກໍ່ບໍ່ຣູ້ຈັກເຕັມ

ແຕ່ຫົວໃຈບາງຄົນເຣັດດ້ວຍ " ຫິນ ".....

ບໍ່ເຄີຍຄິດຈະຣັກໃຜ...ນອກຈາກໂຕເອງ

ບໍ່ວ່າຈະເຕີມຄວາມຣັກລົງໄປເທົ່າໃດ...ກໍ່ບໍ່ເຄີຍຊື້ງເຖິງຫົວໃຈ

ໃນຂະນະທີ່ຫົວໃຈບາງຄົນເຣັດດ້ວຍ " ດິນ "

ຕ້ອງການຄວາມຣັກໃນປະລິມານທີ່ຫົວໃຈຊຶມຊັບໄດ້

ແລະເມື່ອໄດ້ຣັບຄວາມຣັກມາຈົນເຕັມຫົວໃຈ

ກໍ່ບໍ່ຄິດທີ່ຈະດູດຊັບຄວາມຣັກຈາກໃຜເພີ່ມເຂົ້າມາອີກ

.... ແລ້ວຫົວໃຈຂອງທ່ານເດເປັນແບບໃດ?.....

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່